( vovworld ) – ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫາກໍ່ປະກາດໃຊ້ບົດສະຫລຸບກອງປະຊຸມຄັ້ງທີ 5 ກ່ຽວກັບ “ການສືບຕໍ່ປະຕິບັດມະຕິກອງປະຊຸມຄັ້ງທີ 3 ຂອງສູນກາງພັກກອມມູນິດຫວຽດນາມ ຊຸດທີ 10 ກ່ຽວກັບການເພີ່ມທະວີການນຳພາຂອງພັກທີ່ມີຕໍ່ວຽກງານການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍ“ ດ້ວຍ 6 ມາດຕະການໃຫ່ຍ. ມະຕິນີ້ ໄດ້ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຫັນດີເຫັນພ້ອມທາງສັງຄົມໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທົ່ວປະເທດເປັນຈຳນວນຫຼວງຫຼາຍ ກ່ຽວກັບຄວາມຕັດສິນໃຈຂອງພັກໃນການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍ.
(ພາບ:motgocnhin.blogspot.com)
ເຖິງວ່າ ໄດ້ຮັບຮູ້ໝາກຜົນໃນເບື້ອງຕົ້ນ ພາຍຫຼັງ 5 ປີທີ່ປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 3 ຊຸດທີ 10 ກໍ່ຕາມ ແຕ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 5 ຊຸດທີ 11 ກໍໄດ້ໃຫ້ຂໍ້ສັງເກດຢ່າງກົງໄປກົງມາວ່າ: ວຽກງານປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍຍັງບໍ່ທັນບັນລຸໄດ້ຕາມຄວາມຮຽກຮ້ອງເທື່ອ. “ໄພສໍ້ລາດບັງຫຼວງ, ການຟູມເຟືອຍຍັງເປັນໄພອັນຕະລາຍຮ້າຍແຮງ, ດ້ວຍບັນດາປະກົດການທີ່ເລິກແລບແຍບຍົນ, ສັບສົນ, ເກີດຂຶ້ນໃນຫຼາຍຂົງເຂດ, ຫຼາຍຂັ້ນ, ຫຼາຍຂະແໜງການ…. ຊື່ງໄດ້ກໍ່ຄວາມເຄັ່ງຮ້ອນໃນສັງຄົມ ແລະ ເປັນການທ້າທາຍຕໍ່ການນຳພາຂອງພັກ, ການຄຸ້ມຄອງຂອງລັດ“. ຍ້ອນເຫດນັ້ນ, ກອງປະຊຸມສູນກາງພັກຄັ້ງທີ 5 ໄດ້ວາງອອກ 6 ມາດຕະການເພື່ອປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟູມເຟືອຍ, ນັ້ນແມ່ນ “ຍົກສູງບົດບາດ, ຄວາມຮັບຜິດຊອບຂອງຄະນະພັກ, ອົງການຈັດຕັ້ງພັກ, ອຳນາດການປົກຄອງ, ຜູ້ນຳອົງການສຳນັກງານ, ອົງການຈັດຕັ້ງ, ຫົວໜ່ວຍ; ສ້າງລະບຽບກົດໝາຍຄຸ້ມຄອງເສດຖະກິດສຳເລັດ; ປະຕິບັດກົນໄກນະໂຍບາຍກ່ຽວກັບວຽກງານການຈັດຕັ້ງພະນັກງານຢ່າງເຂັ້ມງວດ; ເພີ່ມທະວີວຽກງານກວດກາ, ກວດສອບບັນຊີ, ສືບສວນດຳເນີນຄະດີ, ພິພາກສາ; ເພີ່ມທະວີບົດບາດຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ປະຊາຊົນ; ປ່ຽນໃໝ່, ຍົກສູງຄວາມສາມາດຂອງອົງການຊີ້ນຳນຳພາ, ແລະ ອົງການປະຈຳ, ເປັນເສນາທິການກ່ຽວກັບວຽກງານປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍ“. ໃນບົດກ່າວຄຳປາໄສອັດກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກຊຸດທີ 11, ທ່ານ Nguyen Phu Trong ເລຂາທິການໃຫ່ຍສູນກາງພັກກອມມູນິດຫວຽດນາມ ຊີ້ແຈງວ່າ:
“ຕ້ອງຢຶດໝັ້ນ ແລະ ຍູ້ແຮງໜ້າທີ່ຕໍ່ສູ້ປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກ ແລະ ມະຕິສູນກາງພັກຄັ້ງທີ 4 ຊຸດທີ 11. ສືບຕໍ່ຊາບຊືມ, ປະຕິບັດບັນດາທັດສະນະ, ແນວຄິດຊີ້ນຳ ແລະ ບັນດາໜ້າທີ່, ມາດຕະການຂອງມະຕິສູນກາງພັກຄັ້ງທີ 3 ຊຸດທີ 10 ຢ່າງເຂັ້ມງວດ, ຕິດພັນກັບການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11. ຖືເປັນສຳຄັນທັງການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ ແລະ ການຟູມເຟືອຍ. ຍົກສູງບົດບາດ, ຄວາມຮັບຜິດຊອບຂອງຄະນະພັກຂັ້ນຕ່າງໆ, ອຳນາດການປົກຄອງ ແລະ ຜູ້ນຳ; ເພີ່ມເຕີມ, ສ້າງກົນໄກ, ນະໂຍບາຍ, ກົດໝາຍກ່ຽວກັບການຄຸ້ມຄອງເສດຖະກິດ, ສັງຄົມສຳເລັດ; ເປີດກ້ວາງປະຊາທິປະໄຕ, ເປີດເຜີຍ, ກະຈ່າງແຈ້ງ; ເສີມຂະຫຍາຍບົດບາດຕິດຕາມກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນ, ແນວໂຮມປະເທດຊາດ, ປະຊາຊົນ ແລະ ຫາງສຽງ“.
ກອງປະຊຸມຍ້ອງຍໍສັນລະສີນຜູ້ມີຜົນງານໃນການຕ້ານໄພສໍ້ລາດບັງຫຼວງ
(ພາບ: vtc.vn)
ແລະ ກໍ່ໃນກອງປະຊຸມຄັ້ງທີ 5, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຕົກລົງແຜນນະໂຍບາຍສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍ ຂຶ້ນກັບກົມການເມືອງ; ສ້າງຕັ້ງຄະນະວຽກງານການເມືອງພາຍໃນສູນກາງຄືນໃໝ່, ທັງປະຕິບັດພາລະໜ້າທີ່ຄືອົງການພັກໜື່ງ, ທັງແມ່ນອົງການປະຈຳຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ. ນີ້ໄດ້ຖືກຖືວ່າ ແມ່ນການຕົກລົງທີ່ມີລັກສະນະບຸກທະລຸ, ສ້າງການຫັນປ່ຽນກົງຈັກການຈັດຕັ້ງກໍຄືກົນໄກໝູນໃຊ້ໂດຍພື້ນຖານ ເພື່ອໃຫ້ອົງການນີ້ ແມ່ນເຄື່ອງມືຕໍ່ສູ້ທີ່ມີປະສິດທິຜົນໃນວຽກງານປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍ.
ການຕໍ່ສູ້ປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງຕ້ອງມີກົງຈັກທີ່ເຂັ້ມງວດ ແລະ ຊຳນານງານ. ໜ້າທີ່ນີ້ພວມຮຽກຮ້ອງໃຫ້ຄວາມຮັບຜິດຊອບເປັນແບບຢ່າງຂອງຖັນແຖວພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນພະນັກງານການນຳ ຕ້ອງມີຄຳເວົ້າໄປຄຽງຄູ່ກັບການປະຕິບັດ, ບໍ່ລັ່ງເລໃຈ, ຫລົບຫຼີກໃນການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍ. ຫາງສຽງໄດ້ຕີລາຄາສູງມາດຕະການນີ້ໃນການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ. ທ່ານ Le Hoang Quan ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ສະເໜີວ່າ ໃນວຽກງານພິຈາລະນາ, ຕີລາຄາ, ຈັດແບ່ງປະເພດອົງການຮາກຖານພັກໃນແຕ່ລະປີຂອງພະນັກງານສະມາຊິກພັກ, ວຽກງານພິຈາລະນາການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງຂອງແຕ່ລະອົງການຈັດຕັ້ງ ແມ່ນ 1 ໃນບັນດາຄາດໝາຍເພື່ອພິຈາລະນາ, ຕີລາຄາ, ຈັດແບ່ງປະເພດ. ໃນບໍລິເວນນັ້ນ, ຄະນະພັກຕ້ອງເດັດດ່ຽວໃນການຕໍ່ສູ້ປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ຈຶ່ງຈະສາມາດສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງບັນດາຂະແໜງການ, ຂັ້ນຕ່າງໆ ແລະ ຂອງປະຊາຊົນ“
(ພາບ:thanhtra.hochiminhcity.gov.vn)
ການຕໍ່ສູ້ປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ ແມ່ນໜ້າທີ່ທັງຮີບດ່ວນ, ທັງຍາວນານໃນວຽກງານກໍ່ສ້າງພັກ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ. ໃນໄລຍະປະຈຸບັນນີ້, ພະນັກງານ, ສະມາຊິກພັກໃນທຸກໆອົງການຈັດຕັ້ງພັກແຕ່ຂັ້ນສູງກາງ ລົງຮອດຂັ້ນຮາກຖານ ລ້ວນແຕ່ຕ້ອງຍົກສູງບົດບາດເປັນແບບຢ່າງ ແລະ ເຂົ້າຮ່ວມໂດຍກົງນຳພາການຕໍ່ສູ້ການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ. ແຕ່ລະຂັ້ນ, ຂະແໜງການ ແລະ ບັນດາອົງການຈັດຕັ້ງ, ຫົວໜ່ວຍໄດ້ກຳນົດໜ້າທີ່ສືບຕໍ່ປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 3 ຊຸດທີ 10 ກ່ຽວກັບການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມ, ຍົກສູງສະຕິຄວາມຮັບຜິດຊອບກ່ຽວກັບການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງຕິດພັນກັບບັ້ນຂົນຂວາຍຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ. ການຕໍ່ສູ້ປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງຈະປະສົບຜົນສຳເລັດໄດ້ ກໍ່ຕໍ່ເມື່ອພັກອີງໃສ່ປະຊາຊົນ, ເມື່ອພວກເຮົາເສີມຂະຫຍາຍບົດບາດຂອງທັງລະບົບການເມືອງ, ພ້ອມກັບເລື່ອງສົມທົບກັບການຊ່ວຍເຫຼືອຂອງປະຊາຄົມໂລກຢ່າງກົມກຽວ.