ສືບຕໍ່ປ່ຽນໃຫມ່ຢ່າງຮອບດ້ານ, ຄົບຊຸດເພື່ອເຊື່ອມໂຍງເຂົ້າກັບສາກົນ


(Vovworld)- ຍາດ​ແຍ່ງ​ກາ​ລະ​ໂອ​ກາດ, ຜ່ານ​ຜ່າ​ສິ່​ງ​ທ້າ​ທາຍ​ໃນ​ສະ​ພາບ​ການ​ໂລກ​​ພວມ​ປ່ຽນ​ແປງ​ຢ່າງວ່ອງ​ໄວ, ສືບ​ຕໍ່​ປ່ຽ​ນ​ໃຫມ່​ຢ່າງ​ຮອບ​ດ້ານ, ຄົບ​ຊຸດ, ພັດ​ທະ​ນາ​ການ​​ປະ​ດິດ​ຄິດສ້າງ, ນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ຕາມ​ທິດ​ທັນ​ສະ​ໄຫມ ແມ່ນ​ເນື້ອ​ໃນ​ບົດ​ຂຽນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ​ເຈືອງ​ເຕີນ​ຊາງ ລົງ​ພິມ​ໃນ​ບັນ​ດາ​ຫນັງ​ສື​ພິມ​ສະ​ບັບ​ອອກວັນ​ທີ 29/7, ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຄັດ​ສະ​ເຫນີ​ບັນ​ດາ​ເນື້ອ​ໃນ​ດັ່ງ​ກ່າວ​ຜ່ານບົດ​ຂຽນ​​ທີ່​ມີ​ຫົວ​ຂໍ້​ວ່າ: ສື​ບ​ຕໍ່​ປ່ຽ​ນ​ໃຫມ່​ຢ່າງ​ຮອບ​ດ້ານ, ຄົບ​ຊຸດ​ເພື່ອ​ເຊື່ອມ​ໂຍງເຂົ້າ​ກົບ​ສາ​ກົນ.”

ສືບຕໍ່ປ່ຽນໃຫມ່ຢ່າງຮອບດ້ານ, ຄົບຊຸດເພື່ອເຊື່ອມໂຍງເຂົ້າກັບສາກົນ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ
ພາບ:vov

              ໃນ​ບົດ​ຂຽນ​ຂອງ​ຕົນ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຢືນ​ຢັນ​ວ່າ: 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ແມ່ນ​ໄລ​ຍະ​ປະ​ຫວັດ​ສາດ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຫວຽດ​ນາມ. ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫລວງ, ມີ​ຄວາມ​ໝາຍ​ປະ​ຫ​ວັດ​ສາດ​ຂອງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ທ່ານ​ປະ​ທານ​ປະ​ເທດ ໄດ້​ຢືນ​ຢັນ​ວ່າ: ໄລ​ຍະ​ປະ​ຈຸ​ບັນ ແມ່ນ​ຊາ​ຕາ​ກຳ​ແລະ ກາ​ລະ​ໂອ​ກາດ​ທີ່ສຳ​ຄັນ, ແມ່ນ​ໄລ​ຍະ​ເພື່ອ​ໃຫ້​ຫວຽດ​ນາມ ປ່ຽນ​ແປງ​ຈີນ​ຕະ​ນາ​ການ​ຢ່າງ​ແຮງ, ສ້າງ​ລະ​ບອບ​ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ, ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຕ​ະ​ຫລາດ​ຕາມ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ. ຄວາມ​ມາ​ພະ​ຍາ​ຍາມ​ປະ​ຕິ​ຮູບ​​ລະ​ບົບ​ບໍ​ລິ​ຫານ​ແຫ່ງ​ຊາດ​ຢ່າງ​ຮອບ​ດ້ານ ແລະ ເລິກ​ເຊິ່ງ; ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ເພື່ອ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ.

        ປ່ຽ​ນ​ໃຫມ່​ຈີນ​ຕະ​ນາ​ການ​ແລະ​ວິ​ທີ​ການ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ,ທັນ​ສະ​ໄຫມ

        ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ຢືນ​ຢັ​ນ​ວ່າ: ຫວຽດ​ນາມ ຕ້ອງ​ມີ​ຈີນ​ຕະ​ນາ​ການ​ໃຫມ່, ຫົວ​ຄິດ​ປະ​ດິດ​ສ້າງ​ກ່ຽວ​ກັບ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສ​ະ​ໄຫມ ໂດຍ​ອີງໃສ່​​ຫລັກ​ມູນ​ວິ​ທະ​ຍາ​ສາດ​ທີ່​ເໝາ​ະ​ສົມ ​ໃນ​ສະ​ພາບ​ການ​ໂລກ ​ພວມ​ປ່ຽນ​ແປງ​ຢ່າງວ່ອງ​ໄວ. ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ແມ່ນ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ການ​ພັດ​ທະ​ນາພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫລາດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຖື​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ພູມ​ປັນ​ຍາ ແລະ ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄຸນ​ນະ​ພາບ​ສູງ ເປັນ​ກຳ​ລັງ​ຫນູນ​ຕົ້ນ​ຕໍ; ລະ​ດົມ, ຈັດ​ແບ່ງ ແລະ ນຳ​ໃຊ້​ທຸກ​ແຫລ່ງ​ກຳ​ລັງ​ພັດ​ທະ​ນາສ່ວນ​ຫລາຍ​ຕາມ​ກົນ​ໄກ​ການຕະ​ຫລາດ​ ​ຢ່າງມີ​ປະ​ສິດ​ທິ​ຜົນ. ບົນ​ພື້ນ​ຖານ​ຈີນ​ຕະ​ນາ​ການນັ້ນ ບັນ​ດາ​ການ​ກຳ​ນົ​ດ​ທິດ​ຍຸດ​ທະ​ສາດ​ໃຫ້​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ​ຢູ່ ຫວຽດ​ນາມ ນັ້ນ​ແມ່ນ: ສືບ​ຕໍ່ພັດ​ທະ​ນາ​ບາງ​ຂະ​ແຫນງ​ອຸດ​ສາ​ຫະ​ກຳທີ່ນຳ​ໃຊ້​ແຮງ​ງານ​ເປັນ​ຈຳ​ນວນ​ຫລາຍ​ໃຫ້​ເໝາະ​ສົມ, ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​, ການ​ຜະ​ລິດ, ພະ​ລັງ​ງານ, ເຄ​ມີ, ອຸດ​ສາ​ຫະ​ກຳ​ວັດ​ສະ​ດຸ, ອຸດ​ສາ​ຫະ​ກຳ​ເອ​ເລັກ​ໂຕ​ນິກ, ອຸດ​ສາ​ຫະ​ກຳ​ຮັບ​ໃຊ້​ການ​ຜະ​ລິດ​ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ​ຫນູນ​ຊ່ວຍ​​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ສຸມ​ໃສ່​ການ​ສົ່ງ​ອອກ; ພັດ​ທະ​ນາ​ບັນ​ດາ​ຂະ​ແຫນງ​ທີ່​ມີ​ລ​ັກ​ສະ​ນະ​ເຊື່ອມ​ຈອດ​ຢ່າງ​ແຮງ, ຍູ້​ແຮງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ, ກ​ະ​ສິ​ກຳ, ຊົດ​ນ​ະ​ບົດ.

        ສ້າງ​ລະ​ບອບ​ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ, ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຕ​ະ​ຫລາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ

       ຕາມ ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ແລ້ວ, ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ​ທັນ​ສະ​ໄຫມ​ຂອງ​ຫວຽດ​ນາມ ແມ່ນ​ຕິດ​ພັນ​ກັບ​ການ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ. ສະ​ນັ້ນ ຄວນ​ປ່ຽນ​ໃຫມ່, ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ, ກົນ​ໄກ​ສົ່ງ​ເສີມ​ການ​ພັດ​ທະ​ນາ ແລະ ສ້າງ​ສະ​ພາບ​ແວດ​ລ້ອມ​​ການ​ແກ້ງ​ແຍ້ງ​ຢ່າງ​ສະ​ເຫມີພາບ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່ຂຶ້ນ​ກັບ​ທຸກ​ພາກ​ສ່ວນ​ເສດ​ຖະ​ກິດ; ​ສ້າງ ແລະ ພັດ​ທະ​ນາ​ບັນ​ດາ​ຕະ​ຫລາດ​ໃຫ້​ສົມ​ບູນ​ແບບ, ລົບ​ລ້າງ​ສິດ​ຜູກ​ຂາດ, ກົນ​ໄກ “ຂໍ ແລະ ໃຫ້….”  ເພື່ອ​​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ກົນ​ໄກ​​ການຕະ​ຫລາດ​ຢ່າງ​ຄົບ​ຖ້ວນ​ໃນ​ການ​ລະ​ດົມ ແລະ ຈັດ​ແບ່ງ​ບັນ​ດາ​ແຫລ່ງ​ກຳ​ລັງ​ພັດ​ທະ​ນາ​ໃຫ້​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ, ສ້າງ​ກຳ​ລັງ​ຫນູນ​ໃຫ້​ວິ​ສາ​ຫະ​ກິດ. ລັດ​ ສ້າງ​ສະ​ພາບ​ແວດ​ລ້ອມ​​ດ້ານກົດ​ໝາຍ, ສະ​ພາບ​ແວດ​ລ້ອມ​ດ້ານ​ເສດ​ຖະ​ກິດ​ທີ່​ສະ​ດວກ, ເປີ​ດ​ເຜີຍ, ກະ​ຈ່າງ​ແຈ້ງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ, ແກ້ງ​ແຍ້ງ​ຢ່າງ​  ສະ​ເຫ​ມີ, ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ປ່ຽນ​ໃຫມ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ບຳ​ລຸງ​ສ້າງ​ແຫລ່ງ

​ຊ​ັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄຸນ​ນະ​ພາບ​ສູງ, ຊຸກ​ຍູ້​ການ​​ ປະ​ດິດ​ຄິດສ້າງ, ຍູ້​ໄວ​ວິ​ວັດ​ການ​ຫັນ​ປ່ຽນ​ໂຄ​ງ​ປະ​ກອບ​ເສດ​ຖະ​ກິດ; ກຳ​ນົດ​ທິດ​ພັດ​ທະ​ນາ ແລະ ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ບາງ​ຂ​ະ​ແຫນງ ແລະ ເຂດ​ແຄວ​້ນ. ການ​ປະ​ສານ​ສົມ​ທົບບົດ​ບາດ​ຂອງ​ລັດ ແລະ ການ​ຕະ​ຫລາດ​ ຢ່າງ​ກົມ​ກຽວ, ມີ​ປະ​ສິດ​ທິ​ຜົນ​ແມ່ນ​ປັດ​ໄຈ​ສຳ​ຄັນ​ເພື່ອ​ຫລຸດ​ຜ່ອນ​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ.

        ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄ​ຸນ​ນະ​ພາ​ບ​ສູງ​ຢ່າງ​ກະ​ໂດດ​ຂັ້ນ

       ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຢື​ນ​ຢັນ​ວ່າ: ຄວນ​ເຮັດ​ໃຫ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ການ​ສຶກ​ສາ​ບຳ​ລຸງ​ສ້າງ​ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ຕົ້ນ​ຕໍ, ແມ່ນ​ກຳ​ລັງ​ຫນູນ​ສຳ​ຄັນ​ທີ່​ສຸດ​ເພື່ອ​ພັດ​ທະ​ນາ​ກຳ​ລັງ​ຜະ​ລິດ​ທັນ​ສະ​ໄຫມ, ພັດ​ທະ​ນາ​ເສດ​ຖະ​ກິດ​ພູມ​ປັນ​ຍາ, ຍົກ​ສູງ​​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ​ປະ​ສິ​ດ​ທິ​ຜົນ ແລະ ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ຄວນ​ສ້າງ​ລະ​ບົບ​ປ່ຽນ​ໃຫມ່, ​ປະ​ດິດ​ສ້າງ​ແຫ່ງ​ຊາດ ໂດຍ​ອີງ​ໃສ່​ການ​ເສີມ​ຂະ​ຫຍາຍກຳ​ລັງ​ຄວາມ​ສາ​ມາດ​ປະ​ດິດ​ສ້າງ​ຂອງ​​ທ​ຸກສ່ວນ​ບຸກ​ຄົນ, ວິ​ສາ​ຫະ​ກິດ ແລະ ອົງ​ການ; ມີ​ນະ​ໂຍ​ບາຍ​ສົ່ງ​ເສີມ, ຫນູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ປ່ຽນ​ໃຫມ່​ເຕັກ​ໂນ​ໂລ​ຊີ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ, ມີ​ກົນ​ໄກ​ພິ​ເສດ​ເພື່ອ​ພັດ​ທະ​ນາ​ພື້ນ​ຖານ​ຄົ້ນ​ຄ້​ວາວິ​ທະ​ຍາ​ສາດ, ​ເຕັກ​ໂນ​ໂລ​ຊ​ີ​ຈຸດ​ສຸມແຫ່ງ​ຊາດ ຕາມ​ຮູບ​ແບບ​​ກ້າວ​ຫນ້າ. ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ​ຂຶ້ນ​ກັບ​ທຸກ​ພາກ​ສ່ວນ​ເສດ​ຖະ​ກິດ, ພິ​ເສດ​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່ ປະ​ຕິ​ບັດ​ການ​ຄົ້​ນ​ຄ້​ວາ​ພັດ​ທະ​ນາ ແລະ ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ນຳ​ໃຊ້​ຮູບ​ແບບ​ບໍ​ລິ​ຫານຢ່າງ​ທັນ​ສະ​ໄຫມ, ເພື່ອ​ຍົກ​ສູງ​​ສະ​ມັດ​ຕະ​ພາບ​ແຮງ​ງານ ແລະ ຄວາມ​ສາ​ມາດ​ແກ້ງ​ແຍ້ງ. ສົ່ງ​ເສີມ ແລະ ດຶງ​ດູດ​ນັກ​ວິ​ທະ​ຍາ​ສາດ ຊື່ງ​ແມ່ນ​ຊາວ​ຫວຽດ​ນາມຢູ່ ຕ່າງ​ປະ​ເທດ ແລະ ຊາວ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຢູ່​ຫວຽດ​ນາມ.

        ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຍົກ​ສູງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ແຫ່ງ​ຊາດ

ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ: ຕ້ອງ​ສືບ​ຕໍ່​ເປີດກວ້າງ​ການ​ເຈ​ລະ​ຈາ, ລົງ​ນາມ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ ຫລາຍ​ຝ່າຍ ເພື່ອ​ຊຸກຍ​ູ້​ການ​ສົ່ງ​ອອກ​ສິນ​ຄ້າ, ກ​ານ​ບໍ​ລິ​ການ, ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ອອກ​ສູ່​ຕ່າງ​ປະ​ເທດ ແລະ ດຶງ​ດູດ​ບັນ​ດາ​ແຫລ່ງ​ທຶນ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ລະ​ດັບ​ຄວາມ​ຮູ້​ໃນ​ການ​ຄຸ້​ມ​ຄອງ​ຢ່າງ​ທັນ​ສະ​ໄຫມ​ຈາກ​ບັນ​ດາ​ປະ​ເທດ ເພື່ອ​ຊຸກ​ຍູ້​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ.  ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ ແມ່ນ​ຍົກ​ສູງ​ແຫລ່ງ​ກຳ​ລັງ​ພາຍ​ໃນ​ຂອງ​ປະ​ເທດ​ຊາດ. ຄວນ​ມີ​ຍຸດ​ທ​ະ​ສາດ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ແຫ່ງ​ຊາດ, ຍຸດ​ທະ​ສາດ​ແກ້ງ​ແຍ້ງ​ຂອງ​ແຕ່​ລະ​ຂະ​ແຫນງ, ​ແຕ່​ລະຂົງ​ເຂດ​ຂອງ​ບັນ​ດາ​ຜະ​ລິດ​ຕະ​ພັນ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສຳ​ຄັນ, ​ຂອງ​ທຸກວິ​ສາ​ຫະ​ກິດ, ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ພື້ນ​ຖານ ແລະ ບັນ​ຫາ​ຫລັກແຫລ່ງ​ຂອງ​ຍຸດ​ທະ​ສາດ​ແກ້ງ​ແຍ້ງ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຕ້ອງ​ອີງ​ໃສ່​ການ​ປ່ຽນ​ໃຫມ່, ປະ​ດິດ​ສ້າງ ດ້ວຍ​ບັນ​ດາເສົາ​ຄ້ຳ​ແມ່ນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ແຫລ່ງ​ຊັບ​ພະ​ຍາ​ກອນ​ມີ​ຄຸນ​ນະ​ພາບ​ສູງ ແລະ ລະ​ບອບ​ນະ​ໂຍ​ບາຍ​ທັນ​ສະ​ໄຫມ.

        ຕາມ ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ແລ້ວ, ຫວຽດ​ນາມ ຄວນ​ສືບ​ຕໍ່​ປ່ຽ​ນ​ໃຫ​ມ່​ຈີນ​ຕະ​ນາ​ການ ແລະ ວິ​ທີ​ປະ​ຕິ​ບັດ​ການ​ປ່ຽ​ນ​ໃຫມ່​ກົງ​ຈັກ​ລັດ ເພື່ອ​ມຸ່ງ​ໄປ​ເຖິງ​ພື້ນ​ຖານ​​ບໍ​ລິ​ຫານແຫ່ງ​ຊາດ​ທັນ​ສະ​ໄຫມ, ເພື່ອ​ແນ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ, ຜົນ​ສັກ​ສິດ​ຂອງ​ກາ​ນ​ຄຸ້ມ​ຄ​ອງ​ລັດ​ໃນ​ເງື່ອນ​ໄຂ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຕະ​ຫລາດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສ​າ​ກົນ. ພື້ນ​ຖານ​ບໍ​ລິ​ຫານ​ແຫ່ງຊາດ​ທັນ​ສະ​ໄຫມ ແລະ ມີ​ປະ​ສິດ​ທິ​ຜົນ, ສົ່ງ​ເສີມ ແລະ ເອົາ​ໃຈ​ໃສ່​ເຖິງ​ການ​ປະ​ດິດ​ສ້າງ ນັ້ນແມ່ນ​ພື້ນ​ຖານ​ປະ​ຕິ​ບັດ​ວິ​ວັດ​ການ​ຍູ້​ແຮງ​​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດອຸດ​ສາ​ຫະ​ກຳ ແລະທັນ​ສະ​ໄຫມ​ໃນ​ເງື່ອນ​ໄຂ​ໃຫມ່​ ສຳ​ເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ