(vovworld)- ພາຍຫຼັງໄດ້ຮັບການປັບປຸງ, ຮັບເອົາຄຳເຫັນຈາກທົ່ວປວງຊົນ, ເນື້ອໃນທັງໝົດຂອງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງໄດ້ຍົກອອກມາເພື່ອຮັບເອົາຄຳເຫັນຈາກບັນດາທ່ານ ສສຊ ທີ່ກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 13. ວາລະປຶກສາຫາລືເລີ່ມແຕ່ຕອນເຊົ້າວັນທີ 23/10 ດ້ວຍຄຳເຫັນຕີລາຄາສູງຄຸນນະພາບຂອງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຂອງຫຼາຍທ່ານ. ບັນດາ ສສຊ ໄດ້ສົນໃຈຕໍ່ເນື້ອໃນກ່ຽວຂ້ອງເຖິງລະບອບເສດຖະກິດ, ບັນຫາຖອນທີ່ດິນຄືນ, ສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ.
(ພາບ: vov.vn)
ເຄົາລົບນັບຖື, ປົກປ້ອງສິດທິດມະນຸດ
ສິດທິທະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງຖືກຖືວ່າແມ່ນການກຳນົດສຳຄັນໃນກົດໝາຍຂອງປະເທດຊາດ. ສສຊ ຫຼາຍທ່ານຖືວ່າ, ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຄັ້ງນີ້ມີຫຼາຍຈຸດໃໝ່, ກ້າວໜ້າ, ສອດຄ່ອງກັບສົນທິສັນຍາສາກົນສະບັບຕ່າງໆກ່ຽວກັບ ສິດທິທະນຸດຊື່ງຫວຽດນາມ ແມ່ນສະມາຊິກ. ທ່ານນາງເຈິ່ນທິກວກແຄງ ສສຊ ນະຄອນຮ່າໂນ້ຍ ໃຫ້ຂໍ້ສັງເກດວ່າ:
“ພວກເຮົາຕ້ອງເວົ້າເຖິງດ້ານສິດທິແຕ່ລະຢ່າງ, ລັດຖະທຳມະນູນໄດ້ລະບຸກ່ຽວກັບສິດຕ່າງໆທີ່ຕ້ອງປະຕິບັດຕາມກົດໝາຍຢ່າງຈະແຈ້ງ. ສິ່ງດັ່ງກ່າວແມ່ນກ້າວໜ້າ ແລະ ດີທີ່ສຸດ“.
ບັນດາ ສສຊ ປຶກສາຫາລືຢູ່ໜ່ວຍ
(ພາບ: baomoi.com)
ຢັ້ງຢືນບົດບາດຂອງເສດຖະກິດແຫ່ງລັດ
ກ່ຽວກັບບົດບາດ, ທີ່ຕັ້ງຂອງບັນດາພາກສ່ວນເສດຖະກິດ, ຄຳເຫັນຂອງຫຼາຍທ່ານຖືວ່າ: ໃນພື້ນຖານເສດຖະກິດການຕະຫຼາດຢູ່ຫວຽດນາມ, ບົດບາດກຳນົດທິດ, ບໍລິຫານພື້ນຖານເສດຖະກິດຂອງລັດແມ່ນສຳຄັນທີ່ສຸດ. ລັດຖະທຳມະນູນຕ້ອງກຳນົດບົດບາດຕົ້ນຕໍຂອງເສດຖະກິດແຫ່ງລັດ. ທ່ານຫງວຽນຮົ່ງເຊີນ ສສຊ ນະຄອນຮ່າໂນ້ຍ ປະກອບຄຳເຫັນວ່າ:
“ຜ່ານການຄົ້ນຄ້ວາເອກະສານສະບັບຕ່າງໆ, ຂ້າພະເຈົ້າເຫັນວ່າຕ້ອງກຳນົດໃນລັດຖະທຳມະນູນວ່າ: ພື້ນຖານເສດຖະກິດຫວຽດນາມ ແມ່ນ ພື້ນຖານເສດຖະກິດການຕະຫຼາດມີການກຳນົດທິດ, ຄຸ້ມຄອງ, ບໍລິຫານຂອງລັດດ້ວຍຫຼາຍຮູບການກຳມະສິດ, ຫຼາຍພາກສ່ວນເສດຖະກິດ, ເສດຖະກິດແຫ່ງລັດລວມມີງົບປະມານແຫ່ງລັດ, ການສະສົມແຫ່ງຊາດ, ຊັບພະຍາກອນແຫ່ງຊາດ, ຊັບສິນຂອງລັດ ແລະ ລັດວິສາຫະກິດສວມບົດບາດຕົ້ນຕໍ “.
ການຖອນທີ່ດິນຄືນຮັບປະກັນຫຼັກການເປີດເຜີຍ, ຈະແຈ້ງ, ມີການຊົດເຊີຍ
ກ່ຽວກັບບັນຫາຖອນທີ່ດິນຄືນ, ຄຳເຫັນຂອງຫຼາຍທ່ານຖືວ່າ, ສິດນຳໃຊ້ທີ່ດິນແມ່ນສິດສຳຄັນຂອງ ປຊຊ, ສະນັ້ນ, ລັດຖະທຳມະນູນຕ້ອງກຳນົດບັນດາກໍລະນີຖອນຄືນຢ່າງແໜ້ນແຟ້ນ. ນີ້ກໍ່ແມ່ນພື້ນຖານສຳຄັນໃຫ້ແກ່ກົດໝາຍວ່າດ້ວຍທີ່ດິນກຳນົດເພື່ອຫລີກເວັ້ນການສວຍໂອກາດເພື່ອຖອນ ທີ່ດິນຄືນໃນວົງກ້ວາງ ຊື່ງກໍ່ຜົນສະທ້ອນເຖິງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງ ປຊຊ. ໃນເງື່ອນໄຂພັດທະນາຂອງປະເທດຊາດໃນປະຈຸບັນ, ຍັງຕ້ອງການຖອນທີ່ດິນຄືນ ຍ້ອນເຫດຜົນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຜົນປະໂຫຍດຂອງຊາດ, ຜົນປະໂຫຍດລວມ ແລະ ເພື່ອປະຕິບັດບັນດາໂຄງການພັດທະນາເສດຖະກິດສັງຄົມ. ແຕ່ເຖິງຢ່າງໃດກໍ່ຕາມ, ການຖອນທີ່ດິນຄືນ ເພື່ອປະຕິບັດບັນດາໂຄງການພັດທະນາເສດຖະກິດສັງຄົມ ຕິດພັນໂດຍກົງກັບຜົນປະໂຫຍດຂອງຜູ້ນຳໃຊ້ທີ່ດິນ ແລະ ວິສາຫະກິດ, ສະນັ້ນຕ້ອງກຳນົດຢ່າງແໜ້ນແຟ້ນ, ຮັບປະກັນຫຼັກການເປີກເຜີຍ, ຈະແຈ້ງ ແລະ ມີການຊົດເຊີຍ. ທ່ານເລນາມ, ຮອງຫົວໜ້າຄະນະ ສສຊ ແຂວງແທງຮວາ ສະເໜີວ່າ:
“ການຖອນທີ່ດິນຄືນແມ່ນໜ້າທີ່ຈຳເປັນແຕ່ກຳນົດການຖອນທີ່ດິນຄືນເພື່ອຮັບປະກັນການພັດທະນາເສດຖະກິດສັງຄົມແມ່ນບັນຫາທີ່ຜູ້ມີສິດເລືອກຕັ້ງຍັງມີຄວາມວິຕົກກັງວົນ. ຖ້າກຳນົດຄືລັດຖະທຳມະນູນແຕ່ບໍ່ມີກົນໄກ, ວິທີການເພື່ອກວດກາ, ຮັບປະກັນການຖອນທີ່ດິນຄືນຊື່ງແມ່ນເຄື່ອງພາຫະນະການຜະລິດສຳຄັນຂອງ ປຊຊ ນັ້ນ, ບັນດາຂໍ້ຕິດຂັດຈະບໍ່ໄດ້ຮັບການແກ້ໄຂ. ນັ້ນແມ່ນບັນດາບັນຫາຊື່ງພວກຂ້າພະເຈົ້າມີຄວາມສົນໃຈ ແລະ ຄິດວ່າຕ້ອງກຳນົດຢ່າງແໜ້ນແຟ້ນກ່ວາອີກ“.
ລະບອບເສດຖະກິດ, ບັນຫາຖອນທີ່ດິນຄືນ, ສິດທະມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງພຽງແຕ່ແມ່ນ 3 ໃນຈຳນວນຫຼາຍເນື້ອໃນຊື່ງບັນດາ ສສຊ ມີຄວາມສົນໃຈເມື່ອປຶກສາຫາລືກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງທີ່ສະໄໝປະຊຸມຄັ້ງນີ້. ບັນດາເນື້ອໃນດັ່ງກ່າວຈະສືບຕໍ່ໄດ້ຮັບການປຶກສາຫາລືຢ່າງລະອຽດໃນວາລະປະຊຸມຄັ້ງຈະມາເຖິງຂອງກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ເພື່ອໃຫ້ການຮັບຮອງລັດຖະທຳມະນູນໃນທ້າຍສະໄໝປະຊຸມບັນລຸໄດ້ໝາກຜົນສູງ, ຮັບປະກັນປະຊາທິປະໄຕ, ຕອບສະໜອງຄວາມມຸ່ງຫວັງຂອງ ປຊຊ./.