ວັນທີ 28/1, ປະທານາທິບໍດີຝະລັ່ງ Francois Hollande ໄດ້ປະກາດວ່າກອງທັບມາລີ ໂດຍໄດ້ຮັບການໜູນຊ່ວຍຈາກທະຫານຝະລັ່ງ ເກືອບ 3000 ຄົນ ໄດ້ຮັບໄຊຊະນະໃນການຍາດເອົາສິດຄວບຄຸມພາກເໜືອຂອງປະເທດອາຟຼິກການີ້ ຈາກກຳມືຂອງພວກທະຫານແຕກທັບຊາວມຸດສະລິມ. ໄຊຊະນະນີ້ແມ່ນການລໍຄອຍຂອງຊາວມາລີ ຫຼາຍຄົນແຕ່ກໍ່ວາງອອກສິ່ງທ້າທາຍບໍ່ແມ່ນໜ້ອຍ.
ສະພາບສັບສົນຢູ່ມາລີ
(ພາບ:qdnd.vn)
ພ້ອມກັບຄຳປະກາດຂອງປະທານາທິບໍດີຝະລັ່ງ Francois Hollande, ກອງທັບ ແລະ ລັດຖະບານມາລີ ກໍ່ຮັບຮູ້ວ່າທະຫານປະສົມຝະລັ່ງ-ມາລີ ຍາດໄດ້ສິດຄວບຄຸມນະຄອນ Timbuktu ທັງໝົດ ຊື່ງແມ່ນກຳແພງຂອງບັນດາມືປືນຊາວມຸດສະລິມຫົວຮຸນແຮງຍຶດຄອງທາງພາກເໜືອມາລີ ນັບແຕ່ເດືອນ 4/2012. ກ່ອນໜ້ານັ້ນ, ໃນວັນທີ 26/1, ກຳລັງໂດຍຝະລັ່ງ ນຳໜ້າໄດ້ຍາດເອົາເທດສະບານເມືອງ Gao ຄືນໄດ້ ຊື່ງແມ່ນເທດສະບານເມືອງໃຫ່ຍກ່ວາໝູ່ຢູ່ພາກເໜືອມາລີ. ນີ້ຖືກຖືວ່າ ແມ່ນໄຊຊະນະສຳຄັນຂອງກຳລັງໂດຍຝະລັ່ງ ນຳໜ້າ ນັບແຕ່ໄດ້ດຳເນີນບັ້ນຮົບຂັບໄລ່ພວກທະຫານແຕກທັບຊາວມຸດສະລິມ ອອກຈາກພາກເໜືອມາລີ ແຕ່ວັນທີ 11/1.
ພ້ອມກັບຄຳປະກາດຍາດໄດ້ໄຊຊະນະ, ປະທານາທິບໍດີຝະລັ່ງ Francois Hollande ຍັງຢັ້ງຢືນວ່າ: ພັນທະຂອງຝະລັ່ງ ແມ່ນຈະນຳມາເຊິ່ງຄວາມມີສະຖຽນລະພາບອັນຍາວນານໃຫ້ແກ່ມາລີ. ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນຈຸດໝາຍທີ່ບໍ່ງ່າຍດາຍ ຂະນະທີ່ຢູ່ມາລີ ຍັງມີຫຼາຍບັນຫາຕ້ອງໄດ້ຮັບການແກ້ໄຂ. ທີໜຶ່ງແມ່ນ ເຖິງວ່າກຳລັງໂດຍຝະລັ່ງ ນຳໜ້າໄດ້ຍຶດເອົາຫຼາຍນະຄອນສຳຄັນຢູ່ພາກເໜືອກໍ່ຕາມ ແຕ່ຍັງບັງຄັບໃຫ້ກຳລັງລຸກຮຶ້ຂຶ້ນຕ້ອງຍົກຍ້າຍຂຶ້ນເຂດທະເລ ຊາຍແລະ ເຂດພູດອຍເທົ່ານັ້ນ. ອີກຢ່າງໜຶ່ງ, ກຳລັງຊາວມຸດສະລິມຫົວຮຸນແຮງຢູ່ມາລີ ໄດ້ຮັບບັນດາບ້ວງເງິນອຸປະຖຳກ້ອນໃຫ່ຍ, ອາດຈະຂຶ້ນເຖິງນັບສີບລ້ານໂດລາສະຫະລັດຈາກບັນດາອົງການຄ້າຂາຍມະນຸດ ຫລືຄ້າຂາຍຢາເສບຕິດຂ້າມຊາດ. ບ້ວງເງິນດັ່ງກ່າວໄດ້ຊ່ວຍໃຫ້ບັນດາມືປືນລຸກຮຶ້ຂຶ້ນ ໄດ້ຮັບການປະກອບອາວຸດທັນສະໄໝພໍສົມຄວນ.
ສະພາບຂາດສະຖຽນລະພາບຢູ່ມາລີ
(ພາບ:xaluan.com)
ສະພາບເສດຖະກິດ-ສັງຄົມກໍ່ແມ່ນປັດໄຈກໍ່ຜົນສະທ້ອນຕໍ່ສະຖຽນລະພາບຢູ່ມາລີ. ໃນດ້ານການເມືອງ, ມາລີ ບໍ່ມີປະທານາທິບໍດີຢ່າງເປັນທາງການນັບແຕ່ເດືອນ 3/2012 ແລະ ບໍ່ມີນາຍົກລັດຖະມົນຕີນັບແຕ່ເດືອນ 12/2012. ອີກຢ່າງໜຶ່ງ, ທະຫານມາລີ ຖືກແບ່ງແຍກດ້ວຍລະບອບອ່ອນແອທີ່ສຸດ. ເລື່ອງຂາດບັນດາອົງການແຫ່ງລັດໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການ ຂະຫຍາຍພວກຫົວຮຸນແຮງ, ກໍ່ການຮ້າຍ ແລະ ບັນດາກຸ່ມອາດຊະຍາກຳ. ໃນດ້ານພູມີປະເທດ, ມາລີ ແມ່ນໜຶ່ງໃນບັນດາປະເທດທຸກຍາກກ່ວາໝູ່ຢູ່ອາຟຼິກກາ, ແມ່ນເຂດດິນແດນທີ່ກ້ວາງໃຫ່ຍແຕ່ສ່ວນຫຼາຍແມ່ນເຂດທະເລຊາຍ, ປະຊາກອນໜ້ອຍ, ກະແຈກກະຈາຍ. ສປຊ ໃຫ້ຮູ້ວ່າ, ນັບແຕ່ບັ້ນຮົບການທະຫານໄດ້ເລີ່ມດຳເນີນໄປ, ປະຊາຊົນມາລີ 9000 ຄົນຕ້ອງໜີອອກຈາກປະເທດຊາດໄປລົບໄພ ແລະ 230.000 ຄົນຕ້ອງໄປອົບພະຍົບ. ມາລີ ມີເສັ້ນຊາຍແດນຕິດກັບ 7 ປະເທດ, ສະພາບຄວາມສະຫງົບປອດໄພໃນເຂດຊາຍແດນບໍ່ໄດ້ຮັບການຄວບຄຸມ. ຫຼາຍປະເທດໃນຈຳນວນເຫຼົ່ານັ້ນຕ້ອງປະເຊີນໜ້າກັບການໃຊ້ຄວາມຮຸນແຮງ, ລັດທິຫົວຮຸນແຮງ, ຄວາມຂາດສະຖຽນລະພາບ. ມາລີ ຍັງມີບັນດາເສັ້ນທາງຄ້າຂາຍເຖື່ອນທີ່ຟົດຟື້ນກ່ວາໝູ່ຈາກອາຟິຼກກາ ໄປເອີລົບ ຊື່ງແຕ່ດົນນານມາແລ້ວບັນດານັກຮົບໄດ້ຂຸດຄົ້ນເພື່ອຫາເງິນໃຫ້ແກ່ຕົນເອງ.
ໃນສະພາບການດັ່ງກ່າວ, ໄພອັນຕະລາຍທີ່ກຳລັງຊາວມຸດສະລິມຫົວຮຸນແຮງໄດ້ພັດທະນາຄືນໃໝ່ຢ່າງແຮງຢູ່ມາລີ ແມ່ນອາດຈະເກີດຂຶ້ນໄດ້. ຍ້ອນເຫດນັ້ນ, ທີ່ກອງປະຊຸມສຸດຍອດສະຫະພາບອາຟຼິກກາ ດຳເນີນໄປແຕ່ວັນທີ 28-29/1 ຢູ່ Ethiopia, ທ່ານ Hailemariam Desalegn ນາຍົກລັດຖະມົນຕີ Ethiopia, ປະທານສະຫະພາບອາຟຼິກກາ ໃຫ້ຮູ້ວ່າ: ສະຫະພາບອາຟຼິກກາ ຈະໜູນຊ່ວຍຈຳນວນເງິນ 50 ລ້ານໂດລາສະຫະລັດໃຫ້ແກ່ບັ້ນຮົບການທະຫານຢູ່ມາລີ. ນີ້ແມ່ນແຫຼ່ງກຳລັງອັນຈຳເປັນໜູນຊ່ວຍການເຄື່ອນໄຫວຂອງບັນດາກຳລັງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຢູ່ມາລີ. ໃນຂະນະນັ້ນ, ຕາມທ່ານບານກີມູນ, ເລຂາທິການໃຫ່ຍ ສປຊ ແລ້ວ, ສະພາຄວາມໝັ້ນຄົງ ສປຊ ພວມພິຈາລະນາບັນດາຂໍ້ສະເໜີກ່ຽວກັບການໜູນຊ່ວຍດ້ານພະລາທິການໃຫ້ແກ່ບັນດາປະເທດອາຟຼິກກາ. ທ່ານບານກີມູນ ກໍ່ໄດ້ຊຸກຍູ້ອຳນາດການປົກຄອງມາລີ ຈົ່ງຟື້ນຟູຄວາມເປັນລະບຽບຮຽບຮ້ອຍລັດຖະທຳມະນູນຄືນໃໝ່. ທ່ານໃຫ້ຮູ້ວ່າ, ສປຊ ພ້ອມແລ້ວທີ່ຈະໜູນຊ່ວຍລັດຖະບານມາລີ ດຳເນີນການປະຕິຮູບດ້ານການປ້ອງກັນຄວາມສະຫງົບ, ຍົກສູງຄວາມສາມາດບໍລິຫານປະເທດຊາດ. ຄາດວ່າ, ສະຫະພາບອາຟຼິກກາ ຈະຈັດກອງປະຊຸມບັນດານັກອຸປະຖຳຢູ່ Ethiopia ໃນວັນທີ 1/2 ທີ່ຈະມາເຖິງ ເພື່ອແນໃສ່ຮຽກຮ້ອງປະຊາຄົມໂລກໜູນຊ່ວຍດ້ານການເງິນ ແລະ ພະລາທິການໃຫ້ແກ່ບັ້ນການທະຫານຢູ່ມາລີ.
ພາຍຫຼັງຜັນຂະຫຍາຍບັ້ນການທະຫານເປັນເວລາ 2 ອາທິດ, ຝະລັ່ງ ບັນລຸໄດ້ຈຸດໝາຍຍາດເອົາສິດຄວບຄຸມພາກເໜືອມາລີ. ແຕ່ເຖິງຢ່າງໃດກໍ່ຕາມ, ໝາກຜົນດັ່ງກ່າວຍັງຊ້ອນແຝງຄວາມສ່ຽງຫຼາຍຢ່າງ ແລະ ສະຖຽນລະພາບຢູ່ມາລີ ແມ່ນສິ່ງທີ່ບໍ່ແນ່ນອນ.