ວັນທີ 17/12 ຜ່ານມາ, ແມ່ນວັນທີ່ເກີດຂະບວນການທວງໃຫ້ປ່ຽນແປງສິດອຳນາດຢູ່ອາຟະລິກາເໜືອ ແລະ ຕາເວັນອອກກາງຄົບຮອບ 1 ປີ. ຈາກ Tunisia ຂະບວນການຈະລາຈົນ, ໂຄ່ນລົ້ມ ເຊິ່ງເອີ້ນວ່າ ”ລະດູບານໃໝ່ອາຮັບ” ໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງໄປທົ່ວພາກພື້ນ. ນັບແຕ່ Tunisia, Yemen, Lybia ຕະຫຼອດຮອດ Syria ລ້ວນແຕ່ມີການຜັນແປຢ່າງແຮງ ແລະ ມາຮອດປະຈຸບັນ, ພາກພື້ນນີ້ຍັງຄົງສັບສົນຢູ່, ການໃຊ້ຄວາມຮຸນແຮງບໍ່ທັນສິ້ນສຸດ, ເສດຖະກິດຖືກຢຸດສະຫງັກ ແລະ ການຕໍ່ສູ້ຍາດເອົາສິດອຳນາດຍັງຄົງດຳເນີນໄປຢ່າງຮ້າຍແຮງ.
ບໍ່ມີໃຜຄາດຄິດໄດ້ເລີຍວ່າເຫດການເຜົາຕົວຕາຍ, ໃນວັນທີ 17/12/2010, ຂອງຜູ້ຂາຍເຄື່ອງຕາມຂອບທາງທີ່ມີຊື່ວ່າ Mohamed el – Bouzazi, ເພື່ອຄັດຄ້ານຕໍ່ການປະພຶດທີ່ບໍ່ດີຂອງເຈົ້າໜ້າທີ່ທ້ອງຖີ່ນ, ພັດກາຍເປັນສັນຍານກໍ່ໃຫ້ເກີດການຈະລາຈົນຄັ້ງທຳອິດ. ປະຊາຊົນໃນເທດສະບານ Sidi Bouzid ກໍ່ຮັບຮູ້ໄດ້ວ່າ, ຕົນເອງກໍ່ຕົກຢູ່ໃນສະພາບເສົ້າສະຫຼົດໃຈຄືດັ່ງກ່າວ, ດັ່ງນັ້ນເຂົາເຈົ້າຈຶ່ງເຂົ້າຮ່ວມການແຫ່ຂະບວນ ຄັດຄ້ານສະພາບການເສດຖະກິດທີ່ພວມປະສົບກັບຄວາມຫຍຸ້ງຍາກ, ໄພ ຫວ່າງງານຢູ່ໃນລະດັບສູງ. ວັນທີ 30/12/2010, ຊ່ອງໂທລະພາບເອກະຊົນ Nessma ໄດ້ອອກອາກາດບົດສາລະຄະດີກ່ຽວກັບການຈະລາຈົນ ແລະ ຈັດຕັ້ງການໂຕ້ວາທີ ກ່ຽວກັບຄວາມຈຳເປັນຕ້ອງຫັນເປັນປະຊາທິ ປະໄຕ. ຫຼັງຈາກນັ້ນ, ການແຫ່ຂະບວນຄັ້ງຕ່າງໆໄດ້ກາຍເປັນການຈະລາຈົນໃນທົ່ວປະເທດ, ຂະນະທີ່ບັນດາຜູ້ແຫ່ຂະບວນໄດ້ບຸກໂຈມຕີກຳລັງຂອງລັດຖະບານ. ສະພາບການສັງຄົມ, ການເມືອງກໍ່ຊົ່ວຮ້າຍລົງຢ່າງວ່ອງໄວ ອັນໄດ້ບັງຄັບໃຫ້ປະທານາທິບໍດີ Zine el Abidine Ben Ali ຕ້ອງສິ້ນສຸດ 23 ປີ ແຫ່ງການກຳອຳນາດ ແລະ ຕ້ອງໜີໄປຫຼົບໄພຢູ່ຕ່າງປະເທດ. ອາດເວົ້າໄດ້ວ່າ, ການໜີໄປຂອງ ປະທານາທິບໍດີ Zine el Abidine Ben Ali ໄດ້ເປັນການກະຕຸກຊຸກຍູ້ການແຫ່ຂະບວນທວງເອົາປະຊາທິປະໄຕ ແລະ ປ່ຽນແປງລະບອບຢູ່ປະເທດອື່ນໆໃນຕາເວັນອອກກາງ ແລະ ອາຟະລິກາເໜືອ, ເຮັດໃຫ້ບັນດາຜູ້ນຳທີ່ກຳອຳນາດມາເປັນເວລາຫຼາຍປີຢູ່ ອີຢີບ ແລະ Yemen ຖືກໂຄ່ນລົ້ມ, ການນຳ Lybia Muammar Gaddafi ຖືກຝ່າຍລຸກຮຶ້ຂຶ້ນຈັບຕົວ ແລະ ສັງຫານ. ສ່ວນປະທານາທິບໍດີ ຊີລີ ກໍ່ພວມຕໍ່ສູ້ເພື່ອການຄົງຕົວຂອງຕົນ, ໃນຂະນະທີ່ທ່າທີຜິດປົກກະຕິຂອງປະຊາຊົນພາຍໃນປະເທດພວມເພີ່ມຂຶ້ນ ແລະ ຄວາມ ດັນຈາກຕ່າງປະເທດກໍ່ນັບມື້ນັບຫຼາຍ. ຝ່າຍລຸກຮຶ້ຂຶ້ນກໍ່ພວມນຳໃຊ້ຮູບການຕໍ່ສູ້ຄືຢູ່ Lybia ດ້ວຍຄວາມຫວັງຢາກດຶງດູດຄວາມສົນໃຈ ແລະ ການເຂົ້າຮ່ວມຈາກຝ່າຍຕາເວັນຕົກ. ສະຫະພັນອາຮັບ (AL) ແລະ ຝ່າຍຕາເວັນຕົກ ພວມກໍ່ກຳລັງດັນຕໍ່ລັດຖະບານຂອງປະທານາທິບໍດີ Bashar Al Assad ດ້ວຍເລື່ອງຢຸດຕິຖານະສະມາຊິກຂອງ Syria ຊົ່ວຄາວ ແລະ ຈັດວາງຄຳສັ່ງລົງໂທດທາງດ້ານເສດຖະກິດທີ່ມີຕໍ່ Damascus. ຢູ່ບັນດາປະເທດອື່ນໆຄື Barain, Aribia Seut, Jordan, Koweit, Oman, Morocco, Algeria, ການລຸກຮຶ້ຂຶ້ນພວມຄ່ອຍໆເກີດຂຶ້ນ. Iran ພວມຮັບມືກັບກຳລັງດັນທີ່ນັບມື້ນັບເພີ່ມຂຶ້ນຈາກພາຍນອກ, ສ່ວນປະເທດ Israel ກໍ່ວິຕົກກັງວົນທີ່ສຸດຕໍ່ການຜັນແປທີ່ບໍ່ເປັນປະໂຫຍດໃຫ້ແກ່ຕົນຈາກໂລກອາຮັບ. ບັນດາເຫດການນີ້ ພວມເຮັດໃຫ້ພາກພື້ນນີ້ມີການປ່ຽນແປງຢ່າງເລິກເຊິ່ງ, ອັນໄດ້ບັງຄັບໃຫ້ລັດຖະບານປະເທດເຫຼົ່ານັ້ນ ຕ້ອງມີນະໂຍບາຍ ເພື່ອຄົງຕົວໄດ້ຢ່າງໝັ້ນຄົງ ຫຼື ລາອອກຈາກຕຳແໜ່ງຢ່າງປອດໄພ. ແຕ່ການປ່ຽນແປງນີ້ ຈະນຳມາເຊິ່ງໝາກຜົນໃຫ້ແກ່ປະຊາຊົນຄືດັ່ງຄວາມປາຖະໜາຂອງເຂົາເຈົ້າໄດ້ຫຼືບໍ ? ຄຳຕອບນັ້ນແມ່ນບໍ່ທັນຕອບສະໜອງໄດ້. “ລະດູບານໃໝ່ຢູ່ອາຮັບ“ ໄດ້ໄຂສັງກາດໃໝ່ທີ່ເຕັມໄປດ້ວຍການຜັນແປ ແລະ ການຂຶ້ນກຳອຳນາດຂອງການເມືອງອິດສະລາມຢູ່ພາກພື້ນອາຟະລິກາເໜືອ ແລະ ຕາເວັນອອກກາງ ໄດ້ສະແດງໃຫ້ເຫັນທ່າອ່ຽງໃໝ່, ການເລືອກເຟັ້ນໃໝ່ຂອງປະຊາຊົນ. ເຖິງຢ່າງໃດກໍ່ຕາມ, ໝາກຜົນ ຂອງການເລືອກເຟັ້ນນີ້ຈຳເປັນຕ້ອງຜ່ານພຶດຕິກຳຕົວຈິງ. ຢູ່ 4 ປະເທດທີ່ມີການປ່ຽນໃໝ່ລັດຖະບານຄື Tunisia, Yemen, Lybia ແລະ ອີຢີບ, ອຳນາດການປົກຄອງໃໝ່ພວມຕ້ອງແກ້ໄຂບັນຫາຕ່າງໆຄື: ເສດຖະກິດຖືກຢຸກສະຫງັກ, ສະພາບພາຍໃນສັງຄົມຖືກແບ່ງແຍກ, ການຕໍ່ສູ້ຍາດເອົາສິດອຳນາດຍັງຄົງດຸເດືອດທີ່ສຸດ. ຢູ່ Tunisia ພື້ນຖານເສດຖະກິດໄດ້ຊຸດໂຊມຢ່າງແຮງຍ້ອນຂາດສະຖຽນລະພາບ, ປະຊາຊົນປະເທດນີ້ຕ້ອງປະເຊີນໜ້າກັບໄພຫວ່າງງານທີ່ພວມເພີ່ມຂຶ້ນ ແລະ ສະພາບແຫ່ຂະບວນປະທ້ວງຍັງຄົງເກີດຂຶ້ນຢູ່. ສ່ວນຢູ່ Yemen, ເຖິງວ່າທ່ານ Ali Abdullah Saleh ໄດ້ຮັບສິດອຳນາດແລ້ວກໍ່ຕາມ, ແຕ່ການປະທະກັນຢ່າງຮ້າຍແຮງລະຫວ່າງກຳລັງຈົ່ງຮັກພັກດີຂອງທ່ານ Saleh ກັບຝ່າຍຄ້ານ ຍັງເປັນສັນຍານທີ່ສະແດງໃຫ້ເຫັນວ່າ ນີ້ແມ່ນການຕໍ່ສູ້ຍາດເອົາສິດອຳນາດ. ຢູ່ອີຢີບ, ໃນຂະນະທີ່ເສດຖະກິດຂອງປະເທດນີ້ພວມຕົກຢູ່ໃນສະພາບຊົ່ວຮ້າຍທີ່ສຸດນັ້ນ, ຝ່າຍຕ່າງໆພັດຂັດແຍ້ງກັນໃນການຮຽບຮຽງລັດຖະທຳມະນູນໃໝ່. ການໃຊ້ຄວາມຮຸນແຮງຍັງເກີດຂຶ້ນປະຈຳວັນ. ລັດ ຖະບານໃໝ່ຂອງ Lybia ກໍ່ພວມແກ້ໄຂຄວາມບໍ່ລົງລອຍກັນເຊິ່ງກ່ຽວ ຂ້ອງເຖິງການແບ່ງປັນ ສິດອຳນາດ, ສ້າງຄວາມເປັນລະບຽບຮຽບຮ້ອຍ, ກໍ່ສ້າງບັນດານະຄອນທີ່ຖືກທຳລາຍໃນສົງຄາມຄືນໃໝ່, ຫຼຸດ ຜ່ອນກຳລັງອາວຸດ…
ໃນ 1 ປີ ທີ່ຜ່ານມາ, ຂະບວນການທວງເອົາປະຊາທິປະໄຕ ແລະ ປ່ຽນໃໝ່ສິດອຳນາດ ຍັງຄົງເກີດຂຶ້ນຢູ່ເຂດ ອາຟະລິກາເໜືອ ແລະ ຕາເວັນອອກກາງ. ຂະບວນການລຸກຮຶ້ຂຶ້ນຢູ່ບັນດາປະເທດອາຮັບໄດ້ເຮັດໃຫ້ລັດຖະບານ ກໍ່ຄືສະພາບການເມືອງຂອງປະເທດເຫຼົ່ານີ້ມີການປ່ຽນແປງ. ແຕ່ບັນດາບັນຫາເກົ່າຍັງຄົງຕົວຢູ່ ແລະ ແມ່ນການທ້າທາຍທີ່ມີຕໍ່ລັດຖະ ບານໃໝ່ກໍ່ຄືລັດຖະບານເກົ່າຢູ່ພາກພື້ນນີ້.
ໂຕຕ໋ວນ