ເປັນຄັ້ງທຳອິດພາຍຫຼັງ 20 ປີທີ່ໄດ້ແຍກອອກຈາກ ຢູໂກສະລາວີເກົ່າ, ຢຸດຕິສົງຄາມເຜົ່າພັນໄລຍະ 1992-1995, Bosnia-Herzegovina ພັດໄດ້ດຶງດູດຄວາມສົນໃຈຈາກປະຊາຄົມໂລກ ຂະນະທີ່ປະເທດນີ້ໄດ້ຕົກເຂົ້າສູ່ສະພາບຂາດສະຖຽນລະພາບຢ່າງຮ້າຍແຮງໃນຊຸມມື້ທີ່ຜ່ານມາ. ບັນດາການແຫ່ຂະບວນປະທ້ວງຄັດຄ້ານລັດຖະບານໄດ້ກາຍເປັນການຈະລາຈົນຊຶ່ງຖືກດຳເນີນດ້ວຍຂອບຂະໜາດໃຫຍ່ຊຶ່ງບໍ່ເຄີຍມີມາກ່ອນ, ອັນໄດ້ເຮັດໃຫ້ Bosnia-Herzegovina ກາຍເປັນຈຸດຮ້ອນຂອງການປະທະກັນຄັ້ງໃໝ່ຢູ່ເອີລົບ. ແຕ່ນີ້ແມ່ນຜົນທີ່ໄດ້ກ່າວ ເຕືອນລວງໜ້າ ພາຍຫຼັງທຸກສິ່ງທຸກຢ່າງໄດ້ເກີດຂຶ້ນຢູ່ປະເທດນີ້ໃນຕະຫຼອດໄລຍະທີ່ຜ່ານມາ.
ການແຫ່ຂະບວນປະທ້ວງທີ່ດຳເນີນຢູ່ນະຄອນ Tuzla
|
ບັນດາການແຫ່ຂະບວນປະທ້ວງໄດ້ເລີ່ມດຳເນີນຢູ່ນະຄອນ Tuzla, ສູນກາງອຸດສາຫະກຳທາງທິດຕາເວັນອອກສ່ຽງເໜືອເມື່ອວັນທີ 5/2 ໄດ້ກາຍເປັນການຈະລາ ຈົນເຮັດໃຫ້ຂາດສະຖຽນລະພາບຢ່າງຮຸນແຮງຂະນະທີ່ມັນໄດ້ແຜ່ລາມອອກສູ່ນະຄອນຫຼວງ Sarajevo ແລະ ກ່ວາ 20 ນະຄອນອື່ນໆ. ຊາວ Bosnia-Herzegovina ນັບຮ້ອຍຄົນໄດ້ຮັບບາດເຈັບໃນບັນດາການປະກັນກັບຕຳຫຼວດ. ຕຶກອາຄານສະພາປະທານາທິບໍດີ ແລະ ອົງການສຳນັກງານອຳນາດການປົກຄອງຈຳນວນໜຶ່ງຖືດຈູດເຜົາທຳລາຍ. ເຈົ້າຄອງນະຄອນ Tuzla, Zenica ແລະ Sarajevo ຕ້ອງລາອອກຈາກຕຳແໜ່ງ.
ເສດຖະກິດຊຸດໂຊມ, ການເມືອງຖືກແບ່ງແຍກ ຊຶ່ງແມ່ນ 2 ສາຍເຫດພາໄປເຖິງການຂາດສະຖຽນລະພາບ.
ສາຍເຫດທຳອິດພາໄປເຖິງການຂາດສະຖຽນລະພາບໃນປະຈຸບັນຢູ່ Bosnia-Herzegovina ແມ່ນເສດຖະກິດອ່ອນດ້ອຍແກ່ຍາວເປັນເວລາຫຼາຍປີຜ່ານມາ. ເຖິງແມ່ນວ່າໄດ້ກາຍເປັນປະເທດເອກະລາດແຕ່ 20 ປີມານີ້ກໍຕາມ, ແຕ່ Bosnia-Herzegovina ຍັງຄົງແມ່ນປະເທດທຸກຍາກກ່ວາໝູ່ຢູ່ເອີລົບ. ບັນດາຜູ້ແຫ່ຂະບວນປະທ້ວງກໍມີຄວາມໂກດແຄ້ນເພາະການຫຼົ້ມເຫຼວຂອງລັດຖະບານໃນການແກ້ໄຂສະພາບຊຸດໂຊມດ້ານເສດຖະກິດ.
ຕາມການສຳຫຼວດຂອງທະນາຄານສູນກາງ, ອັດຕາການວ່າງງານຂອງ Bosnia-Herzegovina ແມ່ນສູງກ່ວາໝູ່ຢູ່ເອີລົບ ມັນເຄື່ອນເໜັງແຕ່ 27,5% ຫາ 44%, ໃນນັ້ນ, ອັດຕາການວ່າງງານໃນໄວໜຸ່ມແມ່ນຂຶ້ນເຖິງກ່ວາ 25% ແລະ 1/5 ໃນຍອດຈຳນວນພົນລະເມືອງ 3,8 ລ້ານຄົນ ໃນປະຈຸບັນພວມມີລະດັບ ຄອງຊີບຕ່ຳກ່ວາລະດັບທຸກຍາກ. ຜູ້້ອຳນວຍການທະຄານໂລກ ຮັບຜິດຊອບ ພາກພື້ນເອີລົບຕາເວັນອອກສ່ຽງໃຕ້ Ellen Goldstein ຕີລາຄາວ່າ ນີ້ແມ່ນບັນດາຕົວເລກທີ່ໄດ້ກໍ່ຄວາມວິຕົກກັ່ງວົນທີ່ສຸດ ແລະ ແມ່ນບັນຫາທີ່ຮ້າຍແຮງ ຕ້ອງໄດ້ແກ້ໄຂ.
ບໍ່ພຽງແຕ່ເຊັ່ນນັ້ນ, ບັນດາການແຫ່ຂະບວນປະທ້ວງຍັງມີຄວາມໂກດແຄ້ນຍ້ອນໄພສໍ້ລາດບັງຫຼວງແຜ່ລາມໃນວົງການເຈົ້າໜ້າທີ່. ຕາມອົງການກະຈ່າງແຈ້ງສາກົນ, ໄພສໍ້ລາດບັງຫຼວງຢູ່ Bosnia ແມ່ນຊົ່ວຮ້າຍກ່ວາໝູ່ເມື່ອທຽບໃສ່ບໍ່ວ່າປະເທດໃດໆໃນເຂດ Balkan.
ໃນຂະນະນັ້ນ, ລະບົບການເມືອງຂອງ Bosnia-Herzegovina ຖືກແບ່ງແຍກຢ່າງເລິກເຊິ່ງ. ຕາມວົງການນັກສັງເກດການແລ້ວ, ສັນຍາຢຸດຕິການສູ້ຮົບໄລຍະ 1992-1995 ໄດ້ເຮັດໃຫ້ກົງຈັກການເມືອງຂອງປະເທດນີ້ຖືກຈັດແບ່ງສິດອຳນາດ ແລະ ເຮັດໃຫ້ລັດຖະບານສູນກາງອ່ອນແອລົງໃນຂະນະທີ່ປະເທດຊາດຖືກແບ່ງແຍກເປັນ 2 ເຂດປົກຄອງດ້ວຍຕົນເອງ. ໃນຂະນະທີ່ບັນດາການນຳຂອງຊາວ Bosnia ຢາກເພີ່ມທະວີການເຕົ້າໂຮມສິດອຳນາດໃຫ້ແກ່ອຳນາດການປົກຄອງສູນກາງນັ້ນ, ຊາວ Croat ນິຍົມແນວທາງຮັກສາເດີມຍັງຄົງຢາກຊຸກຍູ້ບັນດາລະບອບປົກຄອງດ້ວຍຕົນເອງ.
EU ບໍ່ເວັ້ນເສຍກໍລະນີສົ່ງທະຫານໄປຍັງ Bosnia-Herzegovina.
ຕໍ່ໜ້າໄພອັນຕະລາຍຂາດສະຖຽນລະພາບຢູ່ Bosnia-Herzegovina ທີ່ສາມາດສົ່ງຜົນສະທ້ອນເຖິງທົ່ວພາກພື້ນ, ວັນທີ 10/2, ຂ້າຫຼວງໃຫຍ່ສະຫະພາບເອີລົບ ຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ Catherine Ashton ໄດ້ຮຽກຮ້ອງການນຳບັນດາປະເທດພາກພື້ນ Balkan ນີ້ຈົ່ງຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ຊອກຫາວິທີນຳປະເທດຊາດຫຼຸດພົ້ນອອກຈາກສະພາບການປະຈຸບັນ.
ໃນຂະນະນັ້ນ, ທ່ານ Valentin inzko ຜູ້ຕາງໜ້າຂັ້ນສູງຂອງສາກົນກ່ຽວກັບ Bosnia-Herzegovina ຊ້ຳບໍໜຳຍັງຄິດໄລເຖິງ ກໍລະນີສົ່ງທະຫານຂອງ EU ໄປຍັງ Bosnia-Herzegovina ຖ້າຫາກສະພາບຂາດສະຖຽນລະພາບເພີ່ມທະວີຂຶ້ນ. ຕາມທ່ານ Inzko ຖ້າຫາກຄວາມເຄັ່ງຕຶງສືບຕໍ່ປີນຂັ້ນໄດນັ້ນ, ກໍລະນີສົ່ງທະຫານຂອງ EU ໄປຍັງ Bosnia-Herzegovina ແມ່ນອາດເປັນໄປໄດ້, ເຖິງແມ່ນວ່ານີ້ ຍັງບໍ່ທັນແມ່ນການເລືອກເຟັ້ນໃນຈຸດເວລານີ້.
ສະຖານທູດອາເມລິກາປະຈຳ Sarajevo ຮຽກຮ້ອງວົງການການນຳ Bosnia-Herzegovina ຄວນຮັບຟັງຄວາມມຸ່ງຫວັງຂອງ ບັນດາການແຫ່ຂະບວນປະທ້ວງ ແລະ ຄວນຢຸດຕິການໃຊ້ຄວາມຮຸນແຮງໂດຍໄວ.
ວິທີການແກ້ໄຂທີ່ອາດສາມາດປະຕິບັດໄດ້, ນັ້ນແມ່ນດຳເນີນການເລືອກຕັ້ງໂດຍໄວ
ຕໍ່ໜ້າໄພອັນຕະລາຍຄວາມເຄັ່ງຕຶງສືບຕໍ່ປີນຂັ້ນໄດ ແລະ ກຳລັງດັນຈາກປະຊາຄົມໂລກ, 2 ພັກໃນສຳພັນທະມິດກຳອຳນາດ Bosnia-Herzegovina ໄດ້ຮຽກຮ້ອງໃຫ້ ດຳເນີນການເລືອກຕັ້ງໂດຍໄວ. ພັກປະຊາທິປະໄຕສັງຄົມ ເນັ້ນໜັກເຖິງຄວາມຈຳເປັນຂອງການຢຸດຕິການໃຊ້ຄວາມຮຸນແຮງ, ຟື້ນຟູຄວາມສະຫງົບໃຫ້ແກ່ປະຊາຊົນ ແລະ ຮີບເຮັ່ງ ດຳເນີນການເລືອກຕັ້ງໂດຍໄວ.
ພ້ອມກັບເລື່ອງດຳເນີນການເລືອກຕັ້ງໂດຍໄວນັ້ນ, ວົງການນັກສັງເກດການຖືວ່າ ບັນດາການນຳຄົນໃໝ່ຕ້ອງມີບັນດາມາດຕະການບຸກທະລຸເພື່ອພັດທະນາເສດຖະກິດຂອງ Bosnia-Herzegovina, ນຳປະເທດນີ້ຫຼຸດພົ້ນອອກຈາກບັນຊີລາຍຊື່ຊຶ່ງແມ່ນໜຶ່ງໃນບັນດາປະເທດທີ່ທຸກຍາກກ່ວາໝູ່ຢູ່ເອີລົບ. ແຕ່ວ່ານີ້ແມ່ນໜ້າທີ່ບໍ່ງາຍດາຍແຕ່ຢ່າງໃດ. ຫາງສຽງພວມລໍຄ່ອຍເບິ່ງວ່າປະເທດນີ້ຈະຫຼຸດພົ້ນອອກຈາກວິກິດການທີ່ຮ້າຍແຮງໃນປະຈຸບັນຄືແນວໃດ .