ສະພາບເສດຖະກິດຍີ່ປຸ່ນ ເມື່ອນຳໃຊ້ນະໂຍບາຍ Abanomics

​(vovworld) – ວັນ​ທີ 29/10, ຢູ່​ນະຄອນຫຼວງ​ໂຕ​ກຽວ, ປະ​ເທດ​ຍີ່ປຸ່ນ, ກອງ​ທຶນ​ເງິນຕາ​ສາກົນ (IMF) ຈັດ​ກອງ​ປະຊຸມ​ສຳ​ມະ​ນາ “Abenomics“(ຫຼື​ເອີ້ນ​ວ່າ​ບັນດາ​ນະ​ໂຍບາຍ​ຂອງ​ນາຍົກ​ລັດຖະມົນຕີ ຊິນ​Shinzo Abe). ພາຍຫຼັງ​ເກືອບ 2 ທົດ​ສະ​ວັດ​ທີ່ລາຄາ​ລວມຂອງ​ພື້ນຖານ​ເສດຖະກິດ​ຖືກ​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ, ພື້ນຖານ​ເສດຖະກິດ​ທີ່​​ເຄີຍຢືນ​ອັນ​ດັບ​ສອງ​ຂອງ​ໂລກ​ກ່ອນ​ນີ້ພວມ​ກ້າວ​ເຂົ້າ​ສູ່​ການ​ປະຕິ​ຮູບ​ຢ່າງ​ແຮງ ​ແລະ ຫວັງ​ວ່າ Abenomics​ຈະ​ແມ່ນ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ ​ເພື່ອ​ນຳ​ປະ​ເທດ​ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ຊຸດ​ໂຊມ.

ສະພາບເສດຖະກິດຍີ່ປຸ່ນ ເມື່ອນຳໃຊ້ນະໂຍບາຍ Abanomics - ảnh 1

ທ່ານນາຍົກລັດຖະມົນຕີ Shinzo Abe

(ພາບ: ອິນເຕີແນດ)

Abenomics ແມ່ນ​ແຜນການ​ປະຕິ​ຮູບ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ​ ​ໂດຍ​ທ່ານ Shinzo Abe ຍົກ​ອອກ​ມາ ພາຍຫຼັງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ.  Abenomics ລວມມີ 3 ຈຸດ​ສຸມ​ແມ່ນ: ຊຸກຍູ້​ການ​ໃຊ້​ຈ່າຍ​ສາທາລະນະ, ຜ່ອນຄາຍ​ດ້ານ​ເງິນຕາ ​ແລະ ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ. ​ແຜນການ​ຟື້ນຟູ​ເສດຖະກິດນີ້​ຈະ​ແມ່ນ​ກາລະ​ໂອກາດ​ທີ່​ດີ ​ເພື່ອ​ໃຫ້​ຍີ່ປຸ່ນ​ຮັກສາ​ກຳລັງ​ແຮງ​ໃນ​ເວທີ​ສາກົນ. Abenomics ກໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ໂລກ, ​ເພາະວ່າ, ຖ້າ​ Abenomics ສຳ​ເລັດ​ຜົນ, ມັນ​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ປະ​ເທດ​ຍີ່ປຸ່ນ​ເທົ່າ​ນັ້ນ, ຫາກຍັງ​ເປັນ​ກຳລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ​ໃນ​ທົ່ວ​ໂລກ​ອີກ​ດ້ວຍ.

ສະພາບ​ກຳ​ເນີ​ດນະໂຍບາຍ

ຫວນ​ຄືນ​ຫຼັງ​ການ​ຜັນ​​ແປ​ຕ່າງໆ​ໃນ 2 ທົດ​ສະ​ວັດ​ຜ່ານ​ມາ​ຢູ່​ຍີ່ປຸ່ນ, ນັບ​ແຕ່​ຕະຫຼາດ​ຫຼັກ​ຊັບ ​ແລະ ຕະຫຼາດ​ອສັງ​ຫາ​ລິ​ມະ​ຊັບ​ຖືກ​ລົ້ມ​ລະລາຍ​ເມື່ອ​ຊຸມ​ປີ 1990, ບັນດາ​ບໍລິສັດ​ຍີ່ປຸ່ນ ​ໄດ້​ສຸມ​ໃສ່​ການ​ຫຼຸດ​ຜ່ອນ​ໜິ້ສິນ ​ແລະ​ ຫັນ​ການ​​ເຄື່ອນ​ໄຫວຜະລິດອອກ​ຕ່າງປະ​ເທດ. ​ເງິນ​ເດືອນ​ບໍ່​ເພີ່ມ, ຫຼື​ເພີ່ມ​ຢ່າງ​ຊັກ​ຊ້າ ​ເຮັດ​ໃຫ້​ປະຊາຊົນ​ຕ້ອງປະຢັດ​ໃນ​ການ​ໃຊ້​ຈ່າຍ. ສິ່ງ​ດັ່ງກ່າວ​ເຮັດ​ໃຫ້ 2 ທົດ​ສະ​ວັດ​ຜ່ານ​ມາ, ການ​ເຕີບ​ໂຕ ຈີ​ດີ​ພີ ຂອງ​ຍີ່ປຸ່ນ​​ບັນລຸ​ລະດັບ 0, ນອກ​ນັ້ນ​ແມ່ນ​ໄພພິບັດ​ແຜ່ນດິນ​ໄຫວ ​ແລະ ວິ​ກິດ​ການ​ນິວຄະ​ເລ​ຍ​ເມື່ອ​ປີ 2011, ​ເຮັດ​ໃຫ້​ເສດຖະກິດ​ຂອງ​ປະ​ເທດ​ນີ້​ຊົ່ວ​ຮ້າຍ​ລົງ. ​ໃນ​ສະພາບ​ດັ່ງກ່າວ, ​ເພື່ອ​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ​ເຕີບ​ໂຕ​ຄືນ​ໃໝ່, ​ແມ່ນ​ໜ້າ​ທີ່​ຫຍຸ້ງຍາກ​ທີ່​ສຸດ ​ແລະ ນີ້​ກໍ່​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້​ນາຍົກລັດຖະມົນຕີຫຼາຍທ່ານ​ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ​ສ່ວນ​ທ່ານ Shinzo Abe ​ເອງ​ກໍ່​ຖືກ​ປະລາ​ໄຊ​ໃນ​ປີ 2006 ດ້ວຍ​ອາຍຸ​ການ​ທຳ​ອິດ​ພຽງ 12 ​ເດືອນ​ເທົ່າ​ນັ້ນ.​ແຕ່​ປະຈຸ​ບັນ, ດ້ວຍ​ແຜນການ Abenomics, ຖ້າ​ໄດ້​ຮັບ​ຜົນ, ມັນ​ຈະ​ແມ່ນ​ເງື່ອນ​ໄຂ​ຮັບປະກັນ​ໃຫ້​ທ່ານ​ນາຍົກລັດຖະມົນຕີ ຜູ້​ທີ 6 ຂອງ​ຍີ່​ບຸ່ນ ​ໃນ​ຮອບ​ເວລາ 6 ປີມໍ່ໆ​ມາ​ນີ້ ສືບ​ຕໍ່ດຳລົງ​ຕຳ​ແໜ່​ງ.

ປະສິດທິ​ຜົນ​ໃນ​ເບື້ອງ​ຕົ້ນ

 ປະສິດທິ​ຜົນ​ຂອງ Abenomics ​ແມ່ນບໍ່​ອາດ​​ເວົ້າກ່ອນ​ໄດ້, ​ແຕ່​ເປັນ​ສິ່ງ​ຈະ​ແຈ້ງ​ແລ້ວ​ວ່າ, ມາ​ຮອດ​ປະຈຸ​ບັນ ຜົນສຳ​ເລັດ​ທຳ​ອິດ​ເຊິ່ງ Abenomics ນຳ​ມາ​ໃຫ້​ນັ້ນ​ແມ່ນ, ມັນ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ມຸ້ງ​ຫວັງ​ຕໍ່​ການ​ຟື້ນ​ຕົວ​ຂອງ​ພື້ນຖານ​ເສດຖະກິດ​ຢ່າງ​ແຮງ. ຕາມ​ໝາກຜົນ​ແຫ່ງ​ການ​ຢັ່ງຫາງ​ສຽງ ​ໂດຍ​ສຳນັກ​ຂ່າວສານ ກິ​ໂອ​ໂດ ດຳ​ເນີນ​ກໍ່ເຫັນ​ວ່າ 65% ຈຳນວນ​ຜູ້​ຖືກ​ຖາມ​ຫວັງ​ວ່າ ນະ​ໂຍບາຍ Abenomics ຈະ​ນຳ​ມາ​ເຊິ່ງປະສິດທິ​ຜົນ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນັ້ນ​ໄດ້​ພາໃຫ້​ຕະຫຼາດ​ຫຼັກຊັບ​ຂອງ​ປະ​ເທດ​ນີ້​ເພີ່ມ​ຄະ​ແນນ​ຂຶ້ນ​ລະດັບ​ສະຖິຕິ. ນະ​ໂຍບາຍ​ຜ່ອນຄາຍ​ດ້ານ​ເງິນຕາ ​ແລະ ​ເພີ່ມ​ການ​ໃຊ້​ຈ່າຍ​ສາທາລະນະ ກໍ່​ໄດ້​ປະກອບສ່ວນ​ຫຼຸດ​ຜ່ອນ​ລາຄາ​​ເງິນ​ເຢັນ​ໃນ​ຕະຫຼາດ​ແລກປ່ຽນ​ເງິນຕາ. ຍ້ອນ​ເຫດ​ນັ້ນ​ການ​ສົ່ງ​ອອກ​ກໍ່​ມີ​ການ​ປ່ຽນ​ແປງ​ດີ​ພໍ​ສົມຄວນ, ​ໃນ​ນັ້ນ​ບັນດາ​ຂະ​ແໜງ​ຜະລິດ​ຕົ້ນ​ຕໍ່​ຂອງ​ປະ​ເທດ​ນີ້ ຄື​ລົດ​ໂອ​ໂຕ ​ແລະ ​ເອ​ເລັກ​ໂຕ​ນິກ ​ໄດ້​ຮັບ​ຜົນ​ປະ​ໄຫ​ຍດກວ່າ​ໝູ່ ຍ້ອນ​ລາຄາ​ຖືກ​ກວ່າ​ເມື່ອ​ທຽບ​ໃສ່​ຕະຫຼາດ​ຕ່າງປະ​ເທດ. ​ເພື່ອ​ແນ​ໃສ່​ຊຸກຍູ້​ນະ​ໂຍບາຍ​ເສດຖະກິດ​ກວ່າ​ອີກ, ລັດຖະບານ​ຍີ່ປຸ່ນ​ໄດ້​​​ເພີ່ມ​ບ້ວງ​ເງິນ​ປະມານ 906 ຕື້ USD ​ໃຫ້​ປີ​ການ​ເງິນ 2013. ທ່ານ Abe ກໍ່​ໄດ້​ໝັ້ນ​ໝາຍຊຸກຍູ້​ການ​ລົງທຶນ​ໃຫ້​ພາກສ່ວນ​ເອກະ​ຊົນ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ວິ​ສາ​ຫະກິດ, ວາງ​ແຜນພັດທະນາ​ເສດຖະກິດ​ໃນ 5 ປີ​ຕໍ່ໜ້າ. ອຳນາດ​ການ​ປົກຄອງ​ວາງ​ອອກ​ບັນດາ​ຈຸດໝາຍ​ລະອຽດ​ຄື: ​ໃນ 3 ປີ​ຕໍ່ໜ້າ ​ເພີ່ມ​ເງິນ​ລົງທຶນ​ໃຫ້​ວິ​ສາ​ຫະ​ກິດ​ຕື່ມ​ອີກ 10% ​ແມ່ນ 700 ຕື້ USD ​ແລະ​ເພີ່ມ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຕື່ມ​ອີກ ກວ່າ 1.5 ລ້ານ​ເຢັນ, ດ້ວຍ​ລະດັບ 3,8 ລ້ານ​ເຢັນ​ໃນ​ປີ 2012 ​ໃນ​ຮອບ​ເວລາ 10 ປີ​ຈະ​ມາ​ເຖິງ. ພ້ອມ​ກັນ​ນັ້ນ​ແມ່ນ​ການ​ຫຼຸດ​ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ, ປະຕິ​ຮູບ​ດ້ານ​ກົດໝາຍ ​ແລະ ສ້າງ​ຕັ້ງ​ບັນດາ​ລະບົບ​ໃໝ່.

ຜົນສະທ້ອນອື່ນ​ອີກ

ຕາມ​ການ​ຕີ​ລາຄາ​ຂອງ​ບັນດາ​ນັກ​ໄຈ​ແຍກ ​ແລະ ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ​ແລ້ວ, ບໍ່​ວ່າ​ແຜນການ​ປະຕິ​ຮູບ​ໃດ​ກໍ່​ມີ​ຄວາມ​ເຫັນ​ທີ່​ກົງກັນຂ້າມ. ຕາມ IMF, ນະ​ໂຍບາຍ Abenomics ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ​ການ​ກະທົບ​ຂອງ​ເລື່ອງ​ເພີ່ມ​ການ​ໃຊ້​ຈ່າຍ​ສາທາລະນະ​ເຮັດ​ໃຫ້​ໜິ້ສິນ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ ​ເມື່ອ​ທຽບ​ໃສ່​ຂອບ​ຂະໜາ​ດຂອງ​ພື້ນຖານ​ເສດຖະກິດ​ຍີ່ປຸ່ນ ​ແລະ ລະດັບ​ໄພ​ເງິນ​ເຟີ້​ກໍ່​ສູງ​ກວ່າ.

​ເຖິງ​ຢ່າງ​ໃດ​ກໍ່ຕາມ, IMF, ຍັງ​ຄົງ​ຍົກ​ອອກ​ຂໍ້​ສັງ​ເກດ​ຢ່າງ​ປະ​ເອີ​ບ​ໃຈ ​ເມື່ອ​ຖື​ວ່າ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ 3 ຂອງ​ໂລກ​ນີ້ ຈະ​ສືບ​ຕໍ່​ຟື້ນ​ຟູ​ໃນ​ໄລຍະ​ຈະ​ມາ​ເຖິງ, ຍ້ອນ​ມີ​ບັນດາ​ໂຄງການ​ສາທາລະນະ​ດ້ວຍ​ຂະໜາດ​ໃຫຍ່ ​ແລະ ການ​ເພີ່ມ​ຄວາມ​ຕ້ອງການ​ຢູ່​ຕ່າງປະ​ເທດ. ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ​ອາດ​ຈະ​ຊ່ວຍ​ໃຫ້​ອຳນາດ​ການ​ປົກຄອງ​ Abe ​ເພີ່ມ​ອາກອນ​ໃຊ້​ສອຍ​ນັບ​ແຕ່​ປີ 2014 ​ແລະ​ລັດຖະບານ​ອາດ​ຈະ​ບັນລຸ​ໄດ້​ຈຸດໝາຍ​ເຕີບ​ໂຕ​ 2.5% ​ໃນ​ປີ​ການ​ເງິນ 2013, ​ໄລ່​ຮອດ​ໝົດ​ເດືອນ 3/2014. ດ້ວຍ​​ນະ​ໂຍບາຍ Abenomics, ຫາງ​ສຽງ​ອາດ​ຈະ​ຫວັງ​ວ່າ, ​ເສດຖະກິດ​ຍີ່ປຸ່ນ​ເລີ່​ມ “ກ້າວ​ເຂົ້າ​ສູ່​ໄລຍະ​ຟື້ນ​ຕົວຢ່າງ​ຮອບດ້ານ“.

 

ຕອບກັບ

ຂ່າວ/ບົດ​ອື່ນ