ທ່ານປະທານປະເທດເຈືອງເຕີນຊາງ ແລະ ສສຊ ພົບປະ
ກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມີນ
ພາບ:dantri.com
|
ຄຳເຫັນຂອງ ສສຊ ຫລາຍທ່ານໄດ້ສຸມໃສ່ເຂົ້າໃນການຍົກສູງທີ່ຕັ້ງຂອງຄະນະສະມາຊິກສະພາແຫ່ງຊາດຫວຽດນາມ, ເພີ່ມທະວີບົດບາດຫນ້າທີ່ຕິດຕາມກວດກາຂອງ ສສຊ ແລະ ຄະນະສະມາຊິກສະພາແຫ່ງຊາດ, ເຊີດຊູຄວາມສາມາດປະຕິບັດຂັ້ນຕອນຂອງຮ່າງກົດໝາຍ, ເພີ່ມອັດຕາສ່ວນສສຊເຄື່ອນໄຫວສະເພາະກິດກໍຄືເພີ່ມເວລາພົບປະກັບຜູ້ມີສິດເລືອກຕັ້ງ.
ເພີ່ມຈຳນວນສະມາຊິກສະພາແຫ່ງຊາດສະເພາະກິດ
ຕາມການສະຖິຕິ, ໃນອາຍຸການສະພາແຫ່ງຊາດຊຸດທີ 13, ອັດຕາສ່ວນ ສສຊ ສະເພາະກິດຢູ່ຂັ້ນສູນກາງແມ່ນ 18,2%, ສສຊ ສະເພາະກິດຢູ່ທ້ອງຖິ່ນແມ່ນ 12,6%. ໃນທ່າອ່ຽງປ່ຽນໃຫມ່ການເຄື່ອນໄຫວຂອງສະພາແຫ່ງຊາດປະຈຸບັນ, ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ຕ້ອງເພີ່ມອັດຕາ ສສຊ ສະເພາະກິດຂຶ້ນຢ່າງຫນ້ອຍສຸດ 35% ຍອດຈຳນວນ ສສຊ. ນີ້ແມ່ນການກຳນົດທີ່ເໝາະສົມກັບເງື່ອນໄຂຂອງຫວຽດນາມ ແລະ ກໍແມ່ນຄຳຮຽກຮ້ອງຕ້ອງການທີ່ຈຳເປັນ. ນອກນັ້ນ ຄວນເພີ່ມເຕີມມາດຕະຖານຂອງ ສສຊ ສະເພາະກິດກໍຄືເງື່ອນໄຂຮັບປະກັນການເຄື່ອນໄຫວຂອງ ສສຊ ສະເພາະກິດ. ທ່ານ ເບຊວນເຈື່ອງ, ສສຊ ແຂວງທາຍບີງ ຍົກຄຳເຫັນວ່າ:
“ຂ້າພະເຈົ້າສະເຫນີ ຄວນຈັດວາງຢ່າງຫນ້ອຍສຸດ 2 ຄົນ, ໃນນັ້ນ ມີຫົວຫນ້າ ຫລືຮອງຫົວຫນ້າຄະນະ ສສຊ ສະເພາະກິດ. ການກຳນົດຄືແນວນັ້ນ ບໍ່ພຽງແຕ່ສ້າງເງື່ອນໄຂໃຫ້ບັນດາຄະນະ ສສຊ ເຄື່ອນໄຫວເປັນປະຈຳ, ລຽນຕິດເທົ່ານັ້ນ ຫາກເພີ່ມຈຳນວນ ສສຊ ສະເພາະກິດຢູ່ທ້ອງຖິ່ນ ແມ່ນເພີ່ມຄວາມສາມາດພົບປະກັບຜູ້ມີສິດເລືອກຕັ້ງຂອງສະພາແຫ່ງຊາດ ເພື່ອຮັບເອົາຄຳເຫັນ, ຄຳສະເຫນີຂອງປະຊາຊົນຫຼາຍສຸດ, ເພີ່ມຄວາມສາມາດຕິດຕາມກວດກາໂດຍກົງ, ເປັນປະຈຳຂອງສະພາແຫ່ງຊາດ.”
ສິດຍື່ນສະເຫນີຮ່າງກົດໝາຍ
ສະພາແຫ່ງຊາດຫວຽດນາມກໍຄືສະພາແຫ່ງຊາດຂອງບັນດາປະເທດໃນໂລກ ໄດ້ຖືການເຄື່ອນໄຫວນິຕິບັນຍັດແມ່ນການເຄື່ອນໄຫວຕົ້ນຕໍ. ການເຄື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດຫວຽດນາມ ຜ່ານບັນດາອາຍຸການ ນັບມື້ນັບກ້າວຫນ້າ, ມາຮອດປະຈຸບັນ ໄດ້ສ້າງເປັນລະບົບກົດໝາຍສົມບູນແບບພໍສົມຄວນ, ໃນນັ້ນ ໄດ້ປັບປຸງບັນດາຂົງເຂດໃນຊີວິດສັງຄົມ. ມີລະບົບກົດໝາຍນີ້ ແມ່ນໝາກຜົນການເຄື່ອນໄຫວນິຕິບັນຍັດທີ່ມີຫົວຄິດປະດິດສ້າງ, ຕັ້ງຫນ້າຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ສ່ວນບຸກຄົນຍື່ນສະເຫນີຮ່າງກົດໝາຍ, ລັດຖະບັນຍັດ. ລັດຖະທຳມະນູນປີ 2013 ໄດ້ກຳນົດສິດຂອງ ສສຊ ໃນການເຄື່ອນໄຫວນິຕິບັນຍັດຕາມທິດນັບມື້ນັບເຄົາລົບ ແລະ ຍົກສູງບົດບາດ, ລັກສະນະເອກະລາດ, ມີຫົວຄິດປະດິດສ້າງຂອງສ່ວນບຸກຄົນ ສສຊ. ນີ້ແມ່ນທ່າອ່ຽງຖືກຕ້ອງ, ສອດຄອ່ງກັບກົດເກນແຫ່ງການພັດທະນາຂອງໂລກເວົ້າລວມ ແລະ ຂອງຫວຽດນາມ ເວົ້າສະເພາະ. ປະຕິບັດບັນດາສິດນີ້ຂອງ ສສຊເປັນຢ່າງດີ ຈະຮັບປະກັນການສະແດງລັກສະນະປະຊາຊົນ, ເຈດຈຳນົງຂອງປະຊາຊົນໃນລະບົບກົດໝາຍຂອງຫວຽດນາມ ດີທີ່ສຸດ. ທ່ານນາງ ຫງວຽນທິຮົ່ງຮ່າ, ສສຊ ນະຄອນ ຮ່າໂນ້ຍ ຖືວ່າ:
“ກ່ຽວກັບສິດຍື່ນສະເຫນີຮ່າງກົດໝາຍລັດຖະບັນຍັດ, ຂ້າພະເຈົ້າສະເຫນີວ່າ ຄວນມີການກຳນົດຈະແຈ້ງວ່າ ຜູ້ໃດໃຫ້ຄຳທີ່ປຶກສາໃຫ້ແກ່ ສສຊ, ອົງການຫົວຫນ່ວຍໃດຫນູນຊ່ວຍໃຫ້ແກ່ ສສຊ ໃນການສ້າງ, ປັບປຸງສຳເນົາເພື່ອຍື່ນສະເຫນີຮ່າງກົດໝາຍ, ລັດຖະບັນຍັດ, ສະເຫນີກ່ຽວກັບກົດໝາຍ, ລັດຖະບັນຍັດ.”
ເພີ່ມທະວີບົດບາດຫນ້າທີ່ຕິດຕາມກວດກາຂອງສະມາຊິກສະພາແຫ່ງຊາດແລະ ຄະນະສະມາຊິກສະພາແຫ່ງຊາດ
ຄະນະ ສສຊ ແມ່ນຫົວຫນ່ວຍຈັດຕັ້ງບັນດາການເຄື່ອນໄຫວຂອງ ສສຊ, ໃນນັ້ນ ມີການຕ້ອນຮັບພົນລະເມືອງ, ປຶກສາຫາລືກ່ຽວກັບຮ່າງກົດໝາຍ, ຮ່າງລັດຖະບັນຍັດ ແລະ ບັນດາຮ່າງກົດໝາຍອື່ນ ແລະ ຈັດຕັ້ງເພື່ອໃຫ້ບັນດາ ສສຊ ໃນຄະນະປະຕິບັດຫນ້າທີ່ຕິດຕາມກວດກາຢູ່ທ້ອງຖິ່ນ. ຕາມ ສສຊ ຫລາຍທ່ານແລ້ວ, ສະພາແຫ່ງຊາດ ຄວນກຳນົດຢ່າງຈະແຈ້ງບົດບາດຫນ້າທີ່ຂອງຄະນະ ສສຊ, ບໍ່ຄວນຈຳກັດຫນ້າທີ່ຕິດຕາມກວດກາຂອງຄະນະ ສສຊ. ທ່ານ ຟ້າມດືກເຈົາ, ສສຊ ແຂວງ ກວ໋າງຈີ້ ຖືວ່າ:
“ຂ້າພະເຈົ້າສະເຫນີ ຄວນກຳນົດຄະນະ ສສຊ ປະຕິບັດການຕິດຕາມກວດກາ ແລະ ຈັດຕັ້ງໃຫ້ ສສຊ ຕິດຕາມກວດກາ. ນອກນັ້ນ ຕ້ອງເພີ່ມເຕີມມາດຕາກ່ຽວກັບສິດ, ຄວາມຮັບຜິດຊອບຕິດຕາມກວດກາຂອງ ສສຊ, ສສຊ ສາມາດຕິດຕາມກວດກາດ້ວຍຕົນເອງຫລືເຂົ້າຮ່ວມການຕິດຕາມກວດກາພ້ອມກັບຄະນະ ສສຊ.”
ເພີ່ມເວລາພົບປະກັບຜູ້ມີສິດເລືອກຕັ້ງ
ສສຊ ຕາງຫນ້າໃຫ້ຜູ້ມີສິດເລືອກຕັ້ງ, ແມ່ນຕາງຫນ້າໃຫ້ປະຊາຊົນໃນທົ່ວປະເທດ, ຕາງຫນ້າໃຫ້ປະຊາຊົນປະຕິບັດສິດອຳນາດແຫ່ງລັດໃນສະພາແຫ່ງຊາດ ສະນັ້ນ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງ ສສຊ ເວົ້າສະເພາະ ແລະ ຂອງສະພາແຫ່ງຊາດເວົ້າລວມ ຄວນກຳນົດຈະແຈ້ງເວລາ ສສຊ ພົບປະກັບຜູ້ມີສິດເລືອກຕັ້ງໃນ 1 ອາຍຸການ. ທ່ານນາງ ຫງວຽນທິກວຽດເຕີມ, ສສຊ ນະຄອນໂຮ່ຈິມີນ ຍົກຄຳເຫັນວ່າ:
“ຜູ້ມີສິດເລືອກຕັ້ງສະເຫນີ ສສຊ ຍາດເວລາເພື່ອໃຫ້ການເຄື່ອນໄຫວຂອງສະພາແຫ່ງຊາດມີຄວາມໝາຍ ນັ້ນແມ່ນ ຢາກໃຫ້ ສສຊ ພົບປະກັບຜູ້ມີສິດເລືອກຕັ້ງ ເປັນປະຈຳ ເພື່ອຮັບຟັງຄວາມມຸ່ງມາດປາດຖະຫນາຂອງຜູ້ມີສິດເລືອກຕັ້ງ. ສະນັ້ນ ຄວນກຳນົດໃນປີຫນື່ງ, ສສຊ ຕ້ອງຍາດເວລາຄືແນວໃດເພື່ອພົບປະກັບຜູ້ມີສິດເລືອກຕັ້ງຄືດັ່ງສະພາແຫ່ງຊາດປະເທດຕ່າງໆໄດ້ກຳນົດ ເວລາລະອຽດ ຢ່າງຈະແຈ້ງ.”
ນອກນັ້ນ ເພື່ອຮັບປະກັນຄຸນນະພາບຂອງກອງປະຊຸມສະໄຫມສາມັນຂອງສະພາແຫ່ງຊາດ, ເປັນຕົ້ນເມື່ອປຶກສາຫາລືບັນດາບັນຫາຍາກ, ຍັງມີຄຳເຫັນແຕກຕ່າງກັນ, ຄວນມີການປຶກສາຫາລື, ຊັບຊ້ອນເວລາເພື່ອໃຫ້ ສສຊ ປຶກສາຫາລືບັນຫາຢ່າງຈະແຈ້ງ.
ບົດລາຍງານທົ່ວໂລກກ່ຽວກັບລັດຖະສະພາຂອງ IPU ປີ 2012 ໄດ້ຢືນຢັນວ່າ: ລັດຖະສະພາແມ່ນຂາດບໍ່ໄດ້ໃນພື້ນຖານປະຊາທິປະໄຕ. ໃນທ່າອ່ຽງນີ້ ສະພາແຫ່ງຊາດ ຫວຽດນາມ ພວມຄ່ອຍໆປ່ຽນໃຫມ່ ເພື່ອຕອບສະຫນອງບັນດາມາດຖານທີ່ໄດ້ວາງອອກໃນການເຄື່ອນໄຫວລັດຖະສະພາສາກົນ, ຮັບປະກັນສ້າງລັດແຫ່ງອຳນາດນິຕິບັນຍັດ, ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.