ສະມາຊິກສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່


(vovworld)- ທີ່ກອງ​ປະ​ຊ​ຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ປຶກ​ສາ​ຫາ​ລື​ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ໃນ​ນັ້ນ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ໄດ້​ສຸມ​ໃສ່​ປະ​ກອບ​ຄຳ​ເຫັນ​ໃສ່​ບັນ​ດາ​ມາດ​ຕະ​ການ ແລະ ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ເສດ​ຖະ​ກິດ.

 

ສະມາຊິກສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ - ảnh 1
ພາບ​ປະ​ກອບ:internet

        ກອງ​ປະ​ຊຸມ​ໃຫຍ່​ຜ​ູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຈະ​ດຳ​ເນີນ​ໃນ​ຕົ້ນ​ປີ 2016. ສະ​ນັ້ນ ບັນ​ດາ​ຄຳ​ເຫັນ​ປຶກ​ສາ​ຫາ​ລື, ປະ​ກອບ​ໃສ່​ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ທີ່ກອງ​ປະ​ຊຸມສະ​ໄຫມ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແມ່ນ​ສຳ​ຄັນ​ທີ່​ສຸດ, ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຍູ້​ແຮງ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

        ວິ​ສາ​ຫະ​ກິດ​ແມ່ນ​ກຳ​ລັງ​ຫນູນ​ສຳ​ຄັນ​ຂອງ​ພາ​ລະ​ກິດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ

        ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ລະ​ບຸ​ວ່າ ໄດ້​ໄຈ້​ແຍກ, ຕີ​ລາ​ຄາ​ສະ​ພາບ​ການທຸກ​ດ້ານ​ກ່ຽວ​ກັບການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຢ່າງ​ຊັດ​ເຈນ, ກົງ​ໄປ​ກົງ​ມາ​ ກໍ​ຄື​ວາງ​ອອກ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ, ຮັບ​ປະ​ກັນ​ລັກ​ສະ​ນະ​ຄວາມ​ເປັນ​ໄປໄດ້. ບັນ​ດາ ສ​ສ​ຊ ເຫັນ​ດີ​ຢ່າ​ງ​ສູງ​ຕໍ່​ເລື່ອງ ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ ວິ​ສາ​ຫະ​ກິດ​ແມ່ນ​ພາກ​ສ່ວນ​ເສດ​ຖະ​ກິດ​ຫລັກ​ແຫລ່ງ​ຂອງ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ. ທ່ານ ຫງວຽນ​ກວກ​ບີງ, ສ​ສ​ຊ ນະ​ຄອນ ຮ່າ​ໂນ້ຍ ຖື​ວ່າ:

        “ໃນ​ລັດ​ຖະ​ທຳ​ມະ​ນູນ​ປ​ີ 2013 ກໍ​ກຳ​ນົດ​ວ່​າ ວິ​ສາ​ຫະ​ກິດ​ແມ່ນ​ກຳ​ລັງ​ສຳ​ຄັນ. ໃນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ລ້ວນ​ແຕ່​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ວ່າ ຕ້ອງ​ສ້າງ​ນະ​ໂຍ​ບາຍ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ກາຍ​ເປັນ​ກຳ​ລັງ​ນຳ​ຫນ້າ, ຫລັກ​ແຫລ່ງ​ຂອງ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ແລະ ທັນ​ສະ​ໄຫມ. ຈາກນັ້ນ ພວກ​ເຮົາ​ຈະເປັນ​ເອ​ກະ​ພາບ​​ໃນ​ການຊີ້​ນຳ.”

        ເລື່ອງ​ກຳ​ນົດ​ການ​ຕະ​ຫລາດ​ແມ່ນ​ບັນ​ຫາ​ພື້ນ​ຖານ, ລັດ​ປັບ​ປຸງ​ທຸ​ກການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ບົນ​ພື້ນ​ຖານ​ການ​ຕະ​ຫລາດ. ນີ້​ກໍ​ແມ່ນ​ຈຸດ​ໃຫມ່​ເມື່ອ​ທຽບ​ໃສ່​ມະ​ຕິ​ເລກ​ທີ 11. ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຄັ້ງນີ້ ໄດ້​ກ​ຳ​ນົດ ລັດ​ຖື​ຄາດ​ໝາຍ​ການ​ຕະ​ຫລາດ ແລະ ຖື​ການ​ຕະ​ຫລາດ​ເປັນ​ກົກ​ເຄົ້າ ເພື່ອ​ບໍ​ລິ​ຫານ, ແບ່ງ​ແຫລ່ງ​ກຳ​ລັງ ແລະ ບໍ​ລິ​ຫານ​ພັດ​ທະ​ນາ​ເສດ​ຖະ​ກິດ.

ພັດ​ທະ​ນາ​ເສດ​ຖະ​ກິດ​ຕາມທິດ​ລົງເລິກ

ເນື້ອ​ໃນ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ ສ​ສ​ຊ ຫລາຍ​ທ່ານ ນັ້ນ​ແມ່ນ ​ຮູບ​ແບບ​ການ​ເຕີບ​ໂຕ​ຕາມ​ທິດ​ລົງເລິກ, ສ່​ວນ​ຫລາຍ​ແມ່ນ​ອີງ​ໃສ່​ການ​ເພີ່ມ​ສະ​ມັດ​ຕະ​ພາບ​ແຮງ​ງານ ຍ້ອນ​ກຳ​ລັງ​ແຮງ​ງານ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ, ມີ​ສີ​ມືແຮງ​ງານ​ສູງ, ໝູນ​ໃຊ້​ຄວາມ​ກ້າວ​ຫນ້າ​ດ້ານ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ. ທ່ານ ຫງວຽນ​ຟີ​ເທື່ອງ, ສ​ສ​ຊ ນະ​ຄອນ ຮ່າ​ໂນ້ຍ ປະ​ກອບ​ຄຳ​ເຫັນ​ວ່າ:

        “ບັນ​ຫາ​ສຳ​ຄັນ​ສຳ​ລັບ​ຫວຽດ​ນາມ ​ໃນປະ​ຈຸ​ບັນ ແມ່ນ​ຕ້ອງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຕາມ​ທິດ​ລົງ​ເລິກ. ມີ​ສາມ​ບັນ​ຫາ​ຕ້ອ​ງ​ເຮັດ, ນັ້ນ​ແມ່ນ​ປ່ຽນ​ແປງ​ວິ​ທີ​ຈັດ​ແບ່ງ​ແຫລ່ງ​ກຳ​ລັງ​ ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ ຢ່າງ​ມີ​ປະ​ສິດ​ທິ​ຜົນ​. ທີ​ສອງ ສົ່​ງ​ເສີມ​ວິ​ສາ​ຫະ​ກິດ​ລົງ​ທຶນ, ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ. ທີ​ສາມ ແມ່ນ​ກ່ຽວ​ຂ້ອງ​ເຖິງ​ການ​ບຳ​ລຸງ​ສ້າງ​ ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດທີ່​ດີ​ມີຄຸນ​ນະ​ພາບ, ພິ​ເສດ​ແມ່ນ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄຸນ​ນະ​ພາບ​ສູງ. 3 ປັດ​ໄຈ​ດັ່ງ​ກ່າວ​ລ້ວນ​ແຕ່​ອີງ​ໃສ່​ການ​ປ່ຽນ​ແປງ​ຈີນ​ຕະ​ນາ​ການ, ​ການປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍ.”

 

 

 

        ເມື່ອ​ປຶກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ, ບັນ​ດາ ສ​ສ​ຊ ເນັ້ນ​ຫນັກຢ່າງ​ແຮງ ເຖິງ​ມາດ​ຕະ​ການ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ແຜນ​ຮ່າງສັງ​ລວມ ສ​້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ແລະ ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ຂະ​ແຫນງ, ຂົງ​ເຂດ. ສາມ​ຂົງ​ເຂດ​ຈຸດ​ສຸມ​ໄດ້​ຮັບ​ການ​ກຳ​ນົດ ລວມ​ມີ: ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ຂອງ​ລັດ​ຄືນ​ໃຫມ່, ສ້າງ​ໂຄງ​ປະ​ກອບ​ລະ​ບອບ​ການ​ເງິນ ທະ​ນາ​ຄານ, ຈຸດ​ສຸມ​ແມ່ນ​ບັນ​ດາ​ທະ​ນາ​ຄານ​ການ​ຄ້າ ແລະ ການ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່, ຈຸດ​ສຸມ​ແມ່ນ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ບໍ​ລິ​ສັດ​ໃຫຍ່​ແຫ່​ງ​ລັດ.

       ຖື​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ​ເປັນ​ສຳ​ຄັນ

ບົດ​ລາຍ​ງານ​ການ​ເມືອງ ຍື່ນ​ສະ​ເຫນີ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ໄດ້​ຖື​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ແມ່ນ​ກຳ​ລັງ​ຫນູນ​ສຳ​ຄັນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ. ເສດ​ຖະ​ກິ​ດ​ພາກ​ເອ​ກະ​ຊົນ ສ່ວນ​ຫລາຍ​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິ​ດ​ຂະ​ຫນາດ​ກາງ ແລະ ນ້ອຍ. ບັນ​ດາ ສ​ສ​ຊ ຖື​ວ່າ ນີ້​ແມ່ນ​ຈຸດ​ໃຫມ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ​ໃນ​ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້. ທ່ານ ຫງວຽນ​ກວກ​ບີ່ງ, ສ​ສ​ຊ ນະ​ຄອນ ຮ່າ​ໂນ້ຍ ຖື​ວ່າ:

        “ມະ​ຕິ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ພຽງ​ກຳ​ນົດ​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ, ໃນ​ນັ້ນ ມີ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ. ແຕ່​ຄັ້ງ​ນີ້ ມະ​ຕິ​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ເຖິງ​ການ​ສ້າງ​ກົນ​ໄກ​ນະ​ໂຍ​ບາຍ​ສົມ​ບູນ​ແບບ, ສົ່ງ​ເສີມ​ ແລະ ສ້າງ​ຄວາມ​ສະ​ດວກ​​ໃຫ້​ແກ່​ການພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນໃນ​ຫລາຍ​ຂົງ​ເຂດ​ເສດ​ຖະ​ກິດ​ຢ່າງ​ແຮງ ແລະ ກາຍ​ເປັນ​ກຳ​ລັງ​ຫນູນ​ສຳ​ຄັນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ສິ່ງ​ດັ່ງ​ກ່າວ ໄດ້​ສ້າງ​ພື້ນ​ຖານ​ເພື່ອ​ໃຫ້​ພວກ​ເຮົາ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕາ​ມ​​ ກຳ​ນົດທິດ​ການ​ຕະ​ຫລາດ ແລະ ລະ​ດົມ​ທຸກ​ແຫລ່ງ​ກຳ​ລັງ​ຂອງ​ທົ່ວ​ສັງ​ຄົມ​ຢ່າງ​ແຮງ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ.”

          ບັນ​ດາ​ ສ​ສ​ຊ ຖື​ວ່າ ​ປະ​ຈຸ​ບັນ ມີວິ​ສາ​ຫະ​ກິດ 500.000 ແຫ່ງ​ຍັງ​ຕ່ຳ​ຢູ່, ຄວນ​ເພີ່​ມວິ​ສາ​ຫະ​ກິດ​ໃຫ້​ຂຶ້ນ​ເຖິງ​ປະ​ມານ 2 ລ້ານ​ແຫ່ງ​ໃນ​ປີ 2020. ຄ​ຽງ​ຄູ່​ກັນ​ນັ້ນ ລັດ​ສືບ​ຕໍ່​ສ້າງ​ລະ​ບອບ​ນະ​ໂຍ​ບາຍ​ການ​ຕະ​ຫລາດ​ໃຫ້​ສົມບູນ​ແບບ ແລະ ຕາມ​ທິດ​ສ້າງ​ເງື່ອນ​ໄຂ​ແກ້ງ​ແຍ້ງ​ໃຫ້​ສະ​ເຫມີ​ພາບ​ລະ​ຫວ່າງ​ບັນ​ດາ​ຮູບ​ການ​ວິ​ສາ​ຫະ​ກິດ.

        ອາດ​ຈະ​ຢືນ​ຢັນ​ໄດ້​ວ່າ ບັນ​ດາ​ ສ​ສ​ຊ ໄດ້​ປະ​ກອບ​ຄຳ​ເຫັນ​ຢ່າງ​ເຂັ້ມ​ງວດ, ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ສຸດ​ອົດ​ສຸດໃຈ​ ໃສ່ ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ປະ​ເທດ​ຊາດ​ກ້າວ​ຫນ້າ ໃນ​ໄລ​ຍະ​ພວມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ