(vovworld)- ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ມີຈຸດໃຫມ່ຫລາຍຢ່າງໃນການກຳນົດກ່ຽວກັບຂົງເຂດເສດຖະກິດ, ດຶງດູດການເຂົ້າຮ່ວມປະກອບຄຳເຫັນຂອງຜູ້ຊ່ຽວຊານ, ນັກຄົ້ນຄວ້າເສດຖະກິດຫລາຍທ່ານ ກໍຄືບັນດາວິສາຫະກິດ. ໃນນັ້ນ ໄດ້ກຳນົດລັກສະນະຂອງພື້ນຖານເສດຖະກິດ, ບໍ່ກຳນົດລະອຽດບັນດາພາກສ່ວນເສດຖະກິດ... ນັ້ນແມ່ນບັນດາບັນຫາທີ່ໄດ້ຮັບການສຸມໃສ່ປະກອບຄຳເຫັນຈາກບັນດາຜູ້ຊ່ຽວຊານ, ນັກຄົ້ນຄ້ວາ.
ມາດຕາ 54 ໃນ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ລະບຸລັກສະນະຂອງບັນດາພື້ນຖານເສດຖະກິດ ແລະ ບໍ່ມີຊື່ລະອຽດຂອງແຕ່ລະພາກສ່ວນເສດຖະກິດ. ນີ້ແມ່ນຈຸດໃຫມ່ທີ່ໄດ້ຮັບການຮັບຮູ້ຈາກບັນດາຜູ້ຊ່ຽວຊານ, ນັກຄົ້ນຄ້ວາເສດຖະກິດວ່າ ໄດ້ສ່ອງແສງໂດຍສັງເຂບ ແລະ ກະຖັດລັດກ່ຽວກັບເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ. ເປັນອັນວ່າ ທຸກພາກສ່ວນເສດຖະກິດລ້ວນແຕ່ມີຄວາມສະເຫມີພາບ, ບໍ່ກຳນົດພາກສ່ວນເສດຖະກິດໃດແມ່ນຫລັກແຫລ່ງ. ຕາມນັ້ນແລ້ວ, ພື້ນຖານເສດຖະກິດ ຫວຽດນາມແມ່ນພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ ດ້ວຍຫລາຍຮູບການກຳມະສິດ, ຫລາຍພາກສ່ວນເສດຖະກິດ. ທ່ານ ຫງວຽນງອກບ໋າວ, ຮອງປະທານສະພາບໍລິຫານກຸ່ມບໍລິສັດເຫລັກກ້າ ຫວຽດ ດຶກ ຖືວ່າ: ຖ້າຫາກລັດຖະທຳມະນູນ ແລະ ກົດໝາຍ ສ້າງຄວາມສະເຫມີພາບ ແມ່ນຈະລະດົມກຳລັງແຮງຢ່າງໝັ້ນຄົງຂອງພື້ນຖານເສດຖະກິດ, ເພີ່ມແຫລ່ງທຶນ, ນຳມາເຊິ່ງປະສິດທິຜົນໃຫ້ແກ່ບັນດາວິສາຫະກິດ ແລະ ພື້ນຖານເສດຖະກິດຂອງປະເທດຊາດໄດ້. ທ່ານ ຫງວຽນງອກບ໋າວ ໄຈ້ແຍກວ່າ:
“ຈຸດໃຫມ່ໃນ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຄັ້ງນີ້ ບໍ່ຍົກອອກບັນດາພາກສ່ວນເສດຖະກິດຢ່າງລະອຽດ, ນັ້ນແມ່ນສັນຍານດີທີ່ສຸດ. ເພາະວ່າ ເມື່ອພວກເຮົາຍົກອອກບັນດາພາກສ່ວນເສດຖະກິດຢ່າງລະອຽດ ບັນດາພາກສ່ວນນັ້ນ ອາດຈະຖືກຈຳແນກການປະພືດຕໍ່. ພວກເຮົາຢືນຢັນວ່າ: ບັນດາພາກສ່ວນເສດຖະກິດ ຕ້ອງມີຄວາມຮັບຜິດຊອບຢ່າງສະເໝີກັນຕໍ່ກົດໝາຍ ແລະ ບັນດາພາກສ່ວນເສດຖະກິດຕ້ອງມີພັນທະຫນຶ່ງດຽວ, ລັດ ປົກປ້ອງສິດ ນັ້ນແມ່່ນຕ້ອງເຄື່ອນໄຫວຕາມກົດໝາຍ.”
ພາບປະກອບ:internet
|
ເຖິງຢ່າງໃດກໍຕາມ, ຕາມທ່ານ ດັ້ງເທວີງ, ຮອງຫົວຫນ້າກຳມາທິການເສດຖະກິດ ສະພາແຫ່ງຊາດແລ້ວ, ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ບໍ່ເຕື້ອງເຖິງບັນດາພາກສ່ວນເສດຖະກິດແຫ່ງລັດກ່ຽວກັບກຳມະສິດຊັບສິນອັນໃຫຍ່ຫລວງຂອງພື້ນຖານເສດຖະກິດ ແມ່ນສ່ິງທ່ີຕ້ອງຄິດໄລ່ຊັ່ງຊາ. ມີທັດສະນະເຊັ່ນດຽວກັນ, ທ່ານ ຫງວຽນຫວຽດທົງ, ເລຂາທິການໃຫຍ່ສະພາທິດສະດີສູນກາງ ຖືວ່າ: ລັດຖະທຳມະນູນ ຕ້ອງມີລັກສະນະປົກກະຕິ, ຍາວນານ. ສະນັ້ນ ຖ້າຫາກລັດຖະທຳມະນູນ ລະບຸທຸກພາກສ່ວນເສດຖະກິດ ອາດຈະເໝາະສົມກັບຈຸດເວລາປະຈຸບັນ ແຕ່ຈະຫລ້າຫລັງເມື່ອບັນດາພາກສ່ວນເສດຖະກິດມີການເຄື່ອນໄຫວຕາມທິດອື່ນ.
“ຂ້າພະເຈົ້າຖືວ່າ, ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຄັ້ງນີ້ບໍ່ເຕື້ອງເຖິງບັນດາພາກສ່ວນເສດຖະກິດ ແມ່ນບໍ່ຢືນຢັນບົດບາດຂອງບັນດາພາກສ່ວນເສດຖະກິດ. ສະນັ້ນ ບາງຄົນເຂົ້າໃຈ ບໍ່ຊັດເຈນ ວ່າ ພັກ, ລັດ ປະລະບົດບາດຫລັກແຫລ່ງຂອງພື້ນຖານເສດຖະກິດແຫ່ງລັດ . ”
ໃນຂະນະນັ້ນ, ມີຫລາຍຄຳເຫັນສະເຫນີ ຄວນຢືນຢັນ ໃນມາດຕາ 54 ບົດບາດຂອງລັດໃນການສ້າງເງື່ອນໄຂສະເຫມີກັນໃຫ້ແກ່ການພັດທະນາ ແລະ ປະກອບສ່ວນຂອງບັນດາພາກສ່ວນເສດຖະກິດ. ຕາມຄຳເຫັນຂອງຜູ້ແທນຈຳນວນຫນຶ່ງແລ້ວ, ເຖິງວ່າ ມາດຕາ 55 ແລະ 56 ໃນຮ່າງລັດຖະທຳມະນູນ ກໍໄດ້ເຕື້ອງເຖິງ ແຕ່ບໍ່ທັນສະແດງໃຫ້ເຫັນຢ່າງຈະແຈ້ງເຖິງເລື່ອງລັດຈະຮັບປະກັນ ສຳພັດກັບບັນດາແຫລ່ງກຳລັງຢ່າງສະເຫມີກັນ ເພື່ອໃຫ້ບັນດາພາກສ່ວນເສດຖະກິດພ້ອມກັນພັດທະນາ ແລະ ກໍມີທັດສະນະເຊັ່ນດຽວກັນ, ມີຄຳເຫັນສະເຫນີຕ້ອງກຳນົດຕື່ມອີກເນື້ອໃນຢູ່ຂໍ້ມາດຕາ 54 ນັ້ນແມ່ນລັດມີນະໂຍບາຍຫນູນຊ່ວຍໃຫ້ແກ່ແຕ່ລະພາກສ່ວນເສດຖະກິດ ຕາມຄວາມຕ້ອງການພັດທະນາຂອງປະເທດຊາດ ເພື່ອບໍ່ມີການປຽບທຽບໃນວິວັດການເຄື່ອນໄຫວຕາມກົດໝາຍ.
ພາບປະກອບ:inetnet
|
ການກຳນົດກ່ຽວກັບບົດບາດບໍລິຫານລັດໃນພື້ນຖານເສດຖະກິດ ກໍມີການປັບປຸງ, ເພີ່ມເຕີມຫລາຍເນື້ອໃນໃຫມ່ໃນ ມາດຕາ 53 ຄື: ລັດສ້າງ ແລະ ສຳເລັດກົດໝາຍດ້ານເສດຖະກິດ, ຮັບປະກັນໃຫ້ແກ່ພື້ນຖານເສດຖະກິດເຄື່ອນໄຫວຕາມກົດເກນຂອງຕະຫລາດ, ຊຸກຍູ້ການຮ່ວມສຳພັນລະຫວ່າງເຂດ, ຮັບປະກັນການພັດທະນາຢ່າງກົມກຽວລະຫວ່າງບັນດາເຂດທ້ອງຖິ່ນ ແລະ ລັກສະນະເປັນເອກະພາບຂອງພື້ນຖານເສດຖະກິດ. ທ່ານ ຮ່ວາງດັງກວາງ, ຮອງເລຂາປະຈຳຄະນະພັກແຂວງ, ຫົວຫນ້າຄະນະສະມາຊິກສະພາແຫ່ງຊາດແຂວງ ກວ໋າງບິ່ງ ໄດ້ຢືນຢັນວ່າ: ການເພີ່ມເຕີມພັດທະນາເສດຖະກິດພູມປັນຍາໃນການພັດທະນາ ແລະ ຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ ແມ່ນສອດຄອ່ງກັບຍຸດທະສາດພັດທະນາຂອງປະເທດຊາດ ຊື່ງພັກກອມມູນິດ ຫວຽດນາມ ໄດ້ວາງອອກ. ທ່ານ ຮ່ວາງດັງກວາງ ອະທິບາຍວ່າ:
“ພັກກອມມູນິດ ຫວຽດນາມ ໄດ້ກຳນົດທິດທາງທຳອິດໃນ 8 ທິດທາງໃຫຍ່ຂອງໂຄງການການເມືອງສ້າງສາປະເທດຊາດໃນໄລຍະກ້າວຂຶ້ນສັງຄົມນິຍົມ ນັ້ນແມ່ນຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ ຕິດພັນກັບການພັດທະນາເສດຖະກິດພູມປັນຍາ, ກ້າວຂຶ້ນລະດັບກ້າວຫນ້າຂອງໂລກ. ສ່ິງດັ່ງກ່າວຮຽກຮ້ອງໃຫ້ພວກເຮົາຕ້ອງເອົາໃຈໃສ່ເປັນພິເສດເຖິງການພັດທະນາຂອງບັນດາຂະແຫນງການ, ຂົງເຂດວິທະຍາສາດ, ເຕັກໂນໂລຊີ ຕ້ອງປະຕິບັດການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ ຕາມຮູບແບບຫລຸດຜ່ອນໄລຍະເວລາເພື່ອພັດທະນາເສດຖະກິດພູມປັນຍາ, ພື້ນຖານເສດຖະກິດແຫ່ງລັດ. ສະນັ້ນ ຂ້າພະເຈົ້າສະເຫນີວ່າ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຄວນຢືນຢັນຢ່າງຈະແຈ້ງມາດຕາ 53 ນັ້ນແມ່ນ: “ຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ ຕິດພັນກັບການພັດທະນາເສດຖະກິດພູມປັນຍາ” ນັ້ນແມ່ນບັນຫາຈຳເປັນຢ່າງເດັດຂາດ, ສອດຄ່ອງກັບທ່າອ່ຽງມີລັກສະນະຍຸກສະໄຫມ ແລະ ສອດຄ່ອງກັບໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ.”
ປະເທດຊາດເຂັ້ມແຂວງ ຕ້ອງມີພື້ນຖານເສດຖະກິດແຂງແຮງ. ໃນສະພາບຫັນການຄ້າເປັນເສລີ ພວມດຳເນີນໄປດ້ວຍຢ່າງວ່ອງໄວ, ພື້ນຖານເສດຖະກິດ ຫວຽດນາມ ຄວນມີບັນດາບາດກ້າວປະຕິຮູບມີລັກສະນະບຸກທະລຸເພື່ອທັດທຽມກັບທ່າອ່ຽງຂອງພື້ນຖານເສດຖະກິດໂລກ. ເລື່ອງປັບປຸງກົດໝາຍກ່ຽວກັບເສດຖະກິດຕາມທິດສະເຫມີກັນລະຫວ່າງບັນດາພາກສ່ວນເສດຖະກິດ ຈະປະກອບສ່ວນເຮັດໃຫ້ຫັນພື້ນຖານເສດຖະກິດໂປ່ງໃສ, ເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນຂອງສັງຄົມ, ປະກອບສ່ວນເຂົ້າໃນຈຸດໝາຍລວມຂອງປະເທດຊາດ.