(vovworld)- ສ້າງຄວາມເຫັນດີເຫັນພ້ອມເພື່ອໃຫ້ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງບັນລຸປະສິດທິຜົນ ແມ່ນຄຳເຫັນຂອງ ສສຊ ສ່ວນຫຼາຍເມື່ອປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2013. ເຖິງວ່າບໍ່ແມ່ນເນື້ອໃນໃໝ່ຂອງແຕ່ລະສະໄໝປະຊຸມກໍ່ຕາມແຕ່ບັນດາ ສສຊ ກໍ່ໄດ້ຍົກອອກຂໍ້ສະເໜີໃໝ່ເພື່ອຈຳກັດ, ກ້າວໄປເຖິງຍູ້ອາດຊະຍາກຳສໍ້ລາດບັງຫຼວງໃຫ້ຖອຍໄປ.
ສສຊ ກ່າວຄຳເຫັນທີ່ການປຶກສາຫາລືກ່ຽວກັບວຽກງານປ້ອງກັນປ້ອງກັນ, ຕ້ານການສໍ້ລາດບັງຫຼວງ
(ພາບ: VGP/Thành Chung)
* ພິຈາລະນາກົນໄກປ້ອງກັນຄືນໃໝ່
ຕໍ່ໜ້າສະພາບອາດຊະຍາກຳສໍ້ລາດບັງຫຼວງຍັງມີທິດເພີ່ມຂຶ້ນໃນຫຼາຍຂົງເຂດດ້ວຍເລລ່ຽມນັບມື້ນັບສັບສົນນັ້ນ, ທ່ານໂດ້ກິມຕວຽນ ຮອງຫົວໜ້າກົມໃຫ່ຍປ້ອງກັນ, ຕ້ານອາດຊະຍາກຳ (ກະຊວງຕຳຫຼວດຫວຽດນາມ), ສສຊ ນະຄອນຮ່າໂນ້ຍ ຖືວ່າ: ອົງການມີໜ້າທີ່ຮັບຜິດຊອບໜ້າທີ່ຂອງຫວຽດນາມ ຕ້ອງສືບຕໍ່ຕີລາຄາຄືນກົນໄກກວດກາຄຸ້ມຄອງ. ປະຈຸບັນ, ອົງການຕ້ານສໍ້ລາດບັງຫຼວງສະເພາະກິດຂອງກະຊວງຕຳຫຼວດຫວຽດນາມ, ອົງການກວດກາລັດຖະບານຍັງມີຄວາມຈຳກັດດ້ານຮູບແບບ ແລະ ວິທີການເຄື່ອນໄຫວ.
“ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງແມ່ນບັນດາເນື້ອໃນສຳຄັນ, ພວກຂ້າພະເຈົ້າສະເໜີວ່າໃນໄລຍຈະມາເຖິງ, ສະພາແຫ່ງຊາດຈະສືບຕໍ່ເອົາໃຈໃສ່ຊີ້ນຳ, ຕິດຕາມກວດການປະຕິບັດວຽກງານນີ້ຢ່າງຂ້ຽວຂາດກ່ວາ. ຕ້ອງສ້າງກົນໄກ, ນອກຈາກກົນໄກດ້ານນະໂຍບາຍ, ກົດໝາຍແລ້ວ, ກົນໄກກວດການ, ປັບໄໝລົງໂທດກໍ່ຕ້ອງຕີລາຄາຄືນໃໝ່“.
ຕາມທ່ານຫງວຽນດິ່ງກວ່ຽນ ຮອງປະທານກຳມາທິການກົດໝາຍແລ້ວ, ບັນດາມາດຕະການປ້ອງກັນກໍ່ມີຢູ່ແລ້ວແຕ່ບໍ່ທັນບັນລຸໄດ້ປະສິດທິຜົນເທື່ອ. ການກວດກາພາຍໃນບໍ່ຄົ້ນພົບການສໍ້ລາດບັງຫຼວງ ອັນໄດ້ສະແດງໃຫ້ເຫັນວ່າການຄຸ້ມຄອງບໍ່ທັນເຂັ້ມງວດ, ບໍ່ທັນສ້າງຂະບວນການທົ່ວປວງຊົນປ້ອງກັນ ແລະ ຕ້ານອາດຊະຍາກຳໄດ້ເທື່ອ.
“ພວກເຮົາຕ້ອງພິຈາລະນາວຽກງານປ້ອງກັນສະກັດກັ້ນຄືນໃໝ່. ປະຈຸບັນ, ພວກຂ້າພະເຈົ້າເຫັນວ່າມາດຕະການມີປະສິດທິຜົນທີ່ສຸດແມ່ນການເປີດເຜີຍ, ບັນດາມາດຖານ, ຈາກມາດຖານຄັດເລືອກ, ແຕ່ງຕັ້ງ ພະນັກງານ, ການປະມູນ, ໂຄງການ, ໂຄງການຈຸດໝາຍແຫ່ງຊາດ ກໍ່ເຊັ່ນດຽວກັນ. ເຮັດໄດ້ຄືແນວນັ້ນຈຶ່ງຕ້ານການສໍ້ລາດບັງຫຼວງໄດ້“.
ບັນດາ ສສຊ ເຮັດວຽກຢູ່ໜ່ວຍ
* ສ້າງລະບົບກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້ສົມບູນແບບ
ທ່ານນາງຫງວຽນທິກວຽດເຕີມ ສສຊ ນະຄອນ ໂຮ່ຈິມິນ ສະເໜີວ່າ: ຕ້ອງກວດຄືນບັນດາຄະດີສໍ້ລາດບັງຫຼວງ, ຈາກນັ້ນ, ສະພາແຫ່ງຊາດຈະໃຫ້ບຸລິມະສິດເວລາສ້າງກົດໝາຍຮັບໃຊ້ວຽກງານປ້ອງງກັນ, ຕ້ານການສໍ້ລາດບັງຫຼວງ. ທ່ານນາງກໍ່ສະເໜີໃຫ້ສະພາແຫ່ງຊາດຈັດສະໄໝປະຊຸມມີຫົວເລື່ອງສະເພາະເພື່ອປຶກສາຫາລືກ່ຽວກັບການປ້ອງງກັນ, ຕ້ານການສໍ້ລາດບັງຫຼວງຖ້າຈຳເປັນ.
* ສຸມໃສ່ແກ້ໄຂບັນດາຄະດີສໍ້ລາດບັງຫຼວງໃຫ່ຍ
ກ່ຽວກັບການນຳໃຊ້ຮູບການລົງໂທດສໍ້ລາດບັງຫຼວງ, ສສຊ ຫຼາຍທ່ານ ສະເໜີໃຫ້ສະພາແຫ່ງຊາດຕ້ອງວາງອອກມະຕິດ້ວຍຄາດໝາຍລະອຽດໃຫ້ແກ່ອົງການກວດກາ, ກວດຊອບບັນຊີ, ອົງການໄອຍະການ, ສານ… ເພື່ອກວດກາໃຫ້ແກ່ການຝາກໂທດ. ບໍ່ຫ້າມການຮັບການຝາກໂທດຢ່າງເຖິງຖອງແຕ່ບໍ່ໄດ້ນຳໃຊ້ຮູບການລົງໂທດນີ້ຫຼາຍ. ນອກຈາກນັ້ນຕ້ອງກວດກາຄືນກຳລັງຕ້ານການສໍ້ລາດບັງຫຼວງສະເພາະກິດຢູ່ທັງສູນກາງ ແລະ ທ້ອງຖິ່ນ. ທ່ານໂດ້ວັນເດືອງ ສສຊ ນະຄອນໂຮ່ຈິມິນ ຖືວ່າ:
“ຕ້ອງເພີ່ມທະວີການຕໍ່ສູ້ປາບປາມອາດຊະຍາກຳ. ຕ້ອງສຸມໃສ່ບັນດາອາດຊະກຳມີເງິນຫຼາຍ, ມິສິດອຳນາດ. ຕ້ອງປ່ຽນແປງວິທີການຕ້ານການສໍ້ລາດບັງຫຼວງ ຈຶ່ງບັນລຸປະສິດທິຜົນໄດ້. ຄວນເພີ່ມທະວີການກວດກາຢູ່ກິດຈະກຳທີ່ມີເງິນລົງທຶນຫຼາຍ ແລະ ແກ້ໄຂຢ່າງເຂັ້ມງວດ“.
ບັນດາ ສສຊ ກໍ່ຖືວ່າ, ການປ້ອງກັນ, ຕ້ານການສໍະລາດບັງຫຼວງແມ່ນວິວັດການຕໍ່ສູ້ທີ່ເດັດດຽວ, ທົນທານ ແຕ່ຕ້ອງມີການຫັນປ່ຽນຜ່ານແຕ່ລະປີ. ສະນັ້ນ, ບັນດາຂໍ້ສະເໜີຖືກຍົກອອກມາປຶກສາຫາລືທີ່ສະພາແຫ່ງງຊາດຈະປະກອບສ່ວນປະຕິບັດໜ້າທີ່ປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງມີປະສິດທິຜົນກ່ວາ ພ້ອມທັງປະຕິບັດຄຳຮຽກຮ້ອງຂອງມະຕິສູນກາງພັກຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 4 ຊຸດທີ 11 ເທື່ອລະກ້າວ./.