ສ້າງເງື່ອນໄຂດ້ານກົດໝາຍເພື່ອພັດທະນາສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ


(vovworld)- ກົດ​ໝາຍວ່າ​ດ້ວຍ​ວິ​ສາ​ຫະ​ກິດ(ສະ​ບັບ​ປັບ​ປຸງ) ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ(ສະ​ບັບ​ປັບ​ປຸງ) ຫາກ​ໍ​ໄດ້​ຮັບ​ຮອງ​ເອົາ​ຈາ​ກ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ແມ່ນ​ກົດ​ໝາຍ​ພື້ນ​ຖານ​ 2 ສະ​ບັບ, ດັດ​ປັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ​ຢູ່​ຫວຽດ​ນາມ. ເລື່ອງ​ຮັບ​ຮອງ​ເອົາກົດ​ໝາຍ​ 2 ສະ​ບັບ​ດັ່ງ​ກ່າວ​ ໄດ້​ຮັບ​ການ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ຫນ້າ​ຈາກ​ບັນ​ດາ​ນັກ​ຄຸ້ມ​ຄອງ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ດ້ວຍ​ຄວາມ​ຫວັງ ຈະ​ສ້າງ​ເງື່ອນ​ໄຂ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ຂອງ​ປະ​ເທດ​ຊາດ.
ສ້າງເງື່ອນໄຂດ້ານກົດໝາຍເພື່ອພັດທະນາສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ - ảnh 1
ສະ​ພາ​ແຫ່ງ​ຊາດ​ຮັບ​ຮອ​ງ​ເອົາ​ກົດ​ໝາຍ​ສອງ​ສະ​ບັບ
ພາບ:TTXVN

        ວິ​ສາ​ຫະ​ກິດ​ສ່ວນ​ຫລາຍ​ ​ຊົມ​ເຊີຍ​ເລື່ອງ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ ກົດ​ໝາຍວ່າ​ດ້ວຍ​ວິ​ສາ​ຫະ​ກິດ(ສະ​ບັບ​ປັບ​ປຸງ) ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ(ສະ​ບັບ​ປັບ​ປຸງ) ດ​້ວຍ​ການ​ກຳ​ນົດ​ຫລາຍ​ຢ່າງ​ທີ່​ສະ​ດວກ ຈະ​ສ້າງ​ບັນ​ດາ​ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ແກ່​ວິ​ສາ​ຫະ​ກິດ. ກົດ​ໝາຍ​ສອງ​ສະ​ບັບ​ດັ່ງ​ກ່າວ ກຳ​ນົດ​ແບບ​ລວມໆ​ທີ່​ສຸດໃຫ້​ແກ່​ຂົງ​ເຂດ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ກຳ​ນົດ​ບັນ​ດາ​ຫລັກ​ການ​ລ​ວມໆ​ທີ່​ສຸດໃຫ້​ແກ່​ການ​ສ້າງ​ຕັ້ງ ແລະ​ບໍ​ລິ​ຫານ​ວິ​ສາ​ຫະ​ກິດ, ໝູນ​ໃຊ້​ໃຫ້​ທຸກວິ​ສາ​ຫະ​ກິດ, ເວັ້ນ​ເສຍ​ແຕ່ ບາງວິ​ສາ​ຫະ​ກິດ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຂົງ​ເຂດ​ພິ​ເສດ​ສະ​ເພາະ ຄື: ທະ​ນາ​ຄານ, ປະ​ກັນ​ໄພ, ຫລັກ​ຊັບ…

        ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ພົນ​ລະ​ເມືອງ, ວິ​ສາ​ຫະ​ກິດ

       ເລື່ອງ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອ​ງ​ເອົາ ກົດ​ໝາຍວ່າ​ດ້ວຍ​ວິ​ສາ​ຫະ​ກິດ(ສະ​ບັບ​ປັບ​ປຸງ) ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ(ສະ​ບັບ​ປັບ​ປຸງ) ແມ່ນ​ບາດ​ກ້າວ​ໃຫຍ່​ໃນ​ການ​ເປີດ​ປະ​ຕູ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ເສ​ລີ ຊື່ງ​ກົດ​ໝາຍບໍ່​ເກືອດ​ຫ້າມ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ເໝີ​ພາບ​ລະ​ຫວ່າງ​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ, ຫລຸດ​ຜ່ອນລະ​ບຽບ​ການ​ບໍ​ລິ​ຫານ ກໍ​ຄື​ຫລຸດ​ຜ່ອນ​ລາຍ​ຈ່າຍ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ແກ່​ວິ​ສາ​ຫະ​ກິດ. ສິ່ງ​ດັ່ງ​ກ່າວ​ແມ່ນ​ເໝ​າ​ະ​ສົມ​ກັບ​ທຳ​ນຽມ​ສາ​ກົນ. ທ່ານ​ບຸ່ຍກວາງວີງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ການ​ປັບ​ປຸງ​ກົດ​ໝາຍຄັ້ງ​ນີ້​ແມ່ນ​ແກ້​ໄຂ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ໃນ​ໄລ​ຍະ​ກວ່າ 10 ປີ​ພວກ​ເຮົາ​ໄດ້​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ກົດ​ໝາຍ​ສອງ​ສະ​ບັບ​ດັ່ງ​ກ່າວ. ເນື້ອ​ໃນ​ຕົ້ນ​ຕໍ​ໄດ້​ຮັບ​ການ​ປັບ​ປຸງ​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ນັ້ນ​ແມ່ນ​ວິ​ທີ​ສຳ​ພັດ. ນັ້ນ​ແມ່ນ ສິ່ງ​ໃດ​ຖືກ​ຫ້າມ ແລະ ຖືກ​ຈຳ​ກັດ​ລ້ວນ​ແຕ່​ລະ​ບ​ຸ​ໄວ້​ໃນ​ກົດ​ໝາຍ. ສິ່ງ​ໃດ​ກົດ​ໝາຍບໍ່​ຫ້າມ ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ເສ​ລີ​. ບັນ​ຫາ​ທີ 2 ວິ​ສາ​ຫະ​ກິດ​ຫວຽດ​ນາມ ທັງ​ໝົດ ບໍ່​ຈຳ​ເປັນ​ມີ​ຫນັງ​ສື​ອະ​ນຸ​ຍາດ​ລົງ​ທຶນ. ຖ້າ​ຫາກ​​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຂົງ​ເຂດ​ມີ​ເງື່ອນ​ໄຂ ເຂົ​າ​ເຈົ້າ​ຕ້ອງ​ຕອບ​ສະ​ຫນອງ​ບັນ​ດາ​ເງື່ອນ​ໄຂ​ນັ້ນ. ຫລັງ​ຈາກນັ້ນ ບັນ​ດາ​ອົງ​ກາ​ນ​ຄ​ຸ້ມ​ຄອງ​ລັດ ຈະ​ກວດ​ກາ. ຖ້າ​​ເຫັນ​ວ່າບໍ່​ທັນຖືກ​ຕ້ອງ ​ຈະຮຽກຮ້ອງ​ຕ້ອງ​ການ​ປັບ​ປຸງ, ຖ້າ​ຫາກ​ລະ​ດັບ​ລະ​ເມີດ​ແມ່ນ​ໃຫຍ່​ຫລວງ​​ແມ່ນຕ້ອງ​ຢຸດ​ຕິ.”

        ເມື່ອ ກົດ​ໝາຍວ່າ​ດ້ວຍ​ວິ​ສາ​ຫະ​ກິດ(ສະ​ບັບ​ປັບ​ປຸງ) ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ(ສະ​ບັບ​ປັບ​ປຸງ) ໄດ້​ຮັບ​ການ​ນຳ​ໃຊ້ ວິ​ສາ​ຫະ​ກິດ​ສາ​ມາດ​ຫັນ​ປ່ຽນ​ຂົງ​ເຂດ​ດຳ​ເນີນ​ທຸ​ລະ​ກິດ ຖ້າ​ຫາກ​ເຫັນ​ວ່າ​ກຳ​ໄລ​ສູງກວ່າ ແລະ ບັນ​ດາ​ລະ​ບຽບ​ການ​ຂໍ​ຫນັງ​ສື​ອະ​ນຸ​ຍາດ​ບໍ່ຫຍຸ້ງ​ຍາກ​ຄື​ກ່ອນນີ້. ການ​ປ່ຽນ​ແປງ​ດັ່ງ​ກ່າວ​ຈະ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ ດີ​ພໍ​ສົມ​ຄວນ, ເພີ່ມ​ລັກ​ສະ​ນະ​ເປັນ​ເຈົ້າ​ຂອງວິ​ສາ​ຫະ​ກິດ, ເຮັດ​ໃຫ້​ມີ​​ໄຫວ​ພິບ​ໃນ​ແຜນ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ. ຄຽງ​ຄູ່​ກັນ​ນັ້ນ ແມ່ນ​ລະ​ບຽບ​ການ​ບໍ​ລິ​ຫານ​ໃນ​ການ​ລົງ​ທຶນ ​ຕາມ​ທິດ​ຫລຸ​ດ​ຜ່ອນ​ຮູບ​ການ​ອອກ​ຫນັງ​ສື​ອະ​ນຸຍ​າດ ເພື່ອ​ຫັນ​ໄປ​ສູ່​ການ​ນຳ​ໃຊ້​ຮູບ​ການ​ປະ​ກາດ​ໃຊ້​ການ​ກຳ​ນົດ​ກ່ຽວ​ກັບ​ມາດ​ຕະ​ຖານ, ເງື່ອນ​ໄຂ​ເປັນ​ຕົ້ນ ເພື່ອ​ໃຫ້​ນັກ​ລົງ​ທຶນ​​ຈົດ​ທະ​ບຽນ​​ປະ​ຕິ​ບັດດ້ວຍ​ຕົນ​ເອງ ແລະ ອົງ​ການ​ຄຸ້ມ​ຄອງ​ດຳ​ເນີນ​ການກວດ​ກາ​ຕາມ​ຫລັງ. ຈາກ​ບັນ​ດາ​ການ​ກຳ​ນົດ​ຢ່າງ​ສະ​ດວກ​ດັ່ງ​ກ່າວ, ວິ​ສາ​ຫະ​ກິດ​ຈະ​ມີ​ຄວາມ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ຕົນ​ເອງ​ກໍ​ຄື​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ອົງ​ການ​ລັດ​ຫລາຍກວ່າ. ທ່ານ ຫວູ​ຕຽນ​ໂລກ, ປະ​ທານ​ຫ້ອງ​ການ​ການ​ຄ​້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ຕີ​ລາ​ຄາ​ວ່າ:

        “ບັນ​ດາ​ກົດ​ໝາຍ​ ໄດ້​ກຳ​ນົດ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ແຮງ ບົນ​ເນື້ອ​ໃນ​ຈິດ​ໃຈ​ສ້າງ​ຄວາມ​ສະ​ດວກ​ຢ່າງ​ສູງ​ສູດ, ຫລຸດ​ຜ່ອນ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ, ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ເອ​ກະ​ພາບ​ຂອງ​ລະ​ບົບ​ກົດ​ໝາຍ​ກ່ຽວ​ກັບ​ການ​ດຳ​ເນີນ​ທຸ​ລະ​ກິດ ເພື່ອ​ໃຫ້​ບັນ​ດາ​ເນື້ອ​ໃນ​ນີ້ບໍ່​ພຽງ​ແຕ່​ນຳ​ໃຊ້​ໃຫ້​ແກ່​ວິ​ສາ​ຫະ​ກິດ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ພາກ​ສ່ວນ​ເສດ​ຖະ​ກິ​ດ​ອື່ນອ​ີກ​ດ້​້ວຍ. ນີ້​ແມ່ນ​ການ​ປັບ​ປຸງ​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ.”

ສິ່ງ​ທ້າ​ທາຍ​ສຳ​ລັບ​ອົງ​ການ​ຄຸ​້ມ​ຄອງ

        ເລື່ອງ​ເປີດກວ້າງ​ບັນ​ດາ​ຂົງ​ເຂດ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຄື​ດັ່ງ​ກົດ​ໝາຍ​ສະ​ບັບ​ໃຫມ່ ຈະ​ສ້າງ​ການ​ແກ້ງ​ແຍ້ງ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ ແຕ່​ກໍ​ເຮັດ​ໃຫ້​ຕະ​ຫລາດ​ມີ​ການ​ປົນ​ເປ​ຢ່າງ​ແນ່ນອນ. ນອກນັ້ນ ບັນ​ດາ​ຂົງ​ເຂດ​ໄດ້​ຮັບ​ການ​ລົງ​ທຶນ​ພັດ​ເພີ່ມ​ຂຶ້ນ​ທົບ​ຫລາຍ​ເທົ່າ ສະ​ນັ້ນ ຈະ​ສ້າງ​ສິ່ງ​ທ້າ​ທາຍບໍ່​ແມ່ນ​​ຫນ້ອຍ​ສຳ​ລັບ​ບັນ​ດາ​ອົງ​ການ​ຄຸ​້ມ​ຄອງ​ໃນ​ບົດ​ບາດກວດ​ກາ​ວິ​ສາ​ຫະ​ກິດ​, ນັກ​ລົງ​ທຶນຕາມ​ຫລັງ, . ສະ​ນັ້ນ ຄວນ​ມີ​ກົງ​ຈັກ ດ້ວຍ​ບັນ​ດາ​ບຸກ​ຄະ​ລາ​ກອນ​ເກັ່ງ​ກ່ຽວ​ກັບ​ການກວດ​ກາ​ການ​ດຳ​ເນີນ​ທຸ​ລະ​ກິດ​ຕາມ​ຫລັງ ​ແຕ່ບໍ່​ກໍ່​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ນັກ​ລົງ​ທຶນ. ທ່ານ ເລ​ດັກ​ເລີມ, ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ ແຂວງ ບີງ​ທ້ວນ ໃຫ້​ຮູ້​ວ່າ:

        “ເພື່ອ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ,  ຜົນສັກ​ສິດ​ຂອງວຽກ​ງານ​ບໍ​ລິ​ຫາ​ນ​ວິ​ສາ​ຫະ​ກິດ ຕ້ອງ​ຫັນ​ບັນ​ດາ​ກົດ​ໝາຍ, ຂໍ​້​ກຳ​ນົດ​ກ່ຽວ​ກັບ​ສິດ​ອຳ​ນາດ, ຄວາມ​ຮັບ​ຜິດ​ຊອບ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ບໍ​ລິ​ຫານ​ລັດ​ຢ່າງ​ຈະ​ແຈ້ງກວ່າ ເພື່ອ​ມີ​ກົນ​ໄກ​ໃນ​ວຽກ​ງານກວດ​ກາ​ຕາມ​ຫລັງ.”

        ກົດ​ໝາຍວ່າ​ດ້ວຍ​ວິ​ສາ​ຫະ​ກິດ(ສະ​ບັບ​ປັບ​ປຸງ) ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ(ສະ​ບັບ​ປັບ​ປຸງ) ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 1/7/2015 ເປັນ​ຕົ້ນ​ໄປ. ອົງ​ການ​ກ່ຽວ​ຂ້ອງ ແລະ ຫາ​ງ​ສຽງ​ມີ​ຄວາມ​ຫວັງ​ວ່າ ພາຍ​ຫລັງ​ກົດ​ໝາຍ​ສອງ​ສະ​ບັບ​ດັ່ງ​ກ່າວ​ມີ​ຜົນ​ສັກ​ສິດ ຈະ​ສ້າງ​ກຳ​ລັງ​ຫນູນ​ໃຫມ່​ໃຫ້​ແກ່​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ, ສ້າງ​​ຂະ​ບວນ​ການ​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ​ໃຫມ່, ປະ​ກອບ​ສ່ວນ​ສົ່ງ​ເສີມ​ປະ​ຊາ​ຊົນ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ນັບ​ລ້ານໆ​ຄົນ ແລະ ບັນ​ດາ​ຄຸນ​ຄ່າ​ສຳ​ຄັນ​ອື່​ນ​ໃຫ້​ແກ່​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ