(VOVWORLD) - ກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພວມສ້າງແຜນຮ່າງກ່ຽວກັບການເພີ່ມທະວີການຂົນຂວາຍ, ສາມັກຄີບັນດາສາສະໜາ ຢູ່ ຫວຽດນາມ. ເມື່ອປະກອບຄຳເຫັນໃສ່ໃນແຜນຮ່າງນີ້, ມີຫຼາຍຄຳເຫັນຖືວ່າ, ຄວາມສາມັກຄີລະຫວ່າງບັນດາສາສະໜາ ຢູ່ ຫວຽດນາມ ແມ່ນຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ, ທັງແມ່ນຄວາມຮັບຜິດຊອບຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນສາສະໜາ, ພິເສດແມ່ນໃນວິວັດແຫ່ງການເຊື່ອມໂຍງເຂົ້າກັບສາກົນຄືປະຈຸບັນ. ບົດຂຽນຂອງນັກຂ່າວ ລ້າຍຮວາ “ສາມັກຄີບັນດາສາສະໜາເພື່ອເສີມຂະຫຍາຍບັນດາແຫຼ່ງກຳລັງສ້າງສາປະເທດຊາດ”
ພິທີສົງນ້ຳພະ (ພາບ: Ngọc Thành/Vnexpress) |
ຫວຽດນາມ ມີຫຼາຍສາສະໜາ, ຊົນເຜົ່າ, ດັ່ງນັ້ນ ເລື່ອງສາມັກຄີຊົນເຜົ່າ, ສາມັກຄີສາສະໜາແມ່ນບັນຫາໃຫຍ່. ພັກ, ລັດ ໄດ້ສ້າງ, ປັບປຸງບັນດາແຜນນະໂຍບາຍ, ນະໂຍບາຍກົດໝາຍທີ່ກ່ຽວຂ້ອງເຖິງການເຫຼື້ອມໃສ, ສາສະໜາ ໃຫ້ສົມບູນແບບ ເພື່ອຮັບປະກັນປະຕິບັດສິດເສລີໃນການເຫຼື້ອມໃສ, ເຊື່ອຖືຂອງປະຊາຊົນຖືກຕາມຂໍ້ກຳນົດຂອງກົດໝາຍໃຫ້ນັບມື້ນັບດີກ່ວາ.
ສາມັກຄີບັນດາສາສະໜາ ແມ່ນຄວາມຮັບຜິດຊອບຂອງທັງລະບົບການເມືອງ
ກ່ຽວກັບແຜນຮ່າງ “ເພີ່ມທະວີການຂົນຂວາຍ, ຄວາມສາມັກຄີບັນດາສາສະໜາຢູ່ປະເທດເຮົາໃນປະຈຸບັນ” ຊຶ່ງກົມການເມືອງ ສູນກາງພັກກອມມູນິດ ຫວຽດນາມ ພວມກໍ່ສ້າງ, ພະມະຫາອາຈານ ທິກທ້ຽນເຕີມ, ຮອງປະທານສະພາບໍລິຫານງານສູນກາງພຸດສະສາສະໜາ ຫວຽດນາມ, ໄດ້ຍົກອອກຄຳເຫັນວ່າ:
“ສາສະໜາຕ່າງໆລ້ວນແຕ່ແມ່ນສະມາຊິກຂອງແນວໂຮມປະເທດຊາດ ຫວຽດນາມ ດັ່ງນັ້ນ, ມີເງື່ອນໄຂໄດ້ສະໜິດຕິດພັນນຳກັນ ແລະ ພ້ອມກັນເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ຂ້າພະເຈົ້າເຫັນໄດ້ຄວາມເອົາໃຈໃສ່ຂອງພັກ, ລັດ, ຂອງບັນດາຄະນະ, ຂະແໜງການຂອງອົງການຈັດຕັ້ງມະຫາຊົນ ໃຫ້ສາສະໜາເວົ້າລວມ, ໃນນັ້ນ ແນວໂຮມປະເທດຊາດ ມີບົດບາດສຳຄັນ. ອຳນາດການປົກຄອງມີຄວາມເອົາໃຈໃສ່ທີ່ສຸດເຖິງການສ້າງເງື່ອນໄຂຮາກຖານສາສະໜາໄດ້ຮັບການປັບປຸງ, ບູລະນະປະຕິສັງຂອນ. ແຕ່ກໍ່ຕ້ອງເອົາໃຈໃສ່ເຖິງເຂດຫ່າງໄກສອກຫຼິກ, ເພາະວ່າ ຢູ່ບັນດາສະຖານທີ່ນີ້ຍັງຂາດເຂີນກ່ຽວກັບຊີວິດທາງດ້ານຈິດໃຈວັດທະນະທຳ.”
ຄຸນນະພາບໃໝ່ຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນແມ່ນຄວາມສາມັກຄີ - ປະຊາທິປະໄຕ - ຄວາມເຫັນດີເຫັນພ້ອມ. ວຽກງານຂົນຂວາຍ, ຄວາມສາມັກຄີບັນດາສາສະໜາ ຕາມຄຳຮຽກຮ້ອງດັ່ງກ່າວກໍ່ໄດ້ນຳເຂົ້າແຜນຮ່າງຂອງກົມການເມືອງ. ທ່ານ ເລຈ່ວຽນ, ກຳມະການຄະນະປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຖືວ່າ: ໜຶ່ງໃນບັນດາມາດຕະການທີ່ມີປະສິດທິຜົນເພື່ອເພີ່ມທະວີຄວາມສາມັກຄີສາສະໜາແມ່ນປະຕິບັດການສຳຜັດ, ໂອ້ລົມສົນທະນາລະຫວ່າງອຳນາດການປົກຄອງ, ແນວໂຮມ ກັບບັນດາຜູ້ມີຍົກສັກຕຳແໜ່ງ, ນັກບວດ, ປະຊາຊົນຜູ້ເຊື່ອຖືສາສະໜາ:
“ການສຳຜັດ, ການໂອ້ລົມສົນທະນາ ໄດ້ຮັບຖືວ່າເປັນເອກະລັກສະເພາະ, ເປັນຮູບການເພື່ອດຳເນີນວຽກງານຂົນຂວາຍ, ສາມັກຄີສາສະໜາ ເຊິ່ງໃນນັ້ນສິ່ງສຳຄັນທີ່ສຸດຂອງການໂອ້ລົມສົນທະນານີ້ແມ່ນຄວາມເປັນຈິງຂອງພວກເຮົາທີ່ມີຕໍ່ສາສະໜາ. ຍາມໃດມີຄວາມ ຈິງໃຈຈຶ່ງສາມາດນຳມາເຊິ່ງປະສິດທິຜົນໄດ້. ຄວາມຈິງໃຈຢູ່ທີ່ນີ້ໝາຍຄວາມວ່າເຄົາລົບນັບຖື, ຮ່ຳຮຽນເອົາບົດຮຽນ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ນັບທັງສາສະໜາເອງມີຕໍ່ພະນັກງານແນວໂຮມ ແລະ ກົງກັນຂ້າມແມ່ນພະນັກງານແນວໂຮມກັບສາສະໜາ.”
ພາບປະກອບຈາກ My Tra |
ແນວໂຮມປະເທດຊາດແມ່ນແກ່ນສານໃນຄວາມສາມັກຄີສາສະໜາ
ຮ່າງແຜນຮ່າງຂອງກົມການເມືອງ ຍັງເຕື້ອງເຖິງບັນຫາການຂົນຂວາຍ ຄວາມສາມັກຄີບັນດາສາສະໜາຢູ່ ຫວຽດນາມ ຢູ່ອຳນາດການປົກຄອງ, ທ້ອງຖິ່ນທຸກຂັ້ນຢ່າງຮອບດ້ານ, ກໍ່ຄືເລື່ອງຍົກສູງສະຕິຄວາມຮັບຮູ້ໃຫ້ບັນດາກຳລັງທີ່ກ່ຽວຂ້ອງກ່ຽວກັບທີ່ຕັ້ງບົດບາດ, ຄວາມສຳຄັນ ແລະ ຄາດໝາຍ, ໜ້າທີ່ຂອງວຽກງານຂົນຂວາຍ, ຄວາມສາມັກຄີສາສະໜາ. ຮ່າງແຜນຮ່າງໄດ້ເນັ້ນໜັກ ເຖິງເລື່ອງເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງທຸກຂັ້ນ, ຂະແໜງການໃນວຽກງານຂົນຂວາຍພໍ່ແມ່ປະຊາຊົນເຊື່ອຖືສາສະໜາ, ເພີ່ມທະວີລະບົບການເມືອງຂັ້ນຮາກຖານຢູ່ບັນດາບໍລິເວນເຕົ້າໂຮມພໍ່ແມ່ປະຊາຊົນເຊື່ອຖືສາສະໜາ. ຕາມແຜນຮ່າງແລ້ວ, ແນວໂຮມປະເທດຊາດ ຫວຽດນາມ ແມ່ນອົງການສຳຄັນ ໃນຄວາມສາມັກຄີ, ຂົນຂວາຍບັນດາສາສະໜາ. ທ່ານ ຫງວຽນກວກຕ໋ວນ, ອະດິດຫົວໜ້າສະຖາບັນຂົນຂວາຍສາສະໜາ, ສະພາມະຫາບັນດິດວິທະຍາສາດ ແລະ ສັງຄົມ ຫວຽດນາມ, ຖືວ່າ:
“ແນວໂຮມຕ້ອງປະຕິບັດໃຫ້ດີ, ຕ້ອງມີຫຼາຍຮູບການເພື່ອເປັນຂົວຕໍ່, ເປັນກາງໃນການໂອ້ລົມສົນທະນາລະຫວ່າງສາສະໜາ. ນີ້ແມ່ນສິ່ງທີ່ພວກເຮົາຕ້ອງການ. ແນວໂຮມຕ້ອງເປັນກາງໃນການໂອ້ລົມສົນທະນາລະຫວ່າງຜູ້ເຊື່ອຖືສາສະໜາ ແລະ ຜູ້ບໍ່ເຊື່ອຖືສາສະໜາ. ແນວໂຮມຕ້ອງແມ່ນລະບົບທີ່ເໝາະສົມໃຫ້ແກ່ການປະຕິບັດຢ່າງພາວະວິໄສ, ປະຕິບັດຖືກຕາມທິດນຳຂອງແນວໂຮມ ແມ່ນສາມັກຄີ, ສ້າງຄວາມເປັນເອກະພາບກັນ.”
ການຂົນຂວາຍ, ຄວາມສາມັກຄີລະຫວ່າງບັນດາຊົນເຜົ່າແມ່ນຄວາມຮັບຜິດຊອບຂອງບັນດາອົງການ, ຈັດຕັ້ງສ່ວນບຸກຄົນສາສະໜາ, ພິເສດແມ່ນໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນໃນປະຈຸບັນ. ຜ່ານນັ້ນ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ຄຸນສົມບັດອັນດີງາມ ແລະ ແຫຼ່ງກຳລັງຂອງບັນດາສາສະໜາເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ໂດຍແມ່ນພາກສ່ວນໜຶ່ງທີ່ສຳຄັນໃນວົງຄະນະຍາດຊົນເຜົ່າ, ພໍ່ແມ່ປະຊາຊົນບັນດາສາສະໜາ ຍາມໃດກໍ່ສະໜິດຕິດພັນ, ສາມັກຄີ, ຮ່ວມເດີນທາງກັບພໍ່ແມ່ປະຊາຊົນໃນທົ່ວປະເທດ, ສຸ້ຊົນເພື່ອຜົນປະໂຫຍດລວມຂອງຊາດ, ຂອງການປະຕິວັດ. ພໍ່ແມ່ປະຊາຊົນຖືສາສະໜາ ແລະ ບັນດາອົງການການເມືອງສັງຄົມ, ບັນດາຄະນະ, ຂະແໜງການ, ທ້ອງຖິ່ນ ປະຕິບັດຄວາມສາມັກຄີສາສະໜາຕາມນະໂຍບາຍສາສະໜາຂອງພັກ, ລັດ ແມ່ນປະກອບສ່ວນເພີ່ມທະວີ, ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນຢ່າງບໍ່ຢຸດຢັ້ງ.