ໃນຊຸມມື້ມໍ່ໆມານີ້, ການຄາດຄະເນລະດັບເຕີບໂຕເສດຖະກິດຂອງຫວຽດນາມ ໄດ້ຮັບການອັບເດັດເປັນປະຈຳຈາກບັນດາອົງການຈັດຕັ້ງສາກົນຄື: ທະນາຄານພັດທະນາອາຊີ (ADB), ທະນາຄານໂລກ (WB), ແລະ ຫວ່າງມໍ່ໆມານີ້ແມ່ນ ກອງທຶນເງິນຕາສາກົນ (IMF) ແມ່ນຢູ່ໃນລະດັບກ່ວາ 5%, ຕ່ຳກ່ວາລະດັບຄາດຄະເນກ່ອນນີ້ 4 ເດືອນ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນຈຸດເວລານີ້, ບັນດາຜູ້ຊ່ຽວຊານໄດ້ໃຫ້ຂໍ້ສັງເກດວ່າ, ນີ້ແມ່ນລະດັບເຕີບໂຕເໝາະສົມຍ້ອນວ່າຫວຽດນາມ ພວມສຸມໃສ່ການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນໃຫ້ພື້ນຖານເສດຖະກິດພັດທະນາດີກ່ວາໃນປີ 2013 ແລະ ໃນຊຸມປີຕໍ່ໆໄປ.
(ພາບ:baohiemxahoi.gov.vn)
ເຖິງວ່າ, ການຄາດຄະເນລະດັບເຕີບໂຕ GDP ຂອງຫວຽດນາມ ໄດ້ຫລຸດລົງໃນປີ 2012 ກໍ່ຕາມແຕ່ບັນດາອົງການຈັດຕັ້ງສາກົນລ້ວນແຕ່ໃຫ້ຂໍ້ສັງເກດວ່າ, ໃນປີ 2013, ລະດັບເຕີບໂຕນີ້ຈະໄດ້ຮັບການປັບປຸງ, ນະໂຍບາຍການເງິນຄ່ອຍໆໄດ້ຮັບການໂຍະຍານ, ຫວຽດນາມ ໄດ້ຫລຸດອັດຕາດອກເບ້ຍຢ່າງລຽນຕິດ, ຈາກ 15% ໃນທ້າຍປີ 2011 ລົງເຫຼືອພຽງ 11% ໃນກາງປີ 2012 ເພື່ອເໝາະສົມກັບອັດຕາການຫລຸດລົງຂອງໄພເງິນເຟີ້. ລັດຖະບານຫວຽດນາມ ຈະສືບຕໍ່ແກ້ໄຂບັນດາທະນາຄານອ່ອນດ້ອຍໃນປີ 2013 ເພື່ອເຮັດໃຫ້ລະບົບການເງິນທະນາຄານມີຄວາມປອດໃສ. ພ້ອມກັບບັນດານະໂຍບາຍດັດສົມເສດຖະກິດມະຫາພາກຢ່າງມີໄຫວພິບນັ້ນ, ຫວຽດນາມ ພວມຍູ້ໄວລະດັບຄວາມໄວໃນການປະຕິບັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ພິເສດແມ່ນການສ້າງໂຄງປະກອບການລົງທຶນຂອງລັດຄືນໃໝ່. ທ່ານ Bui Quang Vinh ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຢືນຢັນວ່າ:
“ການລົງທຶນຂອງລັດພວມຫລຸດລົງ, ເປີດໂອກາດໃຫ້ແກ່ພາກເອກະຊົນເທື່ອລະກ້າວ. ຕາມເນື້ອໃນຈິດໃຈມະຕິຂອງສູນກາງພັກກອມມູນິດຫວຽດນາມ, ໃນການສ້າງໂຄງປະກອບການລົງທຶນຄືນໃໝ່, ຈຸດສຸມຈະແມ່ນການສ້າງໂຄງປະກອບການລົງທຶນຂອງລັດຄືນໃໝ່. ຕາມນັ້ນແລ້ວ, ສິ່ງທີ່ພາກເອກະຊົນສາມາດລົງທຶນໄດ້, ລັດຈະສະຫງວນໃຫ້ພາກເອກະຊົນ. ໃນຊຸມປີຈະມາເຖິງ, ລັດຈະຫລຸດຜ່ອນອັດຕາສ່ວນການລົງທຶນຈາກງົບປະມານແຫ່ງລັດ ແລະ ພັນທະບັດລັດຖະບານ, ລະດົມຈາກບັນດາພາກສ່ວນເອກະຊົນເພື່ອເຂົ້າຮ່ວມການລົງທຶນ, ນັບທັງການລົງທຶນເຂົ້າໃນພື້ນຖານໂຄງລ່າງໃຫ້ຫຼາຍກ່ວາອີກ“
WB: ເສດຖະກິດຫວຽດນາມ ໄດ້ຮັບການປັບປຸງຢ່າງຈະແຈ້ງ
(ພາບ: hanoitv.vn)
ການຕໍ່ກຳນົດເວລາມອບອາກອນມູນຄ່າເພີ່ມກໍ່ແມ່ນມາດຕະການອັນຕັ້ງໜ້າປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດພາຍໃນປະເທດ, ຊຸກຍູ້ການສົ່ງອອກ. ພ້ອມກັນນັ້ນແມ່ນການຍູ້ແຮງນະໂຍບາຍດຶງດູດເງິນລົງທຶນຈາກຕ່າງປະເທດ. ຕາມກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລ້ວ, ໃນເດືອນ 9/2012, ເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ທີ່ຈົດທະບຽນເຂົ້າຫວຽດນາມ ບັນລຸກ່ວາ 1 ຕື້ໂດລາສະຫະລັດ. ໄລ່ລວມໃນ 9 ເດືອນ, ຍອດຈຳນວນທຶນ FDI ຈົດທະບຽນບັນລຸ 9,52 ຕື້ໂດລາສະຫະລັດ, ໃນນັ້ນປ່ອຍເງິນໄດ້ກ່ວາ 8,1 ຕື້ໂດລາສະຫະລັດ. ນີ້ແມ່ນສັນຍານອັນຕັ້ງໜ້າຈາກກະແສທຶນ FDI. ທ່ານ Nguyen Van Toan ຮອງປະທານສະຫະສະມາຄົມວິສາຫະກິດລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ:
“ໃນ 9 ເດືອນຕົ້ນປີ, ທຶນຈົດທະບຽນຕ່ຳກ່ວາເມື່ອທຽບກັບປີ 2011 ແຕ່ພວກເຮົາກໍ່ບັນລຸລະດັບປ່ອຍເງິນໄດ້ເທົ່າກັບປີ 2011 ຄື 98%, ນີ້ແມ່ນສັນຍານທີ່ດີ. ທີ 2 ແມ່ນການລົງທຶນເຂົ້າຂົງເຂດເຕັກໂນໂລຊີ ແລະ ການຜະລິດກໍ່ສູງພໍສົມຄວນ. ກ່ອນປີ 2012, ບໍ່ມີບໍລິສັດໃດລົງທຶນໃນລະດັບ 1 ຕື້ໂດລາສະຫະລັດ, ແຕ່ໃນ 9 ເດືອນປີ 2012, ມີ 2 ບໍລິສັດຂອງຍີ່ປຸ່ນ ໄດ້ລົງທຶນເຂົ້າຫວຽດນາມ ດ້ວຍຈຳນວນທຶນຈົດທະບຽນຫຼາຍພໍສົມຄວນ, ໃນນັ້ນມີບໍລິສັດອະສັງຫາລິມະຊັບ.“
ບັນດາຜູ້ຊ່ຽວຊານກໍ່ໃຫ້ຂໍ້ສັງເກດວ່າ, ເຖິງວ່າສາຍສຳພັນລະຫວ່າງຫວຽດນາມ ແລະ ໂລກຍັງບໍ່ທັນມີຄວາມແຫນ້ນແຟ້ນຢ່າງແທ້ຈິງ ແຕ່ຫວຽດນາມ ຍັງຄົງຮັບຜົນສະທ້ອນໃນລະດັບໃດໜຶ່ງຈາກການຊຸດໂຊມຂອງພື້ນຖານເສດຖະກິດໂລກ. ຫວ່າງແລ້ວນີ້ ລັດຖະບານຫວຽດນາມ ໄດ້ຕົກລົງເຂົ້າຮ່ວມໂຄງການຕີລາຄາຂະແໜງການເງິນຂອງກອງທຶນເງິນຕາສາກົນ ແລະ ທະນາຄານໂລກ ຊື່ງຄາດວ່າຈະສຳເລັດໃນໄຕມາດທີ 1 ປີ 2013. ຜ່ານນັ້ນ, ອີງຕາມການປະກາດບັນດາໝາກຜົນຕົ້ນຕໍຂອງໂຄງການ, ບັນດາຄຳໝັ້ນໝາຍຂອງລັດຖະບານກ່ຽວກັບການປະຕິບັດຂັ້ນຕອນການປະຕິຮູບດ້ວຍບັນດາການກະທຳທີ່ກຳນົດໄລຍະເວລາຢ່າງລະອຽດ ຈະແມ່ນສັນຍານທີ່ດີສ້າງຄວາມອຸ່ນອຽນໃຈໃຫ້ບັນດານັກລົງທຶນ. ບັນດານັກອຸປະຖຳສາກົນໄດ້ຕີລາຄາສູງຕໍ່ສິ່ງດັ່ງກ່າວ. ທ່ານ Rajat Nag ຜູ້ອຳນວຍການໃຫ່ຍບໍລິຫານທະນາຄານພັດທະນາອາຊີ ພາກພື້ນອາຊີ-ປາຊີຟິກ ຖືວ່າ:
“ພວກຂ້າພະເຈົ້າຍັງມີຄວາມເຊື່ອໝັ້ນທີ່ສຸດຕໍ່ກັບການເຕີບໂຕໃນ ໄລຍະຍາວຂອງຫວຽດນາມ. ແຕ່ສິ່ງສຳຄັນໃນປະຈຸບັນແມ່ນຫວຽດນາມ ຄວນສືບຕໍ່ວິວັດການປະຕິຮູບຢ່າງແຮງ. ຫວຽດນາມ ຕ້ອງມານະພະຍາຍາມປະຕິບັດບັນດານະໂຍບາຍທີ່ໄດ້ວາງອອກ, ເພີ່ມທະວີການບໍລິຫານລັດໃຫ້ດີກ່ວາ, ສ້າງໂຄງປະກອບບັນດາວິສາຫະກິດ ແລະ ພື້ນຖານເສດຖະກິດຄືນໃໝ່ເພື່ອໃຫ້ຫວຽດນາມ ພັດທະນາແບບຍືນຍົງກ່ວາອີກ“
ເຖິງວ່າພວມຢືນຢູ່ຕໍ່ໜ້າບັນດາຄວາມຫຍຸງຍາກໃນປະຈຸບັນກໍ່ຕາມ, ແຕ່ສັນຍານອັນຕັ້ງໜ້າຈຳນວນໜຶ່ງຊຶ່ງຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາຄື: ທ່າອ່ຽງເພິ່ມປະສິດທິພາບການອອກແຮງງານຂອງຫວຽດນາມ ຢ່າງຈະແຈ້ງ ເມື່ອທຽບກັບປະເທດຕ່າງໆໃນພາກພື້ນ, ດ້ວຍ GDP ສະເລ່ຍໃສ່ຫົວຄົນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ທ່າໄດ້ປຽບໃນການສົ່ງອອກ, ໄພເງິນເຟີ້ໄດ້ຮັບການຄວບຄຸມ…., ພ້ອມກັບການເດັດດຽວປະຕິບັດບັນດາຈຸດໝາຍຮັກສາເສດຖະກິດມະຫາພາກເປັນປົກະຕິທີ່ໄດ້ວາງອອກນັ້ນ, ບັນດາຜູ້ຊ່ຽວຊານໄດ້ໃຫ້ຂໍ້ສັງເກດວ່າ, ລະດັບການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ຈະໄດ້ຮັບປັບປຸງໃນໄລຍະທີ່ຈະມາເຖິງຢ່າງແນ່ນອນ.