(vovworld) – ໂດຍຮັບຄຳເຊີນຂອງລັດຖະບານປະເທດ ສປ ຈີນ ແລະ ອຳນາດການປົກຄອງເຂດປົກຄອງດ້ວຍຕົນເອງຂອງຊົນເຜົ່າຈວາງ, ແຂວງກວາງຊີ, ປະເທດຈີນ. ວັນທີ 3/9, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເຂົ້າຮ່ວມງານຕະຫຼາດນັດອາຊຽນ-ຈີນ ຄັ້ງທີ 10 ຢູ່ໜານໜິງ, ແຂວງກວາງຊີ, ປະເທດຈີນ. ການເຂົ້າຮ່ວມເຫດການຕ່າງໆຂອງທ່ານນາຍົກລັດຖະມົນຕີຫງວຽນເຕິ໋ຢຸງ ສະແດງໃຫ້ເຫັນວ່າ ຫວຽດນາມ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ຈີນຢ່າງຕັ້ງໜ້າ, ພ້ອມທັງໜູນຊ່ວຍໃຫ້ບັນດາວິສາຫະກິດຫວຽດນາມ ໃນການຊອກຫາ, ເປີດກວ້າງກາລະໂອກາດດຳເນີນທຸລະກິດຢູ່ຕະຫຼາດຈີນ.
|
ໂດຍດຳເນີນໄປໃນສະຖານະການທີ່ອາຊຽນ ແລະ ຈີນ ສະເຫຼີມສະຫຼອງ 22 ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາ, ງານຕະຫລາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດການລົງທຶນ, ການຄ້າ ຈີນ - ອາຊຽນ (CABIS) ຄັ້ງນີ້ມີຫົວຂໍ້ວ່າ “ພັດທະນາການຮ່ວມມືໃນພາກພື້ນ - ກາລະໂອກາດໃໝ່, ກຳລັງໜູນໃໝ່, ໄລຍະໃໝ່“ ສືບຕໍ່ສ້າງຂີດໝາຍສຳຄັນເພື່ອນຳການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງສອງຝ່າຍຂຶ້ນສູ່ບາດກ້າວພັດທະນາໃໝ່. ມາຮອດປະຈຸບັນ, ວົງເງິນການຄ້າສອງຝ່າຍລະຫວ່າງອາຊຽນ - ຈີນ ມີບາດກ້າວກະໂດດຂັ້ນ ຈາກກວ່າ 54 ຕຶ້ USD ໃນປີ 2002 ໄດ້ຂຶ້ນເຖິງ 400 ຕຶ້ USD ໃນປີ 2012, ດ້ວຍລະດັບເຕີບໂຕສະເລ່ຍໃນແຕ່ລະປີບັນລຸ 22%. ໃນ 10 ປີຜ່ານມາ, ການລົງທຶນສອງຝ່າຍໄດ້ລື່ນກາຍລະດັບ 70 ຕຶ້ USD. ສອງຝ່າຍໄດ້ວາງຈຸດໝາຍນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 500 ຕຶ້ USD ໃນປີ 2015. ໃນສະຖານະການທີ່ຈີນ ພວມປະຕິບັດແຜນການ 5 ປີ ຄັ້ງທີ 12 ແລະ ບັນດາປະເທດອາຊຽນ ພວມຍູ້ໄວການສ້າງປະຊາຄົມອາຊຽນນັ້ນ, ກາລະໂອກາດຮ່ວມມືດ້ານການຄ້າອາຊຽນ - ຈີນ ແມ່ນຫຼາຍທີ່ສຸດ. ແຕ່ເພື່ອໝູນໃຊ້ກົນໄກການຮ່ວມມືນີ້ຢ່າງມີປະສິດທິຜົນ, ຕາມທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມກວາງວິງ ແລ້ວ, ຈຳເປັນຕ້ອງມີຄວາມມານະພະຍາຍາມທີ່ສຸດຈາກສອງຝ່າຍ.
“ເພື່ອສາມາດນຳໃຊ້ບັນດາເງື່ອນໄຂເຊິ່ງ FDA ພາກພື້ນນີ້ນຳມາໃຫ້ນັ້ນ ແມ່ນຕ້ອງອີງໃສ່ຄວາມມານະພະຍາຍາມຂອງແຕ່ລະປະເທດ, ເພາະວ່າບໍ່ແມ່ນປະເທດສະມາຊິກໃດໃນອາຊຽນ ກໍ່ມີລະດັບພັດທະນາເສດຖະກິດຄືກັນ. ຍ້ອນເຫດນັ້ນ, ໃນວິວັດແຫ່ງການປະຕິບັດຕ້ອງມີບັນດາລາຍການໜູນຊ່ວຍບັນດາປະເທດດ້ອຍພັດທະນາທາງດ້ານເສດຖະກິດ. ການເຊື່ອມໂຍງບໍ່ພຽງແຕ່ເພື່ອນຳເອົາສິນຄ້າເຂົ້າເທົ່ານັ້ນ, ຫາກຕ້ອງຍາດແຍ່ງກາລະໂອກາດເພື່ອຍົກລະດັບພັດທະນາເສດຖະກິດ, ລະດັບຜະລິດສິນຄ້າໃຫ້ພັດທະນາສູງກວ່າອີກດ້ວຍ, ພິເສດແມ່ນການນຳໃຊ້ວິທະຍາສາດເຕັກນິກເຕັກໂນໂລຢີ“.
ໂດຍແມ່ນສະມາຊິກທີ່ຕັ້ງໜ້າຂອງອາຊຽນ, ຍາມໃດຫວຽດນາມ ກໍ່ມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງອາຊຽນ - ຈີນ, ທັດສະນະຂອງຫວຽດນາມ ແມ່ນ ເພີ່ມທະວີຊຸກຍູ້ການຮ່ວມມືບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ຝ່າຍຕ່າງໆເທົ່ານັ້ນ ຫາກຍັງເພື່ອຄວາມວັດທະນາຖາວອນລວມຂອງພາກພື້ນອີກດ້ວຍ. ຫວຽດນາມ ພວມມານະພະຍາຍາມພ້ອມກັບບັນດາປະເທດອາຊຽນ ແລະ ຈີນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດສອງຝ່າຍໃຫ້ພັດທະນາຢ່າງແຮງໃນທຸກຂົງເຂດ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຟ້າມກວາງວິງ ຢືນຢັນວ່າ:
“ໃນໄລຍະຜ່ານມາ, ດ້ວຍທ່າພັດທະນາໃໝ່ຂອງຕົນ, ຫວຽດນາມ ໄດ້ເຂົ້າຮ່ວມການເຊື່ອມໂຍງທາງດ້ານເສດຖະກິດເວົ້າລວມ ແລະ ເສດຖະກິດພາກພື້ນເວົ້າສະເພາະ. ພວກເຮົາໄດ້ເຊື່ອມໂຍງດີທີ່ສຸດກັບອາຊຽນ ແລະ ປະຈຸບັນ, ຫວຽດນາມ ພວມໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາປະເທດປະຕິບັດບັນດາຄາດໝາຍທີ່ໄດ້ວາງອອກສຳລັບປະເທດສະມາຊິກ ໃນການເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດດີທີ່ສຸດ. ນີ້ແມ່ນພື້ນຖານ ເພື່ອໃຫ້ຫວຽດນາມເຊື່ອມໂຍງດີທີ່ສຸດໃນບັນດາສັນຍາການຄ້າເສລີກັບບັນດາຄູ່ຮ່ວມມືຂອງອາຊຽນ, ໃນນັ້ນມີຈີນ“
ສຳລັບຫວຽດນາມ ເວົ້າສະເພາະ, ເລື່ອງເຂົ້າຮ່ວມງານຕະຫລາດນັດຄັ້ງນີ້ໄດ້ນຳມາເຊິ່ງຄຸນຄ່າຫລາຍຢ່າງ. ກ່ອນອື່ນໝົດ, ແຂວງ ກວາງຊີ ແມ່ນທ້ອງຖິ່ນຂອງຈີນ ມີເສັ້ນຊາຍແດນທາງບົກຕິດຈອດກັບ 4 ແຂວງຊາຍແດນທາງພາກເຫນືອຂອງຫວຽດນາມ. ທີ່ງານຕະຫລາດນັດຄັ້ງນີ້ ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມດ້ວຍຂອບຂະຫນາດໃຫຍ່ ຊື່ງລວມມີຮ້ານວາງສະແດງສິນຄ້າ 200 ຮ້ານ ແລະ ວິສາຫະກິດ 110 ແຫ່ງ, ນຳຫນ້າໃນຈຳນວນບັນດາປະເທດ ອາຊຽນ ແລະ ສາກົນ ເຂົ້າຮ່ວມງານຕະຫລາດນັດ. ປີ 2012, ຕາມບົດລາຍງານຂອງບັນດາວິສາຫະກິດຫວຽດນາມ ທີ່ເຂົ້າຮ່ວມງານຕະຫລາດນັດ, ຄຸນນະພາບ ແລະ ຈຳນວນທຸລະກຳດ້ານການຄ້າ ລ້ວນແຕ່ເພີ່ມຂຶ້ນ, ຍອດມູນຄ່າທຸລະກຳ ແລະ ສັນຍາການຄ້າຮ່ວມມືລົງທຶນທີ່ງານຕະຫລາດນັດບັນລຸກວ່າ 90 ລ້ານ USD. ຍອດວົງເງິນສົ່ງອອກລະຫວ່າງ ຫວຽດນາມ ແລະ ແຂວງກວາງຊີ ໃນຊຸມປີມໍ່ໆມານີ້ເພີ່ມຂຶ້ນກວ່າ 20%. ໃນຂະນະນັ້ນ ການພົວພັນດ້ານການຄ້າລະຫວ່າງ ຈີນ ແລະ ຫວຽດນາມ ກໍພັດທະນາຢ່າງວ່ອງໄວ.
ເລື່ອງເຂົ້າຮ່ວມງານຕະຫລາດນັດ ອາຊຽນ - ຈີນ ແລະ ກອງປະຊຸມສຸດຍອດການລົງທຶນ ການຄ້າ ອາຊຽນ - ຈີນ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ກໍເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຢືນຢັນຢ່າງຈະແຈ້ງແຜນນະໂຍບາຍຂອງພັກ, ລັດ ຫວຽດນາມ ແມ່ນຖື ການພັດທະນາການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານກັບຈີນ ເປັນສຳຄັນ ພ້ອມທັງຫນູນຊ່ວຍບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ເພື່ອຊອກຫາ ເປີດກວ້າງກາລະໂອກາດດຳເນີນທຸລະກິດຢູ່ຕະຫລາດຈີນ, ເພີ່ມທະວີການພົວພັນຮ່ວມມືກັບບັນດາທ້ອງຖິ່ນຢູ່ເຂດຊາຍແດນຂອງຈີນ ພິເສດກ່ຽວກັບເສດຖະກິດ, ການຄ້າ, ການລົງທຶນ ກັບແຂວງ ກວາງຊີ. ດ້ວຍສານທີ່ຕັ້ງຫນ້າດັ່ງກ່າວ, ການຢ້ຽມຢາມ ແລະ ເຮັດວຽກຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ຮັບຄວາມມຸ່ງຫວັງວ່າ ຈະບັນລຸໝາກຜົນອັນດີງາມ, ຊຸກຍູ້ການພົວພັນຮ່ວມມືຫລາຍດ້ານລະຫວ່າງຫວຽດນາມ ແລະ ຈີນກວ່າອີກ.