ຫວຽດນາມຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດ ຂອງເວທີປາໄສເສດຖະກິດອາຊີຕາເວັນອອກ

ຫວຽດນາມຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດ ຂອງເວທີປາໄສເສດຖະກິດອາຊີຕາເວັນອອກ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ
(ພາບ:TTXVN)

ພ້ອມ​ກັບ​ຜູ້​ແທນ​ປະມານ 450 ທ່ານ​ຊື່​ງ​ແມ່ນ​ບັນດາ​ປະມຸກ​ລັດ, ນັກ​ການ​ເມືອງ, ການ​ນຳ​ບັນດາ​ກຸ່ມ​​ບໍລິສັດເສດຖະກິດໃຫ່ຍ, ບັນດາ​ອົງການ​ຈັດຕັ້ງສາກົນ, ອົງການ​ສັງຄົມ​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ. ວັນ​ທີ 6/6, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ເຂົ້າຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ (WEF ອາຊີ​ຕາ​ເວັນ​ອອກ) 2013 ຊື່​ງຈັດ​ຂຶ້ນ​ຢູ່​ປະ​ເທດ​ມຽນມາ. ​ໂດຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ເວທີ​ປາ​ໄສ​ທີ່​ມີ​ອິທິພົນຊື່​ສຽງ​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ, WEF ອາຊີ​ຕາ​ເວັນ​ອອກ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ສືບຕໍ່ສົມທົບກັບປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ເພື່ອ​ຊຸກຍູ້​ບັນດາ​ຂໍ້​ລິ​ເລີ່​ມ, ຂອບ​ເຂດ​ການ​ຮ່ວມ​ມື, ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ກໍ່​ຄື​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ສະມາຊິກ WEF. 

    WEF ອາຊີ​ຕາ​ເວັນ​ອອກ 2013 ດ້ວຍ​ຫົວ​ຂໍ້​ວ່າ: “ການ​ຫັນປ່ຽນ​ຢ່າງ​ແຮງ ມຸ້ງ​​ໄປ​ເຖິງ​ການ​ເຊື່ອມ​ໂຍງ ​ແລະ ການ​ພັດທະນາ​ຢ່າງຮອບດ້ານ” ​​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ເສດຖະກິດ​ໂລກ​ບໍ່​ທັນ​ໄດ້​ຮັບການ​ຟື້ນ​ຕົວ​ປາ​ໃດ, ​ແຕ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ຍັງຄົງ​ຮັກສາ​ລະດັບ​​ເຕີບ​ໂຕ​ສູ​ງພໍ​ສົມຄວນ, ​ແມ່ນປະມານ 7,8% ​ໃນ​ປີ​ນີ້. ດ້ວຍ​ຂອບ​ຂະໜາດ​ເສດຖະກິດ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ, ອາຊີ​ຕາ​ເວັນ​ອອກພວມ​ນັບ​ມື້​ນັບ​ມີ​ຜົນ​ສະທ້ອນ​ຢ່າງໃຫ່ຍຫຼວງກ່ວາ, ​ດັ່ງ​ນັ້ນ, ຈຶ່ງ​ມີ​ເງື່ອນ​ໄຂ​ເຂົ້າຮ່ວມບັນດາ​ກົນ​ໄກ​ຮ່ວມ​ມື​ສາກົນ​ນັບ​ມື້​ນັບ​ຕັ້ງໜ້າ​ກ່ວາ​​. ບົດບາດ​ທົ່ວ​ໂລກ​ຂອງອາຊີ​ຕາ​ເວັນ​ອອກ​ໄດ້​ສະ​ແດງ​ອອກ​ຜ່ານ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​​ໃນ​ບັນດາ​ອົງການ​ຄື: ສປຊ, ກຸ່ມ​ບັນດາ​ປະ​ເທດ​ມີ​ພື້ນຖານ​ເສດຖະກິດ​ອັນ​ດັບ​ໜຶ່ງ (G20), ອົງການ​ການ​ຄ້າ​ໂລກ (WTO)…  ພິ​ເສດ, ສຳລັບ 4 ປະ​ເທດ​ສະມາຊິກ​ເປັນ​ຜູ້ຕາງໜ້າ​ຂອງ​ອາ​ຊຽນຢູ່ G20, ອາຊີ​ຕາ​ເວັນ​ອອກ ຍັງ​ສາມາດ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ຫຼາຍ​ພໍ​ສົມຄວນ​ເຂົ້າ​ໃນ​ການ​ສ້າງ​ໂຄງ​ປະກອບ​ໃໝ່​ທີ່​ມີ​ປະສິດທິ​ຜົນ​, ປະຊາທິປາ​ໄຕກ່ວາ​ອີກ ​ໃຫ້​ແກ່​ພື້ນຖານ​ບໍລິຫານ​ທົ່ວ​ໂລກ.

   ນີ້​ແມ່ນ​ຄັ້ງທຳ​ອິດ​ທີ່    WEF ອາຊີ​ຕາ​ເວັນ​ອອກ ​ໄດ້​​ຈັດ​ຂຶ້ນ​ຢູ່​ມຽນມາ, ຊື່​ງ​ແມ່ນ​ປະ​ເທດ​ມີ​ທີ່​ຕັ້ງພູມ​ສາດ​ຍຸດ​ທະ​ສາດ​ສຳຄັນ​ຢູ່​​ພາກ​ພື້ນ, ພວກ​ຍູ້​ແຮງ​ການ​ປະຕິ​ຮູບ​ພັດທະນາ​ປະ​ເທດ​ຊາດ, ກະກຽມ​ຮັບ​ບົດບາດ​ເປັນ​ປະທານ​ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ໃນ​ປີ 2014. ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ 450 ທ່ານ ຊື່​ງ​ແມ່ນ​ບັນດາ​ນັກ​ການ​ເມືອງ, ການ​ນຳ​ບັນດາ​ກຸ່ມ​ບໍລິສັດ​ອັນ​ດັບ​ໜຶ່ງ ​ແລະ ບັນດາ​ອົ​ງການຈັດຕັ້ງພາຍ​ໃນ ​ແລະ ນອກ​ພາກ​ພື້ນ​, ກອງ​ປະຊຸມ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ​ຂອງ​ວົງ​ການ​ເຈົ້າໜ້າ​ທີ່ ​ແລະ ປະຊາ​ຄົມ​ນັກທຸລະກິດທີ່​ມີ​ຕໍ່​ປະ​ເທດ​ມຽນມາ ທີ່​ພວມ​ເປີດ​ປະຕູ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກຫຼາຍກ່ວາ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບສ່ວນ​ເພີ່ມ​ທະວີ​ການ​ແລກປ່ຽນ, ຮ່ວມ​ມື, ສ້າງ​ກຳລັງ​ແຮງ​ດ້ານ​ເສດຖະກິດ​ສັງ​ລວມຂອງ​ພາກ​ພື້ນ​ອາ​ຊຽນ​ເວົ້າສະ​ເພາະ ​ແລະ ທັງ​ອາຊີ​ຕາ​ເວັນ​ອອກເວົ້າລວມອີກ​ດ້ວຍ.

ໃນ​ຊຸ​ມປີ​ມໍ່​ມາ​ນີ້, ຫວຽດນາມ​ຕັ້ງໜ້າ​ເຂົ້າຮ່ວມ WEF. ປີ 2010, ຫວຽດນາມ​ຈັດ​ຕັ້ງ WEF ອາຊີ​ຕາ​ເວັນ​ອອກ​ດ້ວຍ​ຫົວ​ຂໍ້ “ບົດບາດ​ຂອງ​ອາຊີພວມສູງ​ຂຶ້ນ​ໃນ​ການ​ພັດທະນາ​ທົ່ວ​​ໂລກ”ຢູ່​ນະຄອນ​ໂຮ່ຈິ​ມິນ ຢ່າງ​ສຳ​ເລັດ​ຜົນ, ຊຶ່ງ​ລວມມີ 20 ວາລະ​ປະຊຸມ​ຕົ້ນ​ຕໍ ​ໂດຍ​​ເລັ່ງ​ໃສ່​ບັນດາ​ຫົວ​ເລື່ອງ​ຄື: ບົດບາດ​ຂອງ​ອາຊີພວມສູງ​ຂຶ້ນ; ບັນດາ​ຄວາມ​ສ່ຽງ​ໃນ​ທົ່ວ​ໂລກ; ​ເສັ້ນທາງ​ເຕີບ​ໂຕ​ຂຽວ​ຂອງອາຊີ ​ແລະ ຄວາມ​ສາມາດ​ແກ່ງ​ແຍ້​ງ. ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ເປັນ​ຂີດ​ໝາຍ​ທີ່​ດີງາມ​ສຳລັບ​ບັນດາ​ການ​ນຳ​ຂັ້ນ​ສູງ​ໃນ​ພາກ​ພື້ນ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ ​ແລະ​ປະຊາ​ຄົມ​ວິ​ສາ​ຫະກິດ​ສາກົນ. ໃນ​ບົດ​ກ່າວ​ປາ​ໄສ​ຢູ່ທີ່ WEF ອາຊີ​ຕາ​ເວັນ​ອອກປີ 2012 ຢູ່​ໄທ, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ: ຫວຽດນາມ ສືບ​ຕໍ່​ສົມທົບ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ຊຸກຍູ້​ບັນດາຂໍ້​ລິ​ເລີ່​ມ, ຂອບ​ເຂດ​ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ປັບປຸງ​ຄວາມ​ສະຫງົບ​ - ສັນຕິພາບ​ໃນ​ພາກ​ພື້ນ; ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ເຂົ້າ​ຮ່ວມ​ບັນດາ​ຂອບ​ເຂດ, ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ກໍ​ຄື​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວເຈລະຈາ, ​ໃຫ້​ຄຳປຶກສາ​ດ້ານ​ນະ​ໂຍບາຍ, ​ເປັນ​ເຈົ້າ​ການສະ​ເໜີ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ຂໍ້​ລິ​ເລີ່​ມ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ຢ່າງ​ຕັ້ງໜ້າ. ຕາມ​ການ​ກຳນົດ​ທິດ​ດັ່ງກ່າວ, ທີ່​ເວ​ທີ່​ປາ​ໄສ​ຄັ້ງ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຈະ​ມີ​ບົດ​ກ່າວ​ປາ​ໄສ​ທີ່​ວາລະ​ໄຂ​ກອງ​ປະຊຸມຄົບ​ຄະນະ​ຊຶ່ງສຸມ​ໃສ່​​ບັນດາ​ບັນຫາ​ເຊື່ອມ​ໂຍງ​ຂອງ​ພາກ​ພື້ນ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ມື​ເຊື່ອມ​ຈອດ​ພາກ​ພື້ນ, ຮ່ວມ​ມື​ໃນ​ກົນ​ໄກ​ແລວ​ເສດຖະກິດ​ຕາ​ເວັນ​ອອກ​ຕາ​ເວັນ​ຕົກ, ແປ່​ງປັນ​​ບົດຮຽນ​​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ສ້າງເສດຖະກິດ​ມະຫາ​ພາກ​ເປັນ​ປົກ​ກະຕິ, ສ້າງໂຄງປະກອບ​​ເສດຖະກິດຄືນ​ໃໝ່, ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ...  ​ໃນ​ສະພາບ​ເສດຖະກິດ​ໂລກ​ເລີ່​ມຟື້ນ​ຕົວ​ຄືນ, ບັນດາ​ນັກ​ລົງທຶນ​ຈະ​ຊອກ​ຫາ​ບັນດາ​ຕະຫຼາດ​ເປັນ​ປົກກະຕິ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ເພື່ອ​ເປີດ​ກ້ວາງ​ການ​ລົງທຶນ​​, ​ໂດຍ​ຜ່ານ WEF, ຫວຽດນາມ​ສາມາດ​ປະຕິບັດ​ຈຸດໝາຍ​ນີ້, ຕັ້ງໜ້າ​ໂຄສະນາ​ກ່ຽວ​ກັບປະ​ເທດ​ຫວຽດນາມ​ພວມ​ເຊື່ອ​ມ​ໂຍງ​ຢ່າງຮອບດ້ານ ​ແລະ ພັດທະນາ​​ແບບ​ຂະຫຍັນ​ຂັ່ນ​ເຄື່ອນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປະຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ​ເປີດ​ກ້ວາງ​ກາລະ​ໂອກາດ​ແລກປ່ຽນ​ການ​ຄ້າ​ກັບ​ກັບ​ຕ່າງປະ​ເທດ; ​ເພີ່ມ​ທະວີ​ການ​ສົນທະນາ​ດ້ານ​ນະ​ໂຍບາຍ​ລະຫວ່າງ​ລັດຖະບານ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ພ້ອມ​ກັນ​ນັ້ນ, WEF ອາຊີ​ຕາ​ເວັນ​ອອກ 2013 ຍັງ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ​ເປີດ​ກ້ວາງ​ການ​ລົງທຶນ​ເຂົ້າ​ມ​ຽນມາ.

        ການ​ມີໜ້າ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ທີ່ ກອງ​ປະຊຸມ WEF ອາຊີ​ຕາ​ເວັນ​ອອກປີ 2013 ​ເຊິ່ງດຳ​ເນີນ​ໄປຢູ່​ມຽນມາ ອີກ​ຄັ້ງ​ໜຶ່ງ​ຢືນຢັນ​ແຜນ​ນະ​ໂຍບາຍ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ; ຍົກ​ສູງ​ບົດບາດ, ທີ່​ຕັ້ງ ​ແລະ ພາບ​ພົດ​ຂອງ​ຫວຽດນາມ ​ໃນ​ພາກ​ພື້ນ . ນີ້​ກໍ​ແມ່​ໂອກາດ​ເພື່ອ​ໃຫ້​ຫວຽດນາມຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ WEF, ພ້ອມ​ທັງ​ປະກອບສ່ວນ​ຮັດ​ແໜ້ນການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຍູ້​ແຮງ​ການ​ຮ່ວມ​ມື 2 ຝ່າຍ​ໃນບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົມຊ້ອນ​ກັບ​ມຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ