(vovworld) - ລັດຖະບານຫວຽດນາມຈະຕັດສິນໃຈປະຕິບັດສຳເລັດບັນດາຄາດໝາຍທີ່ໄດ້ວາງອອກໃນປີ 2013 ໃນສະພາບການທີ່ພື້ນຖານເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ບັນດາສະມາຊິກໃນລັດຖະບານໄດ້ສະແດງໃຫ້ເຫັນເນື້ອໃນຈິດໃຈດັ່ງກ່າວຢ່າງຈະແຈ້ງ ທີ່ກອງປະຊຸມຜ່ານເຄືອຂ່າຍອິນເຕີແນດຂອງລັດຖະບານກັບທ້ອງຖີ່ນຕ່າງໆ ເພື່ອຜັນຂະຫຍາຍໜ້າທີ່ເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2013, ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 25 – 26/12. ບັນນາທິການວິທະຍຸກະຈາຍສຽງຫວຽດນາມມີບົດສະຫຼຸບທີ່ມີຫົວຂໍ້ວ່າ ຫວຽດນາມຕັດສິນໃຈແກ້ໄຂຄວາມຫຍຸ້ງບາກ ເພື່ອພັດທະນາເສດຖະກິດໃຫ້ເປັນປົກກະຕິ
ກອງປະຊຸມຂອງລັດຖະບານ
(ພາບ ອິນເຕີແນດ)
ປີ 2013, ຫວຽດນາມຍັງຄົງຢູ່ໃນສະພາບໄພເງິນເຟີ້ຍັງຢູ່ໃນລະດັບສູງ, ເສດຖະກິດມະຫາພາກບໍ່ທັນໝັ້ນຄົງ, ການຜັນຂະຫຍາຍການສ້າງໂຄງປະກອບເສດຖະກິດຄືນໃໝ່ ດ້ວຍ 3 ຂອດບຸກທະລຸຍຸດທະສາດຍັງຊັກຊ້າ, ສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດຍັງຈຳກັດຢູ່. ເພື່ອສາມາດບັນລຸໄດ້ບັນດາຄາດໝາຍເສດຖະກິດ - ສັງຄົມ ທີ່ວາງອອກໃນປີ 2013 ໃຫ້ສຳເລັດ, ຕາມທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ແລ້ວ, ກ່ອນອື່ນໝົດ, ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຕ່າງໆ ຕ້ອງສຸມໃສ່ຊີ້ນຳ ແລະ ບໍລິຫານຢ່າງເດັດດຽວ ເພື່ອແນໃສ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ໃນປີ 2013
”ປີ 2013 ສະເໜີໃຫ້ບັນດາຂະແໜງ, ທ້ອງຖີ່ນສຸມໃສ່ຊີ້ນຳ ເພື່ອເຮັດໃຫ້ລະດັບໄພເງິນເຟີ້ຕຳ່ກວ່າປີ 2012, ຕຳ່ກວ່າ 6,81%. ນີ້ແມ່ນການທ້າທາຍໃຫຍ່ ແຕ່ສະເໜີໃຫ້ບັນດາແຂວງ, ກະຊວງທີ່ກ່ຽວຂ້ອງ ຄວບຄຸມລາຄາ, ໄພເງິນເຟີ້ໃນເດືອນ. ຕາມທຳມະດາແລ້ວ, ລາຄາເພີ່ມຂຶ້ນຕົ້ນຕໍ່ແມ່ນໃນຊຸມເດືອນຕົ້ນປີ, ພິເສດແມ່ນໃນໂອກາດບຸນປີໃໝ່. ຢາກແກ້ໄຂຕ້ອງສະໜອງສິນຄ້າຢ່າງພຽງພໍ, ເປັນຕົ້ນແມ່ນຢູ່ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ບັນດານະຄອນໃຫຍ່. ທີສອງແມ່ນສືບຕໍ່ຮັກສາລາຄາເປັນປົກກະຕິ, ພວກເຮົາພ້ອມກັນຄຸ້ມຄອງ, ຄວບຄຸມໄພເງິນເຟີ້ນັບແຕ່ໄຕມາດທີ 1 ນີ້”
ຜູ້ນຳລັດຖະບານຕ້ອງຮຽກຮ້ອງໃຫ້ທະນາຄານແຫ່ງລັດຮັບປະກັນສະໜອງເງິນ, ຄວບຄຸມລະດັບດອກເບ້ຍໃຫ້ເໝາະສົມກັບລະດັບຫຼຸດລົງຂອງໄພເງິນເຟີ້; ສືບຕໍ່ຮັກສາອັດຕາແລກປ່ຽນໃຫ້ເປັນປົກກະຕິ… ບັນດາທ້ອງຖີ່ນສືບຕໍ່ມານະພະຍາຍາມສ້າງຄວາມດຸນດຽງລະຫວ່າງລາຍຮັບ, ລາຍຈ່າຍງົບປະມານຕາມແຜນການທີ່ໄດ້ຮັບຮອງເອົາ. ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນ ຮີບເຮັ່ງຫັນແຜນນະໂຍບາຍ, ມະຕິຂອງລັດຖະບານເປັນລະອຽດ, ພິເສດແມ່ນເລັ່ງໃສ່ການແກ້ໄຂສິນຄ້າຄ້າງສາງ, ແກ້ໄຂຄວາມຫຍຸ້ງຍາກໃຫ້ຕະຫຼາດອະສັງຫາລິມາຊັບ. ເພື່ອປະຕິບັດສຳເລັດໜ້າທີ່ນີ້, ລັດຖະມົນຕີກະຊວງກໍ່ສ້າງ ຈິ້ງດິ່ງຢຸງ ເນັ້ນໜັກວ່າ:
”ມາດຕະການສຳຄັນທີ່ສຸດເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຕະຫຼາດອະສັງຫາລິມາຊັບແມ່ນປະຕິບັດຍຸດທະສາດເຮືອນຢູ່ແຫ່ງຊາດ. ຖ້າຫາກວ່າພວກເຮົາແກ້ໄຂຄວາມຫຍຸ້ງຍາກຕິດພັນກັບການເພີ່ມທະວີອົງປະກອບເຮືອນຢູ່ສັງຄົມ, ພວກເຮົາຈະສາມາດແກ້ໄຂວຽກງານໄດ້ຫຼາຍ, ທັງໜູນຊ່ວຍບັນດາວິສາຫະກິດແກ້ໄຂຄວາມຫຍຸ້ງຍາກ, ທັງສ້າງເງື່ອນໄຂໃຫ້ຜູ້ທີ່ມີລາຍຮັບຕຳ່ຢູ່ເຂດຕົວເມືອງ.”
ພາບປະກອບ ອິນເຕີແນດ
ປີ 2013, ລັດຖະບານ ຫວຽດນາມ ກໍຍູ້ແຮງເລື່ອງສ້າງເງື່ອນໄຂສະດວກເພື່ອດຶງດູດການລົງທຶນຂອງຕ່າງປະເທດ, ໃນນັ້ນ ໃຫ້ບຸລິມະສິດໂຄງການເຕັກໂນໂລຊີສູງ, ມີມູນຄ່າເພີ່ມສູງ, ບໍ່ກໍ່ມົນລະພິດເຖິງສິ່ງແວດລ້ອມ ແລະ ນຳໃຊ້ພະລັງງານຫນ້ອຍ ເພື່ອປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການຫັນປ່ຽນອົງປະກອບເສດຖະກິດ. ລັດຖະບານ ກໍຈະປະກາດໃຊ້ກົນໄກ, ນະໂຍບາຍບຸລິມະສິດເພື່ອສົ່ງເສີມ ແລະ ດຶງດູດບັນດານັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ. ທ່ານ ບູ່ຍກວາງວີງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ:
“ກ່ຽວກັບນະໂຍບາຍບຸລິມະສິດໃຫ້ແກ່ເຂດອຸດສາຫະກຳ, ເຂດປ່າໄມ້ເຕັກໂນໂລຊີສູງ, ພວກຂ້າພະເຈົ້າສະເຫນີວ່າ ຈັດບັນຊີລາຍຊື່ບັນດາເຂດອຸດສາຫະກຳເຂົ້າໃນບັນຊີລາຍຊື່ໃຫ້ບຸລິມະສິດ. ພວກຂ້າພະເຈົ້າຖືວ່າ ເຂດອຸດສາຫະກຳແມ່ນສົມກັບການໃຫ້ບຸລິມະສິດ. ນີ້ກໍແມ່ນມາດຕະການດຶງດູດວິສາຫະກິດລົງທຶນຂອງຕ່າງປະເທດຫລາຍແຫ່ງ.”
ສ່ວນທ່ານ ເວືອງດີ່ງເຫ້ວ ລັດຖະມົນຕີກະຊວງການເງິນໃຫ້ຮູ້ວ່າ: ເພື່ອປະຕິບັດບັນດາຈຸດໝາຍພັດທະນາເສດຖະກິດສັງຄົມປີ 2013ໃຫ້ໄດ້, ກະຊວງການເງິນ ໄດ້ຍື່ນສະເຫນີຕໍ່ລັດຖະບານລະບົບຫນຶ່ງ ຊຶ່ງລວມມີ 21 ມາດຕະການກ່ຽວກັບການເງິນ, ເງິນຕາ. ນອກນັ້ນ ກະຊວງການເງິນກໍສະເຫນີຕໍ່ກຳນົດເວລາເກັບອາກອນ, ຫລຸດຜ່ອນອາກອນມູນຄ່າເພີ່ມ, ອາກອນລາຍຮັບວິສາຫະກິດ ສຸມໃສ່ວິສາຫະກິດຂະຫນາດກາງ ແລະ ນ້ອຍ, ວິສາຫະກິດລົງທຶນເຂົ້າໃນຂົງເຂດກະສິກຳ, ຊົນນະບົດ, ສຳລັບວິສາຫະກິດດຳເນີນທຸລະກິດໃນຂົງເຂດອະສັງຫາລິມະຊັບ, ວັດສະດຸກໍ່ສ້າງ.
ຕາມການຄາດຄະເນແລ້ວ, ສະພາບການເສດຖະກິດໃນປີ 2013 ອາດຈະປະສົບກັບຄວາມຫຍຸ້ງຍາກກວ່າ, ບັນດາຄາດໝາຍຊຶ່ງລັດຖະບານໄດ້ວາງອອກ ນັ້ນແມ່ນສິ່ງທ້າທາຍ, ຮຽກຮ້ອງຄວາມຕັດສິນໃຈປະຕິບັດຈາກບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ.