(vovworld)- ບົດລາຍງານພັດທະນາມະນຸດປີ 2013 ໂດຍໂຄງການພັດທະນາ ສປຊ (UNDP) ປະກາດຫວ່າງແລ້ວນີ້ ໄດ້ຈັດຫວຽດນາມ ໃນຈຳນວນກ່ວາ 40 ປະເທດພວມພັດທະນາ ບັນລຸໄດ້ຄວາມກ້າວໜ້າລື່ນກາຍຄວາມລໍຄອຍກ່ຽວກັບການພັດທະນາມະນຸດໃນບັນດາທົດສະວັດມໍ່ໆມານີ້. ການຕີລາຄານີ້ ອີກເທື່ອໜຶ່ງຢືນຢັນບັນດາຜົນງານກ່ຽວກັບການພັດທະນາມະນຸດຂອງຫວຽດນາມ ຊື່ງປະຊາຄົມໂລກໄດ້ຮັບຮູ້ໃນຫຼາຍປີຜ່ານມາ.
(ພາບ:hanoimoi.com.vn)
ໃນຈຳນວນກ່ວາ 40 ປະເທດພວມພັດທະນາ ໂດຍ UNDP ເຕື້ອງເຖິງນັ້ນ, ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນປະເທດບັນລຸໄດ້ບັນດາຄວາມກ້າວໜ້າກ່ວາໝູ່ກ່ຽວກັບການພັດທະນາມະນຸດ. ຕາມ UNDP ແລ້ວ, ດັດຊະນີການພັດທະນາມະນຸດຂອງຫວຽດນາມ ໄດ້ເພີ່ມຂຶ້ນ 41% ໃນສອງທົດສະວັດຜ່ານມາ. UNDP ຖືວ່າ ບັນລຸໄດ້ບັນດາໝາກຜົນນີ້ ແມ່ນຍ້ອນມີບັນດາຄຳໝັ້ນສັນຍາຢ່າງແຮງຂອງລັດຖະບານຫວຽດນາມ ກ່ຽວກັບການປະຕິຮູບລະບົບການສຶກສາ ແລະ ສາທາລະນະສຸກ ສາທາ ລະນະ, ບັນດາໂຄງການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກມີລັກສະນະບຸກທະລຸ ແລະ ການເຂົ້າຮ່ວມພື້ນຖານເສດຖະກິດໂລກທີ່ມີລັກສະນະຍຸດທະສາດ.
ບັນດາຂໍ້ໃຫ້ສັງເກດຂອງ UNDP ແມ່ນຖືກຕ້ອງກັບຕົວຈິງທີ່ສຸດ. ນັບແຕ່ກ່ອນມາຮອດປະຈຸບັນ, ຍາມໃດຫວຽດນາມ ກໍ່ຖືມະນຸດເປັນສຳຄັນ ມະນຸດທັງແມ່ນຈຸດໝາຍ ທັງແມ່ນກຳລັງໜູນຂອງວິວັດການພັດທະນາ. ໃນເກືອບ 3 ທົດສະວັດແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່, ແຜນນະໂຍບາຍນີ້ໄດ້ຫັນເປັນບັນດາໂຄງການ, ນະໂຍບາຍ ແລະ ຍຸດທະສາດພັດທະນາແຫ່ງຊາດ ດ້ວຍບັນດາໝາກຜົນທີ່ສຳຄັນ. ພິເສດ, ບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍແມ່ນບັນລຸໄດ້ບັນດາຜົນງານໂດຍພື້ນຖານ. ທ່ານນາງຫງວຽນທິກິມເງິນ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດຫວຽດນາມ ຕີລາຄາວ່າ:
“ໝາກຜົນແຫ່ງການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍຂອງຫວຽດນາມ ຖືກຈັດອັບດັບສູງກ່ວາເມື່ອທຽບກັບຫຼາຍປະເທດທີ່ມີລະດັບການພັດທະນາ ແລະ ລາຍຮັບເທົ່າກັນ. ຫວຽດນາມ ກໍ່ໄດ້ຮັບການຮັບຮູ້ວ່າແມ່ນປະເທດປະຕິບັດການລົບລ້າງຄວາມຜິດໂຕນລະຫວ່າງຍິງ-ຊາຍໃນຮອບເວລາ 20 ປີຜ່ານມາຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້”
(ພາບປະກອບ)
ຫວຽດນາມ ແມ່ນປະເທດປະຕິບັດຫຼາຍຈຸດໝາຍພັດທະນາສະຫັດສະວັດສຳເລັດກ່ອນກຳນົດເວລາ, ພິເສດແມ່ນບັນດາຈຸດໝາຍກ່ຽວກັບໂຄງການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ການສຶກສາຂັ້ນປະຖົມພາກບັງຄັບ, ເພີ່ມທະວີສຸຂະພາບຂອງຜູ້ເປັນແມ່ ແລະ ຫລຸດຜ່ອນອັດຕາການຕາຍຂອງເດັກທີ່ມີອາຍຸຕ່ຳກ່ວາ5 ປີ. ຄຽງຄູ່ກັນນັ້ນ, ຫວຽດນາມ ຖືເປັນສຳຄັນທີ່ສຸດການເຂົ້າຮ່ວມບັນດາສັນຍາສາກົນກ່ຽວກັບສິດທິມະນຸດເພື່ອແນໃສ່ສະແດງໃຫ້ເຫັນຄຳໝັ້ນສັນຍາ ກໍ່ຄືຄວາມຕັດສິນໃຈຂອງຫວຽດນາມ ໃນການຮັບປະກັນສິດທິມະນຸດ ແລະ ການພັດທະນາມະນຸດ. ມາຮອດປະຈຸບັນ, ຫວຽດນາມ ແມ່ນສະມາຊິກຂອງສົນທິສັນຍາ 5 ສະບັບຂອງ ສປຊ ກ່ຽວກັບສິດທິມະນຸດ, ບັນດາສົນທິສັນຍາຂອງອົງການແຮງງານສາກົນ, ຂໍ້ຕົກລົງຫຼາຍສະບັບ ກໍ່ຄືບັນດາສັນຍາສອງຝ່າຍເພື່ອແນໃສ່ຊຸກຍູ້, ປົກປ້ອງສິດທິມະນຸດ ແລະ ການພັດທະນາມະນຸດ. ຫວຽດນາມ ກໍ່ໄດ້ລົງນາມໃນສົນທິສັນຍາກ່ຽວກັບສິດຂອງຄົນພິການ ແລະ ພວມຄົ້ນຄ້ວາເພື່ອເຂົ້າຮ່ວມບັນດາສົນທິສັນຍາອື່ນໆໃນອະນາຄົດ. ທ່ານບຸ່ຍແທງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເວົ້າແຈ້ງກ່ວາກ່ຽວກັບຂັ້ນຕອນນີ້ວ່າ:
“ປີ 2009 ແລະ 2010 ແມ່ນໄລຍະເວລາໜ້າຈົດຈຳຂອງຫວຽດນາມ ໃນຂົງເຂດຮ່ວມມືກັບສາກົນດ້ານສິດທິມະນຸດ, ພິເສດແມ່ນບັນດາກົນໄກສາກົນ ແລະ ອົງການອື່ນໃນພາກພື້ນກ່ຽວກັບສິດທິມະນຸດ. ໃນປີ 2009, ຫວຽດນາມ ໄດ້ປ້ອງກັນສຳເລັດບົດລາຍງານແຫ່ງຊາດກ່ຽວກັບສະພາບການປະຕິບັດສິດທິມະນຸດຕາມກົນໄກສຳຫຼວດກວດກາປະຈຳຂອງສະພາສິດທິມະນຸດ ສປຊ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຄົມໂລກກ່ຽວກັບບັນດາຜົນງານໃນພາລະກິດປ່ຽນແປງໃໝ່ຂອງ ປຊຊ ຫວຽດນາມ ແລະ ຄຳໝັ້ນສັນຍາຢ່າງຈະແຈ້ງຂອງລັດຫວຽດນາມ ໃນການປະຕິບັດ ແລະ ຊຸກຍູ້ສິດທິມະນຸດ ແລະ ການພັດທະນາຂອງມະນຸດ“.
ໄລຍະແຕ່ນີ້ຮອດປີ 2020 ແມ່ນໄລຍະສຳຄັນທີ່ສຸດສຳລັບການປະຕິບັດສຳເລັດ ບັນດາຈຸດໝາຍພັດທະນາຂອງຫວຽດນາມ ເພື່ອໃຫ້ຫວຽດນາມກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄຫມໂດຍພື້ນຖານ. ການພັດທະນາມະນຸດມີຄວາມສຳຄັນພິເສດຕໍ່ການປະຕິບັດສຳເລັດບັນດາຈຸດໝາຍພັດທະນາປະເທດຊາດແລະ ຫວຽດນາມ ຖືວ່າ ນັ້ນແມ່ນ 1 ໃນ 3 ຂອດບຸກທະລຸຂອງຍຸດທະສາດພັດທະນາເສດຖະກິດ-ສັງຄົມຫວຽດນາມ ໄລຍະ 2011-2020. ດ້ວຍແຜນນະໂຍບາຍຕັ້ງໜ້າ ແລະ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນນັ້ນ, ຫວຽດນາມ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືສາກົນ ເພື່ອຜັນຂະຫຍາຍບັນດາໂຄງການ, ຂໍ້ລິເລີ່ມກ່ຽວກັບການພັດທະນາແບບຍືນຍົງ, ໃນນັ້ນ ການພັດທະນາມະນຸດແມ່ນໜຶ່ງໃນບັນດາການໃຫ້ບຸລິມະສິດ. ລັດຖະບານຫວຽດນາມ ກໍ່ຢັ້ງຢືນຈະສືບຕໍ່ຮ່ວມມືຢ່າງຕັ້ງໜ້າກັບ UNDP ກໍ່ຄືບັນດາອົງການຈັດຕັ້ງຂຶ້ນກັບລະບົບ ສປຊ ເພື່ອພັດທະນາມະນຸດ, ໂດຍສະເພາະແມ່ນການປະຕິບັດບັນດາຈຸດໝາຍພັດທະນາສະຫັດສະວັດ./.