vovworld)- ປີ 2013, ອາຊຽນ ບັນລຸໄດ້ຜົນງານສຳຄັນຫລາຍຢ່າງ, ນັບທັງການປະຕິບັດວິວັດທະນາການສ້າງປະຊາຄົມອາຊຽນໃນປີ 2015 ກໍຄືປັບປຸງ, ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືພາຍນອກເລິກເຊິ່ງກວ່າ, ຍົກສູງທີ່ຕັ້ງບົດບາດຂອງອາຊຽນໃນໂລກຫລາຍຂົ້ວ. ເສີມຂະຫຍາຍບັນດາການປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນຜົນສຳເລັດລວມຂອງ ອາຊຽນ ປີ 2013, ປີ 2014 ຫວຽດນາມ ສືບຕໍ່ພ້ອມກັບບັນດາປະເທດອາຊຽນ ຊຸກຍູ້ຄວາມສາມັກຄີ, ການຮ່ວມມື ພ້ອມກັບອາຊຽນ ຜ່ານຜ່າສິ່ງທ້າທາຍເພື່ອນຳອາຊຽນກາຍເປັນປະຊາຄົມລວມໃນປີ 2015.
ທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມ
ຟ້າມບີງມີງ ແລະ ທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດຈີນ
ພາບ:TTXVN
|
ອາດຈະເວົ້າວ່າ ໃນ 18 ປີທີ່ເຂົ້າເປັນສະມາຊິກຂອງອາຊຽນ, ປີ 2013 ແມ່ນຈຸດເວລາທີ່ຫວຽດນາມ ສະແດງໃຫ້ເຫັນການເຂົ້າຮ່ວມຢ່າງແຂງແຮງ ແລະ ຕັ້ງຫນ້າ ປະກອບຫລາຍບັນຫາລວມຂອງອາຊຽນ, ເປັນຕົ້ນແມ່ນໃນຈຸດເວລາຫັນເປັນປະຊາຄົມອາຊຽນໃນປີ 2015 ໃກ້ຈະມາຮອດແລ້ວ. ບໍ່ພຽງແຕ່ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການປະຕິບັດບັນດາຈຸດສຸມບຸລິມະສິດຂອງ ອາຊຽນ ຢ່າງປະສິດທິຜົນ, ຖືກຕ້ອງກັບຄວາມຄືບຫນ້າເທົ່ານັ້ນ, ຫາກຫວຽດນາມ ຍັງເຂົ້າຮ່ວມໂດຍກົງ ແລະ ປະກອບສ່ວນສຳຄັນເຂົ້າໃນການກຳນົດບັນດາລັດຖະນະໂຍບາຍສຳຄັນຂອງ ອາຊຽນ, ເປັນຕົ້ນແມ່ນເຂົ້າຮ່ວມການສ້າງບັນດາຖະແຫລງການໃນຂົງເຂດຂະແຫນງສະເພາະກ່ຽວກັບການຮັບປະກັນຊີວິດສັງຄົມ, ແມ່ຍິງ ແລະ ເດັກນ້ອຍ, ປ້ອງກັນ ແລະ ຕ້ານໂລກລະບາດ, ການຄຸ້ມຄອງໄພທຳມະຊາດ.
ຄວາມມານະພະຍາຍາມຊຸກຍູ້ການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ
ຜົນງານພົ້ນເດັ່ນຂອງອາຊຽນໃນປີ 2013 ແມ່ນບັນລຸບາດກ້າວແຂງແຮງໃນການສ້າງປະຊາຄົມເສດຖະກິດ ອາຊຽນ. ຕົວເລກ່ສຳເລັດ 80% ບັນດາມາດຕະການທີ່ຖືກຍົກອອກໃນແຜນການສ້າງປະຊາຄົມເສດຖະກິດອາຊຽນໃນທຸກຂົງເຂດ, ໄດ້ພິສູດໃຫ້ເຫັນການເຊື່ອມໂຍງເຂົ້າກັບເສດຖະກິດລະຫວ່າງບັນດາປະເທດສະມາຊິກ ອາຊຽນ ພວມຢູ່ໃນລະດັບສູງພໍສົມຄວນ. ໃນການປະຕິບັດບັນດາຈຸດໝາຍສ້າງປະຊາຄົມເສດຖະກິດອາຊຽນ, ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນສຳເລັດບັນດາຈຸດໝາຍ, ຄວາມຄືບຫນ້າ, ປະລິມານວຽກງານ, ຢືນອັນດັບທີ 4 ຖັດຈາກ ສິງກະໂປ, ມາເລເຊຍ ແລະ ໄທ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໃຫ້ຮູ້ວ່າ:
“ມາຮອດປະຈຸບັນ, ໃນອາຊຽນ ມີ 3 ເສົາຄຳ້ ນັ້ນແມ່ນເສົາຄຳ້ຄວາມໝັ້ນຄົງການເມືອງ, ເສົາຄຳ້ເສດຖະກິດ, ເສົາຄຳ້ວັດທະນະທຳສັງຄົມ, ບັນດາຄາດໝາຍບັນລຸໄດ້ນັ້ນແມ່ນການສ້າງປະຊາຄົມອາຊຽນໃນປີ 2015 ບັນລຸໄດ້ 80%, ສ່ວນຍັງເຫລືອ 20% ແມ່ນບັນດາປະເທດຕ້ອງພ້ອມກັນພະຍາຍາມສຳເລັດໃນໄລຍະ 2014-2015 ຈຶ່ງກາຍເປັນປະຊາຄົມອາຊຽນໄດ້. ຫວຽດນາມ ໄດ້ສຳເລັດປະມານ 84%. ປີ 2014 ແລະ 2015 ແມ່ນປີບານພັບໃນເລື່ອງຫວຽດນາມຕ້ອງປະຕິບັດບັນດາຄຳໝັ້ນສັນຍານເພື່ອໃຫ້ອາຊຽນກາຍເປັນປະຊາຄົມໃນປີ 2015.”
ຮັກສາຄວາມສາມັກຄີພາຍໃນກຸ່ມ
ຄຽງຄູ່ກັບການຊຸກຍູ້ການຮ່ວມມືພາຍໃນກຸ່ມ, ຫວຽດນາມ ໄດ້ມີການປະກອບສ່ວນຊຸກຍູ້ການຕ່າງປະເທດຂອງອາຊຽນ ໃຫ້ພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ສົ່ງເສີມບັນດາຄູ່ຮ່ວມມືເຂົ້າຮ່ວມ ແລະ ປະກອບສ່ວນສ້າງບັນດາຈຸດສຸມ ແລະ ບຸລິມະສິດຂອງພາກພື້ນ. ຫວຽດນາມ ໄດ້ຮັບຫນ້າທີ່ ແລະ ພວມເສີມຂະຫຍາຍບົດບາດປະເທດປະສານງານການພົວພັນຄູ່ເຈລະຈາ ອາຊຽນ- ອີຢູ (2012-2015) ເປັນຢ່າງດີ, ສ້າງພື້ນຖານເພື່ອສືບຕໍ່ພັດທະນາການພົວພັນລະຫວ່າງ ອາຊຽນ ແລະ ອີຢູ. ພ້ອມກັນນັ້ນ ຫວຽດນາມ ສົມທົບຢ່າງແຫນ້ນແຟ້ນກັບບັນດາປະເທດປະສານງານການພົວພັນກັບບັນດາຄູ່ຮ່ວມມືຂອງອາຊຽນ ຊຸກຍູ້ ແລະ ຍົກການພົວພັນໃຫ້ຂຶ້ນສູ່ລະດັບສູງກວ່າ, ເປັນຕົ້ນການສົມທົບກັບໄທ ໃນການຊຸກຍູ້ການພົວພັນລະຫວ່າງ ອາຊຽນ ແລະ ຈີນ, ໃນນັ້ນ ເລື່ອງແກ້ໄຂບັນຫາທະເລຕາເວັນອອກ ແລະ ຊຸກຍູ້ການສ້າງປະມວນຂໍ້ກຳນົດການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບີງມີງ ຢືນຢັນວ່າ:
“ໃນອາຊຽນ, ບັນຫາທະເລຕາເວັນອອກປີ 2013 ບັນລຸໄດ້ຄວາມເປັນເອກະພາບຄວາມສາມັກຄີສູງ. ນີ້ແມ່ນໝາກຜົນພົ້ນເດັ່ນພາຍຫລັງປີ 2012, ທີ່ີກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 45 ບໍ່ສາມາດອອກຖະແຫລງການຮ່ວມໄດ້. ແຕ່ ຍ້ອນມີຄວາມມານະພະຍາຍາມຂອງຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ, ປີ 2013 ແມ່ນປີບັນລຸໄດ້ໝາກຜົນ ໂດຍ ລະອຽດ ແມ່ນ ເລື່ອງຈີນ ເຫັນດີພ້ອມກັບບັນດາປະເທດ ອາຊຽນ ປະຕິບັດການທາບທາມຄຳເຫັນກ່ຽວກັບການສ້າງ COC. ກ່ອນນີ້ ເມື່ອປີ 2012 ເມື່ອຫວຽດນາມ ເປັນປະເທດປະສານງານຂອງອາຊຽນ - ຈີນ, ຫວຽດນາມ ໄດ້ພ້ອມກັບບັນດາປະເທດສ້າງບັນດາປັດໄຈພື້ນຖານຂອງບັນດາການປະພຶດຢູ່ທະເລຕາເວັນອອກ COC, ປະຈຸບັນ ບົນພື້ນຖານບັນດາປັດໄຈນີ້ ອາຊຽນ ແລະ ຈີນ ຈະພ້ອມກັນປຶກສາຫາລື.”
ມຸ່ງໄປເຖິງຄາດໝາຍປະຊາຄົມຫນຶ່ງດຽວ
ເຖິງວ່າ ອາຊຽນ ບັນລຸໄດ້ບັນດາໝາກຜົນເປັນຫນ້າຊື່ນຊົມໃນປີຜ່ານມາກໍຕາມແຕ່ໃນຊຸມປີຈະມາເຖິງ ອາຊຽນ ຍັງຄົງປະສົບກັບສິ່ງທ້າທາຍຫລາຍຢ່າງຄື: ແຫລ່ງຊັບພະຍາກອນມະນຸດຈຳກັດ, ການກະທົບຈາກການແກ້ງແຍ້ງລະຫວ່າງບັນດາປະເທດໃຫຍ່ໃນພາກພື້ນ. ສິ່ງດັ່ງກ່າວຮຽກຮ້ອງແຕ່ລະປະເທດສະມາຊິກ ຕ້ອງມານະພະຍາຍາມກວ່າ ເພື່ອຮັກສາຄວາມສາມັກຄີ ແນໃສ່ປະຕິບັດບັນດາຈຸດໝາຍທີ່ຍັງເຫລືອໃນວິວັດທະນາການສ້າງປະຊາຄົມ. ສຳລັບ ຫວຽດນາມ, ວິວັດທະນາການສ້າງປະຊາຄົມອາຊຽນ ບໍ່ພຽງແຕ່ສຳເລັດໃນວັນທີ 31/12/2015 ເທົ່ານັ້ນ ຫາກຍັງຕ້ອງວາງອອກທິດທາງເພື່ອໃຫ້ອາຊຽນ ສືບຕໍ່ພັດທະນາ, ເສີມຂະຫຍາຍບົດບາດຂອງຕົນຢູ່ພາກພື້ນຫລັງປີ 2015. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງວີງ ຖືວ່າ:
“ບັນຫາອາຊຽນ ສາມັກຄີ,ມຸ່ງໄປເຖິງຈຸດໝາຍຮ່ວມສຳພັນຢູ່ໃນລະດັບສູງກວ່າ ແມ່ນບັນຫາທີ່ຫວຽດນາມ ຕ້ອງເອົາໃຈໃສ່ເປັນພິເສດ. ອາຊຽນ ສາມັກຄີ ແມ່ນຜົນປະໂຫຍດສຳລັບຫວຽດນາມ. ມາດຖານສ້າງປະຊາຄົມໃນໄລຍະຈະມາເຖິງຈະຖືກຍົກສູງກວ່າອີກ. ນັ້ນແມ່ນ ຄຸນນະພາບການຮ່ວມສຳພັນໃນອາຊຽນ, ຍົກລະດັບຄອງຊີບຂຶ້ນທົບສອງເທົ່າ, ຫລຸດຜ່ອນອັດຕາຜູ້ທຸກຍາກອຶດຫິວລົງເຄິ່ງຫນຶ່ງ. ມາດຕະການທັງໝົດເຫລົ່ານັ້ນ ຫວຽດນາມ ພວມຄົ້ນຄ້ວາ, ສະເຫນີ, ຊອກວິທີປະຕິບັດ. ຢາກສ້າງສຳເລັດປະຊາຄົມອາຊຽນ ຕ້ອງຜັນຂະຫຍາຍຢ່າງຂ້ຽວຂາດ ແລະ ສິ່ງດັ່ງກ່າວຍັງມີຄວາມໝາຍສຳຄັນກັບສັນຕິພາບຂອງພາກພື້ນ.”
ການສ້າງ ອາຊຽນ ໃຫ້ມີຄວາມສາມັກຄີເຂັ້ມແຂງ ບໍ່ພຽງແຕ່ແມ່ນຄວາມມຸ່ງມາດປາດຖະຫນາດຂອງຫວຽດນາມ ເທົ່ານັ້ນ ຫາກຍັງຂອງທຸກປະເທດສະມາຊິກ ອາຊຽນ ອີກດ້ວຍ. ການສ້າງປະຊາຄົມ ອາຊຽນ ໃນປີ 2015 ພຽງແຕ່ແມ່ນຂີດໝາຍເທົ່ານັ້ນ, ເພາະຍັງມີຫລາຍວຽກງານຕ້ອງເຮັດເພື່ອໃຫ້ ອາຊຽນ ສາມັກຄີ ແລະ ນັບມື້ນັບຢືນຢັນທີ່ຕັ້ງບົດບາດໃນໂລກ. ໃນວິວັດທະນາການນັ້ນ ແຜນນະໂຍບາຍຂອງຫວຽດນາມ ແມ່ນສືບຕໍ່ມານະພະຍາຍາມພ້ອມກັບບັນດາປະເທດສະມາຊິກ ອາຊຽນ ພັດທະນາຢ່າງແຂງແຮງກວ່າ ບໍ່ພຽງແຕ່ຮອດປີ 2015 ເທົ່ານັ້ນ ຫາກຫລັງປີ 2015 ອີກດ້ວຍ.