(vovworld) - ໂດຍແມ່ນປະເທດພວມພັດທະນາ, ຫວຽດນາມໄດ້ ແລະ ພວມປັບປຸງໜ້າໂຍບາຍເສດຖະກິດຕ່າງໆ, ໃນນັ້ນມີນະໂຍບາຍດຶງດູດການລົງທຶນໂດຍກົງ (FDI) ຈາກຕ່າງປະເທດ, ນະໂຍບາຍພັດທະນາການລົງທຶນພາຍໃນປະເທດ… ທ່ານລັດຖະມົນຕີກະຊວງແຜນການ ແລະ ລົງທຶນຫວຽດນາມ ບູ່ຍກວາງວີງ ໄດ້ຢືນຢັນຄືດັ່ງກ່າວ ເມືອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຕ່າງໆໃນນັ້ນມີນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເມື່ອທ້າຍສັບປະດາຜ່ານມາ.
ທ່ານລັດຖະມົນຕີກະຊວງແຜນການ ແລະ ລົງທຶນຫວຽດນາມ ບູ່ຍກວາງວີງ
(ພາບ: ອິນເຕີແນດ)
ຕາມການສະຖິຕິຫຼ້າສຸດ, ໃນ 4 ເດືອນຕົ້ນປີ 2014, ຫວຽດນາມ ດຶງດູດທຶນ FDI ຈາກ 36 ປະເທດ ແລະ ເຂດແຄ້ວນໃນໂລກໄດ້ 4.855 ຕື້ USD. ສເກົາຫຼີ ແມ່ນປະເທດນຳໜ້າດ້ວຍຍອດຈຳນວນທຶນກວ່າ 1.1 ຕື້ USD, ກວມກວ່າ 23% ຍອດຈຳນວນເງິນລົງທຶນເຂົ້າຫວຽດນາມ, ຍີ່ປຸ່ນຢືນອັນດັບ 2 ດ້ວຍ 530 ລ້ານ USD, ກວມເກືອບ 11% ຍອດຈຳນວນເງິນລົງທຶນ; ສິງຄະໂປ ຢືນອັນດັບ 3, ດ້ວຍ 479 ລ້ານ USD, ກວມ 9,9% ຍອດຈຳນວນເງິນລົງທຶນເຂົ້າຫວຽດນາມ. ໃນຂະນະນັ້ນ, ໃນງວດທີ 1 ປີ 2014, ທັງປະເທດມີກວ່າ 18.300 ວິສາຫະກິດຈົດທະບຽນສ້າງຕັ້ງໃໝ່ ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນເກືອບ 99.000 ຕື້ດົ່ງ, ເພີ່ມຂຶ້ນເກືອບ 17% ກ່ຽວກັບຈຳນວນວິສາຫະກິດ ແລະ ເພີ່ມຂຶ້ນກວ່າ 23% ກ່ຽວກັບຈຳນວນທຶນຈົດທະບຽນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013. ນີ້ແມ່ນງວດທີ 4, ທີ່ຫວຽດນາມ ມີຈຳນວນວິສາຫະກິດຈົດທະບຽນສ້າງຕັ້ງໃໝ່ເພີ່ມຂຶ້ນຢ່າງລຽນຕິດ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013.
ຄວາມມານະພະຍາຍາມປັບປຸງສະພາບແວດລ້ອມເພື່ອດຶງດູດການລົງທຶນຈາກຕ່າງປະເທດ
ບັນດານັກຊ່ຽວຊານດ້ານເສດຖະກິດ ໄດ້ສະແດງຄວາມປະເອີບໃຈຕໍ່ສະພາບດຶງດູດ FDI ແລະ ຖືວ່າ, ຫວຽດນາມ ພວມມີກາລະໂອກາດໃຫຍ່ເພື່ອດຶງດູດ FDI ຍ້ອນມີສະຖຽນລະພາບດ້ານການເມືອງ, ສັງຄົມ ແລະ ຮັບປະກັນຄວາມສະຫງົບປອດໄພ ເມື່ອທຽບໃສ່ປະເທດຕ່າງໆໃນພາກພື້ນອາຊຽນ. ນອກນັ້ນ, ບັນດານັກລົງທຶນຕ່າງປະເທດກໍ່ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫຼາດຫວຽດນາມ ດ້ວຍພົນລະເມືອງ 90 ລ້ານຄົນ ແລະ ຮອດປີ 2020 ຈະເພີ່ມຂຶ້ນເຖິງ 100 ລ້ານຄົນ, ໃນນັ້ນຜູ້ມີລາຍຮັບກວ່າ 10.000 USD/ປີ ແມ່ນປະມານ 15 ລ້ານຄົນ. ບໍ່ພຽງແຕ່ມີສະຖຽນລະພາບດ້ານການເມືອງ, ຄວາມສາມາດບົ່ມຊ້ອນຂອງຕະຫຼາດເທົ່ານັ້ນ. ບັນດານັກລົງທຶນຕ່າງປະເທດຍັງເຫັນໄດ້ຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນອີກ. ຕາມເຂົາເຈົ້າແລ້ວ, ເຖິງວ່າບໍ່ທັນຕອບສະໜອງຄວາມຕ້ອງການທັງໝົດຂອງນັກລົງທຶນໄດ້ກໍ່ຕາມ, ແຕ່ລັດຖະບານຫວຽດນາມ ຍາມໃດກໍ່ຊອກຫາທຸກວິທີເພື່ອເຮັດໃຫ້ສະພາບເວດລ້ອມແຫ່ງການລົງທຶນມີຄວາມສະດວກສະບາຍເຊັ່ນ: ປະຕິຮູບດ້ານການບໍລິຫານ, ປັບປຸງກົດໝາຍຫຼາຍສະບັບທີ່ກ່ຽວຂ້ອງເຖິງການລົງທຶນ. ທ່ານລັດຖະມົນຕີ ບູ່ຍກວາງວີງ ກ່າວວ່າ:
”ຂ້າພະເຈົ້າຄິດວ່າ, ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ບໍ່ທັນສົມບຸນແບບ, ເພາະວ່າຫວຽດນາມ ແມ່ນປະເທດພວມພັດທະນາ, ດັ່ງນັ້ນລະບົບກົດໝາຍກໍ່ພວມໄດ້ຮັບການປັບປຸງເທື່ອລະກ້າວ. ຫວຽດນາມ ພວມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງຕົນຢ່າງຕັ້ງໜ້າ ແລະ ໄດ້ຮັບການຮັບຮູ້ຈາກບັນດານັກລົງທຶນຕ່າງປະເທດ. ສິ່ງດັ່ງກ່າວສະແດງອອກ ດ້ວຍຈຳນວນທຶນ ກໍ່ຄືຈຳນວນໂຄງການລົງທຶນໂດຍກົງຂອງຕ່າງປະເທດເຂົ້າຫວຽດນາມ ນັບມື້ນັບເພີ່ມຂຶ້ນຢ່າງແຮງ”.
ການປ່ຽນແປງຕົ້ນຕໍເພື່ອພັດທະນາພາກສ່ວນເສດຖະກິດພາຍໃນປະເທດ
ຄຽງຂ້າງບັນດາຄວາມມານະພະຍາຍາມປັບປຸງສະພາບແວດລ້ອມເພື່ອດຶງດູດການລົງທຶນຈາກຕ່າງປະເທດ, ຫວຽດນາມ ເຂົ້າໃຈໄດ້ວ່າຄວນເອົາໃຈໃສ່ເຖິງກຸ່ມວິສາຫະກິດພາຍໃນປະເທດຢ່າງເໝາະສົມ ແລະ ຄົບຖ້ວນ, ແນໃສ່ປຸກລຸກກຳລັງໜູນ ເພື່ອພັດທະນາປະເທດຊາດ. ຕາມນັ້ນແລ້ວ, ບັນດາລັດວິສາຫະກິດ ໄດ້ ແລະ ພວມໄດ້ຮັບການສ້າງໂຄງປະກອບຄືນໃໝ່ຕາມທິດຮັດແຄບບັນດາຂົງເຂດເຄື່ອນໄຫວ, ພ້ອມທັງຫັນເປັນຫຸ້ນສ່ວນຢ່າງແຮງເພື່ອຍົກສູງປະສິດທິຜົນຂອງລັດວິສາຫະກິດ. ສຳລັບພາກສ່ວນວິສາຫະກິດເອກະຊົນ, ທ່ານລັດຖະມົນຕີ ບູ່ຍກວາງວີງ ຊີ້ແຈ້ງວ່າ:
”ພວກເຮົາຕ້ອງເອົາໃຈໃສ່ເຖິງວິສາຫະກິດເອກະຊົນຫຼາຍກວ່າ, ຄົບຖ້ວນກວ່າ. ເພາະວ່ານີ້ແມ່ນກຳລັງໃຫຍ່ຫຼວງທີ່ສຸດ, ສຳຄັນທີ່ສຸດຂອງພື້ນຖານເສດຖະກິດຫວຽດນາມ. ໃນການຮຽບຮຽງກ່ຽວກັບທິດທາງພັດທະ ນາເສດຖະກິດໃນໄລຍະຈະມາເຖິງ. ພວກຂ້າພະເຈົ້າໄດ້ຍົກອອກໜຶ່ງໃນບັນ ດາຄາດໝາຍແມ່ນສຸມທຸກແຫຼ່ງກຳລັງ, ມີບັນດານະໂຍບາຍທີ່ແຮງສົມຄວນ ເພື່ອຊຸກຍູ້ການຂຸດຄົ້ນທ່າແຮງທັງໝົດຂອງວິສາຫະກິດເອກະຊົນ ຢູ່ພາຍໃນປະເທດ. ອາດເວົ້າໄດ້ວ່າ ວິສາຫະກິດເອກະຊົນຈະເປັນກຳລັງໜູນສຳຄັນກວ່າໝູ່ ທີ່ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດ”.
ເພື່ອເພີ່ມທະວີການດຶງດູດເງິນລົງທຶນ, ຫວຽດນາມ ພວມປັບປຸງກົດ ໝາຍວ່າດ້ວຍວິສາຫະກິດ ແລະ ກົດໝາຍວ່າດ້ວຍການລົງທຶນ ໃນນັ້ນມີເລື່ອງຊື້ຂາຍ, ໂອນເອົາວິສາຫະກິດ ເພື່ອຕອບສະໜອງເລື່ອງຍູ້ແຮງການຫັນລັດວິສາຫະກິດເປັນຫຸ້ນສ່ວນ ແລະ ສ້າງໂຄງປະກອບພື້ນຖານເສດຖະ ກິດຫວຽດນາມ ຄືນໃໝ່. ກົດໝາຍທັງສອງນີ້, ລ້ວນແຕ່ເອົາໃຈໃສ່ເປັນພິເສດເຖິງການຍົກສູງບົດບາດຂອງວິສາຫະກິດທີ່ປະກອບສ່ວນໃຫ້ພື້ນຖານເສດຖະກິດຕາມທິດບັນດາຂະແໜງອາຊີບໃດເຊິ່ງກົດໝາຍບໍ່ຫ້າມ, ປະຊາ ຊົນ ແລະ ວິສາຫະກິດລ້ວນແຕ່ສາມາດລົງທຶນຜະລິດ, ດຳເນີນທຸລະກິດໄດ້. ສ້າງເງື່ອນໄຂສະດວກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ເພື່ອຮັບປະກັນວ່າ ທຸກພາກສ່ວນເສດຖະກິດລ້ວນແຕ່ມີຄວາມສະເໝີພາບ, ສ້າງກຳລັງໜູນເພື່ອໃຫ້ປະເທດຊາດພັດທະນາໃນຕໍ່ໜ້າ.