ຫວຽດນາມ- ກູບາ: ແບບຢ່າງຂອງການພົວພັນສາກົນ


(vovworld)- ການ​ຢ້ຽມ​ຢາມ ສ. ກູ​ບາ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແຕ່​ວັນ​ທີ 28 -30/9 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ລັດ ແລະ ສະ​ພາ​ລັດ​ຖະ​ມົນ​ຕີ ກູ​ບາ Raul Castro ເພື່ອ​ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ​ກັນ ລະ​ຫວ່າງ​ພັກ, ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ​ແລະ ກູ​ບາ ໃຫ້​ເລິກ​ເຊິ່ງກວ່າ.

ຫວຽດນາມ- ກູບາ: ແບບຢ່າງຂອງການພົວພັນສາກົນ - ảnh 1
ທ່ານ ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແລະ ປະ​ທ​ານ Raul Castro
ພາບ:hanoitv.vn

        ກ່ອນນີ້ 55 ປີ (2/12/1960), ກູ​ບາ ແມ່ນ​ປະ​ເທດ​ທຳ​ອິດ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ເຄິ່ງ​ຫນ້ວຍ​ໂລກ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ນັບ​ແຕ່ນັ້ນ​ມາ, ການ​ພົວ​ພັນ​ລະ​ ຫວ່າງ​ຫວຽດ​ນາມ ແລະ ກູ​ບາ ຍາ​ມ​ໃດ​ກໍ​ໄດ້​ຮັບ​ການ​ຮັກ​ສາ, ພັດ​ທະ​ນາ.

        ການ​ພົວ​ພັນ​ແບບ​ພິ​ເສດ

        ໃນ​ປະ​ຫວັດ​ສາດ​ໂລກ​ຍຸກ​ປະ​ຈຸ​ບັນ, ຍາກ​ທີ່​ຈະ​ມີ​ການ​ພົວ​ພັນ​ໃດ​ພິ​ເສດ​ຄື​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ, 2 ລັດ​ຖ​ະ​ບານ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ -ກູ​ບາ. ການ​ນຳ ແລະ ປະ​ຊາ​ຊົນ ຫວຽດ​ນາມ -ກູ​ບາ ຍາ​ມ​ໃດ​ກໍ​ຮັບ​ຮູ້​ກ່ຽວ​ກັບ​ຄວ​າມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ຍາມ​ໃດ​ກໍ​ຖືນີ້​ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ ສອງ​ຊາດ. ໂດຍໄດ້​ຮັບ​ການເພີ່ມ​ພູນ​ຄູນ​​ສ້າງຈາກ ​ປະ​ທານ​ໂຮ່​ຈິ​ມີນ ແລະ ປະ​ທານ Fidel Castro,   ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ -ກູ​ບາ ນັບ​ມື້​ນັບ​ພັດ​ທະ​ນາ ແມ່ນ​ສາຍ​ພົວ​ພັນ​ບໍ​ລິ​ສຸດ​ຜຸດ​ຜ່ອງ, ເປັນ​ແບບ​ຢ່າງ ຂອງ​ການ​ພ​ົວ​ພັນ​ລະ​ຫວ່າງ ສອງ​ຊາດທີ່ມີ​ອຸ​ດົມ​ຄະ​ຕິ​ການ​ປະ​ຕິ​ວັດ​ດຽວ​ກັນ.

        ​​ຫ່າງ​ໄກ​ດ້ານ​ພູມ​ສາດ ແມ່ນບໍ່​ມີ​ຄວາມ​ໝາຍ​ອີກ​ໃນ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາສາຍ​ພົວ​ພັນ​ສະ​ຫ​ນິດ​ຕິດ​ພັນ, ບໍ​ລິ​ສຸດ​ຜຸດ​ຜ່ອງ ລະ​ຫວ່າງ​ຫວຽດ​ນາມ ແລະ ກູ​ບາ. ໃນ​ຕະ​ຫລອດກວ່າ​ເຄິ່ງ​ສັດ​ຕະ​ວັດ​ຜ່ານ​ມາ, ສອງ​ປະ​ເທດ ຍາມ​ໃດ​ກໍ​ຮຽງ​ບ່າຮຽງ​ໄຫລ່​ໃນ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ. ໃນ​ໄລ​ຍະ​ຫຍຸ້ງ​ຍາກ​ທີ່​ສຸດ​ຂອງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ​ຂອງ​ຫວຽດ​ນາມ, ພັກ, ລັດ ແລະ ປະ​ຊາ​ຊົນ ກູ​ບາ ຍາມ​ໃດ​ພ້ອມ​ກັບ​ຫວຽດ​ນາມ ແລະສະ​​ຫງວນ​ໃຫ້ ຫວຽດ​ນາມ ການ​ສະຫນັບ​ສະ​ຫນູນ ​ອັນ​ລ້ຳ​ຄ່າ ມີ​ປະ​ສິດ​ທິ​ຜົນ ນັບ​ທັງ​ທາງ​ດ້ານ​ຈິດ​ໃຈ ແລະ ວັດ​ຖຸ. ກູ​ບາ ແມ່ນ​ປະ​ເທດ​ນຳ​ຫນ້າ ໃນ​ຂະ​ບວ​ນ​ການ​ປະ​ຊາ​ຊົນ​ໂລກ ສະ​ຫນັບ​ສະ​ຫນູນ​ການ​ຕໍ່​ສູ້​ຍາດ​ເອົາ ແລະ ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ເສ​ລີ​ພາບ, ສ້າງ​ສາ​ປະ​ເທດ​ຊາດ​ຂອງ​ຫວຽດ​ນາມ; ເອົາ​ໃຈ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ທຸກ​ດ້ານ ກັບ​ຫວຽດ​ນາມ ໃນ​ທຸກ​ຂົງ​ເຂດ ມີ​ທ່າ​ແຮງ ຄື: ກໍ່​ສ້າງ, ຄົມ​ມະ​ນາ​ຄົມ, ການ​ສຶກ​ສາ ບຳ​ລຸງ​ສ້າງ.

        ຜູ້​ນຳ Fidel Castro ເຄີຍ​ເວົ້າ​ວ່າ: “ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ບາ ແມ່ນ​ສາຍ​ພົວ​ພັນ​ແບບ​ພິ​ເສດ, ບໍ່ເຄີຍ​ມີ​ມາ​ກ່ອນ, ແມ່ນ​​ແບບຢ່າງ​ຂອງ​ການ​ພົວ​ພັນ​ສາ​ກົນ. ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ​ຈົດ​ຈ່ຳ​ອາ​ລົມ​ຈິດ​ອັນ​ເລິກ​ເຊິ່ງ ຊື່ງ​ປະ​ຊາ​ຊົນ ກູ​ບາ ສະ​ຫງວນ​ໃຫ້​ຕົນ​ໃນ​ໄລ​ຍະ​ສົງ​ຄາມກ​ໍ​ຄື ໃນ​ສັນ​ຕິ​ພາບ, ສ້າງ​ສາ​ປະ​ເທດ​ຊາດ.

        ໃນ​ຊຸມ​ປີເດືອນ ທີ່ ກູ​ບາ ຖືກ ອາ​ເມ​ລິ​ກາ ຂວ້ຳ​ບາດ, ຖືກ​ໄພ​ທຳ​ມະ​ຊາດ​ທຳ​ລາຍ​ຢ່າງ​ລຽນ​ຕິດ, ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ, ພັກ, ລັດ ແລະ ປ​ະ​ຊາ​ຊົນ ຫວຽດ​ນາມ ໄດ້​ສະ​ຫງວນ​ໃຫ້ ກູ​ບາ ອ້າຍ​ນ້ອງ ການ​ສະ​ຫນັບ​ສະ​ຫນູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ຫວຽດ​ນາມ ຍາ​ມ​ໃດ​ກໍ​ເອົາ​ໃຈ​ໃສ່, ຕິດ​ຕາມ ແລະ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນ​ດາ​ຜົນ​ງ​ານ​ຊື່ງ ປະ​ຊາ​ຊົນ ກູ​ບາ ຍາດ​ມາ​ໄດ້​ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ແນວ​ທາງ​ແຫ່ງ​ການ​ ອັບ ເດັດ ຮູບ​ແບບ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ໂດຍກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ 6 ຂອງ​ພັກ​ກອ​ມ​ມູ​ນິດ ກູ​ບາ ຮັບ​ຮອງ​ເອົາ ພ້ອມ​ທັງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ອັນ​ສະ​ຫລາດ​ສ​ອ່ງ​ໃສ​ຂອງ​ພັກ​ກອມ​ມູ​ນິດ​ ກູ​ບາ, ຜູ້​ນຳ Fidel Castro, ປະ​ທ​ານ Raul Castro, ປະ​ຊາ​ຊົນ ກູ​ບາ ຈະ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ສືບ​ຕໍ່​ພັດ​ທະ​ນາ​ປະ​ເທດ​ຊາດ.

        ສ້າງ​ທ່າ​ໃຫ້​ການ​ຮ່ວມ​ມື​ເສດ​ຖະ​ກິດສອງ​ຝ່າຍ

​ການ​ພົວ​ພັນ​ດ້ານ​ການ​ເມືອງ​ອັນ​ດີ​ງາມ, ພິ​ເສດ ຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈ​ຢ່າງ​ສູງ​ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ບາ ໄດ້​ສ້າງ​​ທ່ວງທ່າ​​ເພື່ອໃຫ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ. ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ ການ​ຄ້າ ປີ 2012 ແມ່ນ 175 ລ້ານ USD, ປີ 2014 ເພີ່ມ​ຂຶ້ນ 200 ລ້ານ USD. ບັນ​ດາ​ຜະ​ລິດ​ຕະ​ພັນ​ຫວຽດ​ນາມ ສົ່ງ​ອອກ​ໄປ​ຍັງ ກູ​ບາ ສ່ວນ​ຫລາຍ​ແມ່ນ ເຂົ້າ​ສານ, ເຄືື່ອງ​ໃຊ້​ສອຍ, ສ່ວນ​ນຳ​ເຂົ້າ​ສິ​ນ​ຄ້າ ຈາກ ກູ​ບາ ແມ່ນ​ຜະ​ລິດ​ຕະ​ພັນ​ຊີ​ວະ​ສາດ, ຢາ​ປົວ​ພະ​ຍາດ. ສອງ​ຝ່າຍ ກໍ​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ການ​ຮ່ວມ​ມືສຳ​ຫລວດ ແລະ  ຂຸດ​ຄົ້ນນ້ຳ​ມັນ​ອາຍ​ແກ​ສ ຢູ່ ກູ​ບາ, ຊຸກ​ຍູ້​ຄວາມ​ສາ​ມາດ​ຮ່ວມ​ມື​ລະ​ຫວ່າງ ກຸ່ມ​ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ກອງ​ທັບ Viettel ແລະ ບ​ໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ແຫ່ງ​ລັດ ກູ​ບາ ETECSA.

        ມີ​ເອ​ກະ​ສານ, ຂໍ້​ຕົກ​ລົງ​ການ​ຮ່ວມ​ມືຫລາຍ​ສະ​ບັບ ກໍ​ໄດ້​ຮັບ​ການ​ລົງ​ນາມ, ສ້າງ​ພື້ນ​ຖານ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ແລະ ມີ​ພະ​ຍານ​ຫລັກ​ຖານ​ດ້ານ​ກົດ​ໝາຍ​ໃຫ້​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ຕໍ່​ຫນ້າ ກໍ​ຄື ຍາວ​ນານ. ຫວຽດ​ນາມ ແລະ ກູ​ບາ ໄດ້​ເປັນ​ເຈົ້າ​ການ ທັງ​ສືບ​ຕໍ່​ຍູ້​ແຮງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ການ​ຄ້າ, ທັງ​ເພີ່ມ​ເຕີມ​ພັດ​ທະ​ນາ​ເສດ​ຖະ​ກິດ​ສອງ​ຝ່າຍ ດ້ວຍ​ເນື້ອ​ໃນ, ກົນ​ໄກ, ຮູບ​ການ​ໃຫມ່​ເໝາ​ະ​ສົມ​ກັບ​ບັນ​ດາ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ຂອງ​ທັງ​ສອງ​ປະ​ເທດ, ທັງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ທັງ​ຍົກ​ສູງ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ໂຄງ​ການ​ຮ່ວມ​ມື.

        ເຖິງ​ຢ່າງ​ໃດ​ກໍ​ຕາມ ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ການ​ຮ່ວມ​ມື​ລະ​ຫວ່າ​ງ​ສອງ​ປະ​ເທດ ຍັງ​ໃຫຍ່​ຫລວງ​ຢູ່, ເປັນ​ຕົ້ນ​ໃນ​ສະ​ພາບ​ປະ​ຈຸ​ບັນ ເມື່ອ ກູ​ບາ ພວມ​ຍູ້​ແຮງ​ການ​ປະ​ຕິ​ຮູບ, ​ອັບ​ເດັດ ​ຮູບ​ແບບ​ການ​ພັດ​ທະ​ນາ ພ້ອມ​ທັງ​ທຳ​ລາຍ​ການ​ຂວ້ຳ​ບາດ​ໃນ​ຫລາຍ​ທົດ​ສະ​ວັດ. ສະ​ນັ້ນ ການ​ພົບ​ປະ​ຂັ້ນ​ສູງ, ເພີ່ມ​ທະ​ວີ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ ແລະ​ກັນ ແມ່ນ​ສິ່ງ​ຈຳ​ເປັນ​ທີ່​ສຸດ​ໃນ​ໄລ​ຍະ​ປະ​ຈຸ​ບັນ.

        ໃນ​ສະ​ພາບ​ການນັ້ນ ການ​ຢ້ຽມ​ຢາມ ກູ​ບາ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ບໍ່​ພຽງ​ແຕ່​ຮັດ​ແຫນ້ນ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ເທົ່າ​ນັ້ນ ຫາກ​ຍັງ​ເປີດ​ວິ​ວັດ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ບາ ໃນ​ໄລ​ຍະ​ໃຫມ່​ອີກ​ດ້ວຍ. ປະ​ຈຸ​ບັນ ຫວຽດ​ນາມ ພວມ​ກະ​ກຽມ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຄັ້ງ​ທີ 12 ແລະ ກູ​ບາ ພວມ​ຫັນ​ປ່ຽນ​ການ​ປະ​ຕິ​ຮູບ​ຢ່າງ​ແຮງ, ການ​ຢ້ຽມ​ຢາມ ກູ​ບາ ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢ່າງ​ເປັນ​ທາງ​ການ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ ຊຸກ​ຍູ້​ບັນ​ດາ​ມາດ​ຕະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ການ​ຄ້າ, ເພື່ອ​ເພີ່ມ​ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ, ເໝາະ​ສົມ​ກັບ​ເງື່ອນ​ໄຂ​ໃຫມ່ ແລະ ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປະ​ເທດ. ການ​ຢ້ຽມ​ຢາມ ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ ພ້ອມ​ກັນ​ແລ​ກ​ປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ເສັ້ນ​ທາງ​ຂອງ​ແຕ່​ລະ​ປະ​ເທດ, ປະ​ກອບ​ສ່ວນ​ສ້າງ​ພາ​ລະ​ກິດ​ປະ​ຕິ​ວັດ​ຢູ່​ແຕ່​ລະ​ປະ​ເທດ​ສຳ​ເລັດ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ