(vovworld) – ໂດຍສືບຕໍ່ທ່າພັດທະນາການພົວພັນຮ່ວມມືອັນດີງາມລະຫວ່າງຫວຽດນາມ - ຍີ່ປຸ່ນ, ວັນທີ 12/12, ທ່ານນາຍົກລັດຖະມົນຕີ ຫງວຽດນາມ ຫງວຽນເຕີ໋ນຢຸງ ເລີ່ມຕົ້ນການເຄື່ອນໄຫວຕ່າງໆໃນການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe. ໃນຂອບເຂດການຢ້ຽມຢາມທີ່ແກ່ຍາວເຖິງວັນທີ 15/12, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ກໍ່ຈະເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 40 ປີ ແຫ່ງການພົວພັນຄູ່ເຈລະຈາອາຊຽນ - ຍີ່ປຸ່ນ, ກອງປະຊຸມຂັ້ນສູງແມ່ຂອງ - ຍີ່ປຸ່ນຄັ້ງທີ 5 ຢູ່ໂຕກຽວ.
ທ່ານນາຍົກລັດຖະມົນຕີ ຫງວຽດນາມ ຫງວຽນເຕີ໋ນຢຸງ
ແລະທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe.
(ພາບອິນເຕີແນດ)
ພາຍຫຼັງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດເມື່ອເດືອນ 9/1973, ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ພວມຢູ່ໃນໄລຍະພັດທະນາຢ່າງແຮງທີ່ສຸດ. ຊັບສົມບັດອັນລຳ້ຄ່າທີ່ສຸດຂອງສອງປະເທດ ແມ່ນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ການຮ່ວມມືຮອບດ້ານ, ເຊິ່ງສະແດງອອກຜ່ານເລື່ອງສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ດ້ວຍຄວາມເຫັນດີເຫັນພ້ອມສູງຈາກການນຳ ແລະ ການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຊົນສອງປະເທດ.
ຄູ່ຮ່ວມມືນັບມື້ນັບສຳຄັນຂອງກັນ
ຫວຽດນາມ ແລະ ຍີ່ປຸ່ນ ໄດ້ກາຍເປັນຄູ່ຮ່ວມມືນັບມື້ນັບສຳຄັນຂອງກັນໃນທຸກຂົງເຂດ, ນັບແຕ່ດ້ານການເມືອງ, ການຕ່າງປະເທດ, ເສດຖະກິດ - ການຄ້າ, ການລົງທຶນ, ການຊ່ວຍເຫຼືອພັດທະນາ ຕະຫຼອດຮອດການພັດທະນາແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຢີ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ...
ກ່ຽວກັບດ້ານການເມືອງ, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໄດ້ຮັບການປັບປຸງ ແລະ ຍົກຂຶ້ນສູ່ລະດັບສູງໃໝ່, ພິເສດແມ່ນເລື່ອງສອງປະເທດເຫັນດີຍົກລະດັບຂອບເຂດການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ເພື່ອສັນຕິພາບ ສະຖຽນລະພາບຢູ່ອາຊີໃນປີ 2009. ການນຳຂັ້ນສູງສອງປະເທດໄປມາຢ້ຽມຢາມ, ພົບປະເຊິ່ງກັນ ແລະ ກັນເປັນປະຈຳ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ ແລະ ຍົກອອກການຊີ້ນຳນຳພາກ່ຽວກັບທິດທາງໃຫຍ່ ກໍ່ຄືບັນດາມາດຕະການລະອຽດ ແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍ.
ກ່ຽວກັບທາງດ້ານເສດຖະກິດ, ຍີ່ປຸ່ນ ໄດ້ກາຍເປັນຄູ່ຮ່ວມມືສຳຄັນອັນດັບໜຶ່ງຂອງຫວຽດນາມໃນປະຈຸບັນ, ທັງເປັນນັກລົງທຶນໃຫຍ່ກວ່າໝູ່ກ່ຽວກັບດ້ານຈຳນວນທຶນຈົດທະບຽນ ແລະ ຈຳນວນໂຄງການ.
ກ່ຽວກັບດ້ານການຄ້າ, ຍີ່ປຸ່ນແມ່ນຄູ່ຮ່ວມມືສອງຝ່າຍໃຫຍ່ອັນດັບ 3 ຂອງຫວຽດນາມ ດ້ວຍວົງເງິນບັນລຸ 24,7 ຕື້USD ໃນປີ 2012. ສອງປະເທດໄດ້ລົງນາມໃນຂໍ້ຕົກລົງຫຼາຍສະບັບ, ໃນນັ້ນມີສັນຍາຄູ່ຮ່ວມມືເສດຖະກິດຫວຽດນາມ - ຍີ່ປຸ່ນ, ອັນໄດ້ສ້າງເງື່ອນໄຂສະດວກ ແລະ ນິຕິກຳ ໃຫ້ແກ່ການເຄື່ອນໄຫວຮ່ວມມືດ້ານເສດຖະກິດ.
ການຮ່ວມມືໃນຂົງເຂດສຶກສາ, ວິທະຍາສາດ, ເຕັກໂນໂລຢີ, ວັດທະນະທຳ, ກິລາ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ... ກໍ່ດຳເນີນໄປຢ່າງຟົດຟື້ນ. ຕີລາຄາກ່ຽວກັບການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນໃນປະຈຸບັນ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ຖືວ່າ:
“ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນພວມຢູ່ໃນໄລຍະພັດທະນາຢ່າງແຮງ. ຊັບສົມບັດອັນລຳ້ຄ່າທີ່ສຸດຂອງສອງປະເທດ ແມ່ນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ການຮ່ວມມືຮອບດ້ານ, ເຊິ່ງສະແດງອອກຜ່ານເລື່ອງສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ດ້ວຍຄວາມເຫັນດີເຫັນພ້ອມສູງຈາກການນຳ ແລະ ການສະໜັບສະໜູນຢ່າງກວ້າງຂວາງຂອງປະຊາຊົນສອງປະເທດ. ນີ້ກໍ່ແມ່ນພື້ນຖານສຳຄັນເພື່ອນຳການຮ່ວມມືຫວຽດນາມ - ຍີ່ປຸ່ນ ໃຫ້ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ “.
ຄວາມໃກ້ຊິດດ້ານພູມສາດ, ການພົວພັນສະໜິດຕິດພັນມາແຕ່ດົນນານໃນປະຫວັດສາດ, ພ້ອມກັບບັນດາຜົນປະໂຫຍດດ້ານຍຸດທະສາດໃນໄລຍະປະຈຸບັນ ໄດ້ເຮັດໃຫ້ຫວຽດນາມ ແລະ ຍີ່ປຸ່ນນັບມື້ນັບຫຍັບມໍ່ໃກ້ກັນກວ່າ. ບໍ່ພຽງແຕ່ສະຫງວນ ບຸລິມາສິດແກ່ການຮ່ວມມືນຳກັນໃນລະດັບສູງສຸດເທົ່ານັ້ນ, ຫາກໃນຂົງເຂດເສດຖະກິດ, ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ - ຍີ່ປຸ່ນ ກໍ່ນັບມື້ນັບສະໜິດຕິດພັນກວ່າ. ນຳ້ໃຈມິດຕະພາບຂອງປະຊາຊົນສອງປະເທດໄດ້ຮັບການສະແດງອອກຢ່າງມີຊີວິດຊີວາ ຜ່ານຄວາມເຫັນອົກເຫັນໃຈ, ການສະໜັບສະໜູນຢ່າງສຸດຈິດສຸດໃຈຂອງປະຊາຊົນຫວຽດນາມ ກັບປະຊາຊົນ ແລະ ປະເທດຍີ່ປຸ່ນໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ ພາຍຫຼັງເຫດແຜ່ນດິນໄຫວ, ຄື້ນຍັກເມື່ອເດືອນ 3/2011. ບໍ່ມີເວລາໃດທີ່ຫວຽດນາມ ພັດມີການບໍລິຈາກຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ດຶງດູດປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມຫຼາຍຄືແນວນັ້ນ. ທ່ານ ງຽມຫວູຂາຍ. ປະທານສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ, ໃຫ້ຮູ້ວ່າ:
“ການພົວພັນດ້ານການທູດຢ່າງເປັນທາງການລະຫວ່າງສອງລັດ ໄດ້ຮັບການສ້າງຕັ້ງຂຶ້ນກ່ອນນີ້ 40 ປີເຕັມ ແຕ່ການພົວພັນການທູດປະຊາຊົນພັດມີມາກ່ອນນີ້ກວ່າ 400 ປີແລ້ວ. ໃນປະຫວັດສາດ, ສອງປະເທດໄດ້ມີຫຼາຍສິ່ງຫຼາຍຢ່າງທີ່ຄ້າຍຄືກັນ. ໃນວິວັດແຫ່ງການພັດທະນາການພົວພັນ, ສອງປະເທດຍິ່ງຄົ້ນເຫັນມີຫຼາຍສິ່ງ ຫຼາຍຢ່າງທີ່ຄ້າຍຄືກັນກວ່າ.“
ພ້ອມກັນຮ່ວມມືພັດທະນາ
ເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນ ບັນລຸໄດ້ຜົນງານຄືປະຈຸບັນ, ແມ່ນຍ້ອນມີຄວາມມານະພະຍາຍາມບໍ່ຮູ້ອິດ ບໍ່ຮູ້ເມື່ອຍຂອງລັດຖະບານ ແລະ ປະຊາຊົນສອງປະເທດໃນຕະຫຼອດ 40 ປີທີ່ຜ່ານມາ. ໃນຕໍ່ໜ້າ, ການນຳສອງປະເທດ ໄດ້ຕົກລົງສືບຕໍ່ຮ່ວມມືຜັນຂະຫຍາຍຫຼາຍໂຄງການ, ແຜນຮ່າງທີ່ສຳຄັນ, ສອງຝ່າຍພວມມີບັນດາບາດກ້າວທີ່ໝັ້ນຄົງໃນການປະຕິບັດຄາດໝາຍທີ່ໄດ້ວາງອອກໃນຖະແຫຼງການຮ່ວມປີ 2011, ນັ້ນແມ່ນເພີ່ມວົງເງິນການຄ້າພາຍຫຼັງ 10 ປີໃຫ້ຂຶ້ນທົບ 2 ເທົ່າ.... ຍາມໃດຍີ່ປຸ່ນກໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ. ດັ່ງນັ້ນ, ການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໃນຄັ້ງນີ້ ອີກຄັ້ງໜຶ່ງຈະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນພັດທະນາຢ່າງເລິກເຊິ່ງກວ່າ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດ.