(vovworld) - ປີ 2012, ໃນຂະນະທີ່ພື້ນຖານເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງ ຍ້ອນວິກິດການການເງິນທົ່ວໂລກ ແຕ່ລັດຖະບານ ຫວຽດນາມ ຍັງຄົງມີຄວາມເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຊີວິດສັງຄົມ. ລາຍຮັບພື້ນຖານຂອງປະຊາຊົນໄດ້ຮັບປະກັນ ຜ່ານການຫນູນຊ່ວຍສ້າງວຽກເຮັດງານທຳ, ຫລຸດຜ່ອນຄວາມທຸກຍາກອຶດຫິວ, ເຂົ້າຮ່ວມປະກັນສັງຄົມ. ເລື່ອງຫນູນຊ່ວຍປະຊາຊົນໄດ້ສຳພັດກັບບັນດາການບໍລິການສັງຄົມຢູ່ໃນລະດັບພື້ນຖານກ່ຽວກັບ ເຮືອນຢູ່, ສາທາລະນະສຸກ, ການສຶກສາ, ນ້ຳສະອາດ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງຫນ້າ.
ລາຍການກວດພະຍາດໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ
ພາບ:internet
|
ສຳລັບຂົງເຂດຮັບປະກັນຊີວິດສັງຄົມ, ນະໂຍບາຍຫລຸດຜ່ອນຄວາມທຸກຍາກໄດ້ຮັບຖືວ່າ ແມ່ນບັນຫາຫລັກແຫລ່ງ. ເພາະ ຄວາມຈິງໃຫ້ເຫັນວ່າໃນເງ່ືອນໄຂປະເທດຊາດນັບມື້ນັບພັດທະນາ ແຕ່ອັດຕາສ່ວນແຕກໂຕນກັນລະຫວ່າງ ຄອບຄົວທຸກຍາກ ແລະ ຄອບຄົວຮັ່ງມີ. ພັກ ແລະ ລັດ ຫວຽດນາມ ໄດ້ມີນະໂຍບາຍຫລາຍຢ່າງໃຫ້ແກ່ເປົ້າໝາຍດັ່ງກ່າວ. ຕາມບົດລາຍງານຂອງຫົວຫນ້າກົມໃຫຍ່ສະຖິຕິ ຊຶ່ງປະກາດໃນທ້າຍເດືອນ 12 ແລ້ວ, ຍອດງົບປະມານສະຫງວນໃຫ້ແກ່ການຮັບປະກັນຊີວິດສັງຄົມ, ການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກໃນປີ 2012 ຂອງ ຫວຽດນາມ ແມ່ນ 8.800 ຕື້ດົ່ງ, ໃນນັ້ນ ມີການຫນູນຊ່ວຍບັນດາເປົ້າໝາຍນະໂຍບາຍ, ຫນູນຊ່ວຍບັນດາຄອບຄົວທຸກຍາກ ແລະ ກູ້ໄພກູ້ຊີບສັງຄົມ. ເປັນຫນ້າສົນໃຈນັ້ນແມ່ນ, ລັດຖະບານ ໄດ້ສຸມໃສ່ຊີ້ນຳການປະຕິບັດບັນດາໂຄງການ, ນະໂຍບາຍສັງຄົມຢ່າງຄົບຊຸດ, ຊຶ່ງຈຸດສຸມແມ່ນສ້າງວຽກເຮັດງານທຳ, ເພີ່ມລາຍຮັບ ແລະ ຫລຸດຜ່ອນຄວາມທຸກຍາກ. ປີ 2012, ອັດຕາສ່ວນຄອບຄົວທຸກຍາກຄາດວ່າຍັງຢູ່ໃນລະດັບ 10%, ຫລຸດຜ່ອນ 1,76% ເມື່ອທຽບໃສ່ປີ 2011. ນີ້ແມ່ນຄວາມພະຍາຍາມອັນໃຫຍ່ຫລວງຂອງ ຫວຽດນາມ ໃນເງື່ອນໄຂເສດຖະກິດປະສົບກັບຄວາມຫຍຸ້ງຍາກ. ແລະ ກໍໃນປີ 2012, ຫວຽດນາມ ແກ້ໄຂວຽກເຮັດງານທຳໃຫ້ແກ່ຄົນງາມກວ່າ 1,5 ລ້ານຄົນ, ເຮັດໃຫ້ອັດຕາສ່ວນຜູ້ຫວ່າງງານ ແລະ ອັດຕາສ່ວນຜູ້ບໍ່ມີວຽກເຮັດງານທຳໃນປີ 2012 ຫລຸດຜ່ອນເລັກນ້ອຍເມື່ອທຽບໃສ່ໄລຍະດຽວກັນຂອງປີ 2011. ລັດຖະບານ ຫວຽດນາມ ໄດ້ປະຕິບັດລະບອບປະກັນຫວ່າງງານໃຫ້ແກ່ຄົນງານນັບ 100.000 ຄົນ. ສະພາບແຮງງານຢູ່ ບັນດາເຂດອຸດສາຫະກຳໄດ້ຮັບການຮັກສາເປັນປົກກະຕິ. ມີຄົນງານສ່ວນຫນຶ່ງໄດ້ຮັບການສອນວິຊາຊີບ, ຫັນປ່ຽນອາຊີບໃຫມ່ໃຫ້ເໝາະສົມກວ່າ. ເມື່ອເວົ້າເຖິງການສ້າງວຽກເຮັດງານທຳໃຫ້ແກ່ຄົນງານຫນຸ່ມ, ທ່ານນາງ ຟ້າມທິຫາຍຈ່ວຽນ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:
“ ຢູ່ ຫວຽດນາມ, ອັດຕາສ່ວນຄົນງານຫນຸ່ມຖືກຫວ່າງງານແມ່ນ 3,8%. ເພາະສະນັ້ນ, ພວກຂາພະເຈົ້າໄດ້ເປັນເສນາທິການໃຫ້ລັດຖະບານກ່ຽວກັບນະໂຍບາຍ. ພ້ອມກັບກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ, ໄລຍະຈະມາເຖິງ ພວກຂ້າພະເຈົ້າຈະຍື່ນສະເຫນີຕໍ່ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍວຽກເຮັດງານທຳເພື່ອເປັນພື້ນຖານປະຕິບັດວຽກເຮັດງານທຳໃຫ້ສະດວກກວ່າ. ພວກຂ້າພະເຈົ້າຈະສ້າງກາລະໂອກາດໃຫ້ແກ່ບັນດາອົງການຈັດຕັ້ງສັງຄົມສ້າງສູນສົ່ງເສີມວຽກເຮັດ ງານທຳ, ຫນູນຊ່ວຍສູນກາງຊາວຫນຸ່ມ ສ້າງສູນແນະນຳວຽກເຮັດງານທຳໃຫ້ແກ່ຊາວຫນຸ່ມ. ຄຽງຄູ່ກັນນັ້ນ, ສູນວຽກເຮັດງານທຳຢູ່ບັນດາແຂວງ ກໍໄດ້ຮັບການປັບປຸງ.”
ເລື່ອງດັດປັບເງິນເດືອນພື້ນຖານ ຈາກ 830.000 ດົ່ງ/ເດືອນໃຫ້ຂຶ້ນເຖິງ 1.050.000 ດົ່ງ/ເດືອນ ນັບແຕ່ວັນທີ 1/5/2012 ສຳລັບພະນັກງານ, ລັດຖະກອນ, ບັນດາເປົ້າໝາຍຂຶ້ນກັບກຳລັງປະກອບອາວຸດ ແລະ ຄົນງານທີ່ເຮັດວຽກຢູ່ບັນດາອົງການ, ຫົວຫນ່ວຍ, ອົງການຈັດຕັ້ງຂອງລັດ ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບການປັບປຸງສ່ວນໃດສ່ວນຫນຶ່ງ. ຕາມການຕີລາຄາຂອງອົງການແຮງງານສາກົນ (ILO) ແລ້ວ ໃນປີ 2012 , ຫວຽດນາມ ບັນລຸລະດັບເພີ່ມເງິນເດືອນສູງເມື່ອທຽບໃສ່ບັນດາປະເທດໃນໂລກ. ຕາມທ່ານ Yoon Youngmo, ຜູ້ຊ່ຽວຊານຂັ້ນສູງກ່ຽວກັບການພົວພັນແຮງງານຂອງ ILO ປະຈຳຫວຽດນາມ ແລ້ວ, ລັດຖະບານ ຫວຽດນາມ ປະສົບຜົນສຳເລັດດ້ວຍນະໂຍບາຍເງິນເດືອນພື້ນຖານເພື່ອຍົກລະດັບເງິນເດືອນພື້ນຖານຂຶ້ນເທື່ອລະກ້າວ.
“ມາຮອດປະຈຸບັນ, ລັດຖະບານ ຫວຽດນາມ ໄດ້ປະຕິບັດນະໂຍບາຍເງິນເດືອນພື້ນຖານເປັນຢ່າງດີ. ຄົນງານສ່ວນຫລາຍລ້ວນແຕ່ໄດ້ຮັບເງິນເດືອນສູງກວ່າລະດັບເງິນເດືອນພື້ນຖານ. ລັດຖະບານ ຫວຽດນາມມີວິທີແຕກຕ່າງກັນຫລາຍຢ່າງໃນການວາງແຜນນະໂຍບາຍເພື່ອໃຫ້ເໝາະສົມກັບສະພາບຕົວຈິງ. ລັດຖະບານ ຫວຽດນາມ ກໍມີຄວາມເອົາໃຈໃສ່ເຖິງສະຫວັດດີການຂອງຄົນງານ, ພິເສດ ແມ່ນກຳມະກອນ. ເຖິງຢ່າງໃດກໍຕາມ, ລັດຖະບານ ຫວຽດນາມ ຄວນມີບັນດານະໂຍບາຍເໝາະສົມເພື່ອບັນລຸປະສິດທິຜົນກວ່າໃນເງື່ອນໄຂ, ສະພາບການໃຫມ່.”
ໃນປີ 2012, ຫວຽດນາມ ດຶງດູດຄົນງານໄດ້ 10,34 ລ້ານຄົນເຂົ້າຮ່ວມປະກັນສັງຄົມ, ໃນນັ້ນ ມີ 10,2 ລ້ານຄົນ ເຂົ້າຮ່ວມປະກັນສັງຄົມແບບບັງຄັບ, ເພີ່ມຂຶ້ນ 4,2%, ຈຳນວນຜູ້ເຂົ້າຮ່ວມປະກັນຫວ່າງງານແມ່ນ 8,07 ລ້ານຄົນ, ເພີ່ມຂຶ້ນ 6,6 %, ອັດຕາສ່ວນຜູ້ເຂົ້າຮ່ວມປະກັນສຸຂະພາບບັນລຸເກືອບ 68%, ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີກ່ອນ. ວຽກງານເບິ່ງແຍງດູແລສຸຂະພາບ, ຮັບປະກັນຫລັກອະນາໄມດ້ານອາຫານ, ປົກປ້ອງ ແລະ ເບິ່ງແຍງເດັກນ້ອຍ, ປ້ອງກັນ ແລະ ຕ້ານເຊື້ອ HIV/ໂລກ AIDS ກໍບັນລຸໄດ້ໝາກຜົນຢ່າງຕັ້ງຫນ້າ. ຍ້ອນມີບັນດານະໂຍບາຍຫນູນຊ່ວຍ ສະນັ້ນ ຄວາມສາມາດສຳພັດກັບການບໍລິການສາທາລະນະສຸກຂອງຜູ້ທຸກຍາກ, ຜູ້ໃກ້ຈະຖືກຈັດເຂົ້າໃນລະດັບຄອບຄົວທຸກຍາກຍັງຄົງໄດ້ຮັບປະກັນ.
ພາບປະກອບ:baodientu.chinhphu.vn
|
ດ້ວຍບັນດາວຽກງານອັນຕັ້ງຫນ້າກ່ຽວກັບການຮັບປະກັນຊີວິດສັງຄົມ ຊຶ່ງ ຫວຽດນາມ ບັນລຸໄດ້ໃນປີ 2012 ຈະປະກອບສ່ວນສຳຄັນເພື່ອໃຫ້ລັດຖະບານ ຫວຽດນາມ ປະຕິບັດສານຕົ້ນປີ 2013 ຂອງນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແມ່ນສຸມໃສ່ຍູ້ແຮງການຫລຸດຜ່ອນຄວາມທຸກຍາກ, ຮັບປະກັນຊີວິດສັງຄົມ ແລະ ສະຫວັດດີການສັງຄົມໃນປີ 2013 ເປັນຢ່າງດີ.