(vovworld) - ກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ຫາກໍ່ຍື່ນສະເຫນີຕໍ່ລັດຖະບານ ປະກາດໃຊ້ດຳລັດສະບັບໃຫມ່ ກ່ຽວກັບການຄຸ້ມຄອງ, ສະຫນອງ ແລະ ນຳໃຊ້ບໍລິການ ອີນເຕີແນດ ແລະ ເນື້ອໃນຂໍ້ມູນຂ່າວສານທາງເຄືອຂ່າຍ. ນີ້ແມ່ນບັນດາຂໍ້ກຳນົດສອດຄ່ອງກັບກົດໝາຍຂອງ ຫວຽດນາມ ກໍຄືບັນດາຄຳໝັ້ນສັນຍາສາກົນຂອງ ຫວຽດນາມ ເພື່ອປັບປຸງບັນດາການເຄື່ອນໄຫວສັງຄົມ, ໃນນັ້ນ ມີການນຳໃຊ້ ອີນເຕີແນດ, ເພື່ອຮັບປະກັນຄວາມສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຫລີກລ້ຽງ ບໍ່ປະໃຫ້ ອີນເຕີແນດ ຖືກສວຍໃຊ້ເຂົ້າໃນການປະຕິບັດບັນດາການກະທຳລະເມີດກົດໝາຍ, ຫລຸດຜ່ອນບັນດາການກະທົບທີ່ຫຍໍ້ທໍ້ທີ່ສົ່ງຜົນສະທ້ອນເຖິງວົງຄະນາຍາດ.
ພາບປະກອບ:vietnamplus.vn
|
ທັດສະນະຂອງຖະຊວງຖະແຫລງຂ່າວ ແລະ ສື່ສານ ເມື່ອຮຽບຮຽງຮ່າງດຳລັດ ບໍ່ພຽງແຕ່ຊ່ວຍໃຫ້ບັນດາອົງການຄຸ້ມຄອງລັດ ມີບັນດາຮາກຖານຄຸ້ມຄອງເທົ່ານັ້ນ ຫາກຍັງປະກອບສ່ວນສ້າງກອບກົດໝາຍໃຫ້ໝັ້ນຄົງກວ່າ. ແຜນຮ່າງດຳລັດສະບັບໃຫມ່ ອາດຈະປ່ຽນແປງຫລາຍຈຸດໃຫ້ເໝາະສົມກັບສະພາບການພັດທະນາຂອງບໍລິການ ອີນເຕີແນດ ແລະ ຂໍ້ມູນຂ່າວສານໃນອີນເຕີແນດ ປະຈຸບັນ ແລະ ກຳນົດການຄຸ້ມຄອງ, ສະຫນອງ, ນຳໃຊ້ບໍລິການ ອີນເຕີແນດ ຢ່າງຈະແຈ້ງກວ່າ. ດ້ວຍທ່າອ່ຽງແຫ່ງການພັດທະນາປະຈຸບັນ, ເລື່ອງຄຸ້ມຄອງ, ສະຫນອງ, ນຳໃຊ້ບໍລິການ ອີນເຕີແນດ ແລະ ຂໍ້ມູນຂ່າວສານທາງອີນເຕີແນດ ໃນຂອບເຂດການປັບປຸງຂອງແຜນຮ່າງດຳລັດ ບໍ່ພຽງແຕ່ສະເພາະຂົງເຂດ ອີນເຕີແນດ ເທົ່ານັ້ນ ຫາກຍັງລວມມີບັນດາບໍລິການໂທລະຄົມຄົງທີ່ ແລະ ເຄື່ອນທີ່. ໄປຄຽງຄູ່ກັບຂອບເຂດການດັດປັບ, ຍັງກຳນົດຢ່າງລະອຽດກ່ຽວກັບເນື້ອໃນຜ່ານເຄືອຂ່າຍໂທລະຄົມມະນາຄົມຄົງທີ່ ແລະ ເຄື່ອນທີ່ ກໍໄດ້ຮັບການສ້າງໃນຮ່າງດຳລັດສະບັບໃຫມ່ນີ້.
ການສ້າງດຳລັດສະບັບໃຫມ່ດັ່ງກ່າວ ແມ່ນສືບຕໍ່ສ້າງກອບກົດໝາຍກ່ຽວກັບຂົງເຂດດັ່ງກ່າວໃຫ້ສົມບູບແບບ ເພື່ອສ້າງເງື່ອນໄຂໃຫ້ແກ່ ອີນເຕີແນດ, ພາຫະນະຖະແຫລງຂ່າວ, ສື່ສານ ຮັບໃຊ້ການພັດທະນາເສດຖະກິດສັງຄົມ. ທ່ານ Luu Vu Hai ຫົວຫນ້າກົມຄຸ້ມຄອງດ້ານກະຈາຍສຽງໂທລະພາບ ແລະ ສື່ເອເລັກໂຕນິກ, ສັງກັດກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມໄດ້ເນັ້ນຫນັກວ່າ:
“ກ່ອນອື່ນໝົດ ຕ້ອງຢືນຢັນໄດ້ວ່າ ຫວຽດນາມ ມີຄວາມເອົາໃຈໃສ່ເປັນພິເສດ, ສ້າງເງື່ອນໄຂເພື່ອພັດທະນາ ອີນເຕີແນດ. ທັດສະນະນີ້ໄດ້ສະແດງໃຫ້ເຫັນຢ່າງລະອຽດໃນລະບົບບັນດາເອກະສານນິຕິກຳກ່ຽວກັບນະໂຍບາຍຄຸ້ມຄອງ ອີນເຕີແນດ. ດຳລັດສະບັບນີ້ກໍສ້າງເງື່ອນໄຂໃຫ້ແກ່ບັນດາອົງການ, ສ່ວນບຸກຄົນເຂົ້າຮ່ວມການສະຫນອງ ແລະ ນຳໃຊ້ ອີນເຕີແນດ ພ້ອມທັງເພີ່ມທະວີວຽກງານໂຄສະນາສຶກສາ, ແນະນຳດ້ານກົດໝາຍກ່ຽວກັບ ອີນເຕີແນດ. ມີມາດຕະການເພື່ອສະກັດກັ້ນການກະທຳສວຍໃຊ້ ອີນເຕີແນດ ກໍ່ຜົນສະທ້ອນບໍ່ດີເຖິງຄວາມສະຫງົບປອດໄພ, ລະເມີດບັນດາຂໍ້ກຳນົດຂອງກົດໝາຍ, ປົກປ້ອງເດັກນ້ອຍໃຫ້ຫລຸດພົ້ນຈາກປະກົດການຫຍໍ້ທໍ້ຈາກ ອີນເຕີແນດ. ນີ້ແມ່ນນະໂຍບາຍເພື່ອຊຸກຍູ້ການພັດທະນາ ອີນເຕີແນດ ຊຶ່ງບັນດາປະເທດໃນໂລກມຸ່ງໄປເຖິງ.”
ຫວຽດນາມ ເຊື່ອມຕໍ່ເຄືອຂ່າຍ ອີນເຕີແນດ ຢ່າງເປັນທາງການໃນທ້າຍປີ 1997. ມາຮອດປະຈຸບັນ, ພາຍຫລັງເກືອບ 15 ປີ ແຫ່ງການພັດທະນາ, ຫວຽດນາມ ມີ 30,8 ລ້ານຄົນນຳໃຊ້ ອີນເຕີແນດ, ກວມກວ່າ 35% ຈຳນວນພົນລະເມືອງ ດ້ວຍບໍລິສັດນັບຮ້ອຍແຫ່ງສະຫນອງບໍລິການ ອີນເຕີແນດ. ປະຈຸບັນ ຫວຽດນາມ ມີສື່ເອເລັກໂຕນິກ ນັບຮ້ອຍຫົວຫນ່ວຍ ແລະ ມີເວັບໄຊນັບພັນຫນ້າເວັບ. ຫວຽດນາມ ແມ່ນປະເທດມີການພັດທະນາທາງດ້ານ ອີນເຕີແນດ ວອ່ງໄວກວ່າໝູ່ຢູ່ພາກພື້ນ ແລະ ນອນໃນບັນດາປະເທດມີລະດັບເຕີບໂຕສູງສຸດຢູ່ໃນໂລກ. ສິ່ງດັ່ງກ່າວສະແດງໃຫ້ເຫັນປະສິດທິຜົນຂອງນະໂຍບາຍຊຸກຍູ້ການພັດທະນາ ອີນເຕີແນດ ຢູ່ ຫວຽດນາມ ແລະ ອີນເຕີແນດ ພວມນັບມື້ນັບໄດ້ຮັບການນຳໃຊ້ຈາກປະຊາຊົນ ຫວຽດນາມ ສ່ວນຫລາຍ. ສະນັ້ນ ຖ້ອຍທຳນອງທີ່ຖືວ່າ ຫວຽດນາມ ກໍການກີດຂວາງການພັດທະນາ ອີນເຕີແນດ ແມ່ນຝືນກັບຄວາມຈິງທີ່ພວມຄົງຕົວຢູ່ ຫວຽດນາມ. ກ່ຽວກັບບັນຫານີ້ ທ່ານ Luu Vu Hai ໃຫ້ຮູ້ຕື່ມອີກວ່າ:
“ທັດສະນະສ້າງນະໂຍບາຍຄຸ້ມຄອງ ອີນເຕີແນດ ຂອງຫລາຍປະເທດ, ໃນນັ້ນມີ ຫວຽດນາມ, ນັ້ນແມ່ນຊຸກຍູ້ການພັດທະນາ ອີນເຕີແນດ, ສ້າງເງື່ອນໄຂໃຫ້ປະຊາຊົນທຸກຄົນໄດ້ສຳພັດກັບ ອີນເຕີແນດ ຢ່າງສະດວກ ແລະ ເໝາະສົມກັບຂໍ້ກຳນົດຂອງກົດໝາຍ ແລະ ຄຳໝັ້ນສັນຍາສາກົນ. ໃນຕົວຈິງແລ້ວ, ລະບົບກົດໝາຍຂອງບັນດາປະເທດມີຄວາມແຕກຕ່າງກັນ. ສະນັ້ນ ຄວາມເສລີທາງດ້ານ ອີນເຕີແນດ ຕາມຄວາມເຂົ້າໃຈຈາກຝ່າຍໃດຫນຶ່ງ ແມ່ນບໍ່ທັນຄິດໄລ່ເຖິງຄວາມແຕກຕ່າງກັນນັ້ນ. ທີ່ຈິງແລ້ວ ປະຈຸບັນ ຢູ່ ຫວຽດນາມ ປະຊາຊົນທຸກຄົນສາມາດເຂົ້າເຄືອຂ່າຍ ອີນເຕີແນດ ຢ່າງສະດວກ, ເສລີ ແລະ ຄ່າໃຊ້ຈ່າຍກໍຖືກ, ສ່ວນຢູ່ຫລາຍປະເທດແມ່ນບໍ່ສາມາດປະຕິບັດແບບນີ້ໄດ້.”
ຢູ່ ຫວຽດນາມ ປະຊາຊົນທຸກຄົນສາມາດເຂົ້າເຄືອຂ່າຍ ອີນເຕີແນດ ຢ່າງສະດວກ ແລະ ເສລີ
ພາບ:internet |
ເຖິງຢ່າງໃດກໍຕາມ, ອີນເຕີແນດ ໄດ້ນຳມາຊຶ່ງຄວາມສະດວກຫລາຍຢ່າງໃຫ້ແກ່ມະນຸດ ແຕ່ມັນບໍ່ອາດແກ້ໄຂທຸກບັນຫາໃນຊີວິດສັງຄົມໄດ້. ສ້າງເງື່ອນໄຂເພື່ອໃຫ້ ອີນເຕີແນດ ເສີມຂະຫຍາຍຈຸດດີເພື່ອພັດທະນາເສດຖະກິດສັງຄົມ ແຕ່ດ້ານອື່ນ ຫວຽດນາມ ກໍມານະພະຍາຍາມຄຸ້ມຄອງເພື່ອສະກັດກັ້ນຂໍ້ຈຳກັດ, ຜົນຮ້າຍທີ່ ອີນເຕີແນດ ນຳມາສູາມະນຸດ.