ອີຢູຊອກຫາບັນດາບຸລິມະສິດໃໝ່ເພື່ອພັດທະນາ

(vovworld) - ກອງ​ປະຊຸມ​ສຸດ​ຍອດ ອີ​ຢູ ຢູ່ Bratislava, ປະ​ເທດ Slovakia ຈະ​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ  16/9 ​ແມ່ນ​ໂອກາດ​ເພື່ອ​ໃຫ້ ອີ​ຢູ ສະ​ແດງ​ຄວາມ​ສາມັກຄີ​ພາຍ​ໃນ​ກຸ່ມ ​ແລະ ກຳນົດ​ທິດ​ທາງ​ໃນ​​ໄລຍະ​ຈະ​ມາ​ເຖິງ, ພາຍຫຼັງ​ທີ່ ອັງກິດ ຕັດສິນຖອນ​ອອກ​ຈາກສະຫະພາບ. ມີ​ຫຼາຍ​ລາຍການ​ໃຫ້​ແກ່​ການ​ກະກຽມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ກ່ວາ​ພວມ​ໄດ້​ຮັບ​ການ​ກະກຽມ​ໃຫ້​ແກ່​ເຫດການ​ນີ້. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ທິດ​ທາງ​ພັດທະນາ​ລວມຂອງ ອີ​ຢູ ​ແມ່ນ​ສິ່ງ​ບໍ່​ງ່າຍດາຍ. ບົດ​ຂຽນ “ອີ​ຢູ ຊອກ​ຫາ​ບັນດາ​ບຸລິມະສິດ​ໃໝ່​ເພື່ອ​ພັດທະນາ” ຂອງ ຮົ່ງ​ເວີນ, ນັກ​ຂ່າວ VOV.

ອີຢູຊອກຫາບັນດາບຸລິມະສິດໃໝ່ເພື່ອພັດທະນາ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມບໍ່ເປັນທາງການບັນດາລັດຖະມົນຕີການຕ່າງປະເທດ ອີຢູ
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)


        ກອງ​ປະຊຸມ​ສຸດ​ຍອດ ອີ​ຢູ ຢູ່ Bratislava ​ໄດ້​ຈັດ​ຕັ້ງ​ໃນ​ສະພາບ​ການ​ສະຫະພາບພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ບັນຫາ​ຄື: ​ເລື່ອງ ອັງກິດ ຖອນອອກ​ຈາກ ຊາຍ​ຄາລວມ, ວິ​ກິດ​ການ​ຂອງ​ຊາວ​ອົບ​ພະຍົບ, ​ແຜນການ​ຮ່ວມ​ມື​ດ້ານ​ການ​ທະຫານ ​ແລະ ການ​ພັດທະນາ​ເສດຖະກິດ​ພາຍ​ໃນ​ກຸ່ມ.

ບັນດາ​ບັນຫາ​ຕົ້ນຕໍ

        ອາດ​ເວົ້າ​ໄດ້​ວ່າ, ບັນຫາ​ຊາວ​ອົບ​ພະຍົບ​ແມ່ນ​ບຸລິມະສິດ​ລວມຂອງ​ບັນດາ​ປະ​ເທດ​ສະມາຊິກ ອີ​ຢູ ທີ່​ກອງ​ປະຊຸມ​ສຳຄັນ​ນີ້. ກ່ອນ​ທີ່​ຈັດ​ກອງ​ປະຊຸມ, ທ່ານ Donald Tusk, ປະທານສະພາ​ເອີ​ລົບ (​ອີຊີ) ​ໄດ້​ກ່າວ​ເຕືອນ​ບັນດາ​ການ​ນຳ ​ເອີລົບ ບໍ່​ສາມາດ​ເມີຍ​ເສີຍຕໍ່ໜ້າ​ບົດຮຽນ​ກ່ຽວ​ກັບ Brexit (​ອັງກິດ​ຖອນ​ອອກ​ຈາກ ອີ​ຢູ), ພ້ອມ​ທັງ ຢັ້ງຢືນ​ຕ້ອງ​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຢູ່ Bratislava ​ໃນ​ທັນທີ ຖ້າ​ຫາກ​ຢາກ​ມີ “​ເອີ​ລົບ​​ມີ​ຄວາມ​ສັນຕິພາບ”. ​ໃນ​ຈົດໝາຍ​ເຊື້ອ​ເຊີນ​ທີ​່​​ຝາກ​ເຖິງ​ບັນດາ​ປະ​ເທດ​ສະມາ​ຊິກ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ Tusk ​ໄດ້​ຢັ້ງຢືນ​ວ່າ: ​ເອີ​ລົບ​ຊັກ​ຊ້າ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ຊາວ​ອົບ​ພະຍົບ ​ແລະ ປະ​ຈຸ​ບັນ, ບໍ່ມີ​ເວລາ​ຫຼາ​ຍສຳລັບ​ບັນຫາ​ນີ້. ຕາມ​ທ່ານ Tusk ​ແລ້ວ, ກອງ​ປະຊຸມ​ສຸດ​ຍອດ ອີ​ຢູ ຢູ່ Bratislava ຈະ​ຕ້ອງ​ແມ່ນ​ບາດ​ລ້ຽວ​ໃນ​ທຸກໆ​ບັນຫາ​ກ່ຽວຂ້ອງ​​ເຖິງ​ການ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ຢູ່​ນອກ ອີ​ຢູ. ກ່ອນ​ໜ້າ​ນັ້ນ, ທ່ານ ປະທານສະພາ​ເອີ​ລົບ Donald Tusk ກໍ່​ເນັ້ນ​ໜັກ​ວ່າ: ປະຊາຊົນ​ໃນ​ທົ່ວ​​ເອີ​ລົບ ປາດ​ຖະໜາ​ວ່າ: ພາຍຫຼັງ​ກອງ​ປະຊຸມ​ຢູ່ Bratislava, ອີ​ຢູ ຈະ​ແມ່ນ​ປັດ​ໄຈ​ຮັບປະກັນ​ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ ​ແລະ ປົກ​ປ້ອງ​ປະຊາຊົນ.  ປົກ​ປ້ອງ​ດ້ວຍ​ຄວາມ​ໝາຍກ້ວາງ​ ​ທີ່​ສຸດ​ເຊິ່ງລວມທັງ​ໃນ​ຂົງ​ເຂດ​ເສດຖະກິດ ​ແລະ ສັງຄົມ.

        ນອກຈາກ​ເລື່ອງ​ສະ​ເໜີ​ບັນດາ​ການ​ກະທຳ​​ລະອຽດ​ເພື່ອ​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ​ຊາວ​ອົບ​ພະຍົບ, ມີ​ຫົວ​ຂໍ​້ໜຶ່ງ​ອີກ​​ເຊິ່ງ​ບັນດາ​ການ​ນຳ ອີ​ຢູ ຈະ​ພະຍາຍາມ​ບັນລຸ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ນັ້ນ​ແມ່ນ ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ພາຍ​ໃນ​ກຸ່ມ​ເພື່ອ​ແນ​ໃສ່​ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ປັບປຸງ​ຄວາມ​ສະຫງົບ​ປອດ​ໄພເຂດ​ຊາ​​ຍ​ແດນ. ກ່ອນ​ທີ່​ຈັດ​ກອງ​ປະຊຸມ 4 ວັນ, ​ເຢຍລະມັນ ​ແລະ ຝຣັ່ງ ​ໄດ້​ປະກາດ​ແຜນການ​ລວມ​ເພື່ອ​ແນ​ໃສ່​ສ້າງ​ສຳນັກງານ​ການ​ທະຫານ​ໃຫ້​ແກ່ບັນດາ​ພາລະ​ໜ້າ​ທີ່ຂອງ ອີ​ຢູ ກໍ່​ຄືກ​ອງປະຊຸມ​ປະຈຳ​ປີ ກ່ຽວ​ກັບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປ້ອງ​ກັນ​ຊາດ​ຂອງ ອີ​ຢູ. ​ແຜນ​ການ​ນີ້​ໄດ້​ເນັ້ນ​ໜັກ​ວ່າ: ຮອ​ດ​ເວລາ​ແລ້ວ​ທ່ີ​ຈະຕ້ອງ​ຍູ້​ແຮງ​ນຳ້​ໃຈ​ສາມັກຄີ​ກ່ວາ​ອີກ ກໍ່​ຄື​ຄວາມ​ສາມາດ​ປ້ອງ​ກັນ​ຂອງ ​​ເອີ​ລົບ ​ເພື່ອ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ຂອງ​ທະວີບ ກໍ່​ຄື​ປະຊາຊົນ ​ເອີ​ລົບ​ຢ່າງ​ມີ​ປະສິດທິ​ຜົນກ່ວາ. ​ແລະກໍ່​​ໃນ​ຫົວ​ຂໍ້​ດັ່ງກ່າວ, ​ໃນ​ສານ​ສະ​ຫະພາບເມື່ອ​ວັນ​ທີ 14/9, ທ່ານ​ Jean – Claude Juncker, ປະທານ​ຄະນະ​ກຳມະການ ​ເອີ​ລົບ ຢັ້ງຢືນ​ວ່າ: ດ້ວຍ​ເຫດກໍ່ການ​ຮ້າຍຂະໜາດ​ໃຫຍ່ 14 ຄັ້ງທີ່​ເກີດ​ຂຶ້ນ​ຢູ່ ​ເອີ​ລົບ ​ໃນ​ໜຶ່ງ​ປີຜ່ານມາ, ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ​ເອີ​ລົບ​ຄວນ​ຮັບຮອງ​ເອົາ​ບັນດາ​ມາດ​ຕະການ​ຕໍ່ສູ້​ຢ່າງ​ມີ​ປະສິດທິ​ຜົນ​ຕໍ່​ລັດທິ​ກໍ່​ການ​ຮ້າຍ, ຄວນສ້າງສຳນັກງານ​ໃຫຍ່ຢູ່ ​ເອີ​ລົບ ຮັບຜິດຊອບ​ກຳລັງ​ທະຫານ​ຮ່ວມ​ອີ​ຢູ. ຊ້ຳ​ບໍ່​ໜຳ, ປະທານ ອີ​ຊີ ຍັງ​ສະ​ເໜີ​​ໃຫ້ສ້າງ​ກອງ​ທຶນ​ປ້ອງ​ກັນ​​ເອີ​ລົບ​ອີກ​ດ້ວຍ.

        ກ່ອນ​ໜ້າ​ນັ້ນ, ທ່ານ Bohuslav Sobotka, ​ນາຍົກລັດຖະມົນຕີ ສ. ​ເຊັກ​ໂກ ​ໃຫ້​ຮູ້​ວ່າ: ທີ່​ກອງ​ປະຊຸມ​ຢູ່ Bratislava, ​ສ​. ​ເຊັກ​ໂກ ຈະ​ສະ​ເໜີບຸລິມະສິດ 3 ຢ່າງ: ທີ​ໜຶ່ງ ​ແມ່ນ​ມຸ່ງ​ໄປ​ເຖິງ​ບັນຫາ​ຄວາມ​ໝັ້ນຄົງ, ​ໃນ​ນັ້ນ​ມີ​ການ​ປ້ອງ​ກັນ​ບັນ​ດາ​ເສັ້ນ​ຊາຍ​ແດນ​ຢູ່​ນອກ ອີ​ຢູ, ຕ້ານ​ການ​ກໍ່​ການ​ຮ້າຍ, ຮ່ວມ​ມື​ສ້າງ​ຕັ້ງ​ກອງທັບ​ຮ່ວມ​ເອີ​ລົບ. ທີ​ສອງ, ນຳ​​ໃຊ້​ທຸກໆ​ກາລະ​ໂອ​ກາດ​ເຊິ່ງ​ຕະຫຼາດ​ເສລີ​ໄດ້​ສ້າງ​ຂຶ້ນ ​ແລະ ສະໜັບສະໜູນ​ຄວາມ​​ເສລີ​ໃນ​ການ​ໄປມາ​ໃນ ອີ​ຢູ ​ເພື່ອ​ມີ​ໃຫ້​ຄວາມ​ດຸ່ນດ່ຽງ​​ກັບ​ລະດັບ​ຄອງ​ຊີບ​ພາຍ​ໃນ​ກຸ່ມ. ທີສາມ​ແມ່ນ, ຍົກ​ສູງ​ບົດບາດ​ຂອງ ສະພາ ​ອີ​ຢູ.

ອີຢູຊອກຫາບັນດາບຸລິມະສິດໃໝ່ເພື່ອພັດທະນາ - ảnh 2
ຊາວອົບພະຍົບແມ່ນບັນຫາລວມຂອງ ສະຫະພາບ ອີຢູ
(ພາບ: Reuters/TTXVN)


ບັນດາຄວາມ​ບໍ່​ລົງ​ລອຍ​ກັນ

        ບໍ່​ສາ​ມາດ​ປະຕິ​ເສດ​ໄດ້​ເລື່ອງ​ກອງ​ປະຊຸມ​ສຸດ​ຍອດ ອີ​ຢູ ຢູ່ Slovakia ມີ​ບົດບາດ​ສຳຄັນ​ໃນ​ວິວັດທະນາ​ການ​ພັດທະນາ​ຂອງ ອີ​ຢູ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແຕ່​​ຄວາມ​ເຫັນປະ​ເອີ​ບ​ໃຈ​ກ່ຽວ​ກັບໝາກຜົນ​ຂອງ​ເຫດການ​ນີ້ພັດບໍ່ມີ​ຫຼາຍ. ຮອດ​ຈຸດ​ເວລາ​ນີ້, ​ບັນ​ດາ​ເຈົ້າ​ໜ້າ​ທ່ີ ອີ​ຢູ ຍັງຖ່ອມ​ຕົນ​​ເມື່ອ​ເຕື້ອງ​ເຖິງ​ແງ່​ຫວັງທີ່​ຕັ້ງໜ້າ​ຂອງ​ກອງ​ປະຊຸມ. ​ເຈົ້າ​ໜ້າ​ທີ່ ອີ​ຢູ ທ່ານ​ໜຶ່ງ​ໃຫ​້ຮູ້​ທີ່ວ່າ: ບັນດາ​ການ​ນຳ ອີ​ຢູ ຈະ​ພະຍາຍາມ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ​ວ່າ: ດ້ວຍ​ສະມາຊິກ 27 ປະ​ເທດ​ນັ້ນ, ອີ​ຢູ ຍັງ​ສືບ​ຕໍ່​ມຸ່ງ​ໄປ​ຂ້າງໜ້າ. ສິ່ງ​ດັ່ງກ່າວ​ອາດ​ຈະ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຜົນສຳ​ເລັດ​ໜຶ່ງ​ຂອງ​ກອງ​ປະຊຸມຈະ​ມາ​ເຖິງ. ​ໃນ​ສານ​ຂອງ​ສະຫະພາບ​ກ່ອນ​ທ່ີ​ຈັດ​ກອງ​ປະຊຸມ, ທ່ານ​ປະທານ​ຄະນະ​ກຳມະການ ​ເອີ​ລົບ Jean – Claude Juncker ​ໄດ້​ຍອມຮັບ​ວ່າ: ​ສະຫະພາບ ​ເອີ​ລົບ (ອີ​ຢູ) ຍັງ​ບໍ່​ທັນມີ​ການ​ຕິດ​ພັນ​ ເມື່ອ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ຍັງ​ບໍ່​ທັນ​ຄື​ດັ່ງ​ຄວາມ​ມຸ່ງ​ຫວັງຢ່າງ​ພຽງພໍ​ເທື່ອ​. ​ພິ​ສູດ​ຢ່າງຈະ​ແຈ້ງ​​ໃຫ້​ຂໍ້​ສັງ​​ເກດ​ດັ່ງກ່າວ​ນັ້ນແມ່ນ​ກ່ອນ​ຈຸດ​ເວລາ​ດຳ​ເນີນກອງ​ປະຊຸມ​ສຸດ​ຍອດ, ທ່ານ Jean Asselborn, ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລຸກຊຳ​ບວກ ​ໄດ​້ຮຽກຮ້ອງ​ໃຫ້ຍົກ​ເລີກ ຮູ​ງກາ​ຣີ ອອກ​ຈາກ​ສະ​ຫະພາບ ​ເອີ​ລົບ ຊົ່ວຄາວຍ້ອນ​​ໄດ້​ລະ​ເມີດບັນດາ “ຄຸນຄ່າ​ປະຊາທິປະ​ໄຕ​ຫຼັກ​ແຫຼ່ງຂອງ ອີ​ຢູ” ​ແລະ ມີ​ການ​ປະພຶດ​ຕ້ານ​ຊາວ​ອົບ​ພະຍົບ.

        ນອກ​ຈາກ​ນັ້ນ​ແລ້ວ, ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ສະມາ​ຊິກ ອີ​ຢູ ຍັງ​ສະ​ແດງ​​ໃຫ້​ເຫັນ​ຢູ່​ບ່ອນ​ວ່າ: ບັນດາ​ປະ​ເທດ​ສະມາຊິກ ອີ​ຢູ ມີ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ວິທີ​ການ​ຮັບ​ມື​ກັບ​ຄວາມກົດ​ດັນ​ຈາກ​​ໂລກາ​ພິວັດ. ບາງ​ປະ​ເທດ​ປາຖະໜາ​ທີ່ກອງ​ປະຊຸມ​ນີ້, ອີ​ຢູ ຈະ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ດ້ານ​ການ​ຄ້າ, ສ່ວນ​ບາງ​ປະ​ເທດ​ອື່ນໆພັດ​ເນັ້ນ​ໜັກ​​ເຖິງ​ເລື່ອງ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ. ​ໃນ​ຂະນະ​ນັ້ນ, ວົງ​ການ​ຜູ້​ສັງ​ເກດ​ການ​ກໍ່​ບໍ່ຕັ້ງ​ຄວາມ​ຫວັງ​ຕໍ່ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​​ຂົ​ງ​ເຂດ​ການ​ຄ້າ​​ໃນ​ປະຈຸ​ບັນນີ້​ຄື​ເລື່ອງ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ການ​ຄ້າ ​ແລະ ການ​ລົງທຶນ​ຂ້າມມະຫາ​ສະໝຸດ ​ອັກ​ລັງ​ຕິກ (TTIP) ກັບ ອ​າ​ເມລິ​ກາ ຫຼື ສັນຍາ​​ເສດຖະກິດ ​ແລະ ການ​ຄ້າ​ຮອບ​ດ້ານ (CETA) ກັບ ກາ​ນາ​ດາ ຈະ​ບັນລຸ​ໄດ້ໝາກຜົນ​ລະອຽດ​ທີ່​ກອງ​ປະຊຸມ​ສຸດ​ຍອດ ອີ​ຢູ ຢູ່ Bratislava.

        ກອງ​ປະຊຸມ​ສຸດ​ຍອດ​ຂອງ ອີ​ຢູ ຢູ່ Bratislava ​ໃນຄັ້ງ​ນີ້​ແມ່ນ​ສຳຄັນ​ທີ່​ສຸດ​ສຳລັບ​ອະນາຄົດ​​ແຫ່ງການ​ພັດທະນາ​ຂອງ ອີ​ຢູ. ບັນດາ​ປະ​ເທດ​ສະມາຊິກ ຂອງ​ພັນທະ​ມິດ ສາມາດ​ຜັນ​ຂະຫຍາຍ​ຄວາມ​ສາມັກຄີ​ພາຍ​ໃນ​ກຸ່ມ​ເພື່ອ​ກຳນົດ​ທິດ​ທາງ​ຂອງ​ກຸ່ມ​ໃນ​ໄລຍະ​ຈະ​ມາ​ເຖິງ​ຫຼື​ບໍ່? ໝາກຜົນ​ນີ້​​ແມ່ນອີງ​ໃສ່​ບັນດາ​ຂໍ້​ສະ​ເໜີ​ລະອຽດ​ຂອງ​ແຕ່​ລະສະ​ມາ​ຊິກ​ໃນ ອີ​ຢູ ທີ່​ກອງ​ປະຊຸມຈັດ​ຕັ້ງ​​ວັນ​ທີ 16/9 ຢູ່ Bratislava.


ຂ່າວ/ບົດ​ອື່ນ