ອາຊຽນນັບມື້ນັບເປັນເອກະພາບກັນໃນບັນຫາທະເລຕາເວັນອອກ

ການ​ເຄື່ອນ​ໄຫວກໍ່​ສ້າງ​ບູ​ລະ​ນະ​​ເກາະ ແລະ ການ​ຫັນ​ເປັນການ​ທະ​ຫານ ​​ຢູ່ເຂດທະ​ເລ​ຕາ​ເວັນ​ອອກ​ຂອງ​ຈີນໃນ​ໄລ​ຍະ​ທີ່​ຜ່ານ​ມາ ໄດ້​ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ທີ່​ສຸດ, ໃນ​ນັ້ນ ມີ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ). ນັບ​ແຕ່​ເມື່ອຫັນໂຕ​ໄປ​ສູ່​ໄລ​ຍະ​ເປັນ​ປະ​ຊາ​ຄົ​ມລວມ, ເບິ່ງ​ຄື​ວ່າ ອາ​ຊຽນ​ໄດ້​ເພີ່ມ​ທະ​ວີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດ​ບາດ​ຂອງ​ຕົນ​ທີ່​ມີ​ຕໍ່​ບັນ​ຫາ​ຂັດ​ແຍ່ງ​ກັນ​ຢູ່ທະ​ເລ​ຕາ​ເວັນ​ອອກ.

 

ອາຊຽນນັບມື້ນັບເປັນເອກະພາບກັນໃນບັນຫາທະເລຕາເວັນອອກ - ảnh 1
ອາ​ຊຽນ​ນັບ​ມື້​ນັບ​ເປັນ​ເອ​ກະ​ພາບກັນໃນບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ
                                              (TTXVN)

     ທະ​ເລ​ຕາ​ເວັນ​ອອກ​ໃນ​ປະ​ຈຸ​ບັນ ບໍ່​ພຽງ​ແຕ່ແມ່ນ​ບັນ​ຫາ​ຂອງ​ບັນ​ດາ​ປະ​ເທດ​ທີ່​ຖະ​ແຫຼງ​ປະ​ກາດ​ອະ​ທິ​ປະ​ໄຕເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບັນ​ຫາ​ຂອງ​ທັງ​ບັນ​ດາ​ປະ​ເທດ​ທີ່​ມີ​ຜົນ​ປະ​ໂຫຍດ​ຢູ່​ເຂດ​ທະ​ເລ​​ທີ່ໄດ້​ຮັບ​ຖື​ເປັນ​ເສັ້ນ​ທາງທະ​ເລ​ທີ່ສຳ​ຄັນ​ຂອງ​ພາກ​ພື້ນຊຶ່ງ​ລວມ​ມີ​ສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້(ອາ​ຊຽນ). ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​ທີ່​ເຄັ່ງ​ຕຶງ​ຢູ່ ທະ​ເລ​ຕາ​ເວັນ​ອອກ​​ເມື່ອບໍ່​ດົນ​ມານີ້, ເບິ່ງ​ຄື​ວ່າ ອາ​ຊຽນບໍ່​ໄດ້ຫຼົບຫຼີກອີກ​ແລ້ວ.

   ສາ​ມັກ​ຄີກວ່າ​ເກົ່າ

   ທີ່ກອງ​ປະ​ຊຸມ​ສຸດຍອດອາ​ເມ​ລິ​ກາ-ອາ​ຊຽນຊຶ່ງ​ຈັດ​ຂຶ້ນ​ຢູ່​ກາ​ລີ​ຟອກ​ເນຍ​ເມື່ອ​ເດືອນ 2/2016, ການ​ຂັດ​ແຍ້ງ​ທາງ​ດ້ານ​ເຂດ​ນ້ຳ​ແດນ​ດິນ​ກໍ​ແມ​່ນ​ຫົວ​ເລື່ອງ​ໃຫຍ່​ທີ່​ໄດ້​ນຳ​ມາ​ປຶກ​ສາ​ຫາ​ລື, ແຕ່​ໃນ​ຖະ​ແຫຼງ​ການ​ຮ່ວມ ກໍ​ບໍ່​ຍົກ​ຊື່ລະ​ອຽດ​ສຳ​ລັບ ທະ​ເລ​ຕາ​ເວັນ​ອອກ​. 2 ຝ່າຍ​ຮຽກ​ຮ້ອງ​ກັນ​ຈົ່ງ​ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ​ແຕ່​ລະ​ປະ​ເທດ ແລະ ກົດ​ໝາຍ​ສາ​ກົນ. ຜູ້​ຊ່ຽວ​ຊານຫຼາຍ​ທ່ານ​ໄດ້​ໄຈ້​ແຍກ ແລະ ໃຫ້​ຂໍ້​ສັງ​ເກດ​ວ່າ​ການ​ທີ່ບໍ່​ເຕື້ອງ​ເຖິງ​ຈີນ​ໃນ​ຖະ​ແຫຼງ​ການ​ຮ່ວມ​ພາຍຫຼັງ​ກອງ​ປະ​ຊຸມ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ແບ່ງ​ແຍກ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ໃນ​ອາ​ຊຽນ ແລະ ການ​ແບ່ງ​ແຍກນັ້ນ ພວມ​ທຳ​ລາຍ​ນ້ຳ​ໃຈ​ສາ​ມັກ​ຄີ​ຂອງ​ສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ແຕ່​ພາຍຫຼັງ​ພຽງ​ກວ່າ 1 ອາ​ທິດ, ຢູ່​ທີ່ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງປະ​ເທດ​ອາ​ຊຽນຊຶ່ງ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ເມື່ອ​ວັນ​ທີ 27/2, ບັນ​ດາ​ຄວາມ​ສົນ​ໃຈ ແລະ ຖະ​ແຫຼງ​ການ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ບັນ​ຫາທະ​ເລ​ຕາ​ເວັນ​ອອກ​ ກໍ​ມີ​ສ່ວນ​ແຂງ​ແຮງກວ່າ. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ໄດ້​ຍົກ​ອອກ​ແບບ​ວິ​ທີ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ຢູ່ທະ​ເລ​ຕາ​ເວັນ​ອອກ​​ຢ່າງ​ລະ​ອຽດຄື: ທຸກໆ​ການ​ຂັດ​ແຍ້ງ​ກັນ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ໃນ​ນັ້ນ​ເຄົາ​ລົບ​ບັນ​ດາ​ຂັ້ນ​ຕອນ​ລະ​ບຽບ​ການ​ທາງ​ການ​ທູດ ແລະ ນິ​ຕິ​ທຳ, ບໍ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດຫຼື​ນາບ​ຂູ່ນຳ​ໃຊ້​ກຳ​ລັງ​ອາ​ວຸດ. ນີ້​ເປັນ​ຄັ້ງ​ທຳ​ອິດ ທີ່​ຖະ​ແຫຼງ​ການ​ຢ່າງ​ເປັນ​ທາງ​ການ​ຂອງອາ​ຊຽນ, ນອກ​ຈາກ​ເຕື້ອງ​ເຖິງ​ບັນ​ຫາ​ເຄົາ​ລົບ​ການ​ເຈ​ລະ​ຈາ​ຜ່ານ​ທາງ​ການ​ທູດ​ໂດຍ​ສັນ​ຕິ, ໄດ້​ເຕື້ອງ​ເຖິງ​ການ​ສ​ະ​ໜັບ​ສະ​ໜູນ​ທັງ​ມາດ​ຕະ​ການ​ດ້ານ​ກົດ​ໝາຍ​ໃນ​ການ​ຂັດ​ແຍ້ງ​ອະ​ທິ​ປະ​ໄຕ. ຕາມ​ທ່ານ​ຮອງ​ສາດ​ສະ​ດາ​ຈານ ເລ​ວັນ​ເກືອງ, ອະ​ດີດ​ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ, ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ​ແລ້ວ, ນີ້​ອາດ​ຈະ​ຖື​ວ່າ​ແມ່ນ​ບາດ​ກ້າວ​ອັນ​ຕັ້ງ​ໜ້າ​ຂອງ​ອາ​ຊຽນ. ທ່ານ​ຮອງ​ສາດ​ສະ​ດາ​ຈານ ເລ​ວັນ​ເກືອງກ່າວ​ວ່າ :

   “ ພວກ​ຂ້າ​ພະ​ເຈົ້າ​ຖ​ື​ວ່າ ປະ​ຕິ​ກິ​ລີ​ຍາ​ເຊັ່ນ​ນັ້ນ ແມ່ນ​ຕັ້ງ​ໜ້າ. 10 ປະ​ເທດ​ອາ​ຊຽນ​ກໍ​ຮ່ວມ​ຊາ​ຕະ​ກຳ​ດຽວ. ອາ​ຊຽນ​ມີ​ທີ່​ຕັ້ງ​ສຳ​ຄັ​ນ, ບໍ່​ສະ​ເພາະ​ແຕ່​ທາງ​ດ້ານ​ເສດ​ຖະ​ກິດ​ເທົ່າ​ນັ້ນ. ໃນ​ສະ​ພາ​ວະ​ສາ​ກົນ​ປະ​ຈຸ​ບັນ, ອາ​ຊຽນ​ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ແມ່ນ​ສູນ​ກາງ​ເຊື່ອມຕໍ່​ພາ​ກ​ພື້ນ ແລະ ໂລກ  ”

   ຖະ​ແຫຼງ​ການ​ທາງ​ສື່ມວນ​ຊົນ​ຂອງ​ປະ​ທານກອງ​ປະ​ຊຸມ​ຍັງ​ຊີ້​ແຈ້ງວ່າ ອາ​ຊ​ຽນ​ສືບ​ຕໍ່​ມີ​ຄວາມ​ວິ​ຕົກ​ກັງວົນຢ່າງ​ເລິກ​ເຊິ່ງ​ຕໍ່​ໜ້າ​ການ​ຜັນ​ແປ​ທີ່​ສັບ​ສົນ​ຂອງ​ສະ​ພາບ​ການ​ຢູ່ ທະ​ເລ​ຕາ​ເວັນ​ອອກ, ໃນ​ນັ້ນມີ​ການ​ບູ​ລະ​ນະ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່ ແລະ ການ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ທຳ​ລາຍ​ສົນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ. ອາ​ຊຽນ​ຮຽກ​ຮ້ອງບໍ່​ໄດ້​ຫັນ​ເປັນ​ການ​ທະ​ຫານ ແລະ ລະ​ງັບ​ໃຈ​ຢູ່​ເຂດ​ທະ​ເລນີ້. ທ່ານ​ຮອງ​ສາດ​ສະ​ດາ​ຈານ ດ​ຣ ຫງວຽນ​ວູ້​ຕຸ່ງ ສັງ​ກັດ​ສະ​ຖາ​ບັນ ທະ​ເລ​ຕາ​ເວັນ​ອອກ ຖື​ວ່າ : 

    “ ວິ​ທີ​ພັນ​ລະ​ນາ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ທະ​ເລ​ຕາ​ເວັນ​ອອກ​ຖືກ​ຍົກ​ສູງ​ຂຶ້​ນ, ສະ​ແດງ​ໃຫ້​ເຫັນເຫດ​ການ​ທີ່​ເກີດ​ຂຶ້ນນັ້ນ ມີ​ສັນຍານປີນ​ຂັ້ນ​ໄດ. ບັນ​ດາ​ການ​ກະທຳ​ຂອງ​ຈີນໄດ້​ໄປ​ຝືນ​ກັບ​ບັນ​ດາ​ກົດ​ໝາຍ​ສາ​ກົນ​ລວມ​ມີ UNCLOS 1982, ໄປ​ຝືນ​ກັບ​ບັນ​ດາ​ຖະ​ແຫຼງ​ການ​ການ​ເມືອງ 2 ຝ່າຍ ແລະ ຫຼາຍ​ຝ່າຍ. ສຳ​ລັບ​ບັນ​ດາ​ປະ​ເທດ​ອາ​ຊ​ຽນ​ນັ້ນ, ການ​ກະ​ທຳ​ຂອງ​ຈີນ​ຍັງ​ແມ່ນ​ການ​ກະ​ທຳ​ຂອງ​ປະ​ເທດ​ໃຫຍ່​ພວມ​ພົ້ນ​ເດັ່ນ​ຂຶ້ນ​ໃນ​ທ່າມ​ກາງ​ບັນ​ດາ​ປະ​ເທດ​ໃກ້​ຄຽງ​ທີ່​ອ່ອນນ້ອຍກວ່າ​ໃນ​ການ​ຂັດ​ແຍ້ງ​ທາງ​ດ້ານ​ເຂດ​ນ້ຳ​ແດນ​ດິນ. ການ​ກະ​ທຳ​ຂອງ​ຈີນ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ໃຫຍ່ຫຼວງ​ເຖິງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ເທດ​ຕ່າງໆ ”

     ບັນ​ດາ ທະ​ເລ​ຕາ​ເວັນ​ອອກ​ໄດ້​ຖືກ​ນຳ​ມາ​ປຶກ​ສາ​ຫາ​ລື​ຢ່າງ​ເປີດ​ອົກ​ເປີດ​ໃຈ ແລະ ຖືກຍົກອອກ​ໃນ ຖະ​ແຫຼງ​ການ​ທາງ​ສື່ມວນ​ຊົນ​ພາຍຫຼັງ​ກອງ​ປະ​ຊຸມ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ໃນ​ປີ 2016 ຂອງ​ລາວ​ແມ່ນ​ສົມ​ດຸ່ນ​ພໍ່​ສົມ​ຄວນ. ທີ່​ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດລາວ ທອງລຸນ​ ສີ​ສຸ​ລິດໃຫ້​ຮູ້​ວ່າ ດ້ວຍ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນ, ລາວ​ຈະ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ ແນ​ໃສ່​ສືບ​ຕໍ່​ປະ​ຕິ​ບັດ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ DOC ແລະ ສ້າງ​ປະ​ມວນ​ຂໍ້​ກຳ​ນົດກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ COC ໂດຍ​ໄວ. ບໍ່​ພຽງ​ແຕ່​ລາວ​ເທົ່າ​ນັ້ນ, ສິງ​ກະ​ໂປ​ກໍ​ພວມ​ມີ​ການ​ກະ​ທຳ ຂະ​ນະ​ທີ່​ປະ​ເທດນີ້​ໄດ້​ຍົກ​ອອກ​ຂໍ້​ລິ​ເລີ່​ມ​ນຳ​ໃຊ້​ປະ​ມວນ​ຂໍ້​ກຳ​ນົດ​ສະ​ບັບ​ໜຶ່ງ​ໃຫ້​ແກ່​ບັນ​ດາ​ກໍ​ລະ​ນີ​ຜິດ​ກັນ​ເກີດ​ຂຶ້ນ​ໂດຍບໍ່​ມີເຈດ​ຕະ​ນາ​ຢູ່ທະ​ເລ(CUES) ແນ​ໃສ່​ຊ່ວຍຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່ ທະ​ເລ​ຕາ​ເວັນ​ອອກ. ດ້ວຍ​ຖາ​ນະ​ແມ່ນ​ປະ​ເທດ​ປະ​ສານ​ງານ​ກ່ຽວ​ກັບ​ການ​ພົວ​ພັນ​ອາ​ຊຽນ-ຈີນ​ໃນ​ປີ 2016, ສິງ​ກະ​ໂປ​ຍັງ​ໝັ້ນ​ໝາຍ​ເລັ່ງ​ໃສ່​ການ​ຊຸກ​ຍູ້ COC ແນ​ໃສ່​ຊ່ວຍ​ບັນ​ດາ​ຝ່າຍ​ທີ່​ມີ​ການ​ຂັດ​ແຍ້ງ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ ແລະ ຫຼີກ​ລ້ຽງ​ການ​ປະ​ທະ​ກັນ.

    ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ

    ສະ​ພາບ​ຕົວ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ການ​ຜັນ​ແປ​ໃນ​ມໍ່ໆ​ມານີ້​ຢູ່ ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ກົກ​ເຄົ້າ​ກໍ່​ໃຫ້​ເກີດ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ອາ​ຊຽນ​ຊຶ່ງ​ເຄີຍ​ມີ​ຜົນ​ປະ​ໂຫຍດ​ຢ່າງ​ໃຫຍ່ຫຼວງ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ຄວາມ​ໝັ້ນ​ຄົງ​ຢູ່​ເຂດ​ທະ​ເລນີ້. ການ​ເຄື່ອນ​ໄຫວ​ຫັນ​ເປັນ​ການ​ທະ​ຫານ​ພວມ​ເກີດ​ຂຶ້ນ​ຢູ່​ເຂດ​ທະ​ເລ​ທີ່​ມີ​ການ​ຂັດ​ແຍ້ງຊຶ່ງ​ພວມ​ນາບ​ຂູ່​ຕໍ່​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

               ເປັນ​ທີ່ຈະ​ແຈ້ງ​ແລ້ວ​ວ່າ, ການ​ຂັດ​ແຍ້ງ​ກັນ​ຢູ່ ທະ​ເລ​ຕາ​ເວັນ​ອອກ​ພວມ​ກາຍເປັນໜຶ່ງ​ໃນ​ບັນ​ດາ​ຄວ​າມ​ສົນ​ໃຈຕົ້ນ​ຕໍ່​ຂອງ​ອາ​ຊຽນ. ແຕ່​ອາ​ຊຽນ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່​ອອາດ​ຈະປະ​ກອບ​ສ່ວນ​ຄວບ​ຄຸມ ກໍ​ຄື​ແກ້​ໄຂ​ບັນ​ຫານີ້. ຍິ່ງກວ່າ​ເວ​ລາ​ໃດ​ໝົດ ເມື່ອ​ອາ​ຊຽນ​ກາຍ​ເປັນ “ ປະ​ຊາ​ຄົມ​ລວມ, ມີ​ຊະຕາ​ກຳ​ອັນ​ດຽວ​ກັນ”,     ຄວ​າມສາ​ມັກ​ຄີ​ຂອງ​ອາ​ຊຽນ​ຍິ​ງ່​ເປັນ​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ. ສິ່ງ​ດັ່ງ​ກ່າວ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ເພື່ອ​ໃຫ້​ອາ​ຊຽນ​ມີ​ທີ່​ຕັ້ງ​ພາ​ທາງ, ຕັດ​ສິນ​ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ​ກໍ​ຄື​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ