ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິນ
(ພາບ: Reuters)
|
ກ່ອນນີ້ 46 ປີເຕັມ, ຄືວັນທີ 8/8/1967, ສະຫະສະມາຄົມບັນດາປະເທດປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຮັບການສ້າງຕັ້ງຂຶ້ນ. ໄລຍະທາງ ເກືອບ 50 ປີທີ່ຜ່ານມາ, ອາຊຽນ ໄດ້ ແລະ ພວມມີບັນດາບາດກ້າວເດີນທີ່ແຂງແຮງໃນວິວັດທະນາການຫັນເປັນເອກະພາບ, ກ້າວໄປເຖິງການສ້າງປະຊາຄົມຮ່ວມໃນປີ 2015. ໄລຍະເວລາແມ່ນຍັງບໍ່ຫຼາຍ, ແຕ່ບັນດາສິ່ງທ້າທາຍຍັງໃຫຍ່ຫຼວງຢູ່. ເຮັດແນວໃດເພື່ອອາດຈະຊ່ວຍ ອາຊຽນບັນລຸໄດ້ຈຸດໝາຍດັ່ງກ່າວ ? ນີ້ກໍແມ່ນເນື້ອໃນຂອງການຕອບສຳພາດຕໍ່ນັກຂ່າວ VOV ຂອງທ່ານເລຂາທິການ ໃຫຍ່ອາຊຽນ ເລເລືອງມິນ ໂດຍສຸມໃສ່ຫົວເລື່ອງ “ອາຊຽນສາມາກຄີຈະສ້າງເປັນກຳລັງແຮງ”.
ຕາມທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິນ ແລ້ວ, ໃນ 5 ປີທີ່ຈະມາເຖິງ, ອາຊຽນຈະມີ 2 ຈຸດເວລາທີ່ສຳຄັນ, ນັ້ນແມ່ນບັນລຸຈຸດໝາຍ ສ້າງປະຊາຄົມອາຊຽນໃນປີ 2015 ກໍຄືຈັດຕັ້ງສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງຂອງຕົນໃນປີ 2017. ໄລຍະເວລາທີ່ຍັງເຫຼືອແມ່ນບໍ່ຫຼາຍ, ຂະນະທີ່ຍັງຄົງຄ້າງຄາຫຼາຍໂຄງການຢູ່, ເພາະສະນັ້ນ, ອາຊຽນພວມຕັດສິນໃຈທີ່ສຸດເພື່ອປະຕິບັດໃຫ້ຖືກຕາມເສັ້ນທາງແຫ່ງການພັດທະນາຂອງພາກພື້ນ. ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິນ ຢືນຢັນວ່າ :
“ ມາຮອດປະຈຸບັນ, ບັນດາປະເທດສາມາດປະຕິບັດມາດຕະການໄດ້ຫຼາຍພໍສົມຄວນ, ຍົກຕົວຢ່າງຄືການສ້າງປະຊາຄົມເສດຖະກິດ, ໄລຮອດເດືອນ 3/2013 ບັນດາປະເທດສາມາດປະຕິບັດໄດ້ເກືອບ 80%ຈຳນວນມາດຕະການທີ່ໄດ້ວາງອອກໃນໝວດມາດຕະການເພື່ອກ້າວໄປເຖິງການສ້າງປະຊາຄົມ. ແຕ່ສ່ວນໜ້າວຽກທີ່ຍັງເຫຼືອແມ່ນຕ້ອງປະຕິບັດໃຫ້ສຳເລັດນັບແຕ່ນີ້ຫາປີ 2015 ເພື່ອສຳເລັດແຜນກໍ່ສ້າງ, ພິເສດ, ມາດຕະການ ຍັງເຫຼືອ ທີ່ຕ້ອງຜັນຂະຫຍາຍ ແມ່ນບັນດາມາດຕະການທີ່ຫຍຸ້ງຍາກກ່ວາ, ມັນຮຽກຮ້ອງໃຫ້ບັນດາປະເທດຕ້ອງມານະພະຍາຍາມຫຼາຍກ່ວາ ດ້ວຍຄຳໝັ້ນສັນຍາສູງກ່ວາເພື່ອປະຕິບັດ ”
ໄປຄຽງຄູ່ກັບຄວາມມານະພະຍາຍາມຜັນຂະຫຍາຍບັນດາມາດຕະການເພື່ອປະຕິບັດສຳເລັດຈຸດໝາຍ ສ້າງປະຊາຄົມຮ່ວມໃນປີ 2015, ຕາມທ່ານ ເລຂາທິການໃຫຍ່ອາຊຽນ ເລເລືອງມິນແລ້ວ, ນັບແຕ່ຈຸດເວລານີ້, ອາຊຽນໄດ້ກະກຽມວຽກງານສ້າງວິໄສທັດ, ທິດທາງການເຄື່ອນໄຫວເພື່ອໃຫ້ ອາຊຽນພັດທະນາໃນໄລຍະຫຼັງປີ 2015. ອາຊຽນກໍພວມສ້າງບັນດາກົນໄກເພື່ອຜັນຂະຫຍາຍບັນດາມາດຕະການ, ຮັບປະກັນປະຊາຄົມອາຊຽນສືບຕໍ່ພັດທະນາ, ສືບຕໍ່ເຊື່ອມໂຍງຢ່າງເລິກເຊິ່ງຮອບດ້ານກ່ວາ, ນຳ ອາຊຽນສືບຕໍ່ກາຍເປັນພາກພື້ນທີ່ກຳລັງແກ່ງແຍ້ງດ້ານເສດຖະກິດຢ່າງສູງ, ແມ່ນອົງການພາກພື້ນທີ່ມີການພັດທະນາຢ່າງສະໝ່ຳສະເໝີ, ໝັ້ນຄົງຖາວອນ ແລະ ຍຸຕິທຳ. ອາຊຽນໄດ້ເລີ່ມດຳເນີນວິວັດການພິຈາລະນາປະຕິຮູບບັນດາອົງການໃນອາຊຽນ, ໃນນັ້ນມີທັງການຍົກສູງຄວາມສາມາດຂອງຄະນະເລຂາ ອາຊຽນ, ເພີ່ມທະວີການເປີດກ້ວາງການພົວພັນກັບບັນດາຄູ່ຮ່ວມມືພາຍນອກຢ່າງບໍ່ຢຸດຢັ້ງ, ຍາດແຍ່ງການສະໜັບ ສະໜູນຊ່ວຍເຫຼືອເພື່ອຈຸດໝາຍສ້າງປະຊາຄົມ.
ທ່ານເລຂາທິການ ໃຫຍ່ອາຊຽນ ເລເລືອງມິນ ຍັງຊີ້ແຈ້ງວ່າ ພ້ອມກັບບັນດາສິ່ງທ້າທາຍຢູ່ພາຍໃນກຸ່ມ, ອາຊຽນກໍພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຈາກພາກນອກຄື ໂລກລະບາດ, ໄພທຳມະຊາດ, ນ້ຳຖ້ວມ, ສະພາບນ້ຳທະເລຂຶ້ນສູງ, ອາດຊະຍາກຳຂ້າມຊາດ......ພິເສດ, ບັນດາຄວາມເປັນຫ່ວງກັງວົນທີ່ມີຕໍ່ຄວາມສະຫງົບຢ່າງໃຫຍ່ຫຼວງຂອງ ອາຊຽນໃນປະຈຸບັນ ແມ່ນບັນດາການພິພາດຍ້ອນຄວາມຂັດແຍ້ງບົນທະເລຕາເວັນອອກ. ຕໍ່ໜ້າບັນຫາຖືກຖືວ່າ ແມ່ນມີຄວາມສະດຸ້ງໄວທີ່ສຸດນີ້, ອາຊຽນຍັງຄົງຮັກສາຄວາມສາມັກຄີ, ເຫັນດີເຫັນພ້ອມນຳກັນ. ທ່ານເລຂາທິການ ໃຫຍ່ອາຊຽນ ເລເລືອງມິນ ກ່າວວ່າ :
“ ມີຄວາມເຫັນດີເປັນເອກະສັນຢ່າງສູງບັນດາປະເທດສະມາຊິກ ອາຊຽນ ເພື່ອແກ້ໄຂບັນຫາທະເລຕາເວັນອອກບົນພື້ນຖານຫຼັກການ 6 ຂໍ້ຂອງອາຊຽນ ແລະ ການຮັບຮູ້ກ່ຽວກັບຄວາມສຳຄັນຂອງການແກ້ໄຂບັນຫາທະເລຕາເວັນອອກ, ຮັກສາຄວາມສະຫງົບປອດໄພ ແລະ ສະຖຽນລະພາບຂອງພາກພື້ນ. ອາຊຽນ ຮັບຮູ້ຢ່າງຈະແຈ້ງຕໍ່ເລື່ອງ ແກ້ໄຂບັນຫາທະເລຕາເວັນອອກບົນພື້ນຖານບັນດາຫຼັກການດັ່ງກ່າວ ແມ່ນບໍ່ພຽງແຕ່ມີຄວາມໝາຍຕໍ່ການຮັກສາສັນຕິພາບ, ສະຖຽນລະພາບໃຫ້ແກ່ບັນດາປະເທດ ອາຊຽນ ເທົ່ານັ້ນ, ຫາກນັບທັງຈີນ ແລະ ບັນດາປະເທດກ່ຽວຂ້ອງເຖິງການພິພາດໂດຍກົງອີກດ້ວຍ ”
ຕາມທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິນແລ້ວ, ການຮັບຮູ້ຢ່າງຈະແຈ້ງຕໍ່ເລື່ອງແກ້ໄຂບັນຫາທະເລຕາເວັນອອກ ແມ່ນບໍ່ພຽງແຕ່ກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບໃນພາກພື້ນເທົ່ານັ້ນ, ຫາກຍັງສາມາດຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລອີກດ້ວຍ, ດັ່ງນັ້ນ, ໃນຊຸມປີມໍ່ໆມານີ້, ບັນດາປະເທດຄູ່ຮ່ວມມືມີຄວາມສົນໃຈທີ່ສຸດຕໍ່ ອາຊຽນ ແລະ ຍາມໃດກໍສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ, ນັບທັງໃນບັນຫາແກ້ໄຂການພິພາດຢູ່ທະເລຕາເວັນອອກ ກໍຄືການໜູນຊ່ວຍຈຸດໝາຍສ້າງປະຊາຄົມ. ທ່ານເລຂາທິການ ໃຫຍ່ອາຊຽນ ເລເລືອງມິນ ກ່າວຕໍ່ໄປວ່າ :
“ ບັນດາປະເທດຄູ່ຮ່ວມມືທັງໝົດລ້ວນແຕ່ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ກ່ຽວກັບ ແກ້ໄຂບັນຫາທະເລຕາເວັນອອກ ບົນພື້ນຖານຫຼັກການ 6 ຂໍ້ຂອງອາຊຽນ. ບັນດາປະເທດຄູ່ຮ່ວມມືທັງໝົດລ້ວນແຕ່ສະໜັບສະໜູນກຳລັງພາຍໃນຂອງ ອາຊຽນ ໃນການແກ້ໄຂບັນຫາທະເລຕາເວັນອອກກັບຈີນ ບົນພື້ນຖານເຮັດແນວໃດເພື່ອຮັບປະກັນຄວາມໝັ້ນຄົງ, ສະຖຽນລະພາບໃນພາກພື້ນ ກໍຄືຮັບປະກັນຄວາມປອດໄພໃນການເດີນເຮືອ ແລະ ຄວາມສະຫງົບປອດໄພບົນທະເລ. ປະຈຸບັນ, ມີເຖິງ 74 ປະເທດໂດຍບໍ່ແມ່ນສະມາຊິກ ໄດ້ແຕ່ງຕັ້ງເອກອັກຄະລັດຖະທູດປະຈຳອາຊຽນ, ຊຶ່ງເປັນສະແດງໃຫ້ເຫັນຄວສາມມຸ່ງຫວັງ ແລະ ຄວາມສົນໃຈຂອງບັນດາປະເທດເພື່ອເພີ່ມທະວີການຮ່ວມມືກັບອາຊຽນໃນສະພາວະທີ່ ອາຊຽນຕ້ອງການການຊ່ວຍເຫຼືອ ຮ່ວມມືຂອງບັນດາຄູ່ຮ່ວມມືເພື່ອຜັນຂະຫຍາຍບັນດາມາດຕະການເພື່ອກ້າວໄປເຖິງການບັບລຸຈຸດໝາຍສ້າງຕັ້ງປະຊາຄົມໃນປີ 2015 ”
ມ້ວນທ້າຍ, ທ່ານເລຂາທິການ ໃຫຍ່ອາຊຽນ ເລເລືອງມິນ ຢືນຢັນວ່າ ອາຊຽນສຶບຕໍ່ເສີມຂະຫຍາຍບັນດາໝາກຜົນໃນໄລຍະ 46 ປີທີ່ຜ່ານມາ, ສາມັກຄີ, ເປັນເອກະສັນກັນ, ມານະພະຍາຍາມຜ່າມຜ່າທຸກສິ່ງທ້າທາຍ, ຮັກສາບົດບາດໃຈກາງຂອງ ອາຊຽນ ເພື່ອສ້າງເປັນປະຊາຄົມທີ່ໝັ້ນຄົງເຂັ້ມແຂງ, ຮ່ວມສຳພັນຢ່າງແໜ້ນແຟ້ນ ແລະ ພັດທະນາແບບຍືນຍົງໃນປີ 2015 .