ປະທານາທິບໍດີອາບການິສຖານ Hamid Karzai
(ພາບ: internet)
|
ວັນທີ 19/6, ຊຶ່ງເປັນຂີດໝາຍສຳຄັນສຳລັບ ອາບການິສຖານ ພາຍຫຼັງເກີດ ການປະທະກັນຢ່າງຕໍ່ເນື່ອງມາເປັນເວລາເກືອບ 12 ປີ, ຂະນະທີ່ກຳລັງປ້ອງກັນຄວາມສະຫງົບ ອາບການິສຖານເຂົ້າຮັບໜ້າທີ່ ຮັບປະກັນຄວາມສະຫງົບໃນທົ່ວປະເທດຢ່າງເປັນທາງການຈາກກຳລັງທະຫານປະສົມໂດຍອາເມລິການຳໜ້າ. ທາງດ້ານເນື້ອແທ້, ການມອບໂອນສິດອຳນາດນີ້ບໍ່ເຮັດໃຫ້ສະພາບຄວາມ ສະຫງົບຢູ່ ອາບການິສຖານປ່ຽນແປງໂດຍພື້ນຖານ ຍ້ອນບັນດາການຜັນແປໃນປະຈຸບັນບໍ່ເຮັດໃຫ້ຫາງສຽງມີຄວາມປະເອີບໃຈຕໍ່ວິວັດທະນາການສັນຕິພາບຢູ່ປະເທດນີ້.
ຕາມແຜນການແລ້ວ, ກຳລັງປ້ອງກັນຄວາມສະຫງົບ ອາບການິສຖານຈະຮັບຜິດຊອບການ ຮັບປະກັນຄວາມສະຫງົບຢູ່ທຸກໆ ເມືອງຂອງ 34 ແຂວງໃນທົ່ວປະເທດ. ໃນທ້າຍປີນີ້, ກຳລັງທະຫານປະສົມຢູ່ ອາບການິສຖານຈະຫຼຸດຜ່ອນເຄິ່ງໜ່ຶງ ແລະ ຮອດທ້າຍປີ 2014, ກຳລັງສູ້ຮົບທັງໝົດຈະຖອນອອກຈາກປະເທດນີ້, ຍັງເຫຼືອພຽງຈຳນວນໜ້ອຍເພື່ອປະຕິບັດໜ້າທີ່ບຳລຸງສ້າງ ແລະ ເປັນທີ່ປຶກສາຖ້າຫາກອຳນາດການປົກຄອງອາບການິສຖານມີຄວາມຕ້ອງການ.
ແຕ່ກົງກັນຂ້າມກັບຄວາມປະເອີບໃຈຂອງອຳນາດການປົກຄອງວໍຊິງຕັນ, ຊຶ່ງຖືວ່າ ການມອບໂອນໜ້າທີ່ຮັບຜິດຊອບການປ້ອງກັນຄວາມສະຫງົບ ແມ່ນເປັນຫຼັກໝາຍທີ່ສຳຄັນ ເປັນຂີດໝາຍກຳລັງປ້ອງກັນຄວາມສະຫງົບ ອາບການິສຖານໄດ້ມີກຳລັງແຮງຢ່າງພຽງພໍເພື່ອຮັບປະກັນໜ້າທີ່ປ້ອງກັນຄວາມສະຫງົບຂອງປະເທດຊາດນັ້ນ, ຊາວ ອາບການິສຖານພັດບໍ່ເຊື່ອໝັ້ນຕໍ່ກຳລັງຄວາມສາມາດປ້ອງກັນຄວາມສະຫງົບຂອງປະເທດເຂົາເຈົ້າເພື່ອຮັບມືກັບບັນດາເຄືອຂ່າຍຂອງພວກກະຫານສົງຄາມ. ຊ້ຳບໍໜຳ ຫາງສຽງຍັງຖືວ່າ ການມອບໂອນສິດອຳນາດນີ້ພຽງແຕ່ແມ່ນສາກລະຄອນເພື່ອເຊີດຊູທີ່ຕັ້ງບົດບາດຂອງລັດຖະບານອາບການິສຖານ ແລະ ສໍ່ສະແດງຜົນງານຂອງກຳລັງທະຫານປະສົມ ຫຼາຍກ່ວາໝາກຜົນກ່ຽວກັບເລື່ອງກອງທັບອາບການິສຖານມີກຳລັງແຮງຢ່າງພຽງພໍ, ອຳນາດການປົກຄອງມີຄວາມໝັ້ນຄົງໜັກແໜ້ນເພື່ອສາມາດຮັບປະກັນຄວາມສະຫງົບ ແລະ ສະຖຽນລະພາບ. ພະຍານຫຼັກຖານແມ່ນເກືອບຄືພ້ອມກັບເຫດການດັ່ງກ່າວ, ຕາລີບານໄດ້ປະກາດສ້າງຕັ້ງຫ້ອງການຜູ້ຕາງໜ້າຢູ່ກາຕາທີ່ໃສ່ຊື່ວ່າ “ ຫ້ອງການການເມືອງຂອງອາບການິສຖານ”, ດ້ວຍເຈດຈຳນົງເປີດການສົນທະນາກັບວົງຄະນະຍາດສາກົນ ແລະ ລັດຖະບານອາບການິສຖານກ່ຽວກັບວິທີການແກ້ໄຂສັນຕິພາບ. ໃນທັນທີ່, ອາເມລິກາໄດ້ເຫັນດີເຂົ້າຮ່ວມການເຈລະຈານີ້ ແລະ ຖືວ່າ ນີ້ແມ່ນບາດກ້າວເດີນທີ່ສຳຄັນ, ເພາະແຕ່ດົນນານມາແລ້ວ, ຕາລີບານຖະແຫຼງວ່າ ບໍ່ເຂົ້າຮ່ວມການເຈລະຈາ, ຕາບໃດທີ່ກອງທັບຕ່າງປະເທດຍັງຕັ້ງທັບຢູ່ອາບການິສຖານ. ເສັ້ນທາງແຫ່ງການເຈລະຈາຊຶ່ງລວມມີ 3 ໄລຍະທາງ. ໃນໄລຍະທຳອິດ, ອາເມລິກາໄດ້ວາງເງື່ອນໄຂຕາລີບານຕ້ອງຕັດສາຍພົວພັຍກັບ ອານກິດາ. ຕາລີບານໄດ້ໃຫ້ສັນຍານຕອບວ່າ ຕາລີບານບໍ່ອະນຸຍາດໃຫ້ໃຜມີສິດນຳໃຊ້ອານາເຂດຂອງອາບການິສຖານເພື່ອນາບຂູ່ຄວາມສະຫງົບຂອງປະເທດອື່ນໆ. ໄລຍະຕໍ່ໄປ, ຄາດຄະເນວ່າ ອາເມລິກາ ແລະ ຕາລີບານຈະເຈລະຈາກ່ຽວກັບການແລກປ່ຽນສະເລີຍເສິກ, ກ່ຽວກັບ ຄຸກ Guantanamo ແລະ ຊາຕາກຳຂອງທະຫານອາເມລິກາຄົນໜຶ່ງຊຶ່ງຖືກຕາລີບານຈັບຂັງ ແຕ່ 4 ປີມານີ້. ສຸດທ້າຍອາເມລິກາຕ້ອງເກັ້ຍກອບຕາລີບານຍິນຍອມເຫັນດີເຂົ້າຮ່ວມການເຈລະຈາໂດຍກົງກັບປະທານາທິບໍດີ Hamid Karzai. ນີ້ແມ່ນຈຸດໝາຍທີ່ຫຍຸ້ງຍາກທີ່ສຸດ. ດ້ວຍເລື່ອງເປັນເຈົ້າການສະເໜີດຳເນີນການເຈລະຈາຄັ້ງນີ້, ຫາກສຽງປາດຖະໜາວ່າ ວິວັດທະນາການສັນຕິພາບຢູ່ອາບການິສຖານຈະໄດ້ຮັບການປະຕິບັດ, ຊຶ່ງຈະເປັນການຊ່ວຍຢຸດຕິການປະທະກັນທີ່ແກ່ຍາວເປັນເວລາ 12 ປີຢູ່ປະເທດນີ້.
ແຕ່ ການພົບປະຄັ້ງທຳອິດລະຫວ່າງອາເມລິກາ ແລະ ຕາລີບານໄດ້ປະສົບກັບການຄັດຄ້ານຢ່່າງຮຸນແຮງຈາກອຳນາດການປົກຄອງ Kabul, ປະທານາທິບໍດີ Hamid Karzai ເດັດດຽວປະຕິເສດການເຈລະຈານີ້ ແລະ ຖືວ່າ ມີຄວາມຂັດແຍ້ງ ລະຫວ່າງຄຳເວົ້າ ແລະ ການກະທຳຂອງລັດຖະບານອາເມລິກາຊຶ່ງກ່ຽວຂ້ອງເຖິງວິວັດທະນາການສັນຕິພາບຢູ່ ອາບການິສຖານ. ຕາມ Kabul ແລ້ວ, ເຫດຜົນທີ່ພາໃຫ້ການເຈລະຈາຖືກລົບລ້າງ ແມ່ນຍ້ອນການອະນຸຍາດໃຫ້ຕາລີບານເປີດຫ້ອງການຢູ່ ກາຕາ, ແຂວນທຸງ “ປະເທດອິດສະລາມອາບການິສຖານ” ຊຶ່ງແມ່ນຊື່ຂອງອຳນາດການປົກຄອງຕາລີບານກ່ອນທີ່ຖືກໂຄ່ນລົ້ມເມື່ອປີ 2001 , ມັນປຽບເໝືອນລັດຖະບານໄປຝືນກັບຄຳໝັ້ນສັນຍາຂອງອາເມລິກາກັບ ອາບການິສຖານ. ບັນດາການນຳ ອາບການິສຖານ ຍັງກ່າວປະນາມເລື່ອງອາເມລິກາດຳເນີນການເຈລະຈາໂດຍກົງ ແລະ ເປີດເຜີຍກັບຕາລີບານຢູ່ນອບຜືນແຜ່ນດິນ ອາບການິສຖານ ຊຶ່ງຖືກຖືວ່າແມ່ນການກະທຳປົກປິດຄວາມລັບ, ອັນໄດ້ເປັນການທຳລາຍບົດບາດຂອງລັດຖະບານ ອາບການິສຖານ. ເຖິງວ່າ ທາງຝ່າຍອາເມລິກາໄດ້ມີການກະທຳປອບໃຈ ຄືໄດ້ຢືນຢັນບໍ່ຮັບຮູ້“ປະເທດອິດສະລາມ ອາບການິສຖານ” ແລະ ບໍ່ຖືຫ້ອງການຂອງຕາລີບານຢູ່ກາຕາແມ່ນສຳນັກງານຕາງໜ້າ, ແຕ່ພ້ອມກັນນັ້ນ ໄດ້ຢືນຢັນວ່າການເຈລະຈາທີ່ຍັງຄົງດຳເນີນໄປຕາມແຜນທີ່ຄາດຄະເນໄວ້ ແມ່ນການກະທຳເຮັດໃຫ້ອຳນາດການປົກຄອງຂອງປະທານາທິບໍດີ Hamid Karzai ເກີດຄວາມໂມໂຫ. ອຳນາດການປົກຄອງ ອາບການິສຖານ, ຊ້ຳບໍໜຳຍັງນາບຂູ່ລົບລ້າງການເຈລະຈາກ່ຽວກັບສັນຍາປ້ອງກັນຄວາມສະຫງົບ 2 ຝ່າຍຫຼັງປີ 2014 ກັບອາເມລິກາ.
ນີ້ບໍ່ແມ່ນເປັນຄັ້ງທຳອິດທີ່ການພົວພັນແບບພັນທະມິດ ວໍຊິງຕັນ-ກາບຸນ ຖືກແຕກແຫງ, 12 ປີ, ນັບແຕ່ເວລາປຸກລະດົມສົງຄາມ, ໝາກຜົນໃຫຍ່ກ່ວາໝູ່ທີ່ອາເມລິກາ ແລະ ພັນທະມິດ ບັນລຸໄດ້ແມ່ນການໂຄນລົ້ມອຳນາດການປົກຄອງ ຕາລີບານ, ດັບສູນຫົວໂປກໍ່ການຮ້າຍ Osama bin Laden ແລະ ເຮັດໃຫ້ເຄືອຂ່າຍກໍ່ການຮ້າຍອານກິດາ ອ່ອນແອລົງ. ແຕ່ສິ່ງທີ່ ອາເມລິກາ ແລະ ພັນທະມິດຖືກສູນເສຍໃນ 12 ປີ ຜ່ານມາກໍບໍ່ແມ່ນໜ້ອຍ. ເຖິງວ່າ ກຳລັງຕາລີບານຖືກຮັດແຄບໃນດິນແດນ ອາບການິສຖານກໍຕາມ, ແຕ່ພັດພວມເປີດກ້ວາງການເຄື່ອນໄຫວຢູ່ປາກິດສຖານ, ເຢແມນ, ໂຊມາລີ ແລະ ອື່ນໆ. ເພາະສະນັ້ນ, ໃນສະພາບທີ່ເກີດຄວາມຂັດແຍ້ງກັນຢ່າງເລິກເຊິ່ງຄືປະຈຸບັນ, ກາລະໂອກາດທີ່ແກ່ດຶງບັນດາຝ່າຍເຂົ້າຮ່ວມການເຈລະຈາ, ຊອກຫາວິທີການແກ້ໄຂສັນຕິພາບຢູ່ປະເທດອາຊີໃຕ້ນີ້ ແມ່ນບໍ່ແນ່ນອນແຕ່ຢ່າງໃດ.