(vovworld)- ກອງປະຊຸມສຸດຍອດສະຫະພາບເອີລົບ (EU) ໄດ້ອັດລົງໃນທ້າຍອາທິດຜ່ານມາ ໄດ້ເປັນສັກຂີພິຍານຄວາມຂັດແຍ້ງກັນລະຫວ່າງ 27 ປະເທດສະມາຊິກກ່ຽວກັບອະນາຄົດຂອງ ເອີລົບ. ໃນສະພາວະການສະເຫລີມສະຫລອງ 60 ປີແຫ່ງວັນລົງນາມໃນສົນທິສັນຍາສ້າງຕັ້ງສະຫະພາບພວມໃກ້ຈະມາເຖິງ(25/3), ເລື່ອງບັນດາປະເທດສະມາຊິກບໍ່ອາດມີຄວາມເປັນເອກະພາບກ່ຽວກັບທິດກ້າວເດີນໃຫມ່ໃຫ້ແກ່ສະຫະພາບເປັນການສະແດງໃຫ້ເຫັນຄວາມແບ່ງແຍກຢ່າງເລິກເຊິ່ງໃນບັນດາປະເທດ EU. ນີ້ກໍ່ແມ່ນສິ່ງທີ່ບໍ່ມີປະໂຫຍດ ເມື່ອ EU ພວມຕ້ອງການຄວາມສາມັກຄີຢ່າງສູງເພື່ອພ້ອມກັນດຳເນີນບັນດາການເຈລະຈາຄັ້ງປະຫວັດສາດກັບ ອັງກິດກ່ຽວກັບບັນຫາ Brexit.
ພາບປະກອບ
|
ກອງປະຊຸມສຸດຍອດ ສະຫະພາບເອີລົບ (EU) ໄດ້ອັດລົງເມື່ອວັນທີ 10/3, ພາຍຫລັງວາລະປະຊຸມຂອງ 27 ປະເທດສະມາຊິກ, ບໍ່ມີການເຂົ້າຮ່ວມຂອງບັນດາຜູ້ຕາງຫນ້າຂອງປະເທດ ອັງກິດ, ເພື່ອປຶກສາຫາລືກ່ຽວກັບອະນາຄົດຂອງເອີລົບ ພາຍຫລັງ ອັງກິດ ຖອນອອກຈາກ EU ຫລື ເອີ້ນວ່າ Brexit.
ທີ່ກອງປະຊຸມນີ້, ບັນດາການນຳ EU ຊອກວິທີເພື່ອຫຍັບມໍ່ເຂົ້າໃກ້ກັນ ບົນພື້ນຖານຫລັກໝັ້ນສະເພາະ ເພື່ອຮຽບຮຽງຖະແຫລງການຮ່ວມຊື່ງຄາດວ່າຈະໄດ້ຮັບການປະກາດໃນວັນທີ 25/3 ເນື່ອງໃນໂອກາດສະເຫລີມສະຫລອງ 60 ປີແຫ່ງວັນເຊັນສົນທິສັນຍາສ້າງຕັ້ງ ສະຫະພາບເອີລົບ (EU) ຢູ່ ໂຣມ ປະເທດ ອີຕາລີ. ເຖິງຢ່າງໃດກໍຕາມ, ກອງປະຊຸມສິ້ນສຸດແຕ່ບໍ່ມີເອກະສານໃດກ່ຽວກັບອະນາຄົດຂອງ ເອີລົບ ຖືກຍົກອອກມາ.
ຄວາມບໍ່ລົງລອຍກັນກ່ຽວຂ້ອງເຖິງເອີລົບມີການພັດທະນາຢູ່ໃນຫລາຍລະດັບ
ແຜນການກ່ຽວກັບ ເອີລົບມີການພັດທະນາຢູ່ໃນຫລາຍລະດັບ ແມ່ນເນື້ອໃນໄດ້ກໍ່ຄວາມບໍ່ລົງລອຍກັນຢ່າງແຮງ ທີ່ກອງປະຊຸມສຸດຍອດຂອງ ສະຫະພາບເອີລົບ (EU). ແຜນການນີ້ໂດຍ ຄະນະກຳມະການເອີລົບ ລະບຸໄວ້ໃນ “ປື້ມປົກຂາວ” ກ່ຽວກັບອະນາຄົດຂອງ ເອີລົບ. ອະທິບາຍກ່ຽວກັບແນວຄວາມຄິດນີ້, ບັນດາການນຳ ເອີລົບ ຍອມຮັບວ່າ ບັນດາປະເທດສະມາຊິກ ສະຫະພາບເອີລົບ (EU) ປະຈຸບັນ ຍາກທີ່ຈະມີການກະທຳ ແລະ ຄວາມຄິດເຊັ່ນດຽວກັນ ແລະ ການປ່ຽນແປງແມ່ນມີຄວາມຈຳເປັນ. ພ້ອມກັນນັ້ນ, ເລື່ອງ ອັງກິດ ຖອນອອກຈາກ EU ກໍແມ່ນກຳລັງຫນູນເພື່ອໃຫ້ ເອີລົບ ສ້າງຂອບເຂດໃຫມ່. ຕາມນັ້ນແລ້ວ, ບັນດາປະເທດສະມາຊິກ ອາດຈະຕັດສິນດ້ວຍຕົນເອງບັນດາບັນຫາກ່ຽວຂ້ອງເຖິງລະດັບເຊື່ອມໂຍງ ແລະ ຮ່ວມສຳພັນໃນກຸ່ມ.
ທ່ານປະທານຄະນະກຳມະການເອີລົບ Jean-Claude Juncker
|
ເຖິງແມ່ນວ່າ ແຜນການນີ້ໄດ້ກໍ່ຄວາມຖົກຖຽງກັນຫລາຍຢ່າງ ຍ້ອນໄດ້ຮັບຖືວ່າ ແມ່ນເວົ້າເຖິງບັນດາລະດັບແຕກຕ່າງກັນຂອງບັນດາປະເທດສະມາຊິກໃນກຸ່ມ. ສຳລັບບາງປະເທດມີພື້ນຖານເສດຖະກິດແຖວຫນ້າໃນເອີລົບ(ເຢຍລະມັນ, ຝລັ່ງ, ອີຕາລີ, ແອດສະປາຍ), ແນວຄວາມຄິດກ່ຽວກັບ “ການພັດທະນາໃນຫລາຍລະດັບ” ໄດ້ຮັບຖືວ່າແມ່ນສ່ອງແສງເຖິງຄວາມຈິງ, ຍົກອອກບັນດາພື້ນຖານດ້ານນິຕິທຳໃຫ້ແກ່ບັນດາປະເທດຢາກເຊື່ອມໂຍງຢ່າງວ່ອງໄວກວ່າ. ທ່ານນາງ Angela Merkel, ນາຍົກລັດຖະມົນຕີ ເຢຍລະມັນ ໄດ້ຖະແຫລງວ່າ ທີ່ກອງປະຊຸມສຸດຍອດຊື່ງຈະຈັດຂຶ້ນຢູ່ນະຄອນໂຣມ ໃນວັນທີ 25/3 ຈະມາເຖິງ ເນື່ອງໃນໂອກາດສະເຫລີມສະຫລອງ 60 ປີ ແຫ່ງວັນເຊັນສົນທິສັນຍາສ້າງຕັ້ງ ສະຫະພາບເອີລົບ, EU ຈະຕ້ອງຢັ້ງຢືນທັດສະນະ “ເປັນເອກະພາບໃນຫລາຍຮູບແບບ”. ເພື່ອຫັນແນວຄວາມຄິດຂອງ ເອີລົບ ມີການພັດທະນາຢູ່ໃນຫລາຍລະດັບໃຫ້ປະກົດຜົນເປັນຈິງ ກ່ອນທີ່ດຳເນີນກອງປະຊຸມສຸດຍອດຜ່ານມາ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel, ແລະ ບັນດາຄູ່ຕຳແຫນ່ງ ແອດສະປາຍ, ອີຕາລີ ພ້ອມກັບປະທານາທິບໍດີ ຝລັ່ງ ໄດ້ຈັດການປະຊຸມຮ່ວມຢູ່ ວັງ Versailles ປະເທດ ຝລັ່ງ. ນະທີ່ນີ້, ທ່ານປະທານາທິບໍດີ ຝລັ່ງ Francois Hollande ຊີ້ແຈ້ງວ່າ: “ຄວາມເປັນເອກະພາບບໍ່ໝາຍຄວາມວ່າແມ່ນເປັນຈິດຫນຶ່ງໃຈດຽວ” ແລະ ປະເທດສະມາຊິກ EU ຈຳນວນຫນຶ່ງ ອາດຈະພັດທະນາຢ່າງໄວກວ່າ ແລະ ກ້າວຂຶ້ນໄກກວ່າໃນບັນດາຂົງເຂດຄື: ການປ້ອງກັນຊາດ, ພາສີອາກອນ., ໃນຂະນະນັ້ນ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ຢືນຢັນ: ເອີລົບ ດ້ວຍການພັດທະນາທີ່ແຕກຕ່າງກັນແມ່ນສິ່ງທີ່ມີຄວາມຈຳເປັນ. ເອີລົບ ຕ້ອງມີກຳລັງແຮງເພື່ອຮັບຮູ້ ບາງປະເທດທີ່ມີພັດທະນາຢ່າງໄວກວ່າບັນດາປະເທດອື່ນ. ແລະ ນີ້ແມ່ນວຽກຕ້ອງເຮັດໃນວິວັດການໂລກາພິວັດປະຈຸບັນ.
ເຖິງຢ່າງໃດກໍຕາມ, ດ້ວຍບັນດາສະມາຊິກທີ່ຫາກໍ່ເຂົ້າເປັນສະມາຊິກ EU, ນີ້ພັດແມ່ນການນາບຂູ່ ຍ້ອນວ່າ ເລື່ອງເຊີດຊູ “EU ມີການພັດທະນາຢູ່ໃນຫລາຍລະດັບ” ຈະເຮັດໃຫ້ຢຸດຕິສີສັນຂອງສະຫະພາບ, ເປີດຊ່ອງທາງໃຫ້ການປະກົດຕົວບັນດາປະເທດມີການພັດທະນາແຕກຕ່າງກັນຂອງບັນດາປະເທດສະມາຊິກ, ຜ່ອນຜັນຊ່ອງຫວ່າງລະຫວ່າງຕາເວັນອອກ ແລະ ຕາເວັນຕົກ ສຳລັບບັນດາບັນຫາຊາວອົບພະຍົບ, ບັນຫາເງິນຕາ ແລະ ການກຳນົດຂອງກົດໝາຍ. ໂປໂລຍ ແລະ ຮຸງກາຣີ ມີຄວາມເປັນຫ່ວງວ່າ ຖ້າຫາກເຂົາເຈົ້າບໍ່ເຂົ້າຮ່ວມບັນດາການພົວພັນ “ຮ່ວມມືເພີ່ມທະວີ” ອາດຈະຖືກປັດເຂ່ຍຈາກວິວັດທະນາການອອກຄຳຕັດສິນຂອງກຸ່ມນີ້ ແລະ ອາດຈະກາຍເປັນ “ປະເທດ ລະດັບ 2”ໃນ EU. ທ່ານນາຍົກລັດຖະມົນຕີ ໂປໂລຍ Beata Szydlo ຖະແຫລງວ່າ ບໍ່ສະຫນັບສະຫນູນແນວຄວາມຄິດ ເອີລົບມີການພັດທະນາຢູ່ໃນຫລາຍລະດັບ. ໂປໂລຍ ເດັດຂາດບໍ່ຮັບຮູ້ບໍ່ວ່າການກະທຳໃດສົ່ງຜົນກະທົບບໍ່ດີເຖິງຕະຫລາດຮ່ວມ, ຂອງເຂດໄປມາຢ່າງເສລີ Schengen ແລະ ຍິ່ງກວ່ານັ້ນແມ່ນຂອງສະຫະພາບເອີລົບ. ກ່ອນທີ່ດຳເນີນກອງປະຊຸມສຸດຍອດ, 4 ປະເທດ ຊື່ງລວມມີ: ໂປໂລຍ, ສະໂລວາກີ, ເຊັກໂກ ແລະຮຸງກາຣີ ກໍ່ໄດ້ຮຽກຮ້ອງ EU ມີການປະພຶດຕໍ່ຢ່າງສະເຫມີພາບກັບປະເທດສະມາຊິກ ທັງໝົດ.
ຮຽກຮ້ອງບັນດາປະເທດສະມາຊິກຈົ່ງມີຄວາມສາມັກຄີກັນ
ກ່ອນທີ່ເກີດຄວາມບໍ່ລົງລອຍກັນແບ່ງແຍກບັນດາປະເທດສະມາຊິກ, ທ່ານ Jean Claude Juncker ປະທານຄະນະກຳມະການເອີລົບ ໄດ້ສ້າງຄວາມອຸ່ນອ່ຽນໃຈດ້ວຍແຜນການ ເອີລົບມີການພັດທະນາຢູ່ໃນຫລາຍລະດັບ ບໍ່ແນໃສ່ສ້າງ “ກຳແພງເຫລັກໃຫມ່”. ຕາມທ່ານ Juncker ແລ້ວ, EU ບໍ່ມີເຈດຈຳນົງປ່ຽນແປງບັນດາສົນທິສັນຍາປະຈຸບັນ, ເພາະວ່າ ຄວາມຈິງ ໃນເອີລົບທີ່ມີການພັດທະນາຢູ່ໃນຫລາຍລະດັບແມ່ນຄົງຕົວແລ້ວ ດ້ວຍຫລັກຖານແມ່ນເຂດ Eurozone ຫລື ເຂດຮ່ວມ Schengen.
ນີ້ແມ່ນສອງຜົນງານອັນໃຫຍ່ຫລວງຂອງການຮ່ວມມືໃນ EU ແລະ ບໍ່ແມ່ນປະເທດສະມາຊິກທັງໝົດລ້ວນແຕ່ເຂົ້າຮ່ວມບັນດາການຮ່ວມສຳພັນນີ້. ເຖິງຢ່າງໃດກໍຕາມ, ທ່ານ Claude Juncker ກໍຍອມຮັບວ່າ ເອີລົບທີ່ມີການພັດທະນາຢູ່ໃນຫລາຍລະດັບ ແມ່ນກໍ່ຄວາມເສຍຫາຍໃຫ້ແກ່ປະເທດ ເອີລົບຕາເວັນອອກຈຳນວນຫນຶ່ງ.
ໃນຂະນະນັ້ນ ທ່ານປະທານສະພາເອີລົບ EC Donald Tusk ໄດ້ຮຽກຮ້ອງບັນດາປະເທດສະມາຊິກ EU ມານະພະຍາຍາມເພື່ອມຸ່ງໄປເຖິງການຮັກສາຄວາມສາມັກຄີດ້ານການເມືອງພາຍຫລັງ Brexit. ທ່ານຖືວ່າ ມີສາຍເຫດເພື່ອຄິດເຖິງກ່ຽວກັບແນວຄວາມຄິດ ເອີລົບມີການພັດທະນາຢູ່ໃນຫລາຍລະດັບ. ຖ້າຫາກຄິດໄລ່ຊັ່ງຊາບັນດາຜົນປະໂຫຍດຂອງປະຊາຄົມ 27 ປະເທດໃນສະພາວະໃກ້ຈະດຳເນີນບັນດາການເຈລະຈາ Brexit ກໍຄືບັນດາຜົນປະໂຫຍດຍຸດທະສາດຍາວນານຂອງ EU, ບັນດາປະເທດສະມາຊິກ ຄວນພ້ອມກັນມານະພະຍາຍາມເພື່ອຮັກສາຄວາມສາມັກຄີດ້ານການເມືອງລະຫວ່າງ 27 ປະເທດ.
ໃນສະພາບການຍັງບໍ່ທັນມີເອກະສານສະບັບໃດກ່ຽວກັບອະນາຄົດຂອງ ເອີລົບຖືກຍົກອອກພາຍຫລັງກອງປະຊຸມ, ການປຶກສາຫາລືກ່ຽວກັບບັນຫານີ້ຈະສືບຕໍ່ດຳເນີນໄປ. ເຖິງຢ່າງໃດກໍຕາມ, ຢາກໃຫ້ເອີລົບມີຄວາມສາມັກຄີ ແລະ ພັດທະນາ, ເລື່ອງເວົ້າເຖິງ ເອີລົບທີ່ມີການພັດທະນາຢູ່ໃນຫລາຍລະດັບ ຕ້ອງມີຄວາມລະມັດລະວັງ ເປັນຕົ້ນແມ່ນເມື່ອບັນດາບັນຫາຄື: ພາກພື້ນໃຊ້ກະກຸນເງິນລວມ ເອີລົບ (eurozone),ວິກິດການຊາວອົບພະຍົບໄດ້ກໍ່ຄວາມບໍ່ລົງລອຍກັນຢ່າງແຮງລະຫວ່າງບັນດາປະເທດສະມາຊິກ.