ຮັດແຫນ້ນການພົວພັນຮ່ວມມືຮອບດ້ານຫວຽດນາມ -ກູບາ ຕື່ມອີກ

(VOVWORLD) - ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ກູບາ. ໃນສະພາບການພົວພັນລະຫວ່າງສອງປະເທດພັດທະນາອັນດີງາມຢ່າງບໍ່ຢຸດຢັ້ງ, ພິເສດ ໃນປີ 2017 ອາດຈະໄດ້ຮັບຖືວ່າ ແມ່ນປີທີ່ພົ້ນເດັ່ນຂຶ້ນດ້ວຍຫລາຍບາດກ້າວໃຫມ່ ເມື່ອສອງຝ່າຍມີການແລກປ່ຽນຮອບດ້ານຫລາຍຄັ້ງ ບັນລຸປະສິດທິຜົນ ຈາກຂັ້ນລັດຕະຫລອດຮອດບັນດາກະຊວງ, ຂະແຫນງການ, ບັນດາອົງການຈັດຕັ້ງການເມືອງ, ເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ການຢ້ຽມຢາມຂອງຜູ້ນຳພັກກອມມູນິດຫວຽດນາມ ໄດ້ປະກອບສ່ວນຮັດແຫນ້ນສາຍພົວພັນສາມັກຄີອ້າຍນ້ອງ, ບໍລິສຸດຜຸດຜ່ອງ, ໄວ້ເນື້ອເຊື່ອໃຈ ແລະ ຮ່ວມມືຮອບດ້ານ ຫວຽດນາມ -ກູບາ.

ຮັດແຫນ້ນການພົວພັນຮ່ວມມືຮອບດ້ານຫວຽດນາມ -ກູບາ ຕື່ມອີກ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ  ແລະ ທ່ານນາງ Lázara Mecerdes Lopses Acea ເລຂາເອກຄະນະພັກນະຄອນ ລາຮາວານ ວາງພວງມາລາທີ່ອະນຸສາວະລີ     ປະທານໂຮ່ຈີມິນ

 ຫວຽດນາມ ແລະ ກູບາ ໄດ້ສ້າງຕັ້ງການພົວພັນທາງການທູດເມື່ອວັນທີ 2 ທັນວາປີ 1960. ໃນໄລຍະ 57 ປີຜ່ານມາ, ເຖິງວ່າ ສະພາບການໂລກມີການຜັນແປຫລາຍຢ່າງກໍຕາມ ແຕ່ການພົວພັນສາມັກຄີ ອ້າຍນ້ອງ ລະຫວ່າງ ຫວຽດນາມ ແລະ ກູບາ ໂດຍຜູ້ນຳ Fidel Castro ແລະ ປະທານໂຮ່ຈິມີນ ກໍ່ຕັ້ງພື້ນຖານ ຍາມໃດກໍ່ໄດ້ຮັບການປັບປຸງ ແລະ ພັດທະນາ, ຕິດພັນຢ່າງແຫນ້ນແຟ້ນໃນຫລາຍຂົງເຂດ.

ການຮ່ວມມືຫວຽດນາມ - ກູບາ ໃນສະພາບການໃຫມ່

ປີ 2017 ການເຕີບໂຕເສດຖະກິດ ກູບາ ບັນລຸ 1,6%. ນີ້ໄດ້ຮັບຖືວ່າແມ່ນໄຊຊະນະໃນສະພາບປະເທດ ກູບາ ຍັງຄົງຕ້ອງປະເຊີນຫນ້າກັບການປິດລ້ອມ, ຂວ້ຳບາດ ແລະ ຖືກຄວາມເສຍຫາຍຢ່າງຫນັກຫນ່ວງໂດຍທຳມະຊາດກໍ່ຂຶ້ນ. ກູບາ ໄດ້ ແລະ ພວມດັດປັບນະໂຍບາຍການຕ່າງປະເທດເທື່ອລະກ້າວເພື່ອໃຫ້ເໝາະສົມກັບສະພາບການໃຫມ່. ກູບາ ຍາມໃດກໍ່ເປັນເຈົ້າການ, ຕັ້ງຫນ້າເຄື່ອນໄຫວທີ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫລາຍຝ່າຍ, ຍາດແຍ່ງການສະຫນັບສະຫນູນ ເພື່ອທຳລາຍທ່າປິດລ້ອມ, ຂວ້ຳບາດ, ພ້ອມທັງສືບຕໍ່ເປີດກວ້າງ ແລະ ຫັນການພົວພັນສາກົນເປັນຫລາຍຮູບຫລາຍແບບ ເພື່ອແນໃສ່ແກ້ໄຂບັນດາບັນຫາເສດຖະກິດສັງຄົມ ແລະ ການປ້ອງກັນຊາດປ້ອງກັນຄວາມສະຫງົບໃນສະພາບການພາກພື້ນຜັນແປໄປຢ່າງສັບສົນ.ສຳລັບຫວຽດນາມ, ກູບາ ຍາມໃດກໍ່ຖືການພັດທະນາການພົວພັນສອງຝ່າຍແມ່ນຫນຶ່ງໃນບັນດາບຸລິມະສິດການຕ່າງປະເທດຂອງຕົນ. ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ (2 ທັນວາປີ 1960), ການພົວພັນສາມັກຄີ, ການສະຫນັບສະຫນູນ ແລະ ການຮ່ວມມືຮອບດ້ານອ້າຍນ້ອງຫວຽດນາມ ກູບາ ໄດ້ຮັບການຮັກສາ, ພັດທະນາຢ່າງບໍ່ຢຸດຢັ້ງ. ກົງກັນຂ້າມ, ບັນດາການນຳຫວຽດນາມ ກໍ່ໄດ້ຢັ້ງຢືນເປັນຫລາຍຄັ້ງກ່ຽວກັບນະໂຍບາຍສະເຫມີຕົ້ນສະເຫມີປາຍ ແລະ ບຸລິມະສິດແຖວຫນ້າຂອງຫວຽດນາມໃນການເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ, ການຮ່ວມມືຮອບດ້ານກັບກູບາ, ຍາມໃດກໍ່ຮຽງບ່າງຮຽງໄຫລ່ພ້ອມກັບປະຊາຊົນ ກູບາ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ໄປຄຽງຄູ່ກັບການພົວພັນດ້ານການເມືອງອັນດີງາມ, ສອງປະເທດກໍ່ມີຄວາມເອົາໃຈໃສ່ພັດທະນາການພົວພັນດ້ານເສດຖະກິດ, ການຄ້າຜ່ານບັນດາໂຄງການຮ່ວມມືລົງທຶນ. ປະຈຸບັນ ຫວຽດນາມ ແມ່ນຫນຶ່ງໃນ 10 ປະເທດນຳຫນ້າ ແລະ ຢືນອັນດັບ 2 ຢູ່ ອາຊີ ກ່ຽວກັບການແລກປ່ຽນດ້ານການຄ້າກັບກູບາ. ຍອດວົງເງິນການຄ້າສອງສົ້ນໃນປີ 2017 ບັນລຸ 224,3 ລ້ານ USD. ສອງຝ່າຍສູ້ຊົນຍົກຕົວເລກນີ້ໃຫ້ຂຶ້ນເຖິງ 500 ລ້ານ USD ໃນປີ 2020.

ການຢ້ຽມຢາມນຳສານໃຫຍ່ເຖິງ US

ໃນສະພາບການນັ້ນ, ການຢ້ຽມຢາມທາງລັດຖະກິດເຖິງກູບາຄັ້ງທີ 2 ຂອງທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ໃນຖານະເປັນເລຂາທິການໃຫຍ່ຂອງພັກກອມມູນິດຫວຽດນາມ ແມ່ນລື່ນກາຍຄວາມໝາຍຂອງການຢ້ຽມຢາມທາງການທູດທຳມະດາ. ທ່ານ ຫງວຽນຈູງແທ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກູບາ ຖືວ່າ:

     “ສານສຳຄັນທີ່ສຸດ ນັ້ນແມ່ນສອງຝ່າຍສືບຕໍ່ຢັນຢືນວ່າ ຈະສືບທອດ ແລະ ເສີມຂະຫຍາຍຢ່າງແຮງ, ສືບຕໍ່ປັບປຸງ ແລະ ເປີດກວ້າງບັນດາການພົວພັນຮອບດ້ານລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ ພິເສດແມ່ນການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ການຢ້ຽມຢາມຄັ້ງນີ້ປະກອບສ່ວນເຮັດໃຫ້ການພົວພັນນັ້ນມີຊີວິດຊີວາກວ່າ, ແທດຈິງກວ່າ, ມີປະສິດທິຜົນ ແລະ ໝັ້ນຄົງກວ່າໃນໄລຍະໃໝ່ຂອງພາລະກິດ ແລະ ການປ່ຽນແປງໃໝ່ຂອງຫວຽດນາມ ກໍຄືພາລະກິດພັດທະນາເສດຖະກິດສັງຄົມຂອງກູບາ”.

        ຕາມທ່ານເອກອັກຄະລັດຖະທູດ ຫງວຽນຈຸງແທງ ແລ້ວ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ຍັງສະແດງໃຫ້ເຫັນຄວາມສາມັກຄີ, ນ້ຳໃຈມິດຕະພາບສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມຕໍ່ພັກ, ລັດ ແລະ ປະຊາຊົນກູບາໃນສະພາບການກູບາພວມເລືອກຕັ້ງຄະນະການນຳຊຸດໃໝ່ ແລະ ສືບຕໍ່ຜັນຂະຫຍາຍວິວັດການພັດທະນາເສດຖະກິດ - ສັງຄົມຢ່າງເລິກເຊິ່ງ ແລະ ກວ້າງຂວາງ.

        ທ່ານເອກອັກຄະລັດຖະທູດ ຫງວຽນຈຸງແທງ ຢັ້ງຢືນວ່າ:

“ຫວຽດນາມບໍ່ພຽງແຕ່ຕິດຕາມບັນດາເຫດການດັ່ງກ່າວເທົ່ານັ້ນ ຫາກຍັງສະໜັບສະໜູນພາລະກິດປະຕິວັດຂອງປະຊາຊົນກູບາ. ພວກເຮົາຂໍສະແດງຄວາມປິຕິຊົມຊື່ນຢ່າງຈິງໃຈຕໍ່ໄຊຊະນະຂອງການເລືອກຕັ້ງສະພາແຫ່ງຊາດທີ່ຜ່ານມາ ແລະໃນໄລຍະຈະມາເຖິງສະພາແຫ່ງຊາດຈະເລືອກຕັ້ງຄະນະການນຳຊຸດໃໝ່ໃນເດືອນເມສາຈະມາເຖິງ. ຫວຽດນາມຍາມໃດກໍສະໜັບສະໜູນພາລະກິດວາງອອກຮູບແບບໃໝ່ໃນການພັດທະນາເສດຖະກິດ-ສັງຄົມ ແນໃສ່ສ້າງສາກູບາໃຫ້ກາຍເປັນປະເທດເອກະລາດ, ອະທິປະໄຕ, ສັງຄົມນິຍົມ, ປະຊາທິປະໄຕ, ວັດທະນາຖາວອນ ແລະ ໝັ້ນຄົງ"

        ດ້ວຍລາຍການຂອງການຢ້ຽມຢາມມີຢ່າງຫຼວງຫຼາຍ, ພ້ອມດ້ວຍການເຄື່ອນໄຫວຫຼາກຫຼາຍ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ປະກອບສ່ວນເຂົ້າໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ ແລະ ຍົກການຮ່ວມມືໃນບັນດາຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ… ແລະອື່ນໆ ລະຫວ່າງສອງປະເທດບັນລຸບາດກ້າວພັດທະນາຢ່າງແທດຈິງ, ໃຫ້ສົມກັບການພົວພັນດ້ານການເມືອງ, ພ້ອມທັງສະແດງໃຫ້ເຫັນຄວາມຖືເປັນສຳຄັນການພົວພັນກັບກູບາເວົ້າສະເພາະ ແລະ ພາກພື້ນ ອາເມລິກາລາຕິນເວົ້າລວມ, ປະກອບສ່ວນເຂົ້າໃນການຜັນຂະຫຍາຍການປະຕິບັດແນວທາງການຕ່າງປະເທດຂອງກອງປະຊຸມ XII ຂອງພັກ, ປັບປຸງ ແລະ ຍົກສູງບົດບາດຂອງຫວຽດນາມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ