ຮົ້ວກີດຂວາງໃຫມ່ໃນການພົວພັນລະຫວ່າງ ອາເມລິກາ ແລະ ອີຢູ

(VOVWORLD) -ບັນດາຄວາມບໍ່ລົງລອຍກັນລະຫວ່າງ ອາເມລິກາ ແລະ ອີຢູ ກ່ຽວຂ້ອງເຖິງເລື່ອງ ອາເມລິກາ ຖອນອອກຈາກຂໍ້ຕົກລົງນິວເຄຼຍ ກັບອີຣານ ຍັງບໍ່ທັນສິ້ນສຸດເທື່ອ ແຕ່ປະຈຸບັນ ການພົວພັນລະຫວ່າງ ອາເມລິກາ ແລະ ອີຢູ ພວມຕົກເຂົ້າສູ່ສະພາບເຄັ່ງຕຶງໃຫມ່. 

ຂໍ້ຕົກລົງຂອງ ອາເມລິກາ ກ່ຽວກັບເລື່ອງຈັດວາງບັນດາອັດຕາພາສີສຳລັບຜະລິດຕະພັນອາລູມີນຽມ ແລະ ເຫລັກກ້ານຳເຂົ້າຈາກ ສະຫະພາບເອີລົບ (ອີຢູ), ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ມີຖຸນາ ໄດ້ສົ່ງຜົນກະທົບຢ່າງແຮງຕໍ່ການພົວພັນສຳພັນທະມິດ ຊື່ງໄດ້ຮັບການສ້າງມາແຕ່ດົນນານແລ້ວ. ຊ້ຳບໍ່ໜຳ ຂໍ້ຕົກລົງນີ້ ອາດຈະເປັນການເປີດສາກໃຫ້ແກ່ສົງຄາມການຄ້າລະຫວ່າງສອງຝ່າຍ, ເຮັດໃຫ້ຊ່ອງຫວ່າງລະຫວ່າງ ອາເມລິກາ ແລະ ອີຢູ ນັບມື້ນັບເພີ່ມຂຶ້ນ.

ຮົ້ວກີດຂວາງໃຫມ່ໃນການພົວພັນລະຫວ່າງ ອາເມລິກາ ແລະ ອີຢູ - ảnh 1 ທ່ານ  Jean-Claude Juncker ປະທານ EC ໃນການປະຊຸມຂ່າວຢູ່ ບຣຸກແຊນ ປະເທດ ແບນຊີກ ເມື່ອເດືອນມີນາ

           ຂໍ້ຕົກລົງຈັດວາງ 25% ອັດຕາພາສີສຳລັບຜະລິດຕະພັນເຫລັກກ້ານຳເຂົ້າ ແລະ 10% ສຳລັບອາລູມີນຽມນຳເຂົ້າຈາກ ອີຢູ ແມ່ນມີຜົນສັກສິດພາຍຫລັງຢຸດຕິການກຳນົດເວລາຍົກເວັ້ນພາສີທີ່ແກ່ຍາວມາເປັນເວລາ 2 ເດືອນ (ຮອດວັນທີ 31 ພຶດສະພາ) ຂອງ ອາເມລິກາ ສຳລັບບັນດາປະເພດສິນຄ້ານີ້.

        ກ່ອນຫນ້ານັ້ນ ເມື່ອເດືອນມິຖຸນາປີ 2018, ອາເມລິກາ ໄດ້ຕົກລົງເພີ່ມອັດຕາພາສີນຳເຂົ້າ. ເຖິງຢ່າງໃດກໍຕາມ, ວໍຊີງຕັນ ໄດ້ຍົກເວັ້ນການຈັດວາງອັດຕາພາສີໃຫມ່ຊົ່ວຄາວກັບບາງຄູ່ຮ່ວມມື ໃນນັ້ນ ມີອີຢູ, ເພື່ອເຈລະຈາຕື່ມອີກຈົນຮອດວັນທີ 1 ມິຖຸນາ.

        ສຳລັບການຜັນແປຫລ້າສຸດນີ້, ຄວາມເຄັ່ງຕຶງດ້ານການຄ້າ ລະຫວ່າງ ອາເມລິກາ ແລະ ອີຢູ ແມ່ນຫົວເລື່ອງທີ່ຮ້ອນເຮັ່ງທີ່ກອງປະຊຸມລັດຖະມົນຕີການເງິນ, ລັດຖະມົນຕີການພັດທະນາ ແລະ ຜູ້ວ່າການທະນາຄານສູນກາງ ກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາທີ່ສຸດໃນໂລກ (G7)  ໄດ້ໄຂຂຶ້ນໃນວັນທີ 31 ພຶດສະພາ ຢູ່ Whistler ປະເທດ ການາດາ.

ປະເທດອາເມລິກາແມ່ນເຫນືອກວ່າສິ່ງໃດໝົດ

ສຳລັບແຜນການຈັດວາງອັດຕາພາສີນີ້, ອີກຄັ້ງຫນຶ່ງແຜນນະໂຍບາຍປະເທດອາເມລິກາເຫນືອກວ່າສິ່ງໃດໝົດຂອງທ່ານ Trump ແມ່ນສະແດງຖືກເປີດເຜີຍຢ່າງຈະແຈ້ງ. ຜົນປະໂຫຍດຂອງ ປະເທດອາເມລິກາ ແມ່ນບຸລິມະສິດອັນດັບຫນຶ່ງ, ໂດຍບໍ່ຫົວຊາຕໍ່ເລື່ອງການພົວພັນສຳພັນທະມິດໃນຫລາຍປີຜ່ານມາກັບອາເມລິກາຖືກຜົນສະທ້ອນ. ປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວອ້າງວ່າ ເລື່ອງຈັດວາງອັດຕາພາສີ ແມ່ນເພື່ອປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ປົກປ້ອງບັນດາບໍລິສັດຜະລິດຂອງອາເມລິກາຕໍ່ຫນ້າກຳລັງດັນຈາກບັນດາບໍລິສັດຜະລິດຂອງຕ່າງປະເທດຢູ່ໃນຕະຫລາດອາເມລິກາເອງ. ອາເມລິກາ ແມ່ນປະເທດນຳເຂົ້າເຫລັກກ້າໃຫຍ່ສຸດຂອງໂລກ ດ້ວຍປະລິມານການນຳເຂົ້າສູງທົບ 4 ເທົ່າເມື່ອທຽບໃສ່ການສົ່ງອອກ, ໃນຂະນະນັ້ນ ປະລິມານນຳເຂົ້າ ອາລູມີນຽມ ທົບ 5 ເທົ່າເມື່ອທຽບໃສ່ຈຳນວນທີ່ຜະລິດຢູ່ ອາເມລິກາ ໃນປີ 2016. ທ່ານ Wilbur Ross ລັດຖະມົນຕີກະຊວງການຄ້າ ອາເມລິກາ ຖືວ່າ ບັນດາການເຈລະຈາກັບ ອີຢູ ບໍ່ບັນລຸໄດ້ຂໍ້ຕົກລົງໃດທີ່ສົມເຫດສົມຜົນ ເພື່ອແນໃສ້ເກ້ຍກອ່ມ ວໍຊີງຕັນ ສືບຕໍ່ຍົກເວັ້ນບັນດາລະດັບອັດຕາພາສີສຳລັບ ເອີລົບ. ອາເມລິກາ ມີຄວາມມຸ່ງຫວັງສືບຕໍ່ເຈລະຈາກັບ ອີຢູ ເພາະວ່າ ຍັງມີບັນຫາຄົງຕົວຫລາຍຢ່າງຄວນແກ້ໄຂ.

ຄວາມຈິງ ຄວາມບໍ່ລົງລອຍກັນດ້ານການຄ້າ ລະຫວ່າງ ອາເມລິກາ ແລະ ອີຢູ ບໍ່ພຽງແຕ່ແມ່ນເລື່ອງກ່ຽວຂ້ອງເຖິງຜະລິດຕະພັນເຫລັກກ້າ ແລະ ອາລູມີນຽມເທົ່ານັ້ນ. ປີກາຍນີ້ ອີຢູ ສົ່ງອອກຜະລິດຕະພັນເຫລັກກ້າ ແລະ ອາລູມີນຽມ ໄປຍັງຕະຫລາດ ອາເມລິກາ ດ້ວຍລາຄາພຽງ 6 ຕື້ USD, ໃນຂະນະນັ້ນ ຍອດວົງເງິນສົ່ງອອກຂອງ ອີຢູ ໄປຍັງ ອາເມລິກາ ແມ່ນຫລາຍກວ່າ 300 ຕື້ USD, ໝາຍຄວາມວ່າ ອັດຕາສ່ວນຂອງຜະລິດຕະພັນເຫລັກກ້າ ແລະ ອາລູມີນຽມຂອງ ອີຢູ ໃນການຂາດດຸ່ນການຄ້າຂອງ ອາເມລິກາ ກັບ ອີຢູ ພຽງແມ່ນຈຳນວນຫນ້ອຍ. ຈາກນັ້ນ ອາດຈະເຫັນໄດ້ວ່າ ເລື່ອງໝູນໃຊ້ບັນດາມາດຕະການອາລັກຂາການຄ້າຂອງອຳນາດການປົກຄອງ D.Trump ເພື່ອແນໃສ່ຜະລິດຕະພັນເຫລັກກ້າ ແລະ ອາລູມີນຽມ ຂອງ ອີຢູ ສົ່ງອອກໄປຍັງຕະຫລາດ ອາເມລິກາ ພຽງແຕ່ແມ່ນຂໍ້ອ້າງເທົ່ານັ້ນ. ທ່ານ D.Trump ພຽງແຕ່ຢາກສະແດງໃຫ້ເຫັນສິ່ງດັ່ງກ່າວເພື່ອໃຫ້ປະຊາຊົນ ອາເມລິກາ ເຫັນໄດ້ວ່າ ຕົນເອງ ມີທ່າທີເຂັ້ມງວດ ແລະ ຢຶດໝັ້ນຄືແນວໃດ ສຳລັບການປະຕິບັດຄຳຂວັນ “ປະເທດອາເມລິກາເຫນືອກວ່າສິ່ງໃດໝົດ”.

ຜົນສະທ້ອນຫຍໍ້ທໍ້ຕໍ່ຄວາມເສລີດ້ານການຄ້າ

        ຕາມ ອີຢູແລ້ວ, ຂໍ້ຕົກລົງຈັດວາງອັດຕາພາສາຂອງອາເມລິກາ ແມ່ນ ການ ອາເມລິການປິ່ນຫຼັງສູ່ກັບບັນດາຄູ່ຮ່ວມມືໃກ້ຊິດຂອງອາເມລິກາ. ຕໍ່ໜ້າການກະທຳຂອງອາເມລິກາ, ອີຢູບໍ່ມີມາດຕະການໃດ ນອກຈາກເລື່ອງຕ້ອງປົກປ້ອງບັນດາຂະແໜງອຸດສາຫະກຳ, ວຽກເຮັດງານທຳ ແລະ ຜົນປະໂຫຍດຂອງກຸ່ມ. ທ່ານ Jean Cleade Juncker  ປະທານຄະນະກຳມະການເອີຣົບ ( EC)  ໄດ້ຖະແຫຼງວ່າ ອີຢູ ຈະນຳການໂຕ້ຖຽງດ້ານການຄ້າດັ່ງກ່າວເຖິງອົງການການຄ້າໂລກ (WTO) ແລະ ມີບັນດາມາດຕະການໂຕ້ຕອບຄ້າຍຄືກັນ ແລະ ສອດຄ່ອງກັບຂໍ້ກຳນົດຂອງ WTO. ຕາມວົງການນັກໄຈ້ແຍກແລ້ວ, ທ່ານ Donal Trump ອາດຈະເມີນເສີຍ ຫຼື ຊ້ຳບໍ່ໜຳ ຈະຖອນຕົວອອກຈາກອົງການ WTO. ເຖິງຢ່າງໃດກໍຕາມ, ສິ່ງທີ່ໜ້າວິຕົກກັງວົນກວ່າ ນັ້ນແມ່ນ ມັນອາດຈະກໍ່ໃຫ້ເກີດປະຕິກິລິຍາຄ້າຍຄືກັນ ເມື່ອບັນດາປະເທດລ້ວນແຕ່ ອ້າງເຫດຜົນຄວາມໝັ້ນຄົງແຫ່ງຊາດ ເພື່ອເປີດສາກບັນດາມາດຕະການດ້ານການຄ້າ.

        ຊ້ຳບໍ່ໜຳ ບັນດາຄວາມເຄັ່ງຕຶງດ້ານເສດຖະກິດໃນປັດຈຸບັນລະຫວ່າງອາເມລິກາ ແລະ ເອີຣົບ ຈະບໍ່ພຽງແຕ່ຢຸດຢູ່ພຽງເທົ່ານີ້ ແຕ່ຈະກາຍເປັນສົງຄາມເສດຖະກິດຮອບດ້ານໃນອະນາຄົດອັນໃກ້ນີ້.

        ຢູ່ອາເມລິກາ, ເລື່ອງຈັດວາງອັດຕາພາສີໃໝ່ ຈະບໍ່ສາມາດປົກປ້ອງໄດ້ຜົນປະໂຫຍດ ແລະ ວຽກເຮັດງານທຳໃຫ້ແກ່ປະເທດນີ້ ຄືດັ່ງເປົ້າໝາຍຂອງທ່ານ Donal Trump ເຊິ່ງພຽງແຕ່ເພີ່ມລາຄາສິນຄ້າຂຶ້ນ ແລະ ເປົ້າໝາຍຖືກຮັບຜົນສະທ້ອນ ແມ່ນຜູ້ບໍລິໂພກອຸປະໂພກ, ພ້ອມກັນນັ້ນ, ເສດຖະກິດອາເມລິກາ, ອີຢູ ກໍຄືເສດຖະກິດໂລກ ກໍຈະຖືກຮັບຜົນສະທ້ອນຄືກັນ. ການນຳຂອງບັນດາວິສາຫະກິດໃນຂະແໜງພະລັງງານຂອງອາເມລິກາຫຼາຍທ່ານ ກໍ່ມີຄວາມວິຕົກກັງວົນຕໍ່ເລື່ອງຍົກອັດຕາພາສີນີ້ ຈະ “ມ້າງເພ” ຫຼາຍໂຄງການທໍ່ສົ່ງນ້ຳມັນ, ຮ້ານເຈາະນ້ຳມັນ, ກໍຄືບັນດາໂຮງງານກັ່ນຕອງນ້ຳມັນແຫ່ງໃໝ່ …ໃນໄລຍະຈະມາເຖິງ.

        ພາຍຫຼັງການຕັດສິນໃຈ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍອີຣານຂອງອາເມລິກາຫວ່າງແລ້ວນີ້, ເຊິ່ງແມ່ນຂໍ້ຕົກລົງສະບັບໜຶ່ງ ທີ່ອີຢູສະໜັບສະໜູນທີ່ສຸດ, ເລື່ອງວໍຊິງຕັນຂຶ້ນອັດຕາສີສຳລັບປະເພດສິນຄ້າເຫຼັກກ້າ, ອາລູມີນຽມ ທີ່ນຳເຂົ້າຈາກອີຢູ ໄດ້ຍູ້ໃຫ້ອີຢູ ແລະ ອາເມລິການັບມື້ນັບຫ່າງກັນ. ອາດເວົ້າໄດ້ວ່າ ການພົວພັນສຳພັນທະມິດລະຫວ່າງອາເມລິກາ - ອີຢູ ພວມຕົກຢູ່ໃນໄລຍະຮ້າຍແຮງທີ່ສຸດໃນຫຼາຍປີມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ