(vovworld) - ໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ພວມໄດ້ຮັບເອົາຄວາມຫັນຈາກປະຊາຊົນທຸກຊັ້ນວັນນະ. ບັນດາເນື້ອໃນໄດ້ຮັບຄວາມສົນໃຈຈາກຜູ້ມີດສິດເລືອກຕັ້ງເປັນຈຳນວນຫລວງຫລາຍ ໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແມ່ນການກຳນົດກ່ຽວກັບເສດຖະກິດ, ສິ່ງແວດລ້ອມ, ກຳມະສິດກ່ຽວກັບທີ່ດິນ.
ຫນຶ່ງໃນບັນດາເນື້ອໃນທີ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກຫາງສຽງ ນັ້ນແມ່ນການກຳນົດກ່ຽວກັບບັນດາພາກສ່ວນເສດຖະກິດ. ໃນຊຸມປີຜ່ານມາ, ພື້ນຖານເສດຖະກິດແຫ່ງລັດພາຍໃນປະເທດ ປະສົບກັບຄວາມຫຍຸ້ງຍາກ, ເສດຖະກິດພາກເອກະຊົນ ແລະ ບັນດາພາກສ່ວນເສດຖະກິດອື່ນພັດທະນາຢ່າງແຂງແຮງ, ປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ພື້ນຖານເສດຖະກິດ. ສະນັ້ນ ເລື່ອງ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ກຳນົດບັນດາພາກສ່ວນເສດຖະກິດສະເໝີກັນໃນກອບກົດໝາຍ ຈະສ້າງການຫັນປ່ຽນດີກວ່າໃຫ້ແກ່ປະເທດຊາດ, ສ້າງຊັບສິນ, ວຽກເຮັດງານທຳ, ປະກອບເຂົ້າງົບປະມານໄດ້ຫລາຍກວ່າ. ຮອງສາສະດາຈານ, ດຣ ດີງຢູ໋ງຊີ້, ຫົວຫນ້າກົມນິຕິກຳ, ຫ້ອງວ່າການລັດຖະບານ ຖືວ່າ: ການກຳນົດຄືແນວນັ້ນ ກໍເໝາະສົມກັບທັດສະນະຂອງພັກ ຊື່ງໄດ້ລະບຸໄວ້ໃນໂຄງການການເມືອງປີ 2011 ແລະ ເອກະສານກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ.
“ໃນທັດສະນະຂອງພັກ, ນັບທັງໂຄງການການເມືອງ ແລະ ແນວທາງພັດທະນາເສດຖະກິດສັງຄົມຂອງພັກ, ໃນບັນດາມະຕິ ແລະ ເອກະສານກອງປະຊຸມໃຫຍ່ຂອງພັກຄັ້ງທີ 11 ລ້ວນແຕ່ຮັບຮູ້ການຄົງຕົວຍາວນານພ້ອມກັນພັດທະນາ ແລະ ສະເໝີພາບຂອງບັນດາພາກສ່ວນເສດຖະກິດ. ຊ້ຳບໍ່ໜຳ ໃນມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ຍັງຢືນຢັນ: ເສດຖະກິດພາກເອກະຊົນ ແມ່ນກຳລັງຫນູນຂອງພື້ນຖານເສດຖະກິດ. ກ່ຽວກັບດ້ານຫລັກການ ບໍ່ມີການຈຳກັດກ່ຽວກັບການຈຳແນກ, ບໍ່ມີສະພາບຂາດຄວາມສະເໝີພາບຈາກທັດສະນະຕະຫລອດຮອດກົນໄກ, ນະໂຍບາຍດ້ານກົດໝາຍ. ທຸກພາກສ່ວນເສດຖະກິດລ້ວນແຕ່ສະເໝີພາບ ພ້ອມກັນພັດທະນາໃນໂຄງປະກອບເສດຖະກິດຂອງ ຫວຽດນາມ.”
ລັດຖະທຳມະນູນປີ 1992
ພາບ: internet
|
ກ່ຽວກັບກຳມະສິດທີ່ດິນໂດຍໄດ້ຮັບການກຳນົດໃນ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ມີຫລາຍຄຳເຫັນຖືວ່າ : ການກຳນົດລະບອບກຳມະສິດຂອງທົ່ວປວງຊົນກ່ຽວກັບທີ່ດິນ ແມ່ນສອດຄ່ອງກັບຄວາມຮຽກຮ້ອງພັດທະນາເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ ຢູ່ ຫວຽດນາມ. ລັດ ດ້ວຍຖານະແມ່ນຜູ້ຕາງຫນ້າກຳມະສິດກ່ຽວກັບທີ່ດິນໃຫ້ແກ່ທ່ົວປວງຊົນ, ຕາງຫນ້າທົ່ວປວງຊົນຄຸ້ມຄອງ ແລະ ຈັດສັນທີ່ດິນ, ຮັບປະກັນການຈັດແບ່ງທີ່ດິນໃຫ້ເໝາະສົມກັບກຳມະສິດຂອງທົ່ວປວງຊົນ. ການກຳນົດລະບອບກຳມະສິດທີ່ດິນທົ່ວປວງຊົນ ກໍເປັນການຮັບຮູ້ໝາກຜົນການປະຕິວັດກ່ຽວກັບທີ່ດິນຂອງປະເທດຫວຽດນາມ, ສອດຄອ່ງກັບປະຫວັດສາດແຫ່ງການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາເອກະລາດອະທິປະໄຕ. ກ່ຽວກັບການສ້າງການກຳນົດລະບອບກຳມະສິດທີ່ດິນທົ່ວປວງຊົນ ປະກອບສ່ວນເຂົ້າໃນການຮັກສາການພົວພັນທີ່ດິນເປັນປົກກະຕິ, ຫລີກລ້ຽງສະພາບເກີດຄວາມສັບສົນບໍ່ຈຳເປັນ ແລະ ຮັກສາຄວາມໝັ້ນຄົງດ້ານການເມືອງ, ສັງຄົມ, ແມ່ນປະຖົມປັດໃຈສຳຄັນເພື່ອພັດທະນາປະເທດຊາດ. ປະລິນຍາໂທ ເລຢວຽນຮ່າ, ຮອງຫົວຫນ້າພະແນກລັດ ແລະ ນິຕິກຳ, ໂຮງຮຽນການເມືອງການປົກຄອງແຂວງ ດັກລັກ ປະກອບຄຳເຫັນວ່າ:
“ຂ້າພະເຈົ້າຖືວ່າ ການກຳນົດກຳມະສິດທີ່ດິນ ຂຶ້ນກັບກຳມະສິດທົ່ວປວງຊົນ ແມ່ນເໝາະສົມ ແລະ ລັດ ແມ່ນຜູ້ຕາງຫນ້າຂອງເຈົ້າຂອງກຳມະສິດ. ເຖິງຢ່າງໃດກໍຕາມ, ກຳມະສິດຂອງທົ່ວປວງຊົນ ແມ່ນກຳມະສິດຂອງປະຊາຊົນທຸກຄົນ, ເມື່ອສ້າງກົນໄກເພື່ອປະຕິບັດສິດດັ່ງກ່າວຕ້ອງປະຕິບັດຄືແນວໃດ. ”
ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ກໍປະກອບສ່ວນຍົກສູງຄວາມຮັບຜິດຊອບຂອງສ່ວນບຸກຄົນ, ວິສາຫະກິດ ໃນການປົກປັກຮັກສາສິ່ງແວດລ້ອມຕໍ່ຫນ້າສະພາບມົນລະພິດສິ່ງແວດລ້ອມພວມຮ້າຍແຮງ. ການກຳນົດໃນ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ບໍ່ພຽງແຕ່ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນເທົ່ານັ້ນ ຫາກຍັງເຮັດໃຫ້ອົງການຈັດຕັ້ງ, ວິສາຫະກິດ ຕ້ອງມີພັນທະປະກອບສ່ວນ, ຮັກສາຄວາມໂປ່ງໃສຂອງສິ່ງແວດລ້ອມ. ທ່ານນາງ ຟ້າມທິຮ່າ ພະນັກງານອອກກິນເບ້ຍບຳນານຢູ່ນະຄອນ ອຽນບາຍ ເວົ້າວ່າ:
“ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຊີ້ແຈງ ມະນຸດມີສິດດຳລົງຊີວິດໃນສິ່ງແວດລ້ອມທີ່ໂປ່ງໃສ ແລະ ກຳນົດສິດ ແລະ ພັນທະຂອງສັງຄົມຢ່າງຈະແຈ້ງກໍຄືຂອງພົນລະເມືອງແຕ່ລະຄົນໃນການປົກປັກຮັກສາສິ່ງແວດລ້ອມ. ຂ້າພະເຈົ້າເຫັນວ່າ ນີ້ແມ່ນຈຸດໃຫມ່ ແລະ ໃກ້ຊິດຕິດແທດກັບສະພາບສິ່ງແວດລ້ອມພວມນັບມື້ນັບຖືກມົນລະພິດ.”
ເລື່ອງປັບປຸງ ຫລືເພີ່ມເຕີມບັນດາຂໍ້ກຳນົດໃຫມ່ກ່ຽວຂ້ອງເຖິງເນື້ອໃນກ່ຽວກັບເສດຖະກິດ, ສິ່ງແວດລ້ອມ, ທີ່ດິນໃນ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ພວມໄດ້ຮັບຄວາມສົນໃຈຢ່າງຕັ້ງຫນ້າຈາກປະຊາຊົນ. ສິ່ງດັ່ງກ່າວໃຫ້ເຫັນວ່າ ຄວາມມຸ້ງຫວັງ, ຄວາມເອົາໃຈໃສ່ຂອງປະຊາຊົນກ່ຽວກັບບັນດາເນື້ອໃນຂອງ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ພ້ອມທັງສະແດງໃຫ້ເຫັນວ່າ ເອກະສານສຳຄັນສະບັບນີ້ ແມ່ນຮັບປະກັນສິດຜົນປະໂຫຍດຂອງປະຊາຊົນ.