(vovworld) - ຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ ຂອງ ຫວຽດນາມ ພວມໃນວິວັດການຮັບເອົາຄວາມເຫັນຂອງປະຊາຊົນໃນທົ່ວປະເທດກ່ຽວກັບບັນດາເນື້ອໃນສຳຄັນຄື: ລະບອບການເມືອງ, ສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ການປົກປັກຮັກສາປະເທດຊາດ, ກົງຈັກລັດ ແລະ ຜົນສັກສິດຂອງລັດຖະທຳມະນູນ…ວິວັດການຮັບເອົາຄວາມເຫັນຂອງປະຊາຊົນດ້ວຍຫລາຍຮູບການ ແລະ ແກ່ຍາວໃນເວລາ 3 ເດືອນ ແມ່ນວຽກງານຈຳເປັນທີ່ສຸດ ແລະ ມີຄວາມໝາຍຢ່າງແທ້ຈິງ ເພື່ອໃຫ້ປະຊາຊົນຢືນຢັນສິດຂອງຕົນໃນການເຂົ້າຮ່ວມສ້າງ ລັດຖະທຳມະນູນ.
ກອງປະຊຸມທົ່ວປະເທດກ່ຽວກັບການຜັນຂະຫຍາຍຮັບເອົາຄວາມເຫັນຂອງ
ປຊຊ ປະກອບໃຫ້ລັດຖະທຳມະນູນປີ 1992
ພາບ: internet
|
ກ່ອນທີ່ດຳເນີນວິວັດການຮັບເອົາຄວາມເຫັນຂອງປະຊາຊົນກ່ຽວກັບຮ່າງ ລັດຖະທຳມະນູນ ປີ 1992 ສະບັບປັບປຸງ , ມະຕິກ່ຽວກັບເລື່ອງຮັບເອົາຄວາມເຫັນຂອງປະຊາຊົນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຮັບການຮັບຮອງເອົາໃນກອງປະຊຸມສະໄຫມສາມັນເທື່ອທີ່ 4 ສະພາແຫ່ງຊາດ ຫວຽດນາມຊຸດທີ 13 ເມື່ອເດືອນ 10/2012 ຜ່ານມາ ໂດຍຢືນຢັນວ່າ: ເລື່ອງຮັບເອົາຄວາມເຫັນຂອງປະຊາຊົນເພື່ອເສີມຂະຫຍາຍສິດເປັນເຈົ້າ, ລະດົມພູມປັນຍາ, ຄວາມສຸດຈິດສຸດໃຈຂອງປະຊາຊົນ ແລະ ສ້າງຄວາມເຫັນດີເຫັນພ້ອມຂອງປະຊາຊົນໃນການສ້າງລັດຖະທຳມະນູນ ເພື່ອໃຫ້ລັດຖະທຳມະນູນ ສະແດງໄດ້ເຈດຈຳນົງ, ຄວາມມຸ້ງມາດປາດຖະຫນາຂອງປະຊາຊົນ. ພາຍຫລັງມະຕິສະບັບດັ່ງກ່າວໄດ້ຮັບການປະກາດໃຊ້, ຫາງສຽງຕີລາຄາສູງການເຄື່ອນໄຫວຮັບເອົາຄວາມເຫັນຂອງປະຊາຊົນຕໍ່ການປັບປຸງລັດຖະທຳມະນູນຄັ້ງນີ້. ທ່ານ ດີງກົງສີ (Đinh Công Sỹ), ສະມາຊິກສະພາແຫ່ງຊາດ ແຂວງ ເຊີນລາ ຢືນຢັນວ່າ:
“ເລື່ອງຮັບເອົາຄວາມເຫັນຂອງປະຊາຊົນທີ່ປະກອບໃຫ້ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສຳຄັນຍິ່ງ. ເພາະວ່າ ເລື່ອງຮັບເອົາຄວາມເຫັນແມ່ນການປະຕິບັດສິດເປັນເຈົ້າໂດຍກົງຂອງປະຊາຊົນ ແລະ ປະຊາຊົນສາມາດສະແດງທັດສະນະ, ຄວາມມຸ້ງມາດປາດຖະຫນາ ກໍຄືຄວາມຫວັງຂອງຕົນເຂົ້າໃນບັນຫາໃຫຍ່ທີ່ລະບຸໄວ້ໃນລັດຖະທຳມະນູນ.”
ໃນຫນັງສືສະເຫນີທີ່ກອງປະຊຸມຄັ້ງທີ 4 ຂອງສະພາແຫ່ງຊາດຊຸດທີ 13, ຄະນະກຳມະການກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ເນັ້ນຫນັກວ່າ: ການປັບປຸງລັດຖະທຳມະນູນ ແມ່ນວຽກງານສຳຄັນຍິ່ງຂອງປະເທດຊາດ. ປະຊາຊົນມີບົດບາດສຳຄັນທີ່ສຸດໃນການສ້າງລັດຖະທຳມະນູນ ແລະ ປັບປຸງລັດຖະທຳມະນູນ. ເລື່ອງຮັບເອົາຄວາມເຫັນຂອງປະຊາຊົນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ເພື່ອຍົກສູງຄວາມຮັບຮູ້ ແລະ ສະຕິຄວາມຮັບຜິດຊອບຂອງແຕ່ລະສ່ວນບຸກຄົນ, ອົງການຈັດຕັ້ງທີ່ມີຕໍ່ລັດຖະທຳມະນູນ ແລະ ການປະຕິບັດລັດຖະທຳມະນູນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ: ໃນຊຸມວັນນີ້, ໃນຂະນະທີ່ປະຊາຊົນທົ່ວປະເທດພວມຕັ້ງຫນ້າປະຕິບັດສິດ ແລະ ພັນທະຂອງຕົນ, ປະກອບຄຳຄິດຄຳເຫັນດ້ວຍຫລາຍຮູບການ, ຜ່ານພາຫະນະສື່ມວນຊົນຕ່າງໆ ກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ທ່ານ ຫງວຽນທ້ວນ, ຮອງປະທານສະມາຄົມທະນາຍຄວາມນະຄອນ ດາຫນັງ ໃຫ້ຮູ້ວ່າ:
“ເລື່ອງຜັນຂະຫຍາຍການຮັບເອົາຄວາມເຫັນຂອງປະຊາຊົນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແມ່ນການເຄື່ອນໄຫວຊຶ່ງພະນັກງານຂອງລັດ ແລະ ປະຊາຊົນທຸກຊັ້ນວັນນະມີຄວາມເອົາໃຈໃສ່ທີ່ສຸດ. ເພາະວ່າ ເຂົາເຈົ້າປາດຖະຫນາຢາກປ່ຽນໃຫມ່ປະເທດຊາດຢ່າງລະອຽດ ກ່ອນອື່ນໝົດຕ້ອງຜ່ານລັດຖະທຳມະນູນ. ເລື່ອງຍົກລັດຖະທຳມະນູນອອກມາໃຫ້ທົ່ວປວງຊົນປະກອບຄຳເຫັນ ແມ່ນສອດຄ່ອງກັບທ່າອ່ຽງຂອງໂລກ. ”
ມະຕິຂອງກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 11 ເມື່ອເດືອນ 7/2011 ໄດ້ຮັບຮູ້ຢ່າງຈະແຈ້ງວ່າ: “ປັບປຸງ, ເພີ່ມເຕີມລັດຖະທຳມະນູນ ແມ່ນວຽກງານສຳຄັນຍິ່ງທີ່ໄດ້ຮັບການປະຕິບັດຢ່າງແຫນ້ນແຟ້ນ, ວິທະຍາສາດ ພາຍໃຕ້ການນຳພາຂອງພັກ; ລະດົມການເຂົ້າຮ່ວມຂອງບັນດາຜູ້ຊ່ຽວຊານ, ນັກວິທະຍາສາດ ແລະ ຮັບເອົາຄວາມເຫັນຢ່າງກ້ວາງຂວາງຈາກປະຊາຊົນທຸກຊັ້ນວັນນະ. ເປັນອັນວ່າ ທັງລະບົບການເມືອງຂອງ ຫວຽດນາມ ລ້ວນແຕ່ຕີລາຄາສູງບົດບາດສຳຄັນພິເສດຂອງປະຊາຊົນໃນການປັບປຸງ, ເພີ່ມເຕີມລັດຖະທຳມະນູນ. ຄວາມຈິງໃນປະຫວັດຊາດແຫ່ງການສ້າງລັດຖະທຳມະນູນ ຫວຽດນາມ, ລັດຖະທຳມະນູນປີ 1959, 1980, 1992 ແລະ ປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງລັດຖະທຳມະນູນປີ 1992 (ເມື່ອປີ 2011) ລ້ວນແຕ່ໄດ້ຮັບຄວາມເຫັນປະກອບຂອງປະຊາຊົນໃນວິວັດການປັບປຸງ. ສະນັ້ນ ເລື່ອງຮັບເອົາຄວາມເຫັນຂອງປະຊາຊົນເພື່ອປັບປຸງ, ເພີ່ມເຕີມລັດຖະທຳມະນູນ ຢູ່ ຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ ແມ່ນວຽກງານປົກກະຕິ, ຖືກຕ້ອງກັບກົດໝາຍ. ພຶດຕິກຳຕົວຈິງໃຫ້ເຫັນວ່າ, ຫວຽດນາມ ໄດ້ຜ່ານການປັບປຸງ, ເພີ່ມເຕີມລັດຖະທຳມະນູນເປັນ 4 ຄັ້ງແລ້ວ ແລະ ທັງ 4 ຄັ້ງນັ້ນ ລ້ວນແຕ່ບັນລຸໄດ້ໝາກຜົນອັນດີງາມ. ລັດຖະທຳມະນູນສະບັບດັ່ງກ່າວໄດ້ປະກອບສ່ວນເປັນເຂັມຊີ້ທິດ, ແມ່ນກອບກົດໝາຍພື້ນຖານເພື່ອໃຫ້ລັດ ຫວຽດນາມ ພັດທະນາຕາມຄາດໝາຍທີ່ວາງອອກ ແມ່ນລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.
ການຮັບເອົາຄວາມເຫັນຂອງປະຊາຊົນກ່ຽວກັບຮ່າງລັດຖະທຳມະນູນສະບັບປັບປຸງ ຄັ້ງນີ້, ມະຕິກອງປະຊຸມເທື່ອທີ 4 ສະພາແຫ່ງຊາດ ຊຸດທີ 13 ໄດ້ຮຽກຮ້ອງໃຫ້ທຸກຂັ້ນ, ຂະແຫນງການຕ່າງ ແລະ ບັນດາທ້ອງຖິ່ນໃນທົ່ວປະເທດ ຈັດຕັ້ງການຮັບເອົາຄວາມເຫັນຂອງປະຊາຊົນດ້ວຍຫລາຍຮູບການເໝາະສົມ, ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນທຸກຊັ້ນວັນນະຢູ່ພາຍໃນ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມການສ້າງລັດຖະທຳມະນູນ. ຄຳຄິດຄຳເຫັນທີ່ປະຊາຊົນປະກອບນັ້ນ ຕ້ອງໄດ້ຮຽບຮຽງ, ສະຫລຸບຢ່າງຄົບຖ້ວນ, ຊັດເຈນ, ຕ້ອງຄົ້ນຄ້ວາເກັບກຳຢ່າງເຂັ້ມງວດ ເພື່ອຍົກສູງຄຸນນະພາບ ແລະ ສ້າງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໃຫ້ສົມບູນແບບ. ເປັນອັນວ່າ ການຮັບເອົາຄວາມເຫັນຂອງປະຊາຊົນເພື່ອປັບປຸງລັດຖະທຳມະນູນ ໄດ້ ແລະ ພວມປະຕິບັດໃນພຶດຕິກຳຕົວຈິງ ແລະ ກາຍເປັນບັ້ນດຳເນີນຊີວິດການເມືອງຂອງປະຊາຊົນ ຢ່າງແທດຈ້ງ, ມີປະສິດທິຜົນ ແລະ ກວ້າງຂວາງໃນທົ່ວປະເທດ.