ເດືອນກິນເຈ Ramadan ຊຶ່ງແມ່ນເທດສະການທີ່ສຳຄັນທີ່ສຸດຂອງຊາວມຸດສະລິມຈຳນວນ 1,2 ຕື້ຄົນ ຫາກໍສິ້ນສຸດລົງໃນທົ່ວໂລກ. ກົງກັນຂ້າມກັບຫຼັກການຂອງພິທີກຳ ແມ່ນໃນຊວງເວລານີ້, ທຸກໆຄົນພ້ອມກັນພາວະນາ ແລະ ມຸ່ງໄປສູ່ຄວາມສຸດຈະລິດນັ້ນ, ແຕ່ຢູ່ຫຼາຍປະເທດໃນໂລກໃນປະຈຸບັນ, ການປະທະກັນທີ່ນອງເລືອດ, ການໃຊ້ຄວາມຮຸນແຮງປີນຂັ້ນໄດ ໄດ້ກາຍເປັນເງົາມືດປົກຄຸມບັນຍາກາດດຳເນີນພິທີກຳທີ່ສັກສິດນີ້ ແລະ ບໍ່ສາມາດນຳມາຊຶ່ງຄວາມໝາຍຢ່າງເຕັມສ່ວນໃຫ້ແກ່ຊາວມຸດສະລິມ.
ເທດສະການ Ramadan ຊອງຊາວມຸດສະລິມປີ 2012
(ພາບ: internet)
|
Ramadan ຕາມພາສາອາຣັບ ແມ່ນຊື່ຂອງເດືອນທີ່ 9 ຕາມປະຕິທິນ ຂອງຊາວມຸດສະລິມ. ເດືອນ Ramadan ຕາມຄິດທະສັກກະຫຼາດ ແມ່ນຖືກປ່ຽນແປງໃນແຕ່ລະປີ, ໂດຍບໍ່ມີມື້ເປັນເອກະພາບ. ມີຫຼາຍຄົນເອີ້ນ Ramadan ຢ່າງງ່າຍດາຍວ່າແມ່ນ “ ເດືອນອົດອາຫານ ” ຫຼື “ເດືອນກິນເຈ ” . ການເຄື່ອນໄຫວນີ້ແມ່ນມີຄວາມໝາຍສະແດງໃຫ້ເຫັນຄວາມເຫັນໃຈກັບບັນດາຜູ້ອຶດຫິວ, ທຸກຍາກຂາດເຂີນ. ແຕ່ໃນເວລາດຳເນີນເທດສະ ການ Ramadan ປີນີ້, ການປະທະກັນ ແລະ ການໃຊ້ຄວາມຮຸນແຮງພວມນັບມື້ນັບເພີ່ມທະວີຂຶ້ນຢູ່ບັນດາປະເທດທີ່ມີປະຊາຊົນເຊື່ອຖືສາສະໜາອິດສະລາມເປັນຈຳນວນຫຼວງຫຼາຍຄື ຊີຣີ, ອີຣັກ, ລີບັງ, ອາບການິສະຖານ… ຊຶ່ງໄດ້ ແລະ ພວມເປັນໄພນາບຂູ່ຕໍ່ຄວາມສະຫງົບປອດໄພໃນພາກພື້ນ ແລະ ເຮັດໃຫ້ປະຊາຊົນຕົກສະທ້ານຢ້ານກົວ.
ເທດສະການ Ramadan ປີນີ້ແມ່ນພິທີກຳທີ່ 2 ນັບຕັ້ງແຕ່ຂະບວນການ “ ລະດູບານໃໝ່ອາຣັບ ” ລະເບີດຂຶ້ນຢູ່ພາກພື້ນຕາເວັນອອກກາງ. ຢູ່ປະເທດ ອີຣັກ, ຕາມຂໍ້ມູນຈາກອົງການປ້ອງກັນຄວາມສະຫງົບ ແລະ ສາທາລະນະສຸກຂອງປະເທດນີ້ແລ້ວ,ໃນ ເດືອນກິນເຈ Ramadan ຂອງ ຊາວມຸດສະລິມ, ໄດ້ເກີດມີການໃຊ້ຄວາມຮຸນແຮງຫຼາຍຄັ້ງ, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດກ່ວາ 400 ຄົນ ແລະ ເກືອບ 1000 ຄົນໄດ້ຮັບບາດເຈັບ. ແລະ ກໍໃນຊວງເວລາດຳເນີນເທດສະການ, ມີ 2 ວັນໄດ້ເກີດການໃຊ້ຄວາມຮຸນແຮງທີ່ນອງເລືອດທີ່ສຸດ ນັ້ນແມ່ນໃນວັນທີ 23/7 ເຮັດໃຫ້ມີຜູ້ເສຍຊີວິດກ່ວາ 113 ຄົນ ແລະ ໃນວັນທີ 16/8 ເຮັດໃຫ້ມີຜູ້ເສຍຊີວິດກ່ວາ 80 ຄົນ ແລະ ນັບຮ້ອຍຄົນໄດ້ຮັບບາດເຈັບ ແລະ ນີ້ກໍແມ່ນຊວງເວລາທີ່ນອງເລືອດທີ່ສຸດໃນໄລຍະ 2 ປີຜ່ານມາຢູ່ປະເທດນີ້. ບັນດາກໍລະນີໃຊ້ຄວາມຮຸນແຮງໃນ ເດືອນ Ramadan ນັ້ນ, ຕົ້ນຕໍແມ່ນພວກກໍ່ການຮ້າຍຫົວຮຸນແຮງທີ່ມີການພົວພັນກັບເຄື່ອຂ່າຍກໍ່ການຮ້າຍ Al – Qeada ກໍ່ຂຶ້ນ.
ສ່ວນຢູ່ປະເທດ ຊີຣີ, ການປະທະກັນທີ່ແກ່ຍາວເກືອບ 17 ເດືອນທີ່ຜ່ານມາ ໄດ້ປີນຂັ້ນໄດຈົນຂັ້ນທີ່ເປັນອັນຕາລາຍທີ່ສຸດ ຂະນະທີ່ການປະທະກັນຢ່າງດຸເດືອດລະຫວ່າງກອງທັບລັດຖະບານ ກັບຝ່າຍຄ້ານໄດ້ເກີດຂຶ້ນໃນທົ່ວປະເທດ. ໂດຍບໍ່ຫົວຊາຕໍ່ເທດສະການທີ່ສັກສິດ, ການສູ້ຮົບຍັງຄົງເກີດຂຶ້ນຢ່າງດຸເດືອດໃນທົ່ວເຂດດິນແດນຂອງຊີຣີ. ສະເພາະໃນພິທີກຳ Eid al – Fitr ເມື່ອວັນທີ 19/8 ໄດ້ມີຜູ້ເສຍຊີວິດຢ່າງໜ້ອຍ 60 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ເສຍຊີວິດນັບແຕ່ເວລາເກີດວິກິດການມາຮອດປະຈຸບັນ ຂຶ້ນເຖິງ 23.000 ຄົນ. ຂະບວນຄົນຫຼົບໄພຊາວ ຊີຮີ ທີ່ພວມຟ້າວຟັງແລ່ນໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງພວມເພີ່ມຂຶ້ນຢ່າງວອງໄວ. ໄລ່ມາຮອດປະຈຸບັນ ໄດ້ມີຊາວຊີຣີລວມທັງໝົດ 70.000 ຄົນ ຕ້ອງປະລະເຮືອນຊານໄປຫຼົບໄພຢູ່ບັນດາປະເທດບ້ານໃກ້ເຮືອນຄຽງ. ປະຈຸບັນ, ທຸກໆຄວາມມານະພະຍາຍາມເພື່ອກອບກູ້ໃຫ້ແກ່ສັນຕິພາບຢູ່ ຊີຣີ ພວມຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກ. ໃນ 2 ມື້ທີ່ຜ່ານມາ, ບັນດາລົດຂົນສົ່ງເຈົ້າໜ້າທີຄົນສຸດທ້າຍຂອງຄະນະນັກສັງເກດການ ສ.ປ.ຊ ປະຈຳຊີຣີ ໄດ້ເດີນທາງອອກ ຈາກ Damacus , ຢຸດຕິພາລະກຳຢູ່ປະເທດນີ້ ພາຍຫຼັງ 4 ເດືອນທຳການເຄື່ອນໄຫວ ແຕ່ບໍ່ສາມາດນຳມາເຊິ່ງໝາກຜົນແຕ່ຢ່າງໃດ.
ວິກິດການຢູ່ຊີຣີ ໂດຍປະຊາຄົມ Sunni ເປີດສາກເພື່ອຕ້ານຄືນປະທານາທິບໍດີ Bashar Al Assad ຊື່ງແມ່ນສາສະນິກກະຊົນນິກາຍ Alawite ກໍ່ຂະຫຍາຍອອກສູ່ລີບັງ ເຮັດໃຫ້ເພີ່ມຂໍ້ຄັດແຍ້ງກັນລະຫວ່າງສອງປະຊາຄົມຊາວມຸດສະລິມນິກາຍ Sunni ແລະ Alawite ຢູ່ນະຄອນ Tripoli ຂອງລີບັງ. ການໃຊ້ຄວາມຮຸນແຮງໄດ້ເກີດຂຶ້ນໃນວັນທີ 6 ສຸດທ້າຍຂອງເດືອນກິນເຈ Ramadan ລະຫວ່າງສອງປະຊາຄົມນີ້ຢູ່ເມືອງ Bab El Tebbaneh ແລະ ເມືອງ Jabal Mohsen ຢູ່ຊາຍແດນລະຫວ່າງສອງເມືອງ ອັນໄດ້ເຮັດໃຫ້ຢ່າງໜ້ອຍສຸດ 15 ຄົນເສຍຊີວິດ ແລະ ນັບສີບຄົນຖືກບາດເຈັບ. ສະພາບຂາດສະຖຽນລະພາບຢູ່ ລີບັງ ໄດ້ບັງຄັບໃຫ້ຫຼາຍປະເທດໃນເຂດອ່າວຕ້ອງຮຽກຮ້ອງໃຫ້ພົນລະເມືອງຂອງຕົນອອກຈາກ ລີບັງ ໂດຍທັນທີ.
ໃນຂະນະນັ້ນ, ຂ່າວກ່ຽວກັບການບຸກໂຈມຕີດ້ານການທະຫານຂອງອິດສະຣາແອນ ເຂົ້າບັນດາຮາກຖານນິວເຄຼຍຂອງອີຣານ ໃນລະດູໃບໃມ້ຫຼົ່ນປີນີ້ຖືກເປີດເຜີຍ ໄດ້ເຮັດໃຫ້ເດືອນກິນເຈ Ramadan ຂາດຄວາມສະຫງົບງຽບ. ໃນວັນທີ 17/8, ວັນ Jerusalem ຊື່ງເຄີຍຈັດຂຶ້ນໃນວັນທີ 6 ສຸດທ້າຍຂອງເດືອນກິນເຈ Ramadan ຂອງແຕ່ລະປີ, ມີຊາວປາແລດສະຕິນເກືອບ 1500 ຄົນໄດ້ເຂົ້າຮ່ວມການລາດຕາເວັນໃນຖະໜົນສາຍຕ່າງໆຢູ່ເຂດກາຊາ, ເຂດດິນແດນປາແລດສະຕິນ ເພື່ອຄັດຄ້ານເລື່ອງອິດສະຮາແອນ ຍຶດຄອງ Jerusalem ຊື່ງແມ່ນ 1 ໃນ 3 ນະຄອນທີ່ສັກສິດຂອງຊາວມຸດສະລິມ. ນີ້ແມ່ນການເຄື່ອນໄຫວປະຈຳປີໂດຍລັດຖະບານອີຣານ ເປີດສາກ ສະຫງວນໃຫ້ແກ່ປະຊາຄົມຊາວມຸດສະລິມ ນິກາຍ Shiite ເປັນຕົ້ນ. ແຕ່ເຖິງຢ່າງໃດກໍ່ຕາມ, ປີນີ້, ການເຄື່ອນໄຫວນີ້ມີສີສັນທີ່ແຕກຕ່າງ, ມັນໄດ້ເກີດຂຶ້ນໃນສະພາບການມີຫຼາຍຄຳເຫັນສະແດງຄວາມວິຕົກກັງວົນ ກ່ຽວກັບສົງຄາມຢູ່ຕາເວັນອອກກາງທີ່ອາດຈະເກີດຂຶ້ນ ຂະນະທີ່ການນຳປະເທດຕ່າງໆໃນພາກພື້ນ ໄດ້ມີບັນດານການກະທຳ ຫລືຄຳເຫັນທີ່ກໍ່ຄວາມເຄັ່ງຕຶງຢ່າງລຽນຕິດ. ພາຍຫຼັງທີ່ນາຍົກລັດຖະມົນຕີ ອິດສະຣາແອນ Netanyahu ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ Barak ໄດ້ກ່າວຄຳເຫັນຢ່າງເປີດເຜີຍກ່ຽວກັບຄວາມສາມາດປຸກລະດົມການບຸກໂຈມຕີດ້ານການທະຫານຕ້ານອີຣານ, ສ່ວນທ່ານປະທານາທິບໍດີອີຣານ Mamoud Ahmadinejat ກໍ່ໄດ້ມີຄຳປະກາດຢ່າງແຮງໂດຍຖືວ່າ, ບໍ່ມີບ່ອນຂອງອິດສະຣາແອນ ໃນເຂດຕາເວັນອອກກາງໃໝ່.
ເປັນທີ່ຈະແຈ້ງແລ້ວວ່າ, ສຳລັບຊາວມຸດສະລິມ, ເດືອນກິນເຈ Ramadan ປີນີ້ບໍ່ມີຄວາມໝາຍອີກແລ້ວ, ແທນໃຫ້ຈະມຸ້ງເຖິງສິ່ງທີ່ສຸດຈະລິດ, ພາວະນາໃຫ້ບັນດາສິ່ງທີ່ດີງາມໃນອະນາຄົດ, ເດືອນກິນເຈ Ramadan ໄດ້ຕົກເຂົ້າສູ່ສະພາບການໃຊ້ຄວາມຮຸນແຮງ, ເກີດຄວາມ ບາດເຈັບລົ້ມຕາຍ ແລະ ຜູ້ປະສົບເຄາະຮ້າຍແມ່ນສາມັນຊົນຜູ້ບໍລິສຸດ. ການປະທະກັນອັນນອງເລືອດ ແລະ ການໃຊ້ຄວາມຮຸນແຮງປິນຂັ້ນໃດ ໄດ້ ແລະ ພວມສ້າງຄວາມຂາດສະຖຽນລະພາບໃຫ້ແກ່ຄວາມສະຫງົບປອດໄພໂລກ ແລະ ບໍ່ຮູ້ວ່າຮອດເວລາໃດທີ່ຊາວມຸດສະລິມຈະໄດ້ຕ້ອນຮັບເດືອນກິນເຈ Ramadan ອັນສັກສິດຂອງຕົນໃນຄວາມສະຫງົບສຸກ.