ເບິ່ງແຍງດູແລຊີວິດໃຫ້ແກ່ຄົນງານເພື່ອພັດທະນາແບບຍືນຍົງ


(vovworld)-ນັບ​ແຕ່​ປີ 2012, ເດືອນ 5 ແຕ່​ລະ​ປີ ໄດ້​ຮັບ​ການ​ເລືອກ​ເຟັ້ນ​ວ່າ ແມ່ນ​ເດືອນ​ກຳ​ມະ​ກອນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ ເພື່ອ​ຈຸດ​ໝາຍ​ເພີ່ມ​ທະ​ວີ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ, ປົກ​ປ້ອງ​ສິດ​, ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ກຳ​ມະ​ກອນ. ພ້ອມ​ກັນ​ນັ້ນ ການ​ສ້າງ​ການ​ພົວ​ພັນ​ແຮງ​ງານ​ຢ່າງ​ກົມ​ກຽວ, ເປັນ​ປົກ​ກະ​ຕິ, ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ພັດ​ທະ​ນາ. ປີນີ້ ເດືອນ​ກຳ​ມະ​ກອນ ໄດ້​ດຳ​ເນີນ​ໄປ ດ້ວຍ​ຈຸດ​ໝາຍ​ເຮັດ​ໃຫ້ບັນ​ດາ​ການ​ເຄື່ອນ​ໄຫວ​ໃກ້​ຊິດ​ຕິດ​ແທດ​ກັບ​ຮາກ​ຖານ, ມຸ່ງ​ໄປ​ເຖິງ ຄົນ​ງານ.

ເບິ່ງແຍງດູແລຊີວິດໃຫ້ແກ່ຄົນງານເພື່ອພັດທະນາແບບຍືນຍົງ - ảnh 1
ພາບ​ປະ​ກອບ:internet

        ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ​ ໄດ້​ເລືອກ​ເຟັ້ນ​ຫົວ​ຂໍ້​ຂອງ ເດືອນ​ກຳ​ມະ​ກອນ​ປີ 2015 ແມ່ນ “ກຳ​ມະ​ບານ​ຮ່ວມ​ກັບ ວິ​ສາ​ຫະ​ກິດ ​​ພັດ​ທະ​ນາ​ແບບ​ຍືນ​ຍົງ, ເພື່ອ​ສ້າງວຽກ​ເຮັດ​ງານ​ທຳ, ຊີ​ວິດ​ຂອງ​ຄົນ​ງານ.” ການ​ເຄື່ອນ​ໄຫວນີ້ ເພື່ອ​​ແນ​ໃສ່ປະ​ກອບ​ສ່ວນ​ປະ​ຕິ​ບັດ​ມ​ະ​ຕິ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 10 ກ່ຽວ​ກັບ​ການ ສືບ​ຕໍ່​ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ​ໃນ​ໄລ​ຍະ​ຍູ້​ແຮງ​ການ​ເຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ” ຈາກ​ສູນ​ກາງ​ລົງ​ຮອດ​ຂັ້ນ​ຮາກ​ຖານ.

        ເດືອນ​ກຳ​ມະ​ກອນ​ປີ2015 ມຸ່ງ​ໄປ​ເຖິງ​ຄົນ​ງານ

        ຫົວ​ເລື່ອງ​ຂອງ​ເດືອນ​ກຳ​ມະ​ກອນ​ປີ 2015 ແມ່ນ​ມຸ່ງ​ໄປ​ເຖິງ​ການ​ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂະ​ບວນ​ການ​ຂອງ​ກຳ​ມະ​ບານ​ມຸ່ງ​ໄປ​ເຖິງ​ຮາກ​ຖາ​ນ​ຢ່າງ​ຄົບ​ຊຸດ, ເບິ່ງ​ແຍງ​ດູ​ແລ​ໃຫ້​ຄົນ​ງານ​ໂດຍ​ກົງ. ຜ່ານນີ້ ຢືນ​ຢັນ​ບົດ​ບາດ, ທີ່​ຕັ້ງ​ຂອງ​ອົງ​ການ​ກຳ​ມະ​ບານ​ທີ່​ຕາງ​ຫນ້າ​ເພື່ອປົກ​ປ້ອງສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ, ຖືກ​ຕ້ອງ​ກັບ​ກົດ​ໝາຍ​ໃຫ້​ແກ່​ຄົນ​ງານ, ປະ​ກອບ​ສ່ວນ​ສ້າງ​ສາຍ​ພົວ​ພັນ​ແຮງ​ງານ​ຢ່າງ​ກົມ​ກຽວ, ເປັນ​ປົກ​ກະ​ຕິ, ກ້າວ​ຫນ້າ​ໃນ​ວິ​ສາ​ຫະ​ກິດ. ທ່ານ ຫງວຽນ​ວັນ​ງ່າງ, ຮອງ​ປະ​ທານ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ​ໃຫ້​ຮູ້​ວ່າ:

        “ປີນີ້ ເດືອນ​ກຳ​ມະ​ກອນ​ ໄດ້​ພັດ​ທະ​ນາ​ຢ່າງ​ສູງກວ່າ ແລະ ລະ​ອຽດ​ກວ່າ ເມືື່ອ​ທຽບ​ໃສ່​ປີ​ກ່ອນ, ວິ​ທີ​ປະ​ຕິ​ບັດ​ຂອງ​ປີນີ້​ຈະ​ໃກ້​ຊິດ​ຕິດ​ແທດ​ກັບ​ຮາກ​ຖານ. ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ປະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສານ ແລະ ຊີ້​ນຳ​ປະ​ຕິ​ບັດ, ທະ​ວີ​ຄູນ​ຮູບ​ແບບ ແລະ ເວ​ລານັ້ນ ບັນ​ດາ​ວຽກ​ງານນີ້​ຈະ​​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່​ຂັ້ນ​ຮາກ​ຖາ​ນ​ຢ່າງ​ແທດ​ຈິງກວ່າ, ແຜ່​ລາມ​ອອກ​ຢ່າງກວ້າງ​ຂວາງ​ໃນ​ສັງ​ຄົມ​ກວ່າ ແລະ ທີ່​ຕັ້ງ​ບົດ​ບາດ​ຂອງ​ອົງ​ການ​ກຳ​ມະ​ບານ​ກໍ​ຄໍ​ຊົນ​ຊັ້ນ​ກຳ​ມະ​ກອນ​ນັບ​ມື້​ນັບ​ດີກວ່າ​ໃນ​ສັງ​ຄົມ.”

        ເນື່ອງ​ໃນ​ໂອ​ກາດ​ເດືອນ​ກຳ​ມະ​ກອນ, ສ​ະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ແລະ ກຳ​ມະ​ບານ​ຂັ້ນ​ຮາກ​ຖານ ຈະຂະ​ຫຍາຍ​ຂະ​ບວນ​ການ “ ຢູ່​ໃສ​ກຳ​ມະ​ກອນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຢູ່​ທີ່ນັ້ນ​ຈະ​ມີ​ກຳ​ມະ​ກອນ”, ເພື່ອ​ໃຫ້​ກຳ​ມະ​ກອນ​ແຕ່​ລະ​ຄົນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ລ້ວນ​ແຕ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ, ຮັບ​ປະ​ກັນ​ຊີ​ວິດ​ກາ​ເປັນ​ຢູ່​ເປັນ​ປົກ​ກະ​ຕິ. ພ້ອມ​ກັນ​ນັ້ນ ປຸກ​ລະ​ດົມ​ການ​ແຂ່ງ​ຂັນ​ລະ​ອຽດ, ແທດ​ຈິງ ເພື່ອ​ສຳ​ເລັດ​ຫນ້າ​ທີ່​ຂອງ​ແຕ່​ລະ​ຮາກ​ຖານ, ແຕ່​ລະ​ທ້ອງ​ຖິ່ນ, ແຕ່​ລະ​ຂະ​ແຫນງ. ທ່ານ ຫງວຽນ​ວັນ​ງ່າງ, ຮອງ​ປະ​ທານ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ​ໃຫ້​ຮູ້​ວ່າ:

        “ກຳ​ມະ​ບານ​ໄດ້​ຄົ້ນ​ພົບ​ ແລະ ຊ່ວຍ​ເຫລືອ​​ຄົນ​ງານ​ຢ່າງ​ທັນ​ການ ເມື່ອ​ເຂົາ​ເຈົ້າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ນັບ​ທັງ​ບັນ​ຫາເຮືອນ​ຢູ່, ວັດ​ທະ​ນະ​ທຳ, ກິ​ລາ ແລະ ຈິດ​ໃຈ. ປະ​ຈຸ​ບັນ ອົງ​ການ​ກຳ​ມະ​ບານ​ທຸກ​ຂັ້ນ ໄດ້​ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຄົນ​ງານ​ໃນ​ເວ​ລາ​ເຮັດ​ວຽກ ແລະ ພັກ​ການ.”

        ການ​ເຄື່ອນ​ໄຫວ​ແທດ​ຈິງ​ໃນ​ເດືອນ​ກຳ​ມະ​ກອນ​ປີ 2015

        ປະ​ຕິ​ບັດ​ຫົວ​ເລື່ອງ​ຂອງ​ເດືອນ​ກຳ​ມະ​ກອນ​ປ​ີ 2015, ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຫລາຍ​ຢ່າງ ໃນ​ກຳ​ມະ​ກອນ​ຂັ້ນ​ຮາກ​ຖານ​ທຸກ​ຂັ້ນ. ໃນ​ນັ້ນ ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ເນື້ອ​ໃນ​ຄື: ເບິ່ງ​ແຍງ​ດູ​ແລ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ກຳ​ມະ​ກອນ, ເປັນ​ຕົ້ນ​ແມ່ນ​ກຳ​ມະ​ກອນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ, ຖືກ​ອຸ​ປະ​ຕິ​ເຫດ​ໃນ​ການ​ອອກ​ແຮງ​ງານ, ຖືກ​ຕິດ​ພະ​ຍາດ​ຍ້ອນ​ອາ​ຊີບ, ແບ່ງ​ປັນ, ພ້ອມ​ກັບ​ວິ​ສາ​ຫະ​ກິດ​ຜ່​ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສ້າງ​ການ​ພົວ​ພັນ​ແຮງ​ງານ​ເປັນ​ປົກ​ກະ​ຕິ ແລະ ພັດ​ທະ​ນາ​ໃນ​ວິ​ສາ​ຫະ​ກິດ. ຜ່ານ​ວຽກ​ງານ​ເຫົຼ່ານັ້ນ, ການ​ພັດ​ທະ​ນາ​ສະ​ມາ​ຊິກ​ກຳ​ມະ​ບານ​ຕື່ມ​ອີກ ແລະ ສ້າງ​ຕັ້ງ​ກຳ​ມະ​ບານ​ຂັ້ນ​ຮາກ​ຖານ​ຢູ່​ບັນ​ດາ​ວິ​ສາ​ຫະ​ກິດນອກ​ລັດ, ຍົກ​ສູງ​ຄຸນ​ນະ​ພາບ​ກາ​ນ​ເຄື່ອນ​ໄຫວ​ກຳ​ມະ​ບານ​ຂັ້ນ​ຮາກ​ຖານ, ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວກວດ​ກາ, ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ມາດ​ຕະ​ການ, ນະ​ໂຍ​ບາຍ​ກ່ຽວ​ຂ້ອງ​ເຖິງ​ສິດ, ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຄົນ​ງ​ານ.

        ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ແຮງ​ງານ ນະ​ຄອນ ໄດ້​ຍູ້​ແຮງວຽກ​ງານ​ກວດ​ກາ, ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ກົດ​ໝາຍ​ແຮງ​ງານ ແລະ ບັນ​ດາ​ລ​ະ​ບອບ​ນະ​ໂຍ​ບາຍ​ສຳ​ລັບ​ຄົນ​ງານ, ເຊັນ​ສັນ​ຍາ​ແຮງ​ງານ​ລວມ​ໝູ່, ຈັດ​ຕັ້ງ​ການ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ນະ​ຄອນ​ກັບ​ກຳ​ມະ​ກອນ, ອຸດ​ຫນູນ​ໃຫ້​ແກ່​ຄົນ​ງານ​ມີ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ນາງ ຫງວຽນ​ທິ​ເຮືອງ, ບໍ​ລິ​ສັດ Yamaha Motor ຈຳ​ກັດ ໃຫ້​ຮ້​ູ້​ວ່າ:

        “ປີນີ້ ວິ​ສາ​ຫະ​ກິດ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ພັດ​ທະ​ນາ​ບັນ​ດາ​ຂະ​ບວນ​ການ​ຄື: ພົວ​ພັນ​ແລກ​ປ່ຽນ​ສິ​ລະ​ປະ, ກິ​ລາ, ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ກຳ​ມະ​ກອນ​ທີ່​ປ​ະ​ສົບ​ກັບ​ຄ​ວາມ​ຫຍຸ້ງ​ຍາກ. ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວນີ້ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ແມ່ນ​ແທດ​ຈິງ​ທີ່​ສຸດ, ສະ​ນັ້ນ ຍາມ​ໃດ ຂ້າ​ພ​ະ​ເຈົ້າ​ກໍ​ຢາກ​ເຮັດ​ວຽກ​ຢ່າງ​ຍາວ​ນານ​ຢູ່​ວິ​ສາ​ຫະ​ກິດ​ຂອງ​ຕົນ.”

        ປະ​ຈຸ​ບັນ ນະ​ຄອນ ດາ​ຫນັງ ມີ 1.300 ອົງ​ການ​ກຳ​ມະ​ບານ​ຂັ້ນ​ຮາກ​ຖານ, ດ້ວຍ ສະ​ມາ​ຊິກ​ກຳ​ມະ​ບານ​ເກືອບ 130.000 ຄົນ. ປີນີ້ ສະ​ຫະ​ພັນ​ແຮງ​ງານ​ນະ​ຄອນ ຈັດ​ຕັ້ງ​ການ​ເຄື່ອ​ນ​ໄຫວ​ຫລາຍ​ຢ່າງ​ຄື: ພົບ​ປະ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ເຄື​່ອນ​ໄຫວ​ຂອງ​ອົງ​ການ​ກຳ​ມະ​ບານ ແລະ ຄົນ​ງ​ານ, ປຸກ​ລະ​ດົມ​ບັນ​ດາ​ຂະ​ບວນ​ການ “ຄົ​ນ​ງານ​ເກັ່ງ, ຄົນ​ງານ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ”, ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ກິ​ລາ​ໃນ​ໝູ່ກຳ​ມະ​ກອນ​ລັດ​ຖະ​ກອນ ​ອັນໄດ້​ດຶງ​ດູດ​ຄົນ​ງານ 1000 ຄົນ​ຢູ່​ນະ​ຄອນ ເຂົ້າ​ຮ່ວມ. ທ່ານ​ຫງວຽນ​ດືກ​ແທງ, ຮອງ​ປະ​ທານ​ສະ​ຫະ​ພັນ​ແຮງ​ງານ ນະ​ຄອນ ດາ​ຫນັງ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຍູ້​ແຮງ​ການ​ພັດ​ທະ​ນາ​ອົງ​ການກຳ​ມະ​ບານ, ພັດ​ທະ​ນາ​ສະ​ມາ​ຊິກ​ກຳ​ມະ​ບານ​ຢ່າງ​ເປັນ​ລະ​ບົບ, ລົງ​ເລິກ, ຂົນ​ຂວາຍ​ຄົນ​ງານ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ອົງ​ການ​ກຳ​ມະ​ບານ​ ແລະ ການ​ເຄື່ອນ​ໄຫວ​ຂອງ​ກຳ​ມ​ະ​ບານ​ດ້ວຍ​ຄວາມສະ​ໝັກ​ໃຈ.”

        ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ​ໄດ້ ກຳ​ນົດ ກຳ​ມະ​ບານ​ຂັ້ນ​ຮາກ​ຖານ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ ບົນ​ພື້ນ​ຖານ ເສີມ​ສ້າງ, ເບິ່ງ​ແຍ​ງ​ດູ​ແລ​ສິດ​ຜົນ​ປະ​ໂຫຍດ​ໃຫ້​ຄົນ​ງານ​ຄື: ສ້າງວຽ​ກ​ເຮັດ​ງານ​ທຳ​ເປັນ​ປົກ​ກະ​ຕິ, ລາຍ​ຮັບໄດ້​ຮັບ​ການ​ປັບ​ປຸງ​ເທື່ອ​ລະ​ກ້າວ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ສົ່ງ​ເສີມ​ສຸ​ຂ​ະ​ພາບ, ຮັກ​ສາ​​ອາ​ຍຸ​ຍື​ນ​ໃນ​ການ​ເຮັດ​ວຽກງານ. ນີ້​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ຖັນ​ແຖວ​ກຳ​ມະ​ກອນ​ປະ​ກອບ​ສ່ວ​ນ​ເຂົ້າ​ໃນ​ວິ​ວັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸ​ດ​ສາ​ຫະ​ກຳ ແລະ​ທັນ​ສະ​ໄຫມ.

ຕອບກັບ

ຂ່າວ/ບົດ​ອື່ນ