(vovworld) -
ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີສຽງ ຫາກໍ່ ສິ້ນສຸດການຢ້ຽມຢາມອິນເດຍ ເປັນເວລາ 3 ວັນ. ອິນເດຍ ແມ່ນປະເທດທຳອິດທີ່ທ່ານມາຢ້ຽມຢາມ ໃນການໄປປະຕິບັດງານຢູ່ 4 ປະເທດ ພາຍຫຼັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ເພື່ອແນໃສ່ເພີ່ມທະວີການພົວພັນດ້ານການຄ້າ, ການລົງທຶນກັບນິວເດລີ, ດ້ານອື່ນເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບປະ ເທດນີ້ ພາຍຫຼັງບັນດາຄວາມບໍ່ລົງລອຍກັນນັບທັງໃນອະດີດຕະການ ແລະ ໃນປະຈຸບັນທີ່ກ່ຽວຂ້ອງເຖິງຫຼາຍບັນຫາ. ແຕ່ວົງການນັກໄຈ້ແຍກພັດມີຂໍ້ສັງເກດທີ່ກົງກັນຂ້າມກັບການພົວ ພັນຕາມພິທີການທູດ. ໝາກຜົນທີ່ບັນລຸໄດ້ຈາກການຢ້ຽມຢາມຄັ້ງນີ້ແມ່ນບໍ່ເທົ່າທີ່ ຄວນ. ບັນນາທິການວິທະຍຸກະຈາຍສຽງຫວຽດນາມ ມີບົດໄຈ້ແຍກ “ເບື້ອງຫຼັງການຈັບມືລະຫວ່າງສອງປະເທດມະຫາອຳນາດໃນອາຊີ”. ເຊີນທ່ານຮັບຟັງ.
ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີສຽງ ແລະ ທ່ານນາຍົກລັດຖະມົນຕີປະເທດອິນເດຍ Manmohan Singh
(ພາບ: India Times)
ໃນອາກາດທີ່ຮ້ອນເອົ້າຂອງລະດູຮ້ອນຢູ່ນິວເດລີ, ທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Manmohan Singh ໄດ້ໃຫ້ການຕ້ອນຮັບຜູ້ຮ່ວມຕຳແໜ່ງ ຫຼີເຄີສຽງ ດ້ວຍພິທີການທູດ ສຳລັບປະມຸກລັດ. ໃນການພົບປະກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Manmohan Singh, ທ່ານນາຍົກລັດຖະມົນຕີ ຫຼີເຄີສຽງ ຢັ້ງຢືນວ່າ, ການຢ້ຽມຢາມນີ້ເພື່ອແນໃສ່ເຮັດໃຫ້ໂລກເຫັນໄດ້ຄວາມໄວ້ເນື້ອເຊື່ອ ໃຈທາງການເມືອງລະຫວ່າງອິນເດຍ ແລະ ຈີນ ທີ່ນັບມື້ນັບເພີ່ມຂຶ້ນ, ການຮ່ວມມືແທດຈິງພວມໄດ້ຮັບການເປີດກວ້າງ ແລະ ສອງຝ່າຍມີຜົນປະໂຫຍດລວມຫຼາຍກວ່າ. ສ່ວນທ່ານນາຍົກລັດຖະມົນຕີ Manmohan Singh ກໍ່ເນັ້ນໜັກວ່າ ບໍ່ພຽງແຕ່ມີການພົວພັນຖານບ້ານໄກ້ເຮືອນຄຽງທີ່ສະໜິດຕິດພັນ ເທົ່ານັ້ນ, ຫາກອິນເດຍ ແລະ ຈີນ ລ້ວນແຕ່ແມ່ນສອງປະເທດມະຫາອຳນາດທີ່ພວມພັດທະນາ ແລະ ພວມກາຍເປັນຄູ່ຮ່ວມມືຍຸດທະສາດໃນຫຼາຍບັນຫາສາກົນອີກດ້ວຍ. ດັ່ງນັ້ນ, ບໍ່ໄດ້ເຮັດໃຫ້ບັນດາບັນຫາທີ່ຍັງຄົງຄ້າງລະຫວ່າງສອງປະເທດ ສົ່່ງຜົນສະທ້ອນເຖິງການພັດທະນາການພົວພັນສອງຝ່າຍ, ພິເສດແມ່ນດ້ານການຄ້າ ແລະ ການລົງທຶນ. ນາຍົກລັດຖະມົນຕີທັງສອງທ່ານ ໄດ້ເຫັນດີໃຫ້ຄຳໝັ້ນສັນຍາ ຍົກວົງເງິນການຄ້າສົງສົ້ນໃຫ້ຂຶ້ນເຖິງ 100 ຕື້ໂດລາສະຫະລັດໃນປີ 2015 ແລະ ດ້ວຍການລົງນາມໃນຂໍ້ຕົກລົງຮ່ວມມື 8 ສະບັບໃນບັນດາຂົງເຂດກະສີກຳ, ການຄ້າ, ການທ່ອງທ່ຽວ… ນັ້ນ, ປັກກິງ ແລະ ນິວເດລີພວມສະແດງໃຫ້ເຫັນບົດບາດນຳໜ້າໃນການຊຸຸກຍູ້ການເຕີບໂຕ ເສດຖະກິດໃນພາກພື້ນ ແລະ ໃນໂລກ.
ເຖິງຢ່າງໃດກໍ່ຕາມ, ນີ້ພຽງແຕ່ແມ່ນຄຳເວົ້າຊື່ໆເທົ່ານັ້ນ. ເຖິງວ່າຈີນພວມກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ກວ່າໝູ່ຂອງອິນ ເດຍ ກໍ່ຕາມ, ແຕ່ການຂາດດູນການຄ້ານັບມື້ນັບສູງ ພວມແມ່ນປັດໃຈເພີ່ມຄວາມບໍ່ພໍໃຈລະຫວ່າງສອງຝ່າຍ. ໂດຍເລີ່ມມາຈາກຕົວເລກສູງໃນຊຸມປີ 1990, ແຕ່ການຄ້າສອງຝ່າຍລະຫວ່າງຈີນ - ອິນເດຍ ໄດ້ສ້າງຜົນປະໂຫຍດໃຫ້ແກ່ຈີນຫຼາຍກວ່າ. ປະເທດນີ້ສົ່ງອອກໄຟຟ້າ ແລະ ອຸປະກອນໂທລະຄົມໄປຍັງອິນເດຍເປັນຕົ້ນຕໍ່, ແຕ່ບໍ່ສ້າງເງື່ອນໄຂສະດວກເພື່ອນຳເຂົ້າຕະຫຼາດຈີນບັນດາຂົງ ເຂດນີ້ຂອງອິນເດຍ. ແຕ່ຍາມໃດຈີນກໍ່ປະຕິເສດວ່າ ການຂາດດູນການຄ້ານັ້ນ ແມ່ນຍ້ອນການນຳເຂົ້າຖືກຈຳກັດ, ຫາກຖືວ່າການຂາດດຸນແມ່ນຍ້ອນ “ຄວາມແຕກຕ່າງກັນໃນໂຄງປະກອບເສດຖະກິດຂອງສອງປະເທດ”. ສ່ວນນິວເດລີ ກໍ່ບໍ່ພໍໃຈຕໍ່ຂໍ້ອ້າງດັ່ງກ່າວ. ດັ່ງນັ້ນເຖິງວ່າຈະຢືນຢັນຢາກພ້ອມກັບຈີນຍົກສູງວົງເງິນການຄ້າ ສອງຝ່າຍກໍ່ຕາມ, ແຕ່ທ່ານ Manmohan Singh ກໍ່ຖືວ່າ ເພື່ອບັນລຸວົງເງິນການຄ້າສອງສົ້ນໃຫ້ໄດ້ 100 ຕື້ໂດລາສະຫະລັດໃນປີ 2015 ນັ້ນ, ສິ່ງສຳຄັນແມ່ນຕ້ອງຊອກຫາວິທີສ້າງຄວາມດູນດຽງບໍ່ໃຫ້ຂາດດຸນການ ຄ້າ, ສິ່ງດັ່ງກ່າວສ່ວນຫຼາຍແມ່ນຂຶ້ນກັບຝ່າຍຈີນ.
ພ້ອມກັບບັນຫາຂາດດຸນການຄ້າ, ບັນດາຄວາມບໍພໍໃຈກ່ຽວກັບຜືນແຜ່ນດິນລະຫວ່າງອິນເດຍ - ຈີນ ໃນຕະຫຼອດໄລຍະຍາວ ແຕ່ຍັງບໍ່ທັນຊອກໄດ້ວິທີແກ້ໄຂນັ້ນ ກໍ່ແມ່ນສິ່ງທີ່ກີດຂວາງໃນການ “ສ້າງຄວາມໄວ້ເນື້ອເຊື່ອໃຈ” ລະຫວ່າງສອງຝ່າຍ. ຄວາມສົງໃສລະຫວ່າງສອງປະເທດ, ເກີດຂຶ້ນນັບແຕ່ສົງຄາມຊາຍແດນເມື່ອປີ 1962. ແລະ ກ່ອນການຢ້ຽມຢາມຄັ້ງນີ້ 1 ເດືອນ, ການພົວພັນລະຫວ່າງປັກກິງ - ນິວເດລີ ຖືກຕົກຢູ່ໃນສະພາບເຄັ່ງຕຶງ, ເມື່ອອິນເດຍກ່າວປະນາມກອງທັບຈີນ ລະເມີດຜືນແຜ່ນດິນທາງທິດຕາເວັນຕົກສ່ຽງເໜືອພູ Himalaya. ແລະ ອິນເດຍໄດ້ໂຕະຕອບຄືນດ້ວຍເລື່ອງລະດົມກຳລັງທັບໄປຍັງເຂດນີ້ ແລະ ຄວາມເຄັ່ງຕຶງພຽງແຕ່ຢຸດຕິຊົ່ວຄາວ ເມື່ອສອງຝ່າຍຕົກລົງຈະຊອກຫາມາດຕະການແກ້ໄຂຢ່າງຍາວນານ ແລະ ຮອບດ້ານໃຫ້ແກ່ການປະທະກັນຢູ່ຊາຍແດນສອງປະເທດເທົ່ານັ້ນ. ໃນການຢ້ຽມຢາມຄັ້ງນີ້, ອີກເທື່ອໜຶ່ງບັນຫາປະທະກັນຢູ່ເຂດຊາຍແດນກໍ່ຖືກນຳມາປຶກສາຫາ ລື ແຕ່ກໍ່ບໍ່ໄດ້ຮັບຜົນຢ່າງລະອຽດ ເມື່ອທ່ານນາຍົກລັດຖະມົນຕີ ຫຼີເຄີສຽງ ພຽງແຕ່ສະເໜີໃຫ້ເພີ່ມທະວີກົນໄກສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ ເຂດຊາຍແດນທີ່ເກີດການພິພາດແບບລວມໆ, ແລະ ຖືວ່າ ບັນດາຂໍ້ສະເໜີ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງນັ້ນ “ທັງສອງຝ່າຍຈະຕ້ອງຄິດໄລ່ໃນໄລຍະຍາວ”. ໃນສະພາບທີ່ອິນເດຍພວມມີບັນດານະໂຍບາຍຍາດເອົາທ່ວງທ່າຄື: ການປັບປຸງຍຸດທະສາດດ້ານການທະຫານ ແລະ ການຕ່າງປະເທດ, ການຫັນກອງທັບເປັນກຳລັງທີ່ທັນສະໄໝ… ນັ້ນ ໄດ້ເຮັດໃຫ້ຈີນບໍ່ອາດເມີນເສີຍໄດ້. ນອກນັ້ນ, ເລື່ອງອິນເດຍນັບມື້ນັບມີຄວາມໄກ້ສິດສະໜິດສະໜົມກັບວໍຊິງຕັນ ແລະ ບໍ່ສະໜັບສະໜູນຈີນໃນການພິພາດທະເລຕາເວັນອອກນັ້ນ ກໍ່ແມ່ນສາຍເຫດທີ່ພາໃຫ້ການພົວພັນລະຫວ່າງປັກກິງ - ນິວເດລີ ບໍ່ໄດ້ດີປານໃດ. ຄວາມຈິງແລ້ວ, ໃນການເຈລະຈາ, ທ່ານນາຍົກລັດຖະມົນຕີອິນເດຍ Manmohan Singh ໄດ້ປະຕິເສດການສະໜັບສະໜູນຫຼັກໝັ້ນຂອງຈີນ ກ່ຽວກັບສະພາບການຢູ່ບັນດາເກາະທີ່ເກີດການພິພາດໃນທະເລຕາເວັນ ອອກ.
ເປັນທີ່ຈະແຈ້ງແລ້ວວ່າ, ການໄປປະຕິບັດງານຢູ່ນິວເດລີ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີຈີນ ຫຼີເຄີສຽງ ສະແດງໃຫ້ເຫັນວ່າສາຍພົວພັນຖານບ້ານໄກ້ເຮືອນຄຽງລະຫວ່າງສອງປະ ເທດຍາກທີ່ຈະປອງດອງໄດ້. ເຖິງວ່າຈະແມ່ນຄູ່ຮ່ວມມືທີ່ສຳຄັນຂອງກັນ ແຕ່ພັດຂາດຄວາມໄວ້ເນື້ອເຊື່ອໃຈຕໍ່ຍຸດທະສາດຂອງກັນ ອັນໄດ້ເຮັດໃຫ້ສອງປະເທດອາຊີນີ້ຍາກທີ່ຈະຫຍັບມໍ່ເຂົ້າກັນໄດ້. ຍ້ອນເຫດນັ້ນ ບໍ່ຄວນລໍຖ້າຈະມີບາດກ້າວບຸກທະລຸໃນສາຍພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ນັ້ນແມ່ນຂໍ້ສັງເກດຂອງບັນດານັກໄຈ້ແຍກ.