(vovworld) - ເພີ່ມຍອດຄວາມຕ້ອງການໃຫ້ແກ່ພື້ນຖານເສດຖະກິດ ເພື່ອຫນູນຊ່ວຍຕະຫລາດ ແມ່ນຫນຶ່ງໃນບັນດາຄວາມຮຽກຮ້ອງຕ້ອງການຊຶ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ຍົກອອກມາໃນກອງປະຊຸມປະຈຳເດືອນ 5/2012 ຂອງລັດຖະບານ ຊຶ່ງດຳເນີນໃນວັນທີ 27/5 ຢູ່ ຮ່າໂນ້ຍ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ເລື່ອງເພີ່ມ ຍອດຄວາມຕ້ອງການ ບໍ່ກໍ່ໃຫ້ເກີດໄພເງິນເຟີ້ເພີ່ມຂຶ້ນໃນປີຕໍ່ໄປ ແລະ ຮັບປະກັນ ການເຕີບໂຕຢ່າງເໝາະສົມ.
ກອງປະຊຸມປະຈຳເດືອນ 5/2012ຂອງລັດຖະບານ ຫວຽດນາມ
Baodientu.chinhphu.vn
|
ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຢືນຢັນວ່າ: ເລື່ອງເພີ່ມຍອດຄວາມຕ້ອງການໃຫ້ແກ່ພື້ນຖານເສດຖະກິດບໍ່ແມ່ນບ້ວງເງິນກະຕຸ້ນຄວາມຕ້ອງການໃຫມ່ຂອງລັດຖະບານ ຫາກແມ່ນການປະຕິບັດຕາມແຜນການທີ່ໄດ້ວາງອອກໃນໄລຍະຕົ້ນປີ ແລະ ບໍ່ປະໃຫ້ໄຟເງິນເຟີ້ກັບຕ່າວຄືນມາ. ຕາມນັ້ນແລ້ວ, ກ່ອນອື່ນໝົດ ບັນດາຂະແຫນງການກ່ຽວຂ້ອງຄວນນຳສິນເຊື່ອເຂົ້າໃນບັນດາຂົງເຂດທີ່ພວມມີຄວາມຕ້ອງການດ້ານທຶນຮອນຄື: ກະສິກຳ, ຊົນນະບົດ, ວິສາຫະກິດສົ່ງອອກ, ວິສາຫະກິດນຳໃຊ້ຄົນງານຫລາຍ. ທ່ານ ນາຍົກລັດຖະມົນຕີ Nguyen Tan Dung ກ່າວວ່າ:
“ໃນໄລຍະ 5 ເດືອນຜ່ານມາ, ເຫລືອຫນີ້ສິນເຊື່ອແມ່ນຕິດລົບ. ໃນຂະນະນັ້ນ ທະນາຄານແມ່ນເຫລືອເງິນສົດ, ແຜນການຂອງລັດແມ່ນເພີ່ມບ້ວງໜີ້ສິນຈາກ 15 -17%, ປະຈຸບັນ ຕ້ອງປ່ອຍເງິນຜ່ານບັນດາຊ່ອງສິນເຊື່ອ. ນັ້ນແມ່ນວຽກງານທີ່ມີຄວາມໝາຍ. ທີຫນຶ່ງ ບໍ່ເຮັດໃຫ້ ລະດັບໄພເງິນເຟີ້ຕຳ່ສຸດເກີນໄປ. ທີສອງແມ່ນ ຫນູນຊ່ວຍໂດຍກົງໃຫ້ແກ່ການເຕີບໂຕຢູ່ໃນລະດັບເໝາະສົມ.
ໄປຄຽງຄູ່ກັບເລື່ອງປ່ອຍເງິນສົດອອກຕະຫລາດຜ່ານບັນດາຊ່ອງສິນເຊື່ອ, ທີ່ວາລະປະຊຸມ ເພື່ອປະຕິບັດການເພີ່ມຍອດຄວາມຕ້ອງການໃຫ້ແກ່ພື້ນຖານເສດຖະກິດຕາມຄຳສະເຫນີຂອງທ່ານນາຍົກລັດຖະມົນຕີ, ຫລາຍກະຊວງ ຕ້ອງເອົາໃຈໃສ່ເປັນພິເສດເຖິງການນຳໃຊ້ສິນເຊື່ອໃນວິສາຫະກິດ. ຄວນສຸມໃສ່ຜັນຂະຫຍາຍການປະຕິບັດບັນດາມາດຕະການທີ່ໄດ້ວາງອອກໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດຢ່າງຂ້ຽວຂາດກວ່າ. ທ່ານ Trinh Dinh Dung ລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໄດ້ມີຄຳເຫັນວ່າ:
“ ຂົງເຂດອະສັງຫາລິມະຊັບ ແມ່ນແກນກາງຂອງຂະແຫນງຜະລິດວັດສະດຸກໍ່ສ້າງ ແລະ ຂະແຫນງອຸດສາຫະກຳອື່ນ, ສະນັ້ນ ຄວນແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດດຳເນີນທຸລະກິດດ້ານອະສັງຫາລິມະຊັບ. ຖ້າພວກເຮົາບໍ່ແກ້ໄຂ, ສະພາບການຫນິ້ເສຍ ນັບມື້ນັບເພີ່ມຂຶ້ນ. ບັນຫາຫນຶ່ງອີກ ແມ່ນອະນຸຍາດຕໍ່ກຳນົດເວລາເກັບອາກອນມູນຄ່າເພີ່ມໃຫ້ແກ່ບັນດາວິສາຫະກິດດຳເນີນທຸລະກິດອະສັງຫາລິມະຊັບ ໂດຍບໍ່ຈຳກັດຂອບຂະຫນາດຜັນຂະຫຍາຍບັນດາໂຄງການ.”
ເພື່ອເພີ່ມຍອດຄວາມຕ້ອງການໃຫ້ແກ່ພື້ນຖານເສດຖະກິດ, ທະນາຄານແຫ່ງລັດ ຫວຽດນາມ ຈະສືບຕໍ່ປະຕິບັດວິວັດທະນາການຫລຸດຜ່ອນອັດຕາດອກເບ້ຍລົງ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ສະເຫນີວ່າ ທະນາຄານແຫ່ງລັດສືບຕໍ່ຫລຸດຜ່ອນອັດຕາດອກເບ້ຍ ນັບທັງການລະດົມທຶນ ແລະ ໃຫ້ກູ້ຢືມຕາມລະດັບຫລຸດລົງຂອງໄພເງິນເຟີ້ ຕິດພັນກັບກົນໄກ ເພື່ອໃຫ້ບັນດາທະນາຄານການຄ້າຫລຸດອັດຕາດອກເບ້ຍໃຫ້ກູ້ຢືມລົງ. ສຳລັບການດັດປັບອັດຕາດອກເບ້ຍ, ທີ່ການປະຊຸມຂ່າວພາຍຫລັງສິ້ນສຸດກອງປະຊຸມປະຈຳເດືອນ 5/2012 ຂອງລັດຖະບານ, ທ່ານ Nguyen Dong Tien ຮອງຜູ້ວ່າການທະນາຄານແຫ່ງລັດ ໃຫ້ຮູ້ວ່າ: ທະນາຄານຈະປະຕິບັດຕາມທິດອັດຕາດອກເບ້ຍຫລຸດລົງ, ເໝາະສົມກັບລະດັບຫລຸດຜ່ອນຂອງໄພເງິນເຟີ້, ບໍລິຫານລະດັບຕອບສະຫນອງຂອງເງິນຕາ ແລະ ລະດັບສິນເຊື່ອໃຫ້ເໝາະສົມໃນຊຸມເດືອນແຕ່ນີ້ຮອດທ້າຍປີ. ທ່ານ Tien ກ່າວວ່າ:
“ ອັດຕາດອກເບ້ຍຈະສືບຕໍ່ໄດ້ຮັບການພິຈາລະນາ ດັດປັບໃຫ້ເໝາະສົມກັບຈຸດໝາຍຄວບຄຸມໄພເງິນເຟີ້ ແຕ່ຕ້ອງຄິດໄລ່ຊັ່ງຊາເພື່ອໃຫ້ບັນດາມາດຕະການດັ່ງກ່າວບໍ່ເຮັດໃຫ້ໄພເງິນເຟີ້ກັບຕ່າວຄືນມາ ພ້ອມທັງຫນູນຊ່ວຍວິສາຫະກິດ. ເລື່ອງຫນູນຊ່ວຍວິສາຫະກິດຕ້ອງມີບັນດາມາດຕະການ ແລະ ໃນຄວາມຈິງແລ້ວ ທະນາຄານແຫ່ງລັດ ກໍພວມຊີ້ນຳບັນດາອົງການສິນເຊື່ອແກ້ໄຂສະພາບການຫນິ້ເສຍ, ສ້າງໂຄງປະກອບຫນິ້ສິນຄືນໃຫມ່ ແລະ ປະຕິບັດບັນດາມາດຕະການເພື່ອສຸມທຶນຮອນໃຫ້ແກ່ບັນດາຂົງເຂດຄວນໃຫ້ບຸລິມະສິດ.”
ບັນດາສະມາຊິກໃນລັດຖະບານກໍເຫັນດີ ຄວນສຸມໃສ່ຍູ້ແຮງການປ່ອຍທຶນງົບປະມານ ແລະ ພັນທະບັດຂອງລັດຖະບານໂດຍໄວ ເພື່ອສ້າງບາດກ້າວກະໂດດຂັ້ນໃຫ້ແກ່ພື້ນຖານເສດຖະກິດ.
ບັນດາມາດຕະການເພີ່ມ ຍອດຈຳນວນຄວາມຕ້ອງການ ໃຫ້ແກ່ພື້ນຖານເສດຖະກິດຊຶ່ງລັດຖະບານ ຫວຽດນາມ ພວມດຳເນີນ ແມ່ນເພື່ອສ້າງບາດກ້າວກະໂດດຂັ້ນໃຫ້ແກ່ຕະຫລາດ, ປະກອບສ່ວນປະຕິບັດບັນດາຈຸດໝາຍພັດທະນາຊຶ່ງ ຫວຽດນາມ ໄດ້ວາງອອກໃນປີ 2012.
ນັກຂ່າວ Hong Van