ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອົດສະຕາລີ

(VOVWORLD) -ອົດສະຕາລີຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຕີລາຄາສູງບົດບາດຂອງຫວຽດນາມໃນພາກພື້ນອາຊຽນ ແລະ ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນສອງຝ່າຍກັບຫວຽດນາມ.
ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອົດສະຕາລີ - ảnh 1

ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມຄັ້ງທຳອິດຂອງທ່ານ Peter Cosgrove ຜູ້ມີອຳນາດເຕັມແຫ່ງອົດສະຕາລີ ພ້ອມດ້ວຍພັນລະຍາ, ໃນລະຫວ່າງວັນທີ 23 26 ພຶດສະພາ ແມ່ນເຫດການການເມືອງທີ່ສຳຄັນໃນການພົວພັນລະຫວ່າງຫວຽດນາມ - ອົດສະຕາລີ. ການຢ້ຽມຢາມດັ່ງກ່າວ ໄດ້ດຳເນີນເນື່ອງໃນໂອກາດສອງປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 2018); ແມ່ນກາລະໂອກາດ ເພື່ອໃຫ້ສອງຝ່າຍແລກປ່ຽນທິດທາງເພີ່ມທະວີການພົວພັນສອງຝ່າຍໃນທຸກຂົງເຂດ, ພິເສດແມ່ນດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການສຶກສາ ແລະ ວັດທະນະທຳ.

        ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງສອງປະເທດ ຫວຽດນາມ - ອົດສະຕາລີ ໄດ້ພັດທະນາຢ່າງວ່ອງໄວ, ແທດຈິງ ແລະ ມີປະສິດທິຜົນ. ອົດສະຕາລີຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຕີລາຄາສູງບົດບາດຂອງຫວຽດນາມໃນພາກພື້ນອາຊຽນ ແລະ ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນສອງຝ່າຍກັບຫວຽດນາມ. ເດືອນມີນາທີ່ຜ່ານມາ, ເນື່ອງໃນໂອກາດການຢ້ຽມຢາມອົດສະຕາລີຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ.

        ການຮ່ວມມືຢ່າງມີປະສິດທິຜົນ, ແທດຈິງໃນທຸກຂົງເຂດ

        ໄລຍະຜ່ານມາ, ຫວຽດນາມ ແລະ ອົດສະຕາລີ ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງ. ບັນດາກົນໄກຮ່ວມມືສອງຝ່າຍໄດ້ຮັກສາເປັນປະຈຳ ເຊັ່ນ ການເຈລະຈາ ກ່ຽວກັບຍຸດທະສາດຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ - ປ້ອງກັນປະເທດ; ການເຈລະຈາກ່ຽວກັບສິດທິມະນຸດ; ການປຶກສາຫາລືຂັ້ນສູງກ່ຽວກັບການຊ່ວຍເຫຼືອພັດທະນາ ແລະ ອື່ນໆ.

        ໃນຂົງເຂດປ້ອງການຊາດ, ປ້ອງກັນຄວາມສະຫງົບ, ຫວຽດນາມ ແລະ ອົດສະຕາລີ ໄດ້ມີການຮ່ວມມືຢ່າງມີປະສິດທິຜົນ ໂດຍຜ່ານການແລກປ່ຽນຄະນະຜູ້ແທນ, ຮ່ວມມືກັນປ້ອງກັນ, ຕ້ານອາດຊະຍາກຳ, ຄຸ້ມຄອງການເຂົ້າ-ອອກເມືອງ, ຕ້ານການອົບພະຍົບຜິດກົດໝາຍ, ແລກປ່ຽນຂໍ້ມູນຂ່າວສານ, ຖອດຖອນບົດຮຽນ, ການບຳລຸງສ້າງພາສາອັງກິດ… ອົດສະຕາລີ ແມ່ນປະເທດໜຶ່ງດຽວ ທີ່ສ້າງຕັ້ງອົງການຕາງໜ້າປະຈຳຢູ່ສູນປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຫວຽດນາມທີ່ມີສຳນັກງານຕັ້ງຢູ່ນະຄອນໂຮ່ຈີມິນ, ຜ່ານນັ້ນ, ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືກັນຕ້ານການກໍ່ການຮ້າຍ, ການຄ້າມະນຸດ, ອາດຊະຍາກຳທີ່ກ່ຽວຂ້ອງເຖິງຢາເສບຕິດ… ເປັນປະຈຳ.

        ສ່ວນການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ ແລະ ອົດສະຕາລີ ມີການພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະ ຮອບດ້ານ. ປັດຈຸບັນ, ອົດສະຕາລີ ແມ່ນຄູ່ ຄ້າອັນດັບທີ 8 ຂອງຫວຽດນາມ. ໃນຂະນະນັ້ນ, ຫວຽດນາມແມ່ນຄູ່ຮ່ວມມືດ້ານການຄ້າລາຍໃຫຍ່ອັນດັບທີ 15 ຂອງອົດສະຕາລີ.

ແຕ່ລະປີວົງເງິນການຄ້າສອງສົ້ນເພີ່ມຂຶ້ນສະເລ່ຍກວ່າ 7%/ປີ, ປີ 2017 ບັນລຸເກືອບ 6,5 ຕື້ USD, ເພີ່ມຂຶ້ນ 22,2% ເມື່ອທຽບໃສ່ປີ 2016. ແຕ່ລະປີ ຫວຽດນາມ ສົ່ງອອກໄປຍັງ ອົດສະຕາລີ ກວ່າ 520 ລ້ານ USD, ສຸມໃສ່ເຂົ້າໃນບັນດາປະເພດສິນຄ້າສິນໃນນ້ຳ, ໃນນັ້ນ ກຸ້ງແຊເຢັນກວມ 25%. ອົດສະຕາລີ ໄດ້ເປີດປະຕູໃຫ້ໝາກລີ້ນຈີ່, ໝາກມ່ວງ, ໝາກມັງກອນ ຫວຽດນາມ ສົ່ງອອກໄປຍັງຕະຫລາດນີ້. ໃນຂົງເຂດຊ່ວຍເຫລືອການພັດທະນາODA ຢ່າງເປັນທາງການ , ອົດສະຕາລີ ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືສອງຝ່າຍ ສະຫນອງທຶນ ODA ຊ່ວຍເຫລືອລ້າຫລາຍສຸດໃຫ້ແກ່ຫວຽດນາມ  ແລະ ຕາມຮ່າງກົດໝາຍງົບປະມານທີ່ຫາກໍ່ປະກາດ, ອົດສະຕາລີ ຈະສືບຕໍ່ຫນູນຊ່ວຍ ODA ໃຫ້ຫວຽດນາມກວ່າ 84 ລ້ານໂດລາອົດສະຕາລີ ໃນໄລຍະແຕ່ປີ 2018 – 2019, ສຸມໃສ່ເຂົ້າໃນຂົງເຂດປະຕິຮູບເສດຖະກິດ, ຍົກສູງກຳລັງຄວາມສາມາດ, ຄວາມສະເຫມີພາບລະຫວ່າງຍິງ - ຊາຍ ແລະ ປັບປຸງຊີວິດການເປັນຢູ່..

ກ່ຽວກັບດ້ານການສຶກສາ ແມ່ນຂົງເຂດຮ່ວມມືຢ່າງແຮງລະຫວ່າງສອງປະເທດ. ອົດສະຕາລີ ສະຫນອງທຶນການສຶກສາຫລາຍທຶນຕາມບັນດາລາຍການໄລຍະຍາວ ແລະ ໄລຍະສັ້ນໃຫ້ແກ່ຫວຽດນາມ. ປະຈຸບັນ ມີນັກສຶກສາ ແລະ ນັກຄົ້ນຄ້ວາຫວຽດນາມ ປະມານ 30.000 ຄົນ ພວມຮ່ຳຮຽນ ຢູ່ ອົດສະຕາລີ. ຄຽງຄູ່ກັນນັ້ນ ບັນດາມະຫາວິທະຍາໄລ, ສະຖາບັນຂອງສອງປະເທດ ມີ 18 ໂຄງການຮ່ວມສຳພັນດ້ານການສຶກສາທີ່ພວມເຄື່ອນໄຫວ.

        ປະຈຸບັນ ວົງຄະນາຍາດຊາວຫວຽດນາມ ອາໄສຢູ່ ອົດສະຕາລີ ມີປະມານ 300.000 ຄົນ, ຢືນອັນດັບ 5 ໃນຈຳນວນບັນດາປະຊາຄົມຊາວຕ່າງປະເທດອາໄສຢູ່ ອົດສະຕາລີ.

ປີ 2017, ຈຳນວນແຂກທ່ອງທ່ຽວ ອົດສະຕາລີ ມາຢ້ຽມຢາມຫວຽດນາມ ບັນລຸເກືອບ 370.500 ຄົນ, ເພີ່ມຂຶ້ນ 15,5%, ຢືນອັນດັບ 7 ໃນ top 10 ຕະຫລາດແຖວຫນ້າ ສົ່ງແຂກທ່ອງທ່ຽວເຂົ້າມາຢ້ຽມຢາມຫວຽດນາມ.

        ໃນການຮ່ວມມືຫລາຍຝ່າຍ, ຫວຽດນາມ ແລະ ອົດສະຕາລີ ໄດ້ຮ່ວມມືກັນເປັນຢ່າງດີຢູ່ບັນດາເວທີປາໄສ ແລະ ສາກົນຄື: ອາຊຽນ, ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS), ເວທີປາໄສການຮ່ວມມືເສດຖະກິດ ອາຊີ ປາຊີຟິກ (APEC), ສປຊ. ສອງຝ່າຍໄດ້ມີຂໍ້ຕົກລົງກ່ຽວກັບເລື່ອງຫວຽດນາມ ສະຫນັບສະຫນູນ ອົດສະຕາລີ ເປັນສະມາຊິກສະພາສິດທິມະນຸດຂອງ ສປຊ ອາຍຸການ 2018 – 2020; ຝ່າຍ ອົດສະຕາລີ ສະຫນັບສະຫນູນ ຫວຽດນາມ ເຂົ້າສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ເປັນສະມາຊິກ ສະພາບໍລິຫານງານສະຫະພັນໄປສະນີໂລກ (UPU) ອາຍຸການ 2017 – 2021.

ການຢ້ຽມຢາມເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ

ໃນສະພາບການນັ້ນ ການຢ້ຽມຢາມຂອງທ່ານ Peter Cosgrove ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ເປັນການເພີ່ມກຳລັງຫນູນ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອົດສະຕາລີ ພັດທະນາຢ່າງແຮງ. ການຢ້ຽມຢາມກໍ່ມີຄວາມໝາຍສຳຄັນເມື່ອໄດ້ດຳເນີນກົງກັບໂອກາດສອງປະເທດສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2018). ໃນການຢ້ຽມຢາມ, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ມີການພົບປະກັບບັນດາການນຳທັງໝົດຂອງຫວຽດນາມ, ປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນດາຂົງເຂດຮ່ວມມືລະອຽດລະຫວ່າງສອງປະເທດ, ພິເສດແມ່ນການຮ່ວມມືຮັກສາສັນຕິພາບ ແລະ ການສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ