ເພີ່ມທະວີການພົວພັນລະຫວ່າງຫວຽດນາມ - ເບລາຮູດ

ເພີ່ມທະວີການພົວພັນລະຫວ່າງຫວຽດນາມ - ເບລາຮູດ - ảnh 1
(ພາບ: http://vietnamplus.vn)

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ, ວັນ​ທີ 29/11, ທ່ານ​ນາຍົກລັດຖະມົນຕີ Belarus Mikhail Myasnikovich ພ້ອມ​ດ້ວຍ​ພັນ​ລະ​ຍາ ​ເລີ່​ມຕົ້ນ​ກາ​ນ​ເຄື່ອນ​ໄຫວ​ຕ່າງໆ ​ໃນ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ເຖິງ​ວັນ​ທີ 1/12. ການ​ຢ້ຽມຢາມ​ຫວຽດນາມ​ເປັນ​ຄັ້ງ​ທຳ​ອິດ​ຂອງທ່ານ​ນາຍົກລັດຖະ ມົນຕີ Belarus  ຈະ​​ເປັນ​ການເປີດ​ກາລະ​ໂອກາດ​​ໃຫ້​ແກ່ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ ທາງ​ດ້ານເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ.

    ຫວຽດນາມ ​ແລະ Belarus ມີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ນຳ​ກັນ. ນັບ​ແຕ່​ປີ 1998, Belarus ​ໄດ້​ສ້າງຕັ້ງ​ສະຖານທູດ​ປະຈຳ​ຫວຽດນາມ, ​ແລະ​ ຫວຽດນາມ​ໄດ້​ສ້າງຕັ້ງ​ສະຖານທູດ​ປະຈຳ Belarus ​​ນັບແຕ່​ເດືອນ 10/2003 ​ແລະ​ ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດຖະທູດ​ຜູ້​ທຳ​ອິດໄປ​ປະຕິບັດ​ໜ້າ​ທີ່​ການ​ທູດຢູ່ Belarus  ​​ແຕ່​​ເດືອນ 3/2005. ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ ກໍ່​ຄື​ຈັດການ​ພົບ​ປະ​ຂັ້ນ​ສູງ​ເປັນ​ປະຈຳ, ພ້ອມ​ທັງ​ມີ​ການຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ສະໜັບສະໜູນ​ເຊິ່ງກັນ ​ແລະ​ກັນຢູ່ ສປຊ, ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ, ​ໃນ​ບັນດາ​ເວທີ​ປາ​ໄສ ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ. ດ້ວຍ​ເລື່ອງທຳການ​ແລກປ່ຽນ​ສິນຄ້າ​ທີ່​ເປັນ​ມູນ​ເຊື້ອ​ໃນ​ບາງ​ປະ​ເພດ, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ ຫວຽດນາມ - Belarus ​ໃນ 9 ​ເດືອນ​ຕົ້ນ​ປີ 2011ບັນລຸ​ກວ່າ 150 ລ້ານ USD, ​ເພີ່ມ​ຂຶ້ນ 2,6 ​ເທົ່າ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2010. ຫວຽດນາມ​ສົ່ງ​ອອກ​ສິນ​ໃນ​ນ້ຳ, ສິນ​ທະ​ເລ, ​ເຄື່ອງ​ໄຟຟ້າ, ​ເອ​ເລັກ​ໂຕ​ນິກ, ​ໂທລະສັບ, ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ, ​ເກີບ​ໜັງ, ​ເຂົ້າສານ, ຢາງພາລາ, ຜັກ, ໝາກ​ໄມ້…​ໄປ​ຍັງ Belarus, ​ແລະ ນຳ​ເຂົ້າ​ຝຸ່ນ​ເຄມີ, ​ເຄື່ອງ​ກົນ​ຈັກ, ພາຫະນະ​ອຸປະກອນ, ​ເຄື່ອງ​ອາ​ໄຫຼ່​ລົດ​ໂອ​ໂຕ… ​ໃນ​ຊຸມ​ປີມໍ່ໆ​ມາ​ນີ້, ສິນ​ໃນ​ນ້ຳຂອງ​ຫວຽດນາມ​​ໄດ້​ແຊກ​ຊືມເຂົ້າ​ຕະຫຼາດ Belarus ​ເທື່ອ​ລະ​ກ້າວ ​ແລະ ກວມ​ອັດຕາ​ສ່ວນ​ຫຼາຍ​ໃນ​ຈຳນວນ​ສິນຄ້າ​ສົ່ງ​ອອກ​ໄປ​ຍັງ Belarus. ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ​Belarus ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ - ການ​ຄ້າ ​ແລະ ວິທະຍາສາດ - ​ເຕັກນິກ ​ໄດ້​ຈັດການ​ປະຊຸມ​ປະຈຳ​ປີ​ຊຸດ​ທີ 8 ​ແລ້ວ. ​ໃນ​ກອງ​ປະຊຸມ​ຊຸດ​ທີ 8 ​ເຊິ່ງຈັດ​ຂຶ້ນ​ເມື່ອ​ເດືອນ 11/2010 ຢູ່ Minsk, ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ໂຄງການ​ຮ່ວມ​ມື​ລະຫວ່າງ ຫວຽດ ນາມ - Belarus ​ໃນ​ຂົງ​ເຂດ​ເສດຖະກິດ​ໄລຍະ 2011 – 2012.

    ​ໃນ​ຊຸມ​ປີຜ່ານມາ, Belarus ​ໄດ້​ຊ່ວຍ​ຫວຽດນາມ​ບຳລຸງ​ສ້າງ​ພະນັກງານ, ນັກ​ຊ່ຽວຊານ​ທີ່​ມີ​ລະດັບ​ວິຊາ​ການ​ສູງ​ຫຼາຍ​ຄົນ. ການ​ຮ່ວມ​ມື​ທາງ​ດ້ານ​ວິ​ທະ​ບາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຮັກສາ​ໄວ້ ​ແລະ ພັດທະນາ, ບັນດາ​ອົງການ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຂອງ​ສອງ​ປະ​ເທດ​ໄດ້​ມີ​ການ​ຮ່ວມ​ມື​ນຳກັນ​ຢ່າງ​ແໜ້ນ​ແຝ້ນ, ມີ​ຫຼາຍ​ໂຄງການ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ແລະ​ໄດ້​ຮັບ​ໝາກຜົນ​ທີ່​ດີ. ການ​ຮ່ວມ​ມື​ດ້ານ​ແຮງ​ງານ ​ແມ່ນ​ແງ່​ຫວັງຮ່ວມ​ມື​ໃໝ່​ລະຫວ່າງ​ສອງ​ປະ​ເທດ. ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​​ເຊັນ​ສັນຍາກັບ​ບັນດາ​ບໍລິສັດ​ກໍ່ສ້າງ​ຂອງ Belarus ​ເພື່ອ​ນຳ​ຜູ້​ອອກ​ແຮງ​ງານ​ຫວຽດນາມ​ໄປ​ເຮັດ​ວຽກ​ຢູ່​ກິດຈະກຳ​ກໍ່ສ້າງ​ ເຂດ​ກິລາບັນ​ເທິງຢູ່​ນະຄອນຫຼວງ Minsk. ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖີ່​ນຕ່າງໆ​ຂອງ​ສອງ​ປະ​ເທດ​ພວມ​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ຕັ້ງໜ້າ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບັນດາ​ເອກະສານ​ຮ່ວມ​ມື​ລະຫວ່າງ ຮ່າ​ໂນ້ຍ ​ແລະ Minsk, ດ່າ​ນັ້ງ ​ແລະ ​ແຂວງ Godno, ນະຄອນ ​ໂຮ່ຈີ​ມິນ ​ແລະ Minsk… ລະຫວ່າງຄະນະ​ກຳມະການ​ປະຊາຊົນ​ແຂວງ ບິ່ງ​ທ້ວນ ​ແລະ​ ຄະນະ​ບໍລິຫານ​ງານ ​ແຂວງ Vichepxco. ​ໃນ​ການ​ຢ້ຽມຢາມ Belarus ຂອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ຫງວຽນ​ເທ໋ຖາວ ​ເມື່ອ​ເດືອນ 5/2010 ນັ້ນ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ກ່ຽວ​ກັບ​ບັນດາ​ທິດ​ທາງ​ຮ່ວມ​ມື​ລະຫວ່າງນະຄອນຫຼວງ​ຂອງ​ສອງ​ປະ​ເທດ ​ໃນ​ບັນດາ​ຂົງ​ເຂດ ​ເສດຖະກິດ, ຄົມມະນາຄົມ, ສາທາລະນະ​ສຸກ, ວັດທະນະທຳ - ຖະ​ແຫຼ​ງຂ່າວ, ກິລາ - ທ່ອງ​ທ່ຽວ, ພິ​ເສດ​​ແມ່ນພາຍຫຼັງທີ່​ບັນດາ​ຂໍ້​ຕົກລົງ, ສັນຍາ​ຮ່ວມ​ມື​​ໄດ້​ຮັບ​ການ​ລົງ​ນາມ ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ໃນ​ການ​ຢ້ຽມຢາມ​ ຫວຽດນາມ ຂອງ​ປະທານາທິບໍດີ Belarus Lukashenko ​ເມື່ອ​ປີ 2008. ປະຈຸ​ບັນ, ມີ​ຊາວ​ຫວຽດນາມ​ປະມານ 600 ຄົນ​ພວມ​ດຳລົງ​ຊີວິດ​ຢູ່ Belarus. ​ເບິ່ງ​ລວມ​ແລ້ວ, ອຳນາດ​ການ​ປົກຄອງ​ໄດ້​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ​ ໃນ​ການ​ຮ່ຳຮຽນ, ຢູ່​ອາ​ໄສ ​ແລະ​ ດຳ​ເນີນ​ທຸລະ​ກິດ​ຢ່າງ​ຖືກຕ້ອງ​ຕາມ​ກົດ​ໝານຍຂອງ Belarus. ​ເດືອນ 12/2006, ປະທານາທິບໍດີ Lukashenko ​ໄດ້​ອະນຸຍາດ​ໃຫ້​ພົນລະ​ເມືອງ​ຫວຽດນາມ ທີ່​ໄດ້​​ເຮັດ​ວຽກ, ຮ່ຳຮຽນ​ຢູ່ Belarus ກ່ອນ​ປີ 1992 ອາ​ໄສ​ໃນ​ໄລຍະ​ຍາວ​ຢູ່ Belarus . ຄາດ​ວ່າ​ໃນ​ກາ​ນຢ້ຽມຢາມ​ຫວຽດນາມ​ຄັ້ງນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີ belarus Mikhail Myasnikovich , ສອງ​ຝ່າຍ​ຈະ​ລົງ​ນາມ​ໃນ​ບັນດາ​ສັນຍາ ​ແລະ ບົດ​ບັນ​ທຶກ​ຂໍ້​ຕົກລົງຣ່ວມມື​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ​ການ​ສຶກສາ​ບຳລຸງ​ສ້າງ, ຍຸດຕິ​ທຳ, ພາສີຊາຍ​ແດນ. . . ທ່ານ​ນາຍົກລັດຖະມົນຕີ belarus Mikhail Myasnikovich ກໍ່​ຈະ​ເຂົ້າຮວ່ມພິທີ​ເປີດ​ສະຫລອງ​ຫ້ອງການ​ຕາງ​ໜ້າ ຂອງ​ໂຮງງານ​ຜະລິດ​ລົດ​ໂອ​ໂຕ Minsk,  ​ເຂົ້າຣ່ວມພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ການ​ຕົງ​ລົງ​ສ້າງ​ຕັ້ງ​ສູນ ຮວ່ມສຳພັນ​ຄົ້ນ​ຄ້ວາວິທະຍາສາດ-​ເຕັກ​ໂນ​ໂລ​ຍີ ຫວຽດນາມ- Belarus  ​ແລະ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - Belarus. ວິ​ສາ​ຫະກິດ​ຊັ້ນ​ນຳ 20 ​ແຫ່ງ ຂອງ Belarus ​ເຊິ່ງ​ເຄື່ອນ​ໄຫວ​ໃນ​ບັນດາ​ຂົງ​ເຂດຄື: ກົນ​ຈັກ, ​ເຄື່ອງອຸປະກອນ, ກໍ່ສ້າງ, ນ້ຳມັນ​ອາຍ​ແກັດ​ສ, ພະລັງງານ, ອຸດ​ສາ​ຫະກຳ​ເບົາ, ຜະລິດ​ຕະພັນ​ກະ​ເສດ, ການ​ຄ້າ​ສັງ​ລວມ. . . ​ແລະ ວິ​ສາ​ຫະກິດ ຫວຽດນາມ​ກ່ວາ 100 ​ແຫ່ງ ກໍ່​ຈະ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຄັ້ງນີ້​ດ້ວຍ​ຈຸດ​ຫມາຍ​ຊອກ​ຫາ​ກະລະ​ໂອກາດຮວ່ມມືດຳ​ເນີນ​ທຸລະ​ກິດ

        ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້​ ຂອງ ​ທ່ານ ​ນາຍົກລັດຖະມົນຕີ belarus ​ໄດ້​ເປັນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນຮ່ວມ​ມື​ມິດຕະພາບ​​ໃນ​ຫລາຍ​ຂົງ​ເຂດ​ກັບ​ຫວຽດນາມ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ , ພິ​ເສດ​ແມ່ນ​ຂົງ​ເຂດ ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ຊອກ​ຫາ​ກາລະ​ໂອກາດດຳ​ເນີນ​ທຸລະ​ກິດ, ລົງ​ທຶນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂອງ Belarus  ຢູ່​ຫວຽດນາມ. ນອກ​ຈາກນັ້ນ, ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກປ່ຽນ​ບັນດາ​ບັນຫາ​ໃນ​ພາກ​ພື້ນ​ແລະ​ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ກໍມີ​ຄວາມ​ສົ​ນ​ໃຈ, ​ເພື່ອ​​ ແນ​ໃສ່​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ນຳ​ກັນ​ໃນບັນດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ ຢ່າງ​ມີ​ປະສິດ​ທິຜົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ