(vovworld) -
ໂຄງການທົດລອງເລືອກເຟັ້ນປັນຍາຊົນທີ່ດີເດັ່ນ, ແລະ ມີລະດັບມະຫາວິທະຍາໄລ 600 ຄົນ, ເປັນຮອງປະທານຄະນະກຳມະການປະຊາຊົນຕາແສງ ຢູ່ 62 ເມືອງທີ່ທຸກຍາກຂອງນາຍົກລັດຖະມົນຕີນັ້ນ ໄດ້ຮັບການຕີລາຄາແມ່ນແຜນນະໂຍບາຍໃຫຍ່, ປະກອບສ່ວນສ້າງເປັນກຳລັງແຮງໃໝ່ໃຫ້ແກ່ບັນດາຕາແສງຂຶ້ນກັບ 62 ເມືອງທີ່ປະສົບກັບຄວາມຫຍຸ້ງຍາກ. ພາຍຫຼັງ 1 ປີ ແຫ່ງການຜັນຂະຫຍາຍໂຄງການ, ອຳນາດການປົກຄອງທ້ອງຖີ່ນໃນທົ່ວປະເທດໄດ້ເຫັນດີເຫັນພ້ອມກັບແຜນນະໂຍບາຍນຳຖັນແຖວປັນຍາຊົນໜຸ່ມເຂົ້າຮ່ວມການກໍ່ສ້າງ ແລະ ພັດທະນາບ້ານເກີດເມືອງນອນ.
ບັນດາປັນຍາຊົນໜຸ່ມໄດ້ຮັບການເພີ່ມເຕີມຢູ່
ບັນດາຕາແສງປະສົບກັບຄວາມຫຍຸ້ງຍາກ
(ພາບ: google.com.vn)
|
ຈາກແຜນນະໂຍບາຍປະຕິບັດຫຼາຍນະໂຍບາຍ ເພື່ອດັດສົມແຫຼ່ງຊັບພະຍາກອນມະນຸດ, ຮັບປະກັນພັດທະນາຢ່າງສະເໝີພາບ, ໝັ້ນຄົງລະຫວ່າງເຂດຕ່າງໆໃນທົ່ວປະເທດນັ້ນ. ທ່ານນາຍົກລັດຖະມົນຕີ ໄດ້ເຊັນອະນຸມັດ ”ໂຄງການທົດລອງເລືອກເຟັ້ນປັນຍາຊົນທີ່ດີເດັ່ນ, ແລະ ມີລະດັບມະຫາວິທະຍາໄລ 600 ຄົນ, ເປັນຮອງປະທານຄະນະກຳມະການປະຊາຊົນຕາແສງຢູ່ 62 ເມືອງທີ່ທຸກຍາກ”, ເພື່ອສ້າງກຳລັງແຮງໃໝ່ ແນໃສ່ລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງ ແລະ ຍົກສູງລະດັບຖັນແຖວການນຳໃຫ້ແກ່ເຂດຊົນນະບົດ, ໂດຍສະເພາະແມ່ນເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ. ກາວບັ່ງ ແມ່ນແຂວງທຳອິດໃນທົ່ວປະເທດໄດ້ຕ້ອນຮັບປັນຍາຊົນໜຸ່ມ 40 ຄົນມາເປັນຮອງປະທານຕາແສງຢູ່ 5 ເມືອງທີ່ປະສົບກັບຄວາມທຸກຍາກ. ເຖິງວ່າຫາກໍ່ຮັບໜ້າທີ່ພຽງ 3 ເດືອນເທົ່ານັ້ນ ແຕ່ທາງແຂວງໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ເຂົາເຈົ້າປະຕິບັດໜ້າທີ່ຢູບັນດາແຫ່ງທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ທ່ານ Nguyen Hoang Anh, ປະທານຄະນະກຳມະການປະຊາຊົນແຂວງກາວບັ່ງ ເວົ້າວ່າ:
”ຂ້າພະເຈົ້າຄິດວ່າ, ສິ່ງສຳຄັນສຳຫຼັບລຸ້ນໜຸ່ມ, ນັ້ນແມ່ນນ້ຳໃຈກ້າຄິດ, ກ້າທຳ, ມີຄວາມຂະຫຍັນຂັນເຂື່ອນ, ມີຫົວຄິດປະດິດສ້າງ, ເມື່ອຮັບໜ້າທີ່ຢູ່ທ້ອງຖີ່ນປະສົບກັບຄວາມຫຍຸ້ງຍາກ, ເຂົາເຈົ້າຈະຄົ້ນພົບ ແລະຊອກເຫັນຫຼາຍບັນຫາທີ່ຕົນມີຄວາມສົນໃຈຢ່າງແນ່ນອນ. ແຕ່ກໍ່ຄວນສ້າງເງື່ອນໄຂ ແລະ ຕ້ອງເຮັດຄືແນວໃດເພື່ອໃຫ້ເຂົາເຈົ້າສາມາດສຳພັດໄດ້ກັບວຽກງານ, ເພາະວ່າດ້ວຍຄວາມຮູ້ທີ່ເຂົາເຈົ້າຮຳ່ຮຽນມາໄດ້ນັ້ນ ແມ່ນບໍ່ທັນຄົບຖ້ວນ, ຫາກຕ້ອງມີບົດຮຽນ ແລະ ໄດ້ຮັບການແນະນຳຊ່ວຍເຫຼືອຕື່ມອີກ”.
ກາວບັ່ງແມ່ນແຂວງທຳອິດທີ່ມີປັນຍາຊົນໜຸ່ມມາຮັບໜ້າທີ່
ເປັນຮອງປະທານຕາແສງ
(ພາບ: google.com.vn)
|
ທ່ານ Dang Viet Cuong ຮອງຫົວໜ້າພະແນກພົວພັນພາຍໃນແຂວງກອນຕຸມ, ໃຫ້ຮູ້ວ່າ, ເມື່ອຮັບປັນຍາຊົນໜຸ່ມ 18 ຄົນມາເປັນຮອງປະທານຢູ່ບັນດາຕາແສງປະສົບກັບຄວາມຫຍູ້ງຍາກນັ້ນ, ທາງແຂວງກອນຕຸມ ໄດ້ມອບໜ້າທີ່ເໝາະສົມກັບວິຊາສະເພາະຂອງເຂົາເຈົ້າ. ດັ່ງນັ້ນ,ໃນເບື້ອງຕົ້ນເຂົາເຈົ້າສ່ວນຫຼາຍໄດ້ສະແດງໃຫ້ເຫັນຄວາມສາມາດຂອງຕົນ ກໍ່ຄືໄດ້ມີບັນດາຄວາມເຫັນຊີ້ນຳການເຄື່ອນໄຫວຢູ່ຂັ້ນຮາກຖານ, ອັນໄດ້ປະກອບສ່ວນເຂົ້າໃນພາລະກິດພັດທະນາເສດຖະກິດ - ສັງຄົມຂອງບັນດາຕາແສງປະສົບກັບຄວາມຫຍູ້ງຍາກ.
”ເລື່ອງຊັບຊ້ອນວຽກງານໃຫ້ປັນຍາຊົນໜຸ່ມ 18 ຄົນ ຢູ່ບັນດາຕາແສງໃນບໍລິເວນແຂງກອນຕຸມ ໄດ້ດຳເນີນໄປຢ່າງສະດວກສະບາຍ. ປະຈຸບັນ, ບັນດາປັນຍາຊົນໜຸ່ມດັ່ງກ່າວພວມສຳພັດກັບວຽກງານ. ເຂົາເຈົ້າໄດ້ຕັ້ງໜ້າໄກ້ສິດຕິດແທດກັບຮາກຖານເພື່ອກຳແໜ້ນສະພາບການ, ແລະ ເປັນເສນາທິການໃນວຽກງານຈຳນວນໜຶ່ງໃຫ້ແກ່ຄະນະປະຈຳຄະນະກຳມະການປະຊາຊົນຕາແສງ”.
ທ່ານ Nguyen Ho Canh, ປະທານຄະນະກຳມະການປະຊາຊົນເມືອງເຕືອງເຢືອງ, ແຂວງເງ້ອານ, ຖືວ່າ, ຮອງປະທານຕາແສງໃໝ່ 13 ຄົນ ຢູ່ເມືອງເຕືອງເຢືອງໄດ້ມີວິທີການເຮັດວຽກດີທີ່ສຸດ. ນີ້ແມ່ນເງື່ອນໄຂຕ້ອງການ ແລະ ຄົບຖ້ວນ ເຊິ່ງເມືອງເຕືອງເຢືອງ ພວມຕ້ອງການ.
”ພວກຂ້າພະເຈົ້າເຫັນວ່າ, ປັນຍາຊົນໜຸ່ມ 13 ຄົນ ສາມາດເຂົ້າຮ່ວມຖັນແຖວພະນັກງານຕາແສງໄດ້, ເພື່ອເພີ່ມເຕີມໃຫ້ບັນດາຂົງເຂດທີ່ຍັງຂາດພະນັກງານ. ເລື່ອງເຂົາເຈົ້າໄດ້ຮັບເລືອກເຟັ້ນເປັນຮອງປະທານຕາແສງນັ້ນທັງແມ່ນການທົດສອບໃຫ້ແກ່ເຂົາເຈົ້າ, ທັງແມ່ນການທ້າທາຍໃຫ້ແກ່ອຳນາດການປົກຄອງທຸກຂັ້ນ, ເພາະວ່າພາຍຫຼັງ 5 ປີ ແຫ່ງການປະຕິບັດໂຄງການ, ເຂົາເຈົ້າຈະໄປໄສ, ເຮັດວຽກງານໃດ, ແລະມີຈັກຄົນຈະກາຍເປັນຮອງປະທານ. ພາຍຫຼັງມີບັນດາຂໍ້ຕົກລົງຂອງໂຄງການ, ພວກຂ້າພະເຈົ້າໄດ້ເປັນເສນາທິການເພື່ອໃຫ້ຄະນະປະຈຳຄະນະພັກແຂວງປະກາດໃຊ້ເອກະສານຊີ້ນຳຄະນະປະຈຳເມືອງຕ່າງໆ. ຄະນະພັກທຸກຂັ້ນຕ້ອງມີການຕີລາຄາປັນຍາຊົນໜຸ່ມ, ຈາກນັ້ນຈະບຳລຸງສ້າງເພື່ອໃຫ້ເຂົາເຈົ້າເຕີບໃຫຍ່ກວ່າອີກ”.
ບັນດາປັນຍາຊົນໜຸ່ມພວມໄດ້ຮັບການບຳລຸງສ້າງ
ເພື່ອກາຍເປັນຮອງປະທານຕາແສງປະສົບກັບຄວາມຫຍຸ້ງຍາກ
(ພາບ: google.com.vn)
|
ຕາມການຕີລາຄາຂອງກະຊວງພາຍໃນແລ້ວ, ໃນໄລຍະຜ່ານມາ, ຖັນແຖວປັນຍາຊົນໜຸ່ມ 600 ຄົນນີ້ໄດ້ຮັບໜ້າທີ່ວຽກງານຂອງຕົນຢ່າງແທ້ຈິງ, ແລະ ໃນເບື້ອງຕົ້ນໄດ້ປະສົບກັບຄວາມສະດວກຫຼາຍຢ່າງ ກໍ່ຄືໄດ້ຮັບການເຫັນດີເຫັນພ້ອມຈາກສັງຄົມ. ທ່ານ Nguyen Tien Dinh, ຮອງລັດຖະມົນຕີກະຊວງພາຍໃນ, ຫົວໜ້າຄະນະຊີ້ນຳໂຄງການໃຫ້ຮູ້ວ່າ:
”ເຖິງວ່າຈະແມ່ນໂຄງການທົດລອງກໍ່ຕາມ, ແຕ່ຄວາມຈິງແລ້ວ, ປັນຍາຊົນໜຸ່ມຖືກນຳເຂົ້າໂຄງການ ລ້ວນແຕ່ໄດ້ຮັບໜ້າທີ່ເປັນຮອງປະທານຕາແສງເລີຍ , ດັ່ງນັ້ນເຂົາເຈົ້າກໍ່ຕ້ອງປະຕິບັດໜ້າທີ່ຖືກຕາມຖະນະຕຳແໜ່ງໃນທັນທີ. ການກະກຽມໃຫ້ພວກນ້ອງມາຮັບໜ້າທີ່ຢູ່ທ້ອງຖີ່ນໃນເບື້ອງຕົ້ນແມ່ນເປັນປົກກະຕິໂດຍພື້ນຖານ”.
ການນຳບັນດາແຂວງ, ນະຄອນໃນທົ່ວປະເທດ, ພິເສດແມ່ນບັນດາຕາແສງທີ່ໄດ້ຮັບຖັນແຖວປັນຍາຊົນໜຸ່ມມາເປັນຮອງປະທານຕາແສງນັ້ນ, ລ້ວນແຕ່ຕີລາຄາວ່າ, ເລື່ອງນຳຖັນແຖວປັນຍາຊົນໜຸ່ມມາເປັນການນຳຕາແສງ ແມ່ນຕອບສະໜອງຄວາມຕ້ອງການຂອງຮາກຖານ. ເພາະວ່າເມື່ອຖັນແຖວການນຳຂັ້ນຮາກຖານມີຄວາມສາມາດດ້ານວິຊາສະເພາະ ຈຶ່ງສາມາດເປັນໄມ້ງັດໃຫ້ແກ່ການພັດທະນາຂອງເຂດຊົນນະບົດເວົ້າລວມ ແລະບັນດາເມືອງທີ່ທຸກຍາກເວົ້າສະເພາະໄດ້.