ເວທີປາໄສຫວຽດນາມ-ອາເມລິກາລາຕິນ ກ່ຽວກັບການຄ້າ ແລະ ການລົງທຶນ

ເວທີປາໄສຫວຽດນາມ-ອາເມລິກາລາຕິນ ກ່ຽວກັບການຄ້າ ແລະ ການລົງທຶນ - ảnh 1
ເວທີ​ປາ​ໄສ​ຫວຽດນາມ-ອາ​ເມ​ລິ​ກາ​ລາ​ຕິນກ່ຽວ​ກັບ​ກາ​ນຄ້າ ​ແລະ ການ​ລົງ​ທຶນ ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 5/7ຢູ່​ຮ່າ​ໂນ້ຍ
(ພາບ: internet)


    ເວທີ​ປາ​ໄສ​ຫວຽດນາມ-ອາ​ເມ​ລິ​ກາ​ລາ​ຕິນກ່ຽວ​ກັບ​ກາ​ນຄ້າ ​ແລະ ການ​ລົງ​ທຶນ : ຮັດ​ແຄບ​ຊອງ​ຫວ່າງດ້ານ​ພູມິີປະ​ເທດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລົງທຶນ​ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 5/7ຢູ່​ຮ່າ​ໂນ້ຍ ​ແລະ ຈະ​ແກ່ຍາວ​ເປັນ​ເວລາ 2 ວັນ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ເວທີ​ປາ​ໄສ​ຊຸກຍູ້​ດ້ານ​ການ​ຄ້າ-ການ​ລົງທຶນລະຫວ່າງ ຫວຽດນາມ-ອາ​ເມ​ລິ​ກາ​ລາ​ຕິນທີ່​ມີ​ຂອບ​ຂະໜາດ​ໃຫຍ່​ໄດ້​ຖືກ​ຈັດ​ຂຶ້ນ, ທັງ​ເປັນ​ການ​ຢັ້ງຢືນ​ແນວທາງ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ແມ່ນ​ຖື​ເປັນ​ສຳຄັນ​ການ​ພັດທະນາ​ຮ່ວມ​ມື​ຮອບດ້ານ​ກັບ​ບັນດາ​ປະ​ເທດອາ​ເມ​ລິ​ກາ​ລາ​ຕິນ, ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ 2 ຝ່າຍ​ເພື່ອ​ຍົກ​ລະດັບ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ໃຫ້​ພັດທະນາ​ທຽບ​ເທົ່າ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ການ​ພົວພັນ​ດ້ານ​ການ​ເມືອງ​ທີ່​ດີງາມ.

      ອາ​ເມ​ລິ​ກາ​ລາ​ຕິນ ​ແມ່ນ​ຕະຫຼາດ​ໃຫຍ່​ແຫ່ງ​ໜຶ່ງດ້ວຍ​ຈຳນວນ​ປະຊາກອນ​ 580 ລ້າ​ນຄົນ, ຍອດ​ຈີ​ດີ​ພີບັນລຸ​ກ່ວາ 5.500 ຕື້ USD, ​ໃນ​ນັ້ນ​ມີ3 ພື້ນຖານ​ເສດຖະກິດ ນອນ​ໃນ​ກຸ່ມ 20 ປະ​ເທດ​ພັດທະນາ ( G 20 ) ຄື : ບຣາຊິວ, ​ເມັກ​ຊິກ​ໂກ ​ແລະ ອັກ​ຊັງ​ຕິນ. ອາ​ເມ​ລິ​ກາ​ລາ​ຕິນ ​ແມ່ນ​ພາກພື້ນ​ທີ່ທຳ​ມະ​ຊາດ​ເອື້ອ​ອຳນວຍ​ຄວາມ​ສະດວກ​ດ້ວຍ​ແຫຼ່ງຊັບ​ພະຍາກອນທຳ​ມະ​ຊາດ​ທີ່​ອຸດົມສົມບູນ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນດ້ານ​ທຶນຮອນ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ. ​ໃນ​ຊຸມ​ປີ​ທີ່ຜ່ານ​ມາ, ການ​ພົວພັນລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດອາ​ເມ​ລິ​ກາ​ລາ​ຕິນ​ໄດ້​ພັດທະນາ​ຢ່າງ​ແຂງ​ແຮງ ​ແລະ ໝັ້ນຄົງ​ໜັກ​ແໜ້ນ. ມາ​ຮອດ​ປະຈຸ​ບັນ, ຫວຽ​ດນາມ ​ໄດ້​ມີ ການ​ພົວພັນທາງ​ການ​ທູດ​ກັບ 27 ປະ​ເທດອາ​ເມ​ລິ​ກາ​ລາ​ຕິນ, ​ໄດ້​ສ້າງ​ຕັ້ງ​ບັນດາ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ກັບ 5 ປະ​ເທດ, ສ້າງ​ຕັ້ງ​ບັນດາ​ກົນ​ໄກ​ທາ​ບທາມ​ດ້ານ​ການ​ເມືອງ​ກັບ 15 ປະ​ເທດ ອາ​ເມ​ລິ​ກາ​ລາ​ຕິນ. ​ໃນ 10 ປີທີ​່ຜ່ານ​ມາ, ​ໄດ້​ມີ​ການ​ຢ້ຽມຢາມບັນດາ​ປະ​ເທດອາ​ເມ​ລິ​ກາ​ລາ​ຕິນ 9 ຄັ້ງ ຂອງ​ການ​ນຳ​ສູງ​ສຸດ​ຂອງ​ຫວຽດນາມ ​ແລະ ການມາ​ຢ້ຽມຢາມ​ຫວຽດນາມ 10 ຄັ້ງ​ຂອງ​ບັນດາ​ການ​ນຳ​ສູງ​ສຸດ​ຂອງ​ບັນ​ປະ​ເທດ ອາ​ເມ​ລິ​ກາ​ລາ​ຕິນ. ປະຈຸ​ບັນ ຫວຽດ ນາມ​ໄດ້​ມີ​ສະຖານທູດ 7 ​ແຫ່ງ​ປະຈຳ​ພາກ​ພື້ນ​ນີ້ ​ແລະ 8 ປະ​ເທດ ອາ​ເມ​ລິ​ກາ​ລາ​ຕິນ​ໄດ້​ຕັ້ງ​ສະຖານທູດ​ປະຈຳ​ຫວຽດນາມ​ທີ່​ຮ່າ​ໂນ້ຍ. ການ​ພົວພັນຮ່ວມ​ມືດ້ານ​ເສດຖະກິດກາ​ນຄ້າລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດອາ​ເມ​ລິ​ກາ​ລາ​ຕິນ ​ໄດ້​ເພີ່​ມທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ, ພິ​ເສດ​ການ​ແລກປ່ຽນ​ການ​ຄ້າ​ໄດ້​ເພີ່ມ​ຂຶ້ນ​ໃນ​ລະດັບ​ທີ່​ໜ້າ​ປະ​ທັບ​ໃຈ. ວົງ​ເງິນ​ການ​ຄ້າ 2 ສົ້ນ​ໄດ້​ເພີ່ມ​ຂຶ້ນ​ທົບ 17 ​ເທົ່າ​ໃນ​ໄລຍະ 10 ປີ​ທີ່​ຜ່ານ​ມາ ( ຄື​ ຈາກ 300 ລ້ານ USD ​ໃນ​ປີ 2000 ຂຶ້ນ​ເປັນ 5,1 ຕື້ USD​ໃນ​ປີ 2011 ) ​ໃນ​ນັ້ນ ວົງ​ເງິນ​ການ​ຄ້າລະຫວ່າງ ຫວຽດນາມກັບ​ບາງ​ປະ​ເທດ​ໃຫຍ່​ໃນ​ພາກ​ພື້ນອາ​ເມ​ລິ​ກາ​ລາ​ຕິນຄື ບຣາຊິວ, ​ເມັກ​ຊິກ​ໂກ ​ແລະ ອັກ​ຊັງ​ຕິນ ​ໄດ້​ລື​ນກາຍລະດັບ 1 ຕື້ USD/ປີ. ຍອດ​ຈຳນວນ​ທຶນ​ໃນ​ຄຳ​ໝັ້ນ​ສັນຍາລົງທຶນ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ​ບັນລຸ​ກ່ວາ 7 ຕື້ USD ​ແລະ​ການ​ລົ​ງທຶນ​ຂອງ ອາ​ເມ​ລິ​ກາ​ລາ​ຕິນ​ເຂົ້າຫວຽດນາມບັນລຸປະມານ 2 ຕື້ USD . ຕາມ​ທ່ານ​ນາງ  Nguyen Phuong Nga ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ​ແລ້ວ, ໝາກຜົນ​ເຫຼົ່າ​ນັ້ນ ​ພຽງ​ແຕ່​ແມ່ນ​ໃນ​ໄລຍະ​ເບື້ອງ​ຕົ້ນ ​ແລະ ​ແງ່​ຫວັງຂອງການ​ພົວພັນຮ່ວມມືດ້ານ ກາ​ນຄ້າ ​ແລະ ການ​ລົງ​ທຶນລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ນີ້​ແມ່ນ​ຍັງ​ໃຫຍ່​ຫຼວງ​ຢູ່. ທ່ານ​ນາງ  Nguyen Phuong Nga ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “ 2 ຝ່າຍ​ມີ​ທ່າ​ແຮງ​ເພື່ອ​ສາມາດ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ. ຍົກ​ຕົວຢ່າງ​ຄື ຫວຽດ ນາມ​ມີ​ຕະຫຼາດ​ທີ່​ກ້ວາງ​ໃຫຍ່​ດ້ວຍ​ຈຳນວນ​ປະຊາກອນ​ເກືອບ 90 ລ້ານ​ຄົນ, ມີ​ທີ່​ຕັ້ງ​ດ້ານ​ພູມີ​ປະ​ເທດ ​ແລະ ການ​ເມືອງ​ທີ່​ສຳຄັນ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ແມ່ນ​ພື້ນຖານ​ເສດຖະກິດ​ພວມ​ພັດທະນາ​ຢ່າງ​ຂະຫຍັນ​ຂັ່ນ​ເຄື່ອນ, ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ. ​ໃນ​ຂະນະ​ນັ້ນ, ບັນດາ​ປະ​ເທດ ອາ​ເມ​ລິ​ກາ​ລາ​ຕິນ ​ແມ່ນ​ຕະຫຼາດ​ທີ່​ກ້ວາງ​ໃຫຍ່ ມີ​ຄວາມ​ຕ້ອງການ​ດ້ານ​ສິນຄ້າ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ, ​ແທດ​ເໝາະ​ກັບ​​ໂຄງ​ປະກອບ​ສິນຄ້າສົ່ງ​ອອກ​ຂອງຫວຽດນາມ, ພ້ອມ​ກັນ​ນັ້ນ, ອາ​ເມ​ລິ​ກາ​ລາ​ຕິນ ຍັງ​ແມ​່ນ​ແຫຼ່ງສະໜອງ​ວັດຖຸ​ດິບ, ​ເຊື້ອ​ໄຟ, ທຶນຮອນ ​ແລະ ​ເຕັກ​ໂນ​ໂລ​ຢີ​ໃນ​ບາງ​ຂົງ​ເຂດ​ຊຶ່ງ​ຫວຽດນາມ​ພວມ​ຕ້ອງການ​ທີ່​ສຸດ. ມີ​ເງື່ອນ​ໄຂ​ທີ່​ສະດວກ​ໂດຍ​ພາ​ວະ​ວິ​ໄສ​ອີກ​ອັນ​ໜຶ່ງ, ນັ້ນ​ແມ່ນ​ທັງ 2 ພາກ​ພື້ນ​ລ້ວນ​ແຕ່​ພວມ​ພັດທະນາ​ແບບ​ຂະຫຍັນ​ຂັ່ນ​ເຄື່ຶອນ. ການ​ຮ່ວມ​ສຳພັນ​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ​ກໍ​ຄື​ການ​ຮ່ວມ​ສຳພັນ​ດ້ານ​ເສດຖະກິດ​ລະຫວ່າງ​ພາກ​ພື້ນ ກໍ​ພວມ​ພັດທະນາ​ຢ່າງ​ແຂງ​ແຮງ​ທີ່​ສຸດ​ດ້ວຍ​ຫຼາຍ​ກົນ​ໄກ​ຮ່ວມ​ມື​ຄື ເວທີ​ປາ​ໄສຮ່ວມ​ມື​ເສ​ຖະກິດ​ອາຊີ-ປາຊີຟິກ, ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງກຸ່ມ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ກັບ​ກຸ່ມ​ຕະຫຼາດ​ຮ່ວມ​ທະວີບອາ​ເມ​ລິ​ກາ, ການ​ຮ່ວມ​ມື​​ແບບ​ຄູ່​ຮ່ວມ​ມືລະຫວ່າງ​ບັນດາ​ປະ​ເທດ​ປາຊີ​ຟິກ, ເວທີ​ປາ​ໄສຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ- ອາ​ເມ​ລິ​ກາ​ລາ​ຕິນ ”

     ​ເພື່ອ​ໃຫ້​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ກາລະ​ໂອກາດ​ປະກົດ​ຜົນ​ເປັນ​ຈິງ, ມຸ່ງ​ໄປ​ສູ່​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື ດ້ານກາ​ນຄ້າ ​ແລະ ການ​ລົງ​ທຶນທີ່​ຂະຫຍັນ​ຂັ່ນ​ເຄື່ອນ ​ແລະ ໝັ້ນຄົງ​ລະຫວ່າງ ຫວຽດນາມ-ອາ​ເມ​ລິ​ກາ​ລາ​ຕິນນັ້ນ, ສິ່ງ​ທີ່​ສຳຄັນ​ແມ່ນ​ຕ້ອງ​ແກ້​ໄຂ​ຮົ້ວ​ກິດ​ຂວາງ​ດ້ານ​ຂໍ້​ມູນ​ຂ່າວສານ ​ແລະ ຊອງ​ຫວ່າງ​ດ້ານ​ພູມີ​ປະ​ເທດ, ຊຸກຍູ້​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ​ເອົາ​ໃຈ​ໃສ່​ຂອງ​ບັນດາ​ອົງການ​ລັດຖະບານ ​ແລະ ວິ​ສາ​ຫະກິດ​ຂອງ​ 2 ຝ່າຍ, ສ້າງ​ບັນດາ​ກົນ​ໄກ​ແລກປ່ຽນ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ. ຍ້ອນ​ເຫດ​ນີ້​ເອງ, ​ແນວ​ຄວາມ​ຄິດ​ຈັດ​ຕັ້ງ ເວທີ​ປາ​ໄສ​ເພື່ອ​ໃຫ້​ບັນດານັກຄຸ້ມ​ຄອງ, ວົງ​ການ​ນັກທຸລະກິດ, ນັກລົງທຶນ​ຂອງ ຫວຽດນາມ-ອາ​ເມ​ລິ​ກາ​ລາ​ຕິນ ​ໄດ້​ພົບ​ປະ, ປຶກສາ​ຫາລືຄວາມ​ສາມາດ​ບົ່ມ​ຊ້ອນ, ກາລະ​ໂອກາດ, ການ​ກຳນົດ​ທິດ​ຮ່ວມ​ມື, ຊອກ​ຫາ​ມາດຕະການ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​, ສິ່ງ​ຄ້າງ​ຄ່າຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ບາດກ້າ​ວບຸກທະລຸ​ໃນ ການ​ພົວພັນ​ເສດຖະກິດກາ​ນຄ້າ ​ແລະ ການ​ລົງ​ທຶນລະຫວ່າງ ຫວຽດນາມ-ອາ​ເມ​ລິ​ກາ​ລາ​ຕິນ ​ແມ່ນ​ບາດກ້າວ​ເດີນ​ຢ່າງ​ເປັນ​ເຈົ້າການຂອງ​ລັດຖະບານ​ຫວຽດນາມ, ສະ​ແດງ​ໃຫ້​ເຫັນ​ການ​ຖື​ເປັນ​ສຳຄັນ ​ແລ​ະ ຄວາມ​ຕັດສິນ​ໃຈ​ນຳ ການ​ພົວພັນ ລະຫວ່າງຫວຽດນາມ ​ແລະ ບັນດາ​ປະ​ເທດ​ເພື່ອນ​ມິດ​ຢູ່ອາ​ເມ​ລິ​ກາ​ລາ​ຕິນສືບ​ຕໍ່​ພັດທະນາ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເວ​ເນ​ເຊ​ວລາ​ປະຈຳ​ຫວຽດນາມ Jorge Rondon Uzcategui ຖື​ວ່າ :

    “ເວທີ​ປາ​ໄສ​ເຊັ່ນ​ນີ້ ຈະ​ຊ່ວຍ​ຮັດ​ແໜ້ນ ການ​ພົວພັນ​ແບບ​ພິ​ເສດ​ທີ່​ມີ​ມາ​ແລ້ວ​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດອາ​ເມ​ລິ​ກາ​ລາ​ຕິນ. ຂ້າພະ​ເຈົ້າ​ປາດ​ຖະ​ໜາວ່າ ເວທີ​ປາ​ໄສຈະ​ແມ່ນ​ບາດກ້່າວ​ເດີນ​ທຳ​ອິດ ​ແລະ ມີ​ຄວາມ​ສຳຄັນທີ່​ສຸດ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ຝ່າຍ​ໃຫ້​ດີ​ຍິ່ງ​ຂຶ້ນ​ອີກ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ແນ ​ວ່າ ບັນດາ​ຮົ້ວ​ກິດ​ຂວາງ​ດ້ານ​ພູມີ​ປະ​ເທດ, ດ້ານ​ພາສາ....ຈະ​ບໍ່​ຄົງ​ຕົວ​ອີກ​ແລ້ວ. ນີ້​ຈະ​ແມ່ນ​ປະຖົມ​ປັດ​ໃຈ​ເພື່ອ​ໃຫ້​ພວກ​ເຮົາ​ພັດທະນາ​ການ​ພົວພັນ​ໃຫ້​ແຂງ​ແຮງ​ໃນ​ໄລຍະ​ທີ່ຈະມາ​ເຖິງ ”

    ​ໃນ​ບາດກ້າວ​ພັດທະນາ​ປະຈຸ​ບັນ, ທັງ ຫວຽດນາມ ​ແລະ ບັນດາ​ປະ​ເທດອາ​ເມ​ລິ​ກາ​ລາ​ຕິນ ລ້ວນ​ແຕ່​ໄດ້​ກຳນົດ​ວ່າ ສິ່ງ​ທີ່​ສຳຄັນ​ແມ່ນ​ຕ້ອງ​ສ້າງ​ໃຫ້​ມີ​ບາດກ້າວ​ບຸກທະລຸກ່ຽວ​ກັບກາ​ນຄ້າ ​ແລະ ການ​ລົງ​ທຶນ. ພວກ​ເຮົາ​ປາດ​​ຖະໜາ​ວ່າ ຈາກ ເວທີ​ປາ​ໄສຄັ້ງ​ນີ້ ຈະ​ສ້າງ​ຕັ້ງ​ຫຼາຍ​ກົນ​ໄກ​ຮ່ວມ​ມື​ໃໝ່ ​ແລະ ມີ​ສັນຍາ​ຮ່ວມ​ມືທີ່​ລະອຽດ ​ຫຼາຍ​ສະບັບລະຫວ່າງ ຫວຽດນາມ-ອາ​ເມ​ລິ​ກາ​ລາ​ຕິນຈະ​ໄດ້​ຮັບ​ການ​ລົງ​ນາມ ​ເພື່ອ​ສ້າງ​ບາດກ້າວ​ຫັນປ່ຽນ​​ຢ່າງ​ແຂງ​ແຮງໃນການ​ພົວພັນຮ່ວມ​ມື​ເສດຖະກິດກາ​ນ ຄ້າແລະ ການລົງ​ທຶນລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດອາ​ເມ​ລິ​ກາ​ລາ​ຕິນ ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ