(VOVWORLD) -ຄວາມເຄັ່ງຕຶງດ້ານການຄ້າໃນຕະຫລອດ 2 – 3 ເດືອນຜ່ານມາລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໂລກແມ່ນ ອາເມລິກາ ແລະ ຈີນ ໃນເບື້ອງຕົ້ນໄດ້ມີຜົນກະທົບຫຍໍ້ທໍ້ຕໍ່ຕະຫລາດທົ່ວໂລກ.
ນອກຈາກຄວາມຫລຸດລົງຂອງບາງຕະຫລາດຫຼັກຊັບຫຼັກແຫຼ່ງນັ້ນ, ໂລກກໍ່ໄດ້ຮັບຮູ້ເລື່ອງສະກຸນເງິນຂອງຫລາຍປະເທດຖືກຕົກອ່ອນຄ່າເມື່ອທຽບໃສ່ກັບເງິນ USD. ກ່ຽວກັບໄລຍະຍາວ, ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ພວມກາຍເປັນໄພນາບຂູ່ໃຫຍ່ຫລວງທີ່ສຸດຕໍ່ການເຕີບໂຕເສດຖະກິດທົ່ວໂລກ.
ສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ແກ່ຍາວຈະເຮັດໃຫ້ແງ່ຫວັງເສດຖະກິດທົ່ວໂລກອາດຈະຍິ່ງມືດມົວກ່ວາ, ວິວັດທະນະການຫັນເປັນໂລກາພິວັດອາດຈະພົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ຄຽງຂ້າງນັ້ນ, ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ ຈະແກ່ດຶງບັນດາພື້ນຖານເສດຖະກິດອື່ນເຂົ້າຮ່ວມ ແລະ ກໍ່ໃຫ້ເກີດສົງຄາມການຄ້າດ້ວຍຂອບຂະໜາດທົ່ວໂລກ. ສາຍເຫດແມ່ນສ່ວນຫລາຍການເຕີບໂຕຂອງໂລກແມ່ນອີງໃສ່ບັນດາການເຄື່ອນໄຫວແລກປ່ຽນການຄ້າ.
ຜົນກະທົບຫຍໍ້ທໍ້ຕໍ່ຕະຫລາດຫລາຍແຫ່ງ
ຈີນ, ອິນເດຍ, ອິນໂດເນເຊຍ ແລະ ມຽນມາ ພ້ອມກັບບາງປະເທດອື່ນ ໄດ້ເຫັນສະກຸນເງິນຂອງຕົນຕົກຄ່າ. ແຕ່ເດືອນ ມິຖຸນາ, ມູນຄ່າສະກຸນເງິນ Rupee ຂອງ ອິນເດຍ ໄດ້ຫລຸດລົງຢູ່ໃນລະດັບຕ່ຳສຸດນັບແຕ່ກ່ອນມາຮອດປັດຈຸບັນ, ສະກຸນເງິນຢວນຂອງ ຈີນ ກໍ່ຫລຸດລົງ 3,2%. ລະດັບຜົນສະທ້ອນຂອງບັນດາປະເທດແມ່ນແຕກຕ່າງກັນ ແລ້ວແຕ່ລະດັບອີງໃສ່ 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໂລກນີ້. ບັນດາຄວາມວິຕົກກັງວົນຂອງວົງການນັກລົງທຶນ ເມື່ອຊັ່ງຊາຈະລົງທຶນເຂົ້າ ອາຊີ ຍ້ອນສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ໄດ້ຮັບຖືວ່າ ແມ່ນປັດໄຈຕົ້ນຕໍທີ່ເຮັດໃຫ້ຄ່າສະກຸນເງິນຢູ່ບັນດາປະເທດ ອາຊີ ອ່ອນຄ່າລົງ.
ໃນຂະນະນັ້ນ, ສຳລັບ ສ.ເກົາຫຼີ, ເຖິງວ່າສະກຸນເງິນ ວອນ ບໍ່ຖືກຕົກຄ່າກໍ່ຕາມ ແຕ່ປະເທດອາຊີຕາເວັນອອກສ່ຽງເໜືອນີ້ ກໍ່ແມ່ນໜຶ່ງໃນບັນດາປະເທດຖືກຜົນສະທ້ອນຫລາຍທີ່ສຸດຈາກສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຍ້ອນວ່າ ແມ່ນ 2 ຄູ່ຮ່ວມມືການຄ້າແຖວໜ້າຂອງ ສ.ເກົາຫຼີ. ບົດລາຍງານຂອງສະຫະສະມາຄົມການຄ້າສາກົນ ສ.ເກົາຫຼີ ໃຫ້ຮູ້ວ່າ: GDP ຂອງປະເທດນີ້ ຄາດຄະເນຈະຫລຸດ 0,018% ທຽບເທົ່າປະມານ 236,49 ລ້ານ USD, ໃນ 1 ປີຈະມາເຖິງ ຖ້າຫາກ ອາເມລິກາ ແລະ ຈີນ ແຕ່ລະປະເທດຈັດວາງລະດັບພາສີ 25% ໃສ່ປະລິມານສິນຄ້າທີ່ມີມູນຄ່າຂຶ້ນເຖິງ 50 ຕື້ USD ຂອງກັນ.
ເຖິງຢ່າງໃດກໍ່ຕາມ, ສ.ເກົາຫຼີ ຍັງບໍ່ທັນແມ່ນປະເທດຖືກຜົນເສຍຫາຍໜັກໜ່ວງກ່ວາໝູ່, ຫາກບັນດາປະເທດຖືກຜົນສະທ້ອນຫລາຍທີ່ສຸດ, ທີ່ໜຶ່ງແມ່ນ ໄຕຫວັນ (ຈີນ) ດ້ວຍລະດັບຫລຸດລົງຕາມການຄາດຄະເນວ່າ ຈະແມ່ນ 0,025%. ການາດາ ຢືນອັນດັບທີ 3, ຖັດມາແມ່ນ ເມັກຊີໂກ ແລະ ອຽກລັງ. ບັນດາຕົວເລກດັ່ງກ່າວໄດ້ຄິດໄລ່ອີງຕາມການສົມມຸດຕິຖານວ່າ GDP ຂອງ ອາເມລິກາ ແລະ ຈີນ ຈະຫລຸດລົງປະມານ 0,1% ແລະ 0,2% ຍ້ອນສົງຄາມການຄ້າ.
ຮັບມືຕໍ່ສະພາບການດັ່ງກ່າວ
ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ສົ່ງຜົນກະທົບຫຍໍ້ທໍ້ຕໍ່ເສດຖະກິດທົ່ວໂລກແມ່ນສິ່ງທີ່ຈະແຈ້ງ ເຖິງຢ່າງໃດກໍ່ຕາມ ນັກຊ່ຽວຊານເສດຖະກິດບາງທ່ານກໍ່ຖືວ່າ ການຕົກຄ່າສະກຸນເງິນຂອງບັນດາປະເທດ ອາຊີ ອາດຈະບໍ່ປີນຂັ້ນໄດເຖິງລະດັບເກີດວິກິດການ. ຍ້ອນວ່າ ບັນດາອົງການສະເພາະກິດນະໂຍບາຍເງິນຕາຢູ່ ອາຊີ ຖອດຖອນໄດ້ບົດຮຽນຈາກບັນດາໄລຍະເງິນຕົກຄ່າໃນອະດີດຕະການ ເຊິ່ງເຄີຍເກີດຂຶ້ນໃນປີ 2013, 2015 ແລະ 2016. ເຂົາເຈົ້າໄດ້ມີມາດຕະການໂຕ້ຕອບຢ່າງທັນການ ແລະ ມີໄຫວພິບກ່ວາ. ຄືຢູ່ ອິນໂດເນເຊຍ, ເພື່ອປັບປຸງສະກຸນເງິນ ຣູເປຍ, ວົງການເຈົ້າໜ້າທີ່ປະເທດນີ້ ໄດ້ເພີ່ມອັດຕາດອກເບ້ຍຂຶ້ນທົບ 4 ເທົ່າໃນຮອບ 3 ເດືອນ. ບັນດາອົງການສະເພາະກິດນະໂຍບາຍເງິນຕາຢູ່ ອິນເດຍ ແລະ ຟີລິບປີນ ກໍ່ເພີ່ມອັດຕາດອກເບ້ຍໃນປີນີ້. ນອກນັ້ນ, ປັດຈຸບັນ ບັນດາປະເທດ ອາຊີ ພວມສະສົມເງິນຕ່າງປະເທດເປັນຈຳນວນຫລາຍ ແລະ ຄວບຄຸມລະດັບຂາດດຸນງົບປະມານຂອງເຂົາເຈົ້າໃຫ້ດີກ່ວາ.
ໃນຂະນະນັ້ນ, ສຳລັບບັນດາພື້ນຖານເສດຖະກິດອື່ນຄື: ສ.ເກົາຫຼີ ພວມຫລຸດສະພາບຂຶ້ນກັບຈາກ ຈີນ ແລະ ອາເມລິກາ ໃນໄລຍະຍາວ ພ້ອມທັງ ເປີດກ້ວາງການພົວພັນຄູ່ຮ່ວມມືການຄ້າກັບບັນດາປະເທດອື່ນຄື: ອິນເດຍ ແລະ ບັນດາປະເທດສະມາຊິກ ອາຊຽນ. ກະຊວງການຄ້າ ສ.ເກົາຫຼີ ກໍ່ພວມຕິດຕາມຢ່າງແໜ້ນແຟ້ນຜົນສະທ້ອນຂອງສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຕໍ່ການສົ່ງອອກຂອງ ສ.ເກົາຫຼີ ແລະ ຈະເພີ່ມທະວີການໜູນຊ່ວຍບັນດາບໍລິສັດພວມມານະພະຍາຍາມແຊກຊຶມເຂົ້າບັນດາຕະຫລາດປ່ຽນແທນ.
ໃນສະພາວະນີ້, ວັນທີ 22 – 23 ສິງຫາ, ບັນດານັກເຈລະຈາ ອາເມລິກາ ແລະ ຈີນ ຈະພົບປະຢູ່ ວໍຊິງຕັນ ເພື່ອແລກປ່ຽນແນໃສ່ຢຸດຕິສະພາບບໍ່ມີທາງອອກໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນດ້ານການຄ້າ. ຄາດວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຈະພົບປະຢູ່ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໃນກາງເດືອນ ພະຈິກ ຈະມາເຖິງ ຢູ່ Papua New Guinea. ຫລັງຈາກນັ້ນ ແມ່ນການພົບປະຢູ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ (G20) ຢູ່ ອາກຊັງຕີນ ໃນທ້າຍເດືອນ ພະຈິກ.
ບັນຫາຈັດວາງພາສີນຳເຂົ້າ ແລະ ສົງຄາມການຄ້າທົ່ວໂລກ ອາດຈະເຮັດໃຫ້ການເຕີບໂຕ GDP ຂອງໂລກຫລຸດແຕ່ 1% - 3% ໃນ 2 – 3 ປີຈະມາເຖິງ. ໃນພື້ນຖານເສດຖະກິດເປີດ, ຜົນກະທົບຫຍໍ້ທໍ້ຈາກຄວາມເຄັ່ງຕຶງດ້ານການຄ້າ ອາເມລິກາ - ຈີນ ສຳລັບບັນດາປະເທດແມ່ນຍາກທີ່ຈາກຫຼີກລ້ຽງໄດ້. ສະນັ້ນ, ພ້ອມກັບການເຈລະຈາຂອງ 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໂລກນັ້ນ ຄວາມເປັນເຈົ້າການ, ຄວາມມີໄຫວພິບໃນການຮັບມືຂອງບັນດາປະເທດແມ່ນຈຳເປັນທີ່ສຸດ ເພື່ອຫລຸດຜ່ອນຜົນຮ້າຍ./.