ສັນຕິພາບຢູ່ຕາເວັນອອກກາງຍັງຄົງປະສົບກັບຄວາມຫຍຸ້ງຍາກສິ່ງກີດຂວາງຍາກທີ່ຈະຜ່ານຜ່າໄດ້. ຄວາມມານະພະຍາຍາມຂອງປະຊາຄົມໂລກເພື່ອແນໃສ່ຊ່ວຍ Palestin ແລະ Israel ເຂົ້າຮ່ວມໂຕ້ເຈລະຈານັ້ນພວມຖືກກີດຂວາງດ້ວຍການປະທະກັນ ແລະ ຄວາມບໍ່ລົງລອຍກັນລະຫວ່າງສອງຝ່າຍໃນການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ໃຫ້ຊາວຢີວ. ຊາວ Palestin ຢາກໃຫ້ Israel ຢຸດຕິການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ເຂດດິນແດນຍຶດຄອງ. ໃນຂະນະນັ້ນ, Israel ຖືວ່າ Jeruxalem ແມ່ນນະຄອນຫຼວງທີ່ “ບໍ່ສາມາດຕັດແຍກອອກໄດ້ຢ່າງຖາວອນ“ ຂອງຕົນ ແລະ ສືບຕໍ່ເລື່ອງກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຢູ່ທາງທິດຕາເວັນອອກຂອງເຂດດິນແດນແຫ່ງນີ້. ຕໍ່ໄປເຊີນແມ່ນຂອງນັກຂ່າວ Anh Huyen ທີ່ພາດຫົວເລື່ອງວ່າ: ເສັ້ນທາງມຸ້ງໄປສູ່ສັນຕິພາບຢູ່ຕາເວັນອອກກາງຍັງປະສົບກັບຄວາມຫຍຸ້ງຍາກສິ່ງກີດຂວາງຫຼາຍຢ່າງ
(ພາບ:hanoimoi.com.vn)
ວັນທີ 21/10, ໂດຍບໍ່ຫົວຊາຕໍ່ການຕຳນິຕິຕຽນຢ່າງຂ້ຽວຂາດຂອງສະຫະພາບເອີລົບ (EU), ທ່ານນາຍົກລັດຖະມົນຕີ Israel Benjamin Netanyahu ປະກາດຈະສືບຕໍ່ການເຄື່ອນໄຫວກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຢູ່ Jeruxalem. ກ່ອນໜ້ານັ້ນ, ຄືໃນວັນທີ 18/10, ກະຊວງພາຍໃນ Israel ໄດ້ໃຫ້ສັດຕະຍາບັນແຜນການກໍ່ສ້າງເຮືອນເກືອບ 800 ຫຼັງຢູ່ເຂດຕັ້ງຖິ່ນຖານຄົງທີ່ Gilo ຊື່ງນອນໃນເຂດທີ່ລັດຊາວຢີວ ຍຶດຄອງນັບແຕ່ປີ 1967 ທາງການ ແລະ ຫລັງຈາກນັ້ນໄດ້ຖະແຫຼງວ່າແມ່ນສ່ວນໜຶ່ງໃນເຂດດິນແດນຂອງ Jeruxalem ແຕ່ບໍ່ໄດ້ຮັບການຮັບຮອງຈາກປະຊາຄົມໂລກ.
ພ້ອມກັນນັ້ນ, ອຳນາດການປົກຄອງ Tel Aviv ໄດ້ມີການກະທຳອື່ນໃນຫຼາຍດ້ານ. ວັນທີ 20/10, ກຳປັ່ນທີ່ມີຊື່ວ່າ MV Estelle ໄດ້ຊັກທຸງຊາດແຟງລັງ ແລະ ຂົນສົ່ງບັນດານັກເຄື່ອນໄຫວສັງຄົມສະໜັບສະໜູນ Palestin ຖືກບັນດາກຳປັ່ນຂອງ Israel ບຸກໂຈມຕີໃນຂະນະທີ່ຫ່າງຈາກເຂດຝັ່ງທະເລເຂດ Gaza ປະມານ 35 ໄມທະເລ. ໃນຂະນະນັ້ນ, ປະຕິກິລິຍາຕໍ່ເລື່ອງກະສັດກາຕາ ໄປຢ້ຽມຢາມເຂດ Gaza ຄັ້ງປະຫວັດສາດ, ວັນທີ 23/10, ບັນດາເຈົ້າໜ້າທີ່ Tel Aviv ໄດ້ກ່າວຜູກໂທດກະສັດກາຕາ ວ່າໄດ້ “ທຳລາຍສັນຕິພາບ“ ເມື່ອໄປຢ້ຽມຢາມເຂດ Gaza.
ເປັນທີ່ຈະແຈ້ງແລ້ວວ່າ, ຄວາມຕັດສິນໃຈເພື່ອສັນຕິພາບຢູ່ຕາເວັນອອກກາງ ແລະ ມາດຕະການ 2 ລັດພ້ອມກັນຄົງຕົວຍາກທີ່ຈະປະກົດຜົນເປັນຈິງໄດ້ຖ້າຫາກວ່າ Tel Aviv ສືບຕໍ່ມີບັນດາການກະທຳກີດຂວາງ. ຫາກສຽງຖືວ່າ, ບັນດາການກະທຳນີ້ຂອງ Tel Aviv ໄດ້ ແລະ ພວມທຳລາຍວິວັດທະນະການສັນຕິພາບທີ່ຍັງອ່ອນດ້ອຍທີ່ສຸດ. ຍ້ອນວ່າ: ກ່ອນນັ້ນ, ທ່ານປະທານາທິບໍດີ Palestin Mahmoud Abbas ໄດ້ສົ່ງຈົດໝາຍຮຽກຮ້ອງໃຫ້ Israel ປະຕິບັດ 4 ບັນຫາ, ລວມມີ: ຫຼັກການ 2 ລັດອີງຕາມບັນດາເສັ້ນຊາຍແດນກ່ອນປີ 1967, ຢຸດຕິການກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢີວ, ປ່ອຍຕົວນັກໂທດ Palestin ທັງໝົດ ແລະ ລົບລ້າງທຸກໆຂໍ້ກຳນົດທີ່ໄປຝືນກັບບັນດາຄຳໝັ້ນສັນຍາສອງຝ່າຍທີ່ໄດ້ຮັບການເຊັນກັນແຕ່ປີ 2000. ພຽງແຕ່ເຮັດໄດ້ຄືແນວນັ້ນ, ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງຈຶ່ງຈະສາມາດສືບຕໍ່ຄືນໃໝ່ໄດ້. ວັນທີ 17/10, ທ່ານ Mahmoud Abbas ຍັງໄດ້ຝາກຈົດໝາຍເຖິງປະທານາທິບໍດີອາເມລິກາ B.Obama ເພື່ອປະກາດເງື່ອນໄຂການເຊື່ອມຕໍ່ການເຈລະຈາກັບ Israel ຊື່ງແມ່ນພັນທະມິດຍຸດທະສາດຂອງອາເມລິກາ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມມານະພະຍາຍາມດັ່ງກ່າວຂອງອຳນາດການປົກຄອງ Palestin ໄດ້ຖືກໂຕ້ຕອບຢ່າງແຮງດ້ວຍບັນດາການກະທຳຂອງ Israel.
ເຂດຕັ້ງຖິ່ນຖານຄົງທີ່ຢູ່ Jerusalem
(ພາບ:vietnamplus.vn)
ໃນຂະນະນັ້ນ, ສະພາບການຢູ່ Palestin ພວມປະກົດມີບັນດາການກະທຳໃໝ່. ວັນທີ 21/10, ບັນດາຜູ້ສະໜັບສະໜູນຂະບວນການ Fatah ຂອງປະທານາທິບໍດີ Mahmoud Abbas ປະກາດຍາດໄດ້ໄຊຊະນະໃນການເລືອກຕັ້ງທ້ອງຖິ່ນຄັ້ງທຳອິດນັບແຕ່ປີ 2006 ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ແຕ່ວ່າຂະບວນການ Hamas ໄດ້ປະຕິເສດເຂົ້າຮ່ວມການເລືອກຕັ້ງນີ້ຍ້ອນມີການໂຕ້ຖຽງກັນກັບຂະບວນການ Fatah ຊື່ງໄດ້ສະແດງໃຫ້ເຫັນຄວາມແບ່ງແຍກໃນອຳນາດການປົກຄອງ Palestin. ສິ່ງດັ່ງກ່າວໄດ້ ແລະ ພວມຕໍ່ຄວາມຫຍຸ້ງຍາກຕື່ມອີກໃຫ້ອຳນາດການປົກຄອງຂອງທ່ານ Abbas ໃນການບໍລິຫານເສດຖະກິດ. ຍ້ອນວ່າກ່ອນນັ້ນ, ຫົວໜ້າອົງການຄຸ້ມຄອງເງິນຕາ Palestin, ທ່ານ Jihad Al Wazeer ໃຫ້ຮູ້ວ່າ: ອຳນາດການປົກຄອງຊົນຊາດ Palestin ອາດຈະບໍ່ສາມາດຈາຍເງິນເດືອນໃຫ້ບັນດາພາລະກອນຂອງຕົນໃນເດືອນໜ້າໄດ້ຍ້ອນບໍ່ສາມາດກູ້ຢືມເງິນຕື່ມອີກຈາກບັນດາທະນາຄານທ້ອງຖິ່ນ....
ອາດຈະເຫັນໄດ້ວ່າ, ການປະທະກັນລະຫວ່າງ Palestin-Israel ແມ່ນການປະທະກັນຍາວນານ ຊື່ງໄດ້ແກ່ຍາວທີ່ສຸດໃນປະຫວັດສາດໂລກຍຸກປະຈຸບັນ. ເງື່ອນໄຂທີ່ Palestin ຍົກອອກມາເພື່ອເຊື່ອມຕໍ່ການເຈລະຈາສັນຕິພາບ ແມ່ນຍອມຮັບມາດຕະການ 2 ລັດອີງຕາມບັນດາເສັ້ນຊາຍແດນປີ 1967 ແລະ ຢຸດຕິການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢີວຢູ່ບັນດາເຂດພິພາດຢ່າງສິ້ນເຊິງ, ໃນນັ້ນມີ Jeruxalem ຕາເວັນອອກ ຊື່ງຖືກອຳນາດການປົກຄອງ Israel ລະເມີດຢ່າງລຽນຕິດ. ໃນຫຼາຍປີຜ່ານມາ, ວິວັດທະການການເຈລະຈາລະຫວ່າງ Palestin-Israel ເຄີຍຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກ. ນີ້ແມ່ນສາຍເຫດຕົ້ນຕໍພາໄປເຖິງບັນດາສະພາບຂາດສະຖຽນລະພາບ ແລະ ການປະທະກັນຢ່າງຕໍ່ເນື່ອງໃນພາກພື້ນ. ດ້ວຍບັນດາການຜັນແປໃນປະຈຸບັນ, ຫາງສຽງຖືວ່າ, ເສັ້ນທາງໃນຕໍ່ໜ້າຂອງສັນຕິພາບຢູ່ຕາເວັນອອກກາງຍັງຈະປະສົບກັບຄວາມຫຍູ້ງຍາກສິ່ງກີດຂວາງຫຼາຍຢ່າງຢູ່.