( vovworld ) – ເພື່ອຊ່ວຍໃຫ້ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ໄປຄຽງຄູ່ກັບການໃຫ້ບຸລິມະສິດ ແກ້ໄຂຄວາມຫຍຸ້ງຍາກດ້ານທຶນຮອນ, ຍູ້ແຮງການປ່ອຍເງິນລົງທຶນນັ້ນ, ລັດຖະບານຫວຽດນາມ ພວມຜັນຂະຫຍາຍບັນດາມາດຕະການກ່ຽວກັບການຍົກເວັ້ນ, ຫລຸດຜ່ອນ, ຕໍ່ກຳນົດເວລາເສຍອາກອນໃຫ້ແກ່ບັນດາວິສາຫະກິດ. ບັນດາມາດຕະການດ້ານອາກອນນີ້ຄວນໄດ້ຮັບການຜັນຂະຫຍາຍຄືແນວໃດ ແລະ ຈະໜູນຊ່ວຍວິສາຫະກິດຄືແນວໃດ ແມ່ນເນື້ອໃນຕົ້ນຕໍຊື່ງບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືໃນມື້ເຮັດວຽກທີ 18 ຂອງກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໃນວັນທີ 12/6 ທີ່ຜ່ານມາ.
ອາກອນວິສາຫະກິດພວມມີລະດັບທົ່ວໄປ 25%
(ພາບ:vnexpress.net)
ບໍ່ທັນມີເວລາໃດທີ່ບັນດາວິສາຫະກິດຫວຽດນາມ ຕ້ອງປະສົບກັບຄວາມຫຍຸ້ງຍາກຄືປະຈຸບັນ. ໃນໄຕມາດທີ 1-2012, ຈຳນວນວິສາຫະກິດຈົດທະບຽນສ້າງຕັ້ງໃໝ່ໄດ້ຫລຸດລົງກ່ວາ 10%, ຈຳນວນວິສາຫະກິດຢຸດ ຕິການດຳເນີນທຸລະກິດຊົ່ວຄາວ, ລົ້ມລະລາຍໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນ, ຂຶ້ນເຖິງເກືອບ 15%. ລາຍຮັບຂອງ 15 ໃນຈຳນວນ 21 ຂະແໜງເສດຖະກິດຕົ້ນຕໍ, ພິເສດແມ່ນຂະແໜງການຄ້າ, ກໍ່ສ້າງ, ການຜະລິດ, ການບໍລິການລ້ວນແຕ່ຖືກຫລຸດລົງ. ສະນັ້ນ, ຕາມຄຳເຫັນຂອງສະມາຊິກສະພາແຫ່ງຊາດຫຼາຍທ່ານແລ້ວ, ໃນຈຸດເວລນີ້, ການປະກາດໃຊ້ມະຕິກ່ຽວກັບບາງວິທີການແກ້ໄຂດ້ານອາກອນ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ຮັກສາຊີວິດການເປັນຢູ່ໃຫ້ຜູ້ອອກແຮງງານເປັນປົກກະຕິແມ່ນຈຳເປັນທີ່ສຸດ.
ຕາມເນື້ອໃນຂອງມະຕິດັ່ງກ່າວ, ລັດຖະບານຈະຍົກເວັ້ນ, ຫລຸດຜ່ອນ 30% ອາກອນລາຍຮັບທີ່ວິສາຫະກິດຕ້ອງເສຍໃນປີ 2012 ໃຫ້ບາງເປົ້າໝາຍ, ຊື່ງລວມມີວິສາຫະກິດຂຶ້ນກັບກຸ່ມບໍລິສັດເສດຖະກິດ, ບໍລິສັດໃຫ່ຍ, ວິສາຫະກິດນຳໃຊ້ຜູ້ອອກແຮງງານຫຼາຍໃນຂົງເຂດການຜະລິດ, ປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍີບ, ເກີບໜັງ, ກໍ່ສ້າງພື້ນຖານໂຄງລ່າງເສດຖະກິດ-ສັງຄົມ…. ໄປຄຽງຄູ່ກັນນັ້ນ, ຍົກເວັ້ນອາກອນປະຕັງທຸລະກິດໃນປີ 2012 ສຳລັບຄອບຄົວຫາປາ, ສິນທະເລ ແລະ ຄອບຄົວຜະລິດເກືອ. ແຕ່ເຖິງຢ່າງໃດກໍ່ຕາມ, ຕາມຄຳເຫັນຂອງສະມາຊິກສະພາແຫ່ງຊາດຫຼາຍທ່ານແລ້ວ, ຂອບເຂດ, ເປົ້າໝາຍວິສາຫະກິດທີ່ໄດ້ຊົມໃຊ້ນະໂຍບາຍຄວນໄດ້ຮັບການເປີດກ້ວາງກ່ວາອີກ. ທ່ານ Do Van Ve ສະມາຊິກສະພາແຫ່ງຊາດແຂວງ Thai Binh ສະເໜີວ່າ:
“ຖ້ານຳໃຊ້ມາດຕະການຄືແນວນັ້ນ, ຂອບເຂດຍັງຄັບແຄບຢູ່, ບໍ່ທັນຮັບປະກັນຄວາມສະເໝີພາບລະຫວ່າງບັນດາວິສາຫະກິດ, ບັນດາຂະແໜງການ, ອາຊີບທີ່ແຕກຕ່າງກັນ. ຍ້ອນວ່າປະຈຸບັນ, ບັນດາວິສາຫະກິດນອນໃນຂົງເຂດ, ຂະແໜງການ, ອາຊີບຕ່າງໆກໍ່ພວມປະສົບກັບຄວາມຫຍຸ້ງຍາກເຊັ່ນດຽວກັນ, ແລະ ຕ້ອງການໄດ້ຮັບການໜູນຊ່ວຍຈາກລັດຖະບານ. ຕາມທັດສະນະຂອງຂ້າພະເຈົ້າແລ້ວ, ລັດຖະບານຄວນເປີດກ້ວາງຂອບເຂດການໜູນຊ່ວຍເປົ້າໝາຍວິສາຫະກິດຂະໜາດກາງ ແລະນ້ອຍໄດ້ຫຼາຍຂະແໜງການ, ອາຊີບອື່ນອີກ“.
(ພາບ: pvtex-dv.vn)
ສ່ວນທ່ານ Huynh Van Tinh ສະມາຊິກສະພາແຫ່ງຊາດແຂວງ Tien Giang ຖືວ່າ: ຈຳນວນວິສາຫະກິດໄດ້ຮັບການຍົກເວັ້ນອາກອນ 30% ພຽງແຕ່ກວມອັດຕາສ່ວນໜ້ອຍເທົ່ານັ້ນ, ໃນຂະນະທີ່ຍັງມີ 40% ຈຳນວນວິສາຫະກິດອື່ນຍັງມີຄວາມສາມາດບົ່ມຊ້ອນພັດທະນາ ແລະ ມີການປະກອບສ່ວນເປັນຢ່າງດີ ແຕ່ປະສົບກັບຄວາມຫຍຸ້ງຍາກຍ້ອນເງື່ອນໄຂພາວະວິໄສກໍ່ຕ້ອງໄດ້ຮັບການໜູນຊ່ວຍ:
“ຂ້າພະເຈົ້າເຫັນດີກັບຄຳເຫັນຫລຸດຜ່ອນ 30% ອາກອນລາຍຮັບວິສາຫະກິດ ແຕ່ຕາມທິດເປີດກ້ວາງກ່ວາອີກໃຫ້ບັນດາເປົ້າໝາຍອື່ນໆທີ່ພວມຕ້ອງການ ແລະ ບັນດາວິສາຫະກິດທີ່ນຳໃຊ້ຜູ້ອອກແຮງງານຫຼາຍ, ດຳເນີນທຸລະກິດຢ່າງມີປະສິດທິຜົນ. ນອກຈາກການໜູນຊ່ວຍດ້ານອາກອນສຳລັບວິສາຫະກິດ ແລະ ຄອບຄົວທຳການຜະລິດດຳເນີນທຸລະກິດແລ້ວ, ຕ້ອງເພີ່ມເຕີມການຍົກເວັນອາກອນລາຍຮັບສ່ວນບຸກຄົນອີກດດ້ວຍ“
ທ່ານລັດຖະມົນຕີກະຊວງການເງິນຫວຽດນາມ Vuong Dinh Hue
(ພາບ:danlambaovn.blogspot.com)
ບັນດາສະມາຊິກສະພາແຫ່ງຊາດກໍ່ສະແດງຄວາມວິຕົກກັງວົນຕໍ່ການຕໍ່ກຳນົດເວລາເສຍອາກອນ, ຫລຸດຜ່ອນອາກອນລົງ 30% ໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍຄືດັ່ງຂໍ້ສະເໜີຂອງລັດຖະບານແມ່ນບໍ່ທັນພຽງພໍ ແລະ ຄວນຫລຸດຜ່ອນກ່ວາອີກ ເພື່ອເສີມຂະເຫຍາຍຄຸນປະໂຫຍດ ໃນຂະນະທີ່ມີວິສາຫະກິດກ່ວາ 50% ພວມທຳການເຄືອ່ນໄຫວຫລຸດທຶນ. ແຕ່ເຖິງແນວນັ້ນກໍຕາມ, ຕາມທ່ານ Vuong Dinh Hue ລັດຖະມົນຕີກະຊວງການເງິນຫວຽດນາມແລ້ວ, 1 ໃນບັນດາຫຼັກການຂອງການໜູນຊ່ວຍວິສາຫະກິດຄັ້ງນີ້ ແມ່ນຕ້ອງດຳເນີນໃນສະພາບການທີ່ລັດຖະບານພວມເດັດດ່ຽວປະຕິບັດຈຸດໝາຍຮັກສາພື້ນຖານເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້. ທ່ານລັດຖະມົນຕີກະຊວງການເງິນຫວຽດນາມ Vuong Dinh Hue ຢືນຢັນວ່າ:
“ໃນຈຸດເວລານີ້, ພວກຂ້າພະເຈົ້າເຫັນວ່າ ບັນດາມາດຕະການດ້ານການເງິນ ແລະ ເງິນຕາຄືແນວນັ້ນ ແມ່ນເໝາະສົມພໍສົມຄວນແລ້ວ ແຕ່ກໍ່ຕ້ອງສືບຕໍ່ຕິດຕາມສະພາບການຕື່ມອີກ. ຖ້າວິສາຫະກິດຍັງປະສົບກັບຄວາມຫຍຸ້ງຍາກ, ເກີດຄວາມຫຍຸ້ງຍາກໃໝ່, ຊ້ຳບໍ່ໜຳມີສັນຍານຊຸດໂຊມ, ທາງກະຊວງການເງິນກໍຈະຄົ້ນຄ້ວາເພື່ອສະເໜີຕໍ່ລັດຖະບານບັນດາມາດຕະການແກ້ໄຂເພີ່ມເຕີມ“
ຕາມການລາຍງານຂອງລັດຖະບານຫວຽດນາມ ແລ້ວ, ຄາດວ່າ, ປີ 2012, ລາຍຮັບງົບປະມານຈະຫລຸດລົງປະມານ 9000 ຕື້ດົ່ງ. ການຍົກເວັ້ນ, ຫລຸດຜ່ອນອາກອນໃຫ້ແກ່ວິສາຫະກິດ ອາດຈະມີຜົນກະທົບບໍ່ໜ້ອຍເຖິງແຫຼ່ງລາຍຮັບງົບປະມານ ແຕ່ຈະປະກອບສ່ວນສຳຄັນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍ, ຮັກສາ, ພັດທະນາການເຄື່ອນໄຫວທຳການຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ ໃນສະພາບການພື້ນຖານເສດຖະກິດພາຍໃນປະເທດ ພວມປະສົບກັບຄວາມຫຍຸ້ງຍາກຈາກການກະທົບຂອງພື້ນຖານເສດຖະກິດໂລກ. ແຕ່ເຖິງຢ່າງໃດກໍຕາມ, ຄຽງຂ້າງບັນດາມາດຕະການແກ້ໄຂດ້ານອາກອນ, ລັດຖະບານພວມພິຈາລະນາລະບົບນະໂຍບາຍມະຫາພາກຢ່າງຮອບດ້ານ, ສົມທົບກັນຢ່າງກົມກຽວລະຫວ່າງນະໂຍບາຍປີການເງິນ ແລະ ນະໂຍບາຍເງິນຕາ, ຖືມາດຕະການແກ້ໄຂດ້ານເງິນຕາ, ສິນເຊື່ອ, ຫລຸດຜ່ອນອັດຕາດອກເບັ້ຍເງິນກຸ້ຢືມຢ່າງແຮງ, ກະຕຸກຊຸກຍູ້ການໃຊ້ສອຍ, ເປີດກ້ວາຕະຫຼາດເປັນສຳຄັນ ເພື່ອແນໃສ່ເພີ່ມກຳລັງຊື້, ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ວິສາຫະກິດເກັບທຶນຄືນ, ຍູ້ແຮງການຜະລິດ, ດຳເນີນທຸລະກິດໃນໄລຍະທີ່ຈະມາເຖິງ.