ແນວຄິດໂຮ່ຈິມີນ ກ່ຽວກັບວຽກງານພະນັກງານ


(vovworld)- ທ່ານ​ປະ​ທານ​ໂຮ່​ຈິ​ມີນ ເຄີຍ​ຢືນ​ຢັນ “ພະ​ນັກ​ງານ ແມ່ນ​ກົກ​ເຄົ້າ​ຂອງ​ທຸກວຽກ​ງານ”, ການ​ປະ​ຕິ​ວັດ​ຢາກ​ຍາດ​ໄດ້​ໄຊ​ຊະ​ນະ​ຕ້ອງ​ເອົາ​ໃຈ​ໃສ່, ປັບ​ປຸງ​ກົກ​ເຄົ້າ​ນັ້ນ. ທ່ານ​ປະ​ທານ​ໂຮ່​ຈ​ິ​ມີ​ນ ເນັ້ນ​ຫນັກ​ວ່າ: “ວຽກ​ງານ​ໄດ້​ຮັບ​ຜົນ​ສຳ​ເລັດ​ຫລື​ປະ​ລາ​ໄຊລ້ວນ​ແຕ່​​ແມ່ນ​ອີງ​ໃສ່​ພະ​ນັກ​ງານ​, ສະ​ນັ້ນ ເລື່ອງ​ ສຶ​ກ​ສາ, ບຳ​ລຸງ​ສ້າງ​ຕະ​ຫລອດ​ຮອດ​ການນຳ​ໃຊ້, ຄຸ້ມ​ຄອງ​ພະ​ນັກ​ງານ​ເພື່ອ​ໃຫ້​ຖັນ​ແຖວ​ພະ​ນັກ​ງານ​ດີ, ມີ​ຄຸນ​ສົມ​ບັດ, ​ມີກຳ​ລັງ​ຄວາມ​ສ​າ​ມາດ, ອິດ​ທິ​ພົນ​ຊື່​ສຽງ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ, ຫນ້າ​ທີ່​ປະ​ຕິ​ວັດ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​, ເບິ່ງ​ແຍງ​ ເປັນ​ປະ​ຈຳ. ແນວ​ຄິດນັ້ນ​ຂອງ​ເພີ່ນ​​ແມ່ນສະ​ແດງ​ໃຫ້​ເຫັນ​ຄວາມ​ສ​ຳ​ຄັນ​ໃນ​ການ​ບຳ​ລຸງ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ໃນ​ການ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ ຫວຽດ​ນາມ. ໃນ​ສະ​ພາບ​ການ​ປະ​ຈຸ​ບັນ, ບັນ​ດາ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ກ່ຽວ​ກັບ​ວຽກ​ງານ​ພະ​ນັກ​ງານ ມີ​ລັກ​ສະ​ນະ​​ສະ​ຖາ​ນະ​ການ​ຢ່າງເລິກ​ເຊິ່ງ​. ບົດ​ຂຽນ​ຂອງ​ນັກ​ຂ່າວ ລ້າຍ​ຮ​ວາ ແລະ ມີ​ເຈີມ​ດ້ວຍ​ຫົວ​ຂໍ້: ແນວ​ຄິດ​ໂຮ່​ຈິ​ມີນ ກ່ຽວ​ກັບ​ວຽກ​ງານ​ພະ​ນັກ​ງານ

 

ແນວຄິດໂຮ່ຈິມີນ ກ່ຽວກັບວຽກງານພະນັກງານ - ảnh 1
ທ່ານ​ປະ​ທານ​ໂຮ່​ຈິ​ມີນ​ໂອ້​ລົມ​ກັບ​ພະ​ນັກ​ງານ,ກຳ​ມະ​ກອນ​ຂະ​ແຫນງ
ລົດ​ໄຟຫວຽດ​ນາມ
ພາບ​ເອ​ກະ​ສານ:internet

        ເມື່ອ​ຄາວຍັງ​ມີ​ຊີ​ວິດ​ຢູ​່, ປະ​ທານ​ໂຮ່​ຈິ​ມີນ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່ ແລະ​ເບິ່ງ​ແຍງ ​ ​ເປັນ​ພິ​ເສດ​ເຖິງວຽກ​ງານ​ບຳ​ລຸງ​ສ້າງ ແລະ ຝຶກ​ຝົນ​ຫລໍ່​ຫລອມ​ພະ​ນັກ​ງານ. ປະ​ທານ​ໂຮ່​ຈິ​ມີນ ໄດ້​ອະ​ທິ​ບາຍ​ຢ່າງ​ຄົບ​ຖ້ວນ ແລະ​ເຂົ້າ​ໃຈ​ງ່າຍ​ວ່າ: “ພະ​ນັກ​ງານ​ໃດ, ຂະ​ບວນ​ການນັ້ນ”. ສິ່ງ​ດັ່ງ​ກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ວຽກ​ງານ​ເບິ່ງ​ແຍງ​, ຝຶກ​ຝົນ​ຫລໍ່​ຫລອມ​ຖັນ​ແຖວ​ພະ​ນັກ​ງານ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

        ຝຶກ​ຝົນ​ຫລໍ່​ຫລອມ, ບຳ​ລຸງ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

        ທ່ານ​ເລ​ຊວນ​ບີກ, ຜູ້​ທີ່​​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ປະ​ທານ​ໂຮ່​ຈິ​ມີນ​ໃນ​ໄລ​ຍະ 40 ປີ ໄດ້​ຖື​ວ່າ: ຕາມ​ແນວ​ຄິດ​ໂຮ່​ຈິ​ມີນ, ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ແຕ່​ລະ​ຂອດ, ຈາກ​ກາ​ນ​ບຳ​ລຸງ​ສ້າງ​ຕະ​ຫລອດ​ຮອດ​ການ​ນຳ​ໃຊ້, ຍົກ​ຍ້າຍ​ພະ​ນັກ​ງານ, ທົດ​ສອບ ແລະ ສັບ​ຊ້ອນ​ພ​ະ​ນ​ັກ​ງານ​ເຮັດ​ແນວ​ໃດ​ໃຫ້​ເໝາະ​ສົມ​ກັບ​ແຕ່​ລະ​ວຽກ​ງານ, ເພື່ອ​ຈາກນັ້ນ​ເສີມ​ຂະ​ຫຍາຍ​ໄດ້​ກຳ​ລັງ​ຄວາມ​ສາ​ມາດ, ທ່າ​ແຮງ​ຂອງ​ພະ​ນັກ​ງານ​ແຕ່​ລະ​ຄົນ. ປະ​ຈຸ​ບັນ ໃນ​ບັນ​ດາ​ເອ​ກະ​ສານ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ກ່ຽວ​ກັບ​ວຽກ​ງານ​ພະ​ນັກ​ງານ, ພັກ ໄດ້​ສືບ​ທອດ ແລະ ຮັບ​ເອົາ​ບັນ​ດາ​ຄຳ​ສັ່ງ​ສອນ​ຂອງ​ ປະ​ທານ​ໂຮ່​ຈິ​ມີນ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ບຳ​ລຸງ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ທີ່ມີ​ກຳ​ລັງ​ຄວາມ​ສາ​ມາດ, ມີ​ຄຸນ​ສ​ົມ​ບັດ​ດີ, ພິ​ເສດ​ແມ່ນ​ຖັນ​ແຖວ​ພະ​ນັກ​ງານ​ຫນຸ່ມ​ເພື່ອ​ເປັນ​ຖັນ​ແຖວ​ພະ​ນັກ​ງານ​ສ​ືບ​ທອດ​ໃນ​ອະ​ນາ​ຄົດ. ທ່ານ​ເລ​ຊວນ​ບິກ ຊີ້​ແຈ້ງວ່າ:

        “ຄວນ​ຖ​ື​ຄຳ​ເວົ້າ​ຂອງ​ເພີ່ນ​ເປັນ​ລຳ​ພຶງ​ຢູ່​ໃນ​ໃຈ ແລະ ພັດ​ທະ​ນາ​ຕົນ​ເອງ ນັ້ນ​ແມ່ນ: ດ​ຸ​ໝັ່ນ​ຂະ​ຫຍັນ​ພຽນ, ປ​ະ​ຢັດ​ທະ​ຍັດ,ສັດ​ຊື່​ບໍ​ລິ​ສຸດ, ​ມີ​ຈິດ​ໃຈ​ທ່ຽງ​ທຳເຫັນ​ແກ່​ສ່ວນ​ລວມບໍ່​ເຫັນ​ແກ່​ສ່ວນ​ຕົວ, ນຳ​ເອົາ​ສຸດ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ຕົນ​​ເພື່ອຮັບ​ໃຊ້​​ປະ​ເທດ​ຊາດ. ບັນ​ຫາ​ພື້ນ​ຖານນັ້ນ​ແມ່ນ ສະ​ຕິ​ສູ້​ຊົນ​ຂອງ​ແຕ່​ລະ​ຄົນ, ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຈາກ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ແລະ ປະ​ຊາ​ຊົນ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ພະ​ນັກ​ງານ​ໃນ​ອະ​ນາ​ຄົດ​ຈະ​ຮັບ​ໃຊ້​ໃຫ້​ແກ່​ປະ​ເທດ​ຊາດ​ດີກວ່າ.”

        ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 6 ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊ​ຸດ​ທີ 11 ໄດ້​ຢືນ​ຢັນ​ວ່າ: “ພະ​ນັກ​ງານ​ແມ່​ນ​ປັດ​ໄຈ​ຕັດ​ສິນ​ຜົນ​ສຳ​ເລັດ ແລະ ​ປະ​ລາ​ໄຊ​ຂອງ​ການ​ປະ​ຕິ​ວັດ, ຕິດ​ພັນ​ກັບ​ຊາ​ຕະ​ກຳ​ຂອງ​ພັກ, ຂອງ​ປະ​ເທດ​ຊາດ ແລະຂອງ​ລະ​ບອບ. ວຽກ​ງານ​ສັບ​ຊ້ອນ, ກະ​ກຽມ​ຖັນ​ແຖວ​ພະ​ນັກ​ງານ, ເປັນ​ຕົ້ນ​ແມ່ນ​ພະ​ນັກ​ງານ​ຂັ້ນ​ຍຸດ​ທະ​ສາດ, ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ, ແມ່ນ​ເນື້ອ​ໃນ​ຈຸດ​ສຸມ, ຮັບ​ປະ​ກັນ​ວຽກ​ງານ​ພະ​ນັກ​ງານ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ເປັນ​ເຈົ້າ​ການ”. ບັນ​ດາ​ອົງ​ການ​ຂອງ​ພັກ ນ​ັບ​ມື້​ນັບ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວຽກ​ງານ​ສັບ​ຊ້ອນ​ພະ​ນັກ​ງານ, ບຳ​ລຸງ​ສ້າງ, ຝຶກ​ຝົນ​ຫລໍ່​ຫລອມ ແມ່ນ​ຂອດ​ທີ່​ສຳ​ຄັນ​ໃນ​ວຽກ​ງານ​ພະ​ນັກ​ງານ​ຂອງ​ພັກ, ເພື່ອກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ມີ​ຄຸນ​ສົມ​ບັດ, ກຳ​ລັງ​ຄວາມ​ສາ​ມາດ ແລະ ພູມ​ປັນ​ຍາ, ຮັບ​ໃຊ້​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ​ໃຫ້​ດີກວ່າ. ການ​ຍົກ​ຍ້າຍ​ພະ​ນັກ​ງານ​ຈາກ​ສູນ​ກາງ ລົງ​ທ້ອງ​ຖິ່ນ ໄດ້​ຮັບ​ການ​ປະ​ຕິ​ບັດ​ພ້ອມ​ກັບ​ການ​ຈັດ​ຕັ້ງ​ບຳ​ລຸງ​ພະ​ນັກ​ງານ​ສືບ​ທອດ​ຂັ້ນ​ຍຸດ​ທະ​ສາດ ເພື່ອ​ຍົກ​ສູງ​ລະ​ດັບ​ທິດ​ສະ​ດີ​ການ​ເມືອງ ແລະ ພຶດ​ຕິ​ກຳ​ໃຫ້​ແກ່​ຖັນ​ແຖວ​ພະ​ນັກ​ງານ, ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ຈ້ອງ​ຟຸກ, ອະ​ດີດ​ຫົວ​ຫນ້າ​ສະ​ຖາ​ບັນ​ປະ​ຫວັດ​ສາດ​ພັກ ຖື​ວ່າ:

        “ຕາມ​ຄຳ​ສັ່ງ​ສອນ​ຂອງ​ ປະ​ທານ​ໂຮ່​ຈິ​ມີນ, ພະ​ນັກ​ງານ ແມ່ນ​ກົກ​ເຄົ້າ​ຂອງ​ທຸກວຽກ​ງານ ແລະ ການ​ສຶກ​ສາ​ບຳ​ລຸງ​ສ້າງ​ພະ​ນັກ​ງານ ແມ່ນ​ວຽກ​ງານ​ຕົ້ນ​ຕໍ. ​ວຽກ​ງານນັ້ນ​ປະ​ຕິ​ບັດ​ໄດ້ດີ ບັນ​ດາ​ຂອດ​ຕາມ​ຫລັງ​ຄື ແຕ່ງ​ຕັ້ງ, ນຳ​ໃຊ້, ຍົກ​ຍ້າຍ, ນະ​ໂຍ​ບາຍ​ຂອງ​ພະ​ນັກ​ງານ​ຈະ​ສະ​ດວກກວ່າ.”

       ຄັດ​ເລືອກ​ຖັນ​ແຖວ​ພະ​ນັກ​ງານ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ

        ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 11 ຂອງ​ຄະ​ນະ​ບໍ​ລິ​ຫານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ດຳ​ເນີນ​ໄປ​ຫວ່າງ​ແລ້ວນີ້,  ມີ​ຫລາຍ​ມາດ​ຕະ​ຖານ​ກ່ຽວ​ກັບ​ພະ​ນັກ​ງານ​ເຂົ້າ​ຮ່ວມ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື ແລະ ຕັດ​ສິນ​ຈາກ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ. ເມື່ອ​ສະ​ຫລຸບກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນ​ຢັນ: ພະ​ນັກ​ງານ​ຂັ້ນ​ສູງ ຕ້ອງ​ແມ່ນ​ຜູ້​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ຄຸນ​ສົມ​ບັດ​ປະ​ຕິ​ວັດ, ເດັດ​ດ່ຽວບໍ່​ເລື​ອກ​ຕັ້ງ​ຜູ້​ມີ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງບໍ່​ໝັ້​ນ​ແກ່ນ, ມັກ​ໃຫຍ່​ໄຝ່​ສູງ ແລະ ແຈ້ງ​ຊັບ​ສິນບໍ່​ຖືກ​ກັບ​ຄວາມ​ຈິງ… ເຂົ້າ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ບູ່ຍ​ດີງ​ຟອງ, ຄູ​ສອນ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມີນ ຖື​ວ່າ: ແນວ​ຄິດ​ໂຮ່​ຈິ​ມີນ ກ່ຽວ​ກັບ​ວຽກ​ງານ​ພະ​ນັກ​ງານ ໄດ້​ກຳ​ນົດ​ທິດ​ໃຫຍ່​ໃຫ້​ວຽກ​ງານ​ພະ​ນັກ​ງານ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ປະ​ຈຸ​ບັນ, ພິ​ເສດ ສຳ​ລັບ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ, ກ້າວ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ.

        “ຄວນ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ ປະ​ທານ​ໂຮ່​ຈິ​ມີນ ນັ້​ນ​ແມ່ນ​ສ້​າງ​ບັນ​ດາ​ມາດ​ຖານ​ດີ ແຕ່​ ຖ້າຄົ້ນ​ພົບ​ຜູ້​ທີ່​ກ່ຽວ​ຂ້ອງ​ເຖິງ​ສິ່ງ​ບໍ່​ດີ ຕ້ອງ​ປັດ​ເຂ່ຍ​ຢ່າງ​ທັນ​ທີ. ຖ້າ​ພັກ​ປະ​ຕ​ິ​ບັດ​ໄດ້​ສິ່ງນັ້ນ ຂ້າ​ພະ​ເຈົ້າ​ຖື​ວ່າ ຈະ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊືື່ອ​ໃຈ​ຈາກ​ປ​ະ​ຊາ​ຊົນ.”

        ໝູນ​ໃຊ້​ແນວ​ຄິດ​ໂຮ່​ຈິ​ມີນ​ກ່ຽວ​ກັບ​ວຽກ​ງານ​ພະ​ນັກ​ງານ, ໄລ​ຍະ​ຜ່ານ​ມາ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ບຳ​ລຸງ​ສ້າງ, ຝືກ​ຝົນ​ຫລໍ່​ຫລອມ​ພະ​ນັກ​ງານ​ໃຫ້​ພັກ, ພິ​ເສດ ແມ່ນ​ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖ​ີ່​ຖ້ວນ​ກ່ຽວ​ກັບ​ບຸກ​ຄະ​ລາ​ກອນ​ໃຫ້​ແກ່ກອ​ງ​ປະ​ຊ​ຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ດ້ວຍ​ທິດ​ທາງ​ບຸກ​ຄະ​ລາ​ກອນ​ໂດຍ​ສູນ​ກາງ​ປຶກ​ສາ​ຫາ​ລື ແລະ ເປັນ​ເອ​ກະ​ພາບ​ໃນ​ກອງ​ປະ​ຊຸມ​ສູນ​ກາງ​ຄັ້ງ​ທີ11 ຜ່ານ​ມາ, ປ​ະ​ຊາ​ຊົນ​ຕັ້ງ​ຄວາມ​ຫ​ວັງ​ວ່າ ບັນ​ດາ​ມາດ​ຕະ​ຖານ​ກ່ຽວ​ກັບ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ກອມ​ມູ​ນິດ​ຫວຽດ​ນາ​ມ ຈະ​ຫັນ​ເປັນ​ລະ​ອຽດ​ໃນ​ພຶດ​ຕິ​ກຳຕົວ​ຈິງ. ນີ້ກ​ໍ​ແມ່ນປັດ​ໄຈ​ຕັດ​ສິນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ເພື່ອ​ໃຫ້​ພັກ​ຮັກ​ສາ​ບົດ​ບາດ​ຊີ້​ນຳ​ນຳ​ພາ​ທົ່ວ​ປວງ​ຊົນ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຕະ​ຫລອດ​ການ.

ຕອບກັບ

ຂ່າວ/ບົດ​ອື່ນ