ແຜນຮ່າງສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ບາດກ້າວເດີນທີ່ທັນການ ແລະ ມີປະສິດທິຜົນ

( vovworld ) – ​​​​ທ່ານ​ນາຍົກລັດຖະມົນຕີຫາ​ກໍ່​ເຊັນ​ອະນຸມັດແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່ ຊື່​ງຈຸດ​ສຸມ​ແມ່ນ​ບັນດາ​ກຸ່ມ​ເສດຖະ ກິດ, ບໍລິສັດ​ໃຫ່ຍ​ແຫ່ງ​ລັດ ​ໄລ​ຍະ 2011-2015 ​ເພື່​ອແນ​ໃສ່​​ເຮັດ​ໃຫ້​ເສດຖະກິດ​ພາກ​ລັດກາຍ​ເປັນ​ຫຼັກ​ແຫຼ່ງ, ປະຕິບັດ​ບົດບາດ​ຕົ້ນຕໍ, ດັດສົມ ​ແລະ ຮັກສາ​ເສດຖະກິດ​ມະຫາ​ພາກ​​ໃຫ້ເປັນ​ປົກກະຕິ. ຕໍ່​ໄປ​​​ແມ່ນບົດ​ຂຽນ​ຂອງ​ນັກ​ຂ່າວ Thu Hoa ທີ່​ພາດຫົວ​ເລື່ອງ​ວ່າ: ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່.

 


ແຜນຮ່າງສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ບາດກ້າວເດີນທີ່ທັນການ ແລະ ມີປະສິດທິຜົນ - ảnh 1

(ພາບປະກອບ)

   ຕາມແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່, ວິ​ສາ​ຫະກິດ​ທີ່​ມີ​ທຶນ​ຂອງ​ລັດ​ 100% ຈະຖືກ​ຈັດ​ແບ່ງ​ຕາມ 3 ກຸ່ມ​ເພື່ອ​ດຳ​ເນີນ​ການສ້າງ​ໂຄງ​ປະກອບ​​ຄືນ​ໃໝ່. ​ເລື່ອງສ້າງ​ໂຄງ​ປະກອບ​​ວິ​ສາ​ຫະກິດ​ຄືນ​ໃໝ່ຕາມ​ຂະ​ແໜງ​ການ, ຂົງ​ເຂດ​ບໍ່​ຈຳ​ແນ​ກຂັ້ນ, ອົງການ​ຄຸ້ມ​ຄອງ, ກ່ອນ​ອື່ນ​ໝົດ​ຈະ​ຖືກ​ປະຕິບັດ​ສຳລັບ​ບັນດາ​ວິສາ​ຫະກິດ​ໃນ​ຂົງ​ເຂດ​ການ​ກໍ່ສ້າງ, ການ​ຄ້າ, ​ໂທລະ​ຄົມມະນາຄົມ, ພິມ​ຈຳໜ່າຍ, ສະໜອງ​ ​ແລະ ລະບາຍ​ນ້ຳ, ສິ່ງ​ແວດ​ລ້ອມ​ເຂດ​ຕົວ​ເມືອງ….​ເລື່ອງສ້າງ​ໂຄງ​ປະກອບ​ກຸ່ມ​ເສດຖະກິດ, ບໍລິສັດ​ໃຫ່ຍຂອງ​ລັດ​ຄືນ​ໃໝ່ ​ໄດ້​ຖືກ​ປະຕິບັດ​ຢ່າງຮອບດ້ານ​ຈາກ​ຮູບ​ແບບ​ການຈັດຕັ້ງ, ການ​ຄຸ້ມ​ຄອງ, ​ແຫຼ່ງຊັບພະຍາກອນ​ມະນຸດ, ອາຊີບ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຍຸດ​ທະ​ສາດ​ການ​ພັດທະນາ, ການ​ລົງທຶນ ຕະຫຼອດ​ຮອດ​ຕະຫຼາດ ​ແລະ ຜະລິດ​ຕະພັນ. ຕາມ​ສາດສະດາຈານ, ດຣ Tran Hau ຮອງ​ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ເງິນ​ແລ້ວ, ​ເລື່ອງສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່ ຫຼື​ເວົ້າ​ແນວ​ອື່ນ​ແມ່ນ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ​ຄວນ​ເລີ່​ມຈາກ​ບັນດາ​ກຸ່ມ​ເສດຖະກິດ​ໃຫ່ຍຄື: ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັ​ດຫວຽດນາມ, ກຸ່ມ​ບໍລິສັດ​ຖ່ານ​ຫີນ ​ແລະ ​​ແຮ່​ທາດຫວຽດນາມ, ກຸ່ມ​ບໍລິສັດ​ໂທລະ​ຄົມມະນາຄົມ​ກອງທັບ Viettel… ຢ່າງ​ເຖິງ​ຖອງ. ​ເລື່ອງ​ຂາຍ​ທຶນ​ຂອງ​ລັດ​ຕ້ອງ​ມຸ້ງ​ໄປ​ເຖິງ​ບັນດາ​ນັກ​ລົງທຶນ​ເອກະ​ຊົນ, ຫລຸດຜ່ອນ​ບັນດາ​ນັກ​ລົງທຶນ​ຍຸດ​ທະ​ສາດ:

   “​ເພື່ອ​ປະຕິບັດ​ການຫັນລັດ​ວິ​ສາ​ຫະກິດ​ເປັນຫຸ້ນ​ສ່ວນສຳ​ເລັດ​ຜົນ, ກ່ອນ​ອື່ນ​ໝົດ​ລັດ​ຕ້ອງ​ຍົກ​ອອກ​ບັນຊີ​ລາຍ​ຊື່​ຂະ​ແໜງໃດ​ທີ່​ລັດ​ຢຶດຖືໝົດ, ບັນດາ​ຂະ​ແໜງຊື່​ງລັດ​ຈະ​ຢຶດຖືເປັນຕົ້ນຕໍ ​ແລະ ຂະ​ແໜງ​ໃດ​ລັດ​ຈະ​ປ່ອຍເພື່ອ​ດຳ​ເນີນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ​ຢ່າງ​ຂ້ຽວຂາດ ​ແລະ ຫັນ​ເປັນ​ຫຸ້ນ​ສ່ວນ​ເຂົ້າສູ່​ລວງ​ເລິກ. ນັບ​ທັງ​ບັນດາ​ກຸ່ມ​ບໍລິສັດ​ໃຫ່ຍ, ກຸ່ມ​ເສດຖະກິດ​ປາຍ​ແຫຼມ​ຂອງ​ຫວຽດນາມ ກໍ່​ຄວນ​ຫັນ​ເປັນ​ຫຸ້ນ​ສ່ວນ​​ແບບ​ລົງເລິກ ​ເພື່ອ​ມີ​ທຶນ​ຂອງ​ເອກະ​ຊົນ​ເຂົ້າຮ່ວມ ​ແລະ ​ພ້ອມ​ກັນເຂົ້າຮ່ວມ​ການ​ບໍລິຫານ​ກັບ​ລັດ

   ຕາມແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່ ຊື່​ງທ່ານ​ນາຍົກລັດຖະມົນຕີຫາກໍ່​ປະກາດ​ໃຊ້​ນັ້ນ ​ໄດ້​ຍົກ​ອອກຄຳ​ຮຽກຮ້ອງ​ໃຫ້​ບັນດາ​ລັດ​ວິ​ສາ​ຫະກິດ​ຕ້ອງ​ຢຸດຕິ​ສະພາບ​ການ​ລົງທຶນ​ນອກ​ຂະ​ແໜງ, ຂົງ​ເຂດ​ທຳ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ​ຕົ້ນຕໍ​ກ່ອນ​ປີ 2015. ທ່ານ Bui Ngoc Son, ສັງກັດສະ​ຖາ​ບັນ​ເສດຖະກິດ ​ແລະ ການ​ເມືອງ​ໂລກ​ຖື​ວ່າ:

  “ຕາມ​ທັດສະນະ​ຂອງ​ຂ້າພະ​ເຈົ້າ​ແລ້ວ, ລັດ​ຄວນ​ຮັດ​ແຄບ​ເລື່ອງ​ລັດ​ກຳ​ບັນດາ​ຮາກ​ຖານ​ດຳ​ເນີນ​ທຸລະ​ກິດ​ເພື່ອ​ສະ​​ແຫວ​ງຜົນ ​ແລະ ມອບ​​ໂອນບັນດາ​ຂົງ​ເຂດ​ນີ້​ໃຫ້​ເອກະ​ຊົນ​ເຮັດ. ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ສັງຄົມ, ​ເພື່ອ​ໃຫ້​ວິວັດ​ການ​ມອບ​​ໂອນສຳ​ເລັດ​ຜົນ, ຄວນ​ເອົາ​ໃຈ​ໃສ່​ເຖິງ​ບັນດ​າຂົງ​ເຂດ​ສາທາລະນະ​ ສາທາລະນະ​ປະ​ໂຫຍ​ດທີ່​ມອບ​ໃຫ້​ພາກເອກະ​ຊົນ​ເຮັດ, ຕ້ອງ​ຄ່ອຍໆປະຕິບັດ​ ​ແລະ ຕ້ອງ​ມີ​ບັນດາ​ໂຄງການ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດພາຍຫຼັງ​ທີ່ຫັນ​ເປັນ​ຫຸ້ນ​ສ່ວນ ​ເພື່ອ​ໃຫ້ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ຢ່າງ​ເປັນ​ປົກກະຕິ, ​ເຮັດ​ໄດ້ຄື​ແນວ​ນັ້ນຈຶ່ງບັນລຸ​ໝາກຜົນ​ທີ່​ດີ

ແຜນຮ່າງສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ບາດກ້າວເດີນທີ່ທັນການ ແລະ ມີປະສິດທິຜົນ - ảnh 2

ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່: ຄຸນ​ນະພາ​ບ, ປະສິດທິ​ຜົນ

(ພາບ:baomoi.com)

   ພາຍຫຼັງການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່, ລັດ​ຕ້ອງ​ມີ​ກົນ​ໄກ, ນະ​ໂຍບາຍ​ທີ່​ເໝາະ​ສົມ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ພັດທະນາ. ດ້ານ​ອື່ນ, ຕ້ອງ​ມອບ​ສິດ​ຕິດຕາມ​ກວດກາ​ລັດ​ວິ​ສາ​ຫະກິດ​​ໃຫ້​ແກ່​ບັນດາ​ກະຊວງ ຂະ​ແໜງ​ການຢ່າງ​ແຮງ​ກ່ວາ​ອີກ. ຕາມທ່ານ​ດຣ Tran Tien Cuong ສະຖານ​ບັນ​ຄົ້ນຄ້ວາ​ການ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ​ແລ້ວ, ຄວນ​ສ້າງ​ບົດບາດ, ພາລະ​ໜ້າ​ທີ່, ການຈັດຕັ້ງສິດ​ກຳມະສິດ​ແຫ່ງ​ລັດ, ​ເພີ່ມ​ປະສິດທິພາບ, ປະສິດທິ​ຜົນ​ໃນ​ການ​ຄຸ້ມ​ຄອງ, ພິ​ເສດ​ແມ່ນ​ຄວາມ​ສາມາດ​ຕິດຕາມ​ກວດກາ​ຂອງ​ເຈົ້າຂອງ​ກຳມະສິດຄືນ​ໃໝ່:

   ”​ເມື່ອ​ກອນ​ພວກ​ເຮົາ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​​ເຖິງເປົ້າໝາຍ​ຄຸ້ມ​ຄອງ​ແມ່ນ​ບັນດາ​ລັດ​ວິ​ສາ​ຫະກິດ​ແຕ່​ປະຈຸ​ບັນ, ພວກ​ເຮົາ​ຕ້ອງ​ເອົາ​ໃສ່​ຫຼາຍ​ກ່ວາ​ໃນ​ຖານະ​​ເປັນ​ຜູ້​ຄຸ້ມ​ຄອງ​ລັດ, ບົດບາດ​ການ​ຄຸ້ມ​ຄອງ​ລັດ

   ໜື່ງ​ໃນ​ບັນດາ​ມາດ​ຕະການ​ຊື່​ງແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່​ໄດ້​ຍົກ​ອອກ​ມາ ນັ້ນ​ແມ່ນ​ຕ້ອງຮີບ​ເຮັ່ງ​ສຳ​ເລັດ​ບັນດາ​ການຈັດ​ແບ່ງ​ປະ​ເພດ​ວິ​ສາ​ຫະກິດ​ຕ້ອງ​ຫັນ​ເປັນ​ຫຸ້ນ​ສ່ວນ ຕາມ​ທິດ​ຍູ້​ແຮງ​ການ​ຫັນ​ສິດ​ກຳມະສິດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ; ກຳນົດ​ຢ່າງ​ຈະ​ແຈ້ງ​ບັນດາ​ຂະ​ແໜງ​ການ, ຂົງ​ເຂດ​ເມື່ອ​ປະຕິບັດ​ການ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ. ຈຸດໝາຍ​ຊັບຊ້ອນ, ການ​ຫັນ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນຕາມ​ບັນດາ​ວິທີ​ການທີ່​ໄດ້​ຮັບ​ການ​ເຊັນ​ອະນຸມັດ ຊື່​ງລັດຖະບານ​ຫວຽດນາມ ​ຖື​ວ່າ ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ແຕ່​ນີ້​ຮອດ​ປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ