ໂຄງການ “ ທໍ່ສົ່ງອາຍແກດລັດເຊຍ-ເອີລົບໃຕ້“: ຕ້ອງມີຄວາມມານະພະຍາຍາມຈາກຝ່າຍຕ່າງໆ


(vovworld) –ວັນ​ທີ 9/12, ບັນດາ​ຄູ່​ຮ່ວມ​ມື​ທີ່ເຂົ້າ​ຮ່ວມ​ໂຄງການ “ທໍ່​ສົ່ງ​ອາຍ​ແກ​ສລັດ​ເຊຍ​-ເອີ​ລົບ​ໃຕ້“ປະຊຸມ​ກັນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ແບນ​ຊິກ, ພາຍຫຼັງ​ທີ່​ປະທານາທິບໍດີ​ລັດ​ເຊຍ Vladimir Putin ຖະ​ແຫຼ​ງ​ຢຸດຕິໂຄງການ​ອາດ​ແກ​ສທີ່​ສຳຄັນ​ນີ້​ເປັນ​ເວລາ​ເກືອບ 2 ສັບປະດາ. ການ​ພົບ​ປະ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ທີ່​ເໝາະ​ສົມ​​ແນ​ໃສ່ສືບ​ຕໍ່​ຜັນ​ຂະຫຍາຍ​ໂຄງການ​ນີ້, ​ເພາະວ່າ​ເລື່ອງ​ຢຸດຕິ​ໂຄງການ​ຈະ​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຝ່າຍ​ຕ່າງໆ. ​ແຕ່​ເບິ່ງ​ຄື​ວ່າ​ຍາກ​ທີ່​ຈະ​ບັນລຸ​ມາດ​ຕະການ​ແກ້​ໄຂ​ໂດຍ​ໄວ​ໄດ້.

ໂຄງການ “ ທໍ່ສົ່ງອາຍແກດລັດເຊຍ-ເອີລົບໃຕ້“: ຕ້ອງມີຄວາມມານະພະຍາຍາມຈາກຝ່າຍຕ່າງໆ - ảnh 1

ທໍ່​ສົ່ງ​ອາຍ​ແກ​ສລັດ​ເຊຍ​-ເອີ​ລົບ​ໃຕ້

(ພາຍ: vietnamplus.vn)

“ທໍ່​ສົ່ງ​ອາຍ​ແກ​ສລັດ​ເຊຍ​-ເອີ​ລົບ​ໃຕ້ “ ​ແມ່ນ​ຊື່​ຂອງ​ໂຄງການ​​ທໍ່​ສົ່ງ​ອາຍ​ແກ​ສຂະໜາດ​ໃຫຍ່, ​ໂດຍ​ກຸ່ມ​ບໍລິສັດ Gazprom ຂອງ​ລັດ​ເຊຍ​ ເປັນ​ເຈົ້າ​ຂອງ​ລົງທຶນ, ​ເພື່ອ​ແນ​ໃສ່​ສົ່ງ​ອອກ​ອາຍ​ແກ​ສທຳ​ມະ​ຊາດ​ຈາກ​ລັດ​ເຊຍ, ຂ້າມ​ທະ​ເລ​ດຳ, ​ໄປ​ຍັງ​ເອີ​ລົບ​ກາງ ​ແລະ ​ເອີ​ລົບ​ໃຕ້, ​ເຊິ່ງລວມມີ​ບັນດາ​ປະ​ເທດ​ຄື: ບຸນ​ກາຣີ, ​ແຊກ​ເບຍ, ຮຸງ​ກາຣີ, ​ເກຼັກ, ສ​ໂລ​ເວ​ນີ, ​ກຣົວຊີ ​ແລະ ​ໂອ​ຕະຣິດ. ຈຸດປະສົງ​ຕົ້ນຕໍ​ຂອງ​ທໍ່​ສົ່ງ​ອາຍ​ແກ​ສນີ້ ​ແມ່ນ​ເຊື່ອມ​ຕໍ່​ລັດ​ເຊຍ​ກັບ​ເອີ​ລົບ​ໂດຍ​ບໍ່​ຜ່ານ​ຢູ​ແກຼມ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວັນ​ທີ 1/12, ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ປະກາດ​ຢຸດຕິ​ໂຄງການ​ນີ້, ​ແທນ​ທີ​ນັ້ນ​ແມ່ນ​ທໍ່​ສົ່ງ​ອາຍ​ແກ​ສ​ໃໝ່​ທີ່​ຂ້າມ​ຜ່ານ​ເຕິ​ກກີ.

ກໍ່ຄວາມ​ເສຍ​ຫາຍ​ໃຫ້​ຝ່າຍ​ຕ່າງໆ

ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການຕ່າງປະ​ເທດ ​ແຊກ​ເບຍ Ivica Dacic ​ໃຫ້​ຮູ້​ວ່າ, ​ແຊກ​ເບຍ​ ໄດ້​ລົງທຶນ​ເຂົ້າ​ໂຄງການ​ນີ້ 30 ລ້ານ​​ເອີ​ໂຣ. ສ່ວນ​​ໂອ​ຕະຣິດ ​ໄດ້​ກໍ່ສ້າງ​ບັນດາ​ຮາກ​ຖານ​ສະ​ສົມ​ນຳ້ມັນ​ອາຍ​ແກ​ສ​ໃນ​ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ຕົນ​ແລ້ວ, ດັ່ງ​ນັ້ນ​ຄວາມ​ເສຍ​ຫາຍ​ຈະ​ຫຼາຍ​ກວ່າ​. ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ​ບຸນ​ກາຣີ, ທ່ານ Rumen Ovcharov ກໍ່​ປະກາດ​ວ່າ, ປະ​ເທດ​ນີ້​ອາດ​ຈະ​ຖືກ​ເສຍ​ຫາຍ​ເຖິງ 750 ລ້ານ USD/ປີ ຍ້ອນ​ໂຄງການ​ຂົນ​ສົ່ງ​ອາຍ​ແກ​ສຖືກ​ຢຸດຕິ​ໄວ້. ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຮຸງ​ກາຣີ ພັດ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ຈະ​ຕ້ອງ​ຊອກ​ຫາ​ແຫຼ່ງອາຍ​ແອ​ສທຳ​ມະ​ຊາດ​ອື່ນ​ເພື່ອ​ຖົມ​ຂຸມ​​ໃຫ້ແຫຼ່ງສະໜອງ​ຈາກ​ທໍ່​ສົ່ງ​ອາຍ​ແກ​ສນີ້.

ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ​ກໍ່​ຖືກ​ເສຍ​ຫາຍ​ບໍ່​ແມ່ນ​ໜ້ອຍ. ຕາມ​ກຸ່ມ​ບໍລິສັດ​ພະລັງງານ Saopem ຂອງ​ອີ​ຕາ​ລີ ​ແລ້ວ, ກຸ່ມ​ບໍລິສັດ​ນີ້​ຈະ​ຖືກ​ເສຍ​ຫາຍ​ປະມານ 2 ຕື້ USD ຈາກ​ຂໍ້​ຕົກລົງ​ຢຸດຕິ​ໂຄງການ​ນີ້. ສ່ວນ​ບັນດາ​ບໍລິສັດ​ອື່ນ​ຂອງ​​ເອີ​ລົບ​ກໍ່​ລົງທຶນ​ເຂົ້າ​ໂຄງການ​ນີ້​ຢ່າງ​ໜ້ອຍ​ສຸດ​ແມ່ນ 2,5 ຕື້ USD, ​ໃນ​ຂະນະ​ນັ້ນ​ກຸ່ມ​ບໍລິສັດ Gazprom ຂອງ​ລັດ​ເຊຍ​ ກໍ່​ລົງທຶນ​​ເຂົ້າ​ກິດຈະກຳ​ໃນ​ເຂດ​ຜືນ​ແຜ່ນດິນ​ຂອງ​ລັດ​ເຊ​ຍເກືອບ 5 ຕື້ USD.

        ​ໃນ​ໄລຍະ​ຍາວ, ການ​ຕົກລົງ​ຢຸດຕິ​ໂຄງການ “ທໍ່​ສົ່ງ​ອາຍ​ແກ​ສລັດ​ເຊຍ​-ເອີ​ລົບ​ໃຕ້“ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ແຜນ​ທີ່​ຄວາມ​ປອດ​ໄພ​ດ້ານ​ພະລັງງານ​ຂອງ​ເອີ​ລົບ​ໃນ​ຊຸ່ມ​ປີ​ຕໍ່ໜ້າ​ຖືກ​ປ່ຽນ​ແປງ​ເທົ່າ​ນັ້ນ, ຫາກ​ຍັງ​ກະທົບ​ເຖິງ​ສາຍ​ພົວພັນ​ລະຫວ່າງ​ລັດ​ເຊຍ - ອີ​ຢູ, ກໍ່​ຄື​ບັນດາ​ບັນຫາ​ພາຍ​ໃນ​ຂອງ​ເອີ​ລົບ​ອີກ​ດ້ວຍ.

        ຢຸດ​ຕິ​ໂຄງການ​ຍ້ອນ​ສາຍ​ເຫດ​ດ້ານ​ການ​ເມືອງ ​ແລະ ການ​ເງິນ

        ປະທານາທິບໍດີ​ລັດ​ເຊຍ Putin ອະທິບາຍ​ວ່າ, ຂໍ້​ຕົກລົງ​ຢຸດ​ຕິ​ໂຄງການ​ແມ່ນ​ຍ້ອນ​ລັດ​ເຊຍ ​ບໍ່​ໄດ້​ຮັບ​ໜັງສື​ອະນຸຍາດ​ໃຫ້​ກໍ່ສ້າງ​ຂອງ ບຸນ​ກາຣີ, ​ເມື່ອ​ວຽກ​ງານ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​​ເຖິງ​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ນີ້. ຕາມ​ລັດ​ເຊຍ ​ແລ້ວ, ຄະນະ​ກຳມະການ​ເອີ​ລົບ (EC) ​ໄດ້​ກໍ່​ຄວາມດັນ​ບັງຄັບ​ໃຫ້​ບຸນ​ກາຣີ ຕ້ອງ​ໂຈະ​ການ​ອອກ​ໜັງສື​ອະນຸຍາດດ້ວຍ​ສາຍ​ເຫດ, ​ໂຄງການ​ນີ້​ລະ​ເມີດ​ກົດໝາຍ​ວ່າ​ດ້ວຍ​ການ​ແກ່ງ​ແຍ້​ງ ​ແລະ ນະ​ໂຍບາຍ​ຫັນ​ແຫຼ່ງສະໜອງ​ພະລັງງານ​ຂອງ EU ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສາຍ​ເຫດ​ແມ່ນ​ຍ້ອນ EU ບໍ່​ຢາກ​ຂຶ້ນ​ກັບ​ລັດ​ເຊຍ, ພິ​ເສດ​ແມ່ນ​ໃນ​ສະພາບ​ທີ່​ສອງ​ປະ​ເທດ ພວມ​ປະຕິບັດ​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດຖະກິດ​ເຊິ່ງກັນ ​ແລະ ກັນ.

        ​ໃນ​ຂະນະ​ນັ້ນ, ມີຫຼາຍ​ຄຳ​ເຫັນ​ອື່ນໆ​ພັດ​ຖື​ວ່າ, ລາຍ​ຈ່າຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໄດ້​ພາ​ໄປ​ເຖິງ​​ເລື່ອງ​ຢຸດຕິ​ໂຄງການ. ປີ 2007,  Gazprom ຄາດວ່າ​ໂຄງການ​ຈະ​ລົງທຶນ​ເງິນ​ປະມານ 10 ຕື້ USD, ​ແຕ່​ຮອດ​ປີ 2014, ຕົວ​ເລກ​ດັ່ງກ່າວ​ໄດ້​ຂຶ້ນ​ເຖິງປະມານ 40 ຕື້ USD. ນີ້​ແມ່ນ​ລາຍ​ຈ່າຍ​ຫຼາຍ​ເກີດ​ໄປ​ສຳລັບ Gazprom, ​ໃນ​ສະພາບ​ທີ່​ຍັງ​ມີ​ຫຼາຍ​ໂຄງການ​ສຳຄັນ​ອື່ນ​ອີກ​ພວມ​ລໍຖ້າ​ກຸ່ມ​ບໍລິສັດ​ນີ້​. ຖ້າ​ຫາກ​ສືບ​ຕໍ່​ປະຕິບັດ​ໂຄງການ​ນີ້. Gazprom ຕ້ອງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດຖະບານ​ລັດ​ເຊຍ. ​ແຕ່​ໃນ​ສະພາບ​ການ​ຄື​ປະຈຸ​ບັນ​ແມ່ນ​ບໍ່​ສາມາດ​ປະຕິບັດ​ໄດ້, ​ເພາະວ່າ​ເສດຖະກິດ​ລັດ​ເຊຍ ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ຄຳ​ສັ່ງ​ຄວຳ້​ບາດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ. ຍິ່ງ​ກວ່າ​ນັ້ນ, ຖ້າ​ຫາກ​ກໍ່ສ້າງ​ທໍ່​ສົ່ງ​ນຳ້ມັນ​ຜ່ານ​ເຕິ​ກກີ​ເຖິງ​ເອີ​ລົບ​ໃຕ້, Gazprom ມີ​ແຕ່​ເສຍ​ເງິນພຽງປະມານ 10 ຕື້ USD ​ເທົ່າ​ນນັ້ນ.

        ກາລະ​ໂອກາດ​ໃດ​ໃຫ້​ທັງ​ສອງ​ຝ່າຍ?      

ພາຍ​ຫລັງ​ຖະ​ແຫຼງ​ການຢຸດ​ຕິ​ໂຄງ​ການ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ, ວັນ​ທີ 6/12, ກຸ່ມ​ບໍ​ລິ​ສັດ Gazprom ຂອງ ລັດ​ເຊຍ ຢືນ​ຢັນ​ວ່າ: ບໍ່​ມີ​ເຈດ​ຈຳ​ນົງ​ປະ​ຕິ​ບັດ​ໂຄງ​ການ​ “ທໍ່​ສົ່ງ​ອາຍ​ແກ​ສ​ ລັດ​ເຊຍ - ເອີ​ລົບ ໃຕ້​” ອີກ ຍ້ອນ​ບັນ​ດາ​ເຈົ້າ​ໜ້າ​ທີ່​ເອ​ີ​ລົບ ບໍ່​ສ້າງ​​ເງື່ອນ​ໄຂ​ເພື່ອ​ສາ​ມາດ​ປະ​ຕິ​ບັດ.

ເຖິງ​ຢ່າງ​ໃດ​ກໍ່​ຕາມ​ໃນ​ສະ​ພາບ​ຕົວ​ຈິງ, ປະ​ຈຸ​ບັນ​ນັບ​ທັງ ບຸນ​ກາ​ຣີ ແລະ ​ແຊກ​ເບຍ ລ້ວນ​ແຕ່ບໍ່​ທັນ​ໄດ້​ຮັບ​ປະ​ກາດ​ທາງ​ການ​ຈາກ​ຝ່າຍ​ລັດ​ເຊຍ. ລັດ​ຖະ​ບານ ລັດ​ເຊຍ ຍັງ​ບໍ່​ທັນ​ອອກ​ຄຳ​ສັ່ງ​​ຍຸບ​ເລິກ​ສັນ​ຍາ​ລະ​ຫວ່າງ​ລັ​ດ​ຖະ​ບານ​ກັບ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ໂຄງ​ການ. ທ່ານ Dmitry Peskov, ເລ​ຂາ​ດ້ານ​ສື່​ມວນ​ຊົນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ກໍ່​ບໍ່​ມີ​ຄຳ​ຕອບ​ກ່ຽວ​ກັບ​ຄວາມ​ສາ​ມາດ​ຢຸດ​ຕິ​ບັນ​ດາ​ຂໍ້​ຕົກ​ລົງ. ​ມາ​ຮອດ​ໃນ​ປະ​ຈຸ​ບັນ, ພຽງ​ແຕ່​ມີ​ບໍ​ລິ​ສັດ​ຮັບ​ປະ​ມຸນ Saipem ​ຂອງ ອີ​ຕາ​ລີ, ໄດ້​ຮັບ​ປະ​ກາດ​ຢຸດ​ຕິ​ໂຄງ​ການ, ຕອນ​ຜ່ານ​ທະ​ເລ​ຂອງ “ທໍ່​ສົ່ງ​ອາຍ​ແກ​ສ​ ລັດ​ເຊຍ - ເອີ​ລົບ ໃຕ້​” ເທົ່າ​ນັ້ນ.

ໃນ​ສະ​ພາບ​ການນັ້ນ, ທ່ານ Dmitry Baranov, ນັກ​ຊ່ຽວ​ຊານ​ອັນ​ດັບ​ໜຶ່ງ​ຂອງ​ບໍ​ລິ​ສັດ​ຄຸ້ມ​ຄອງກອງ​ທຶນ​ລົງ​ທຶນ Finam (ລັດ​ເຊຍ), ເວົ້າ​ວ່າ​ໂຄງ​ການ “ທໍ່​ສົ່ງ​ອາຍ​ແກ​ສ​ ລັດ​ເຊຍ - ເອີ​ລົບ ໃຕ້​” ອາດ​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຄືນ​ໃໝ່​ຖ​້າ​ຫາກ EU ປ່ຽນ​ແປ​ງ​ທັດ​ສະ​ນະ. ໃນ​ຂະ​ນະ​ນັ້ນ, ຂະຫຼວງ​ໃຫຍ່​ຮັບ​ຜິດ​ຊອບ​ພະ​ລັງ​ງານ​ຂອງ EU ທ່ານ Maros Sefcovic ຢືນ​ຢັນ​ວ່າ: EU ບໍ່​ມີ​ເຈດ​ຈຳ​ນົງ​ທຳ​ລ​າຍ​ການ​ພົບ​ປະ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ເຂົ້າ​ຮ່ວມ​ໂຄງ​ການ “ທໍ່​ສົ່ງ​ອາຍ​ແກ​ສ​ ລັດ​ເຊຍ - ເອີ​ລົບ ໃຕ້​”, ​ທີ່ຈັດ​ຕັ້ງ​ໃນ​ວັນ​ທີ 9/12. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ບຸນ​ກາ​ຣີ Boyko Borisov ຖະ​ແຫຼງວ່າ: ບຸນ​ກາ​ຣີ ຕົກ​ລົງ​ຊຸກ​ຍູ້​ການກໍ່​ສ້າງ​ທໍ່​​ສົ່ງ​​ອາຍ​ແກສ​ນີ້  ດ້ວຍ​ເລື່ອງ​​ຈັດ​ໃຫ້​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Tomislav Donchev ແລະ ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພະ​ລ​ັງ​ງານ Temenujka Petkov ໄປ​ຍັງ ບ​​ຣຸກ​ແຊນ ເຂົ້າ​ຮ່ວມ​ການ​ພົບ​ປະ​ລະ​ຫວ່າງ​ຝ່າຍ​ຕ່າງໆ.

ໂຄງ​ການ “ທໍ່​ສົ່ງ​ອາຍ​ແກ​ສ​ ລັດ​ເຊຍ - ເອີ​ລົບ ໃຕ້​” ຈະ​​ສືບ​ຕໍ່ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໄດ້ຫຼືບໍ່? ສິ່ງ​ດັ່ງ​ກ່າວ​​ແມ່ນອີງ​ໃສ່​ເຈດ​ຕະ​ນາ​ດີ, ຄວາມ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ​ຂອງ​​ຝ່າຍຕ່າງໆ./.

ຕອບກັບ

ຂ່າວ/ບົດ​ອື່ນ