ໄຊຊະນະດ້ຽນບຽນຝູ ເມື່ອວັນທີ 7/5/1954
(ພາບເອກະສານ)
|
ໄຊຊະນະດ້ຽນບຽນຝູກ່ອນນີ້ 60 ປີໄດ້ສິ້ນສຸດໄລຍະ 9 ປີແຫ່ງການຕໍ່ຕ້ານຍາວນານຕ້ານພວກລ່າເມືອງຂຶ້ນຝະລັ່ງຂອງກອງທັບ ແລະ ປະຊາຊົນ ຫວຽດນາມ. ໄຊຊະນະນີ້ບໍ່ພຽງແຕ່ແມ່ນຫຼັກໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນວິລະກຳປະຫວັດສາດຂອງມວນມະນຸດໃນສະຕະວັດທີ 20, ພ້ອມທັງສ້າງກຳລັງໜູນໃຫ້ແກ່ປະຊາຊົນຜູ້ຮັກຫອມສັນຕິພາບໃນທົ່ວໂລກສືບຕໍ່ທຳການຕໍ່ສູ້ເພື່ອລົບລ້າງລະບອບລ່າເມືອງຂຶ້ນ, ຍາດເອົາເອກະລາດແຫ່ງຊາດ.
ເມື່ອເຕື້ອງເຖິງ ໄຊຊະນະດ້ຽນບຽນຝູໃນແຕ່ລະເທື່ອ, ບັນດານັກຄົ້ນຄ້ວາ,ນັກປະຫວັດສາດກໍຄືນາຍທະຫາຍທັງຢູ່ພາຍໃນ ແລະ ຕ່າງປະເທດ ກໍລ້ວນແຕ່ເນັ້ນໜັກເຖິງແນວທາງປະຕິວັດອັນຖືກຕ້ອງ, ຄວາມເປັນຈິດໜ່ຶງໃຈດຽວທຳການຕໍ່ສູ້ຂອງທັງຊາດ ແລະ ສິລະປະຍຸດການທະຫານທີ່ປິຊາສາມາດຂອງນາຍທະຫານຫວຽດນາມ.
ປະທານໂຮ່ຈິມິນ ແລະ ຜູ້ບັນຊາການໃຫຍ່ການກະຫານ
ພົນເອກ ຫວໍງວຽນຢາບ ພວມປຶກສາ, ຕັດສິນວິທີການຮົບໃນ ບັ້ນຮົບລະດູໜາວ-ລະດູບານໃໝ່ 1953
|
ການນຳພາຂອງພັກກອມູນິດຫວຽດນາມ - ປັດໄຈຕັດສິນຕໍ່ໄຊຊະນະດ້ຽນບຽນຝູ.
ນັບຕັ້ງແຕ່ຊຸມວັນທຳອິດແຫ່ງການປຸກລະດົມການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງເຂົ້າມາຮຸກຮານ, ພັກກອມູນິດຫວຽດນາມ ແລະ ປະທານໂຮ່ຈິມິນ ໄດ້ວາງແນວທາງຕໍ່ຕ້ານ, ແນວທາງການທະຫານເອກະລາດເປັນເຈົ້າຕົນເອງ, ມີຫົວຄິດປະດິດສ້າງ. ແນວທາງດັ່ງກ່າວແມ່ນການສືບຕໍ່ການປະຕິວັດຊາດ, ປະຊາທິປະໄຕປະຊາຊົນດ້ວຍສົງຄາມປະຕິວັດ, ດ້ວຍຈຸດໝາຍ “ ເອກະລາດແຫ່ງຊາດ, ຊາວນາມີດິນປູກເຂົ້າ, ກ້າວຂຶ້ນສັງຄົມນິຍົມ” ພັກກອມູນິດຫວຽດນາມ ແລະ ປະທານໂຮ່ຈິມິນກໍຍັງເລືອກເຟັ້ນແນວທາງຕໍ່ຕ້ານ : ທ່ົວປວງຊົນ, ຮອບດ້ານ, ຍາວນານ, ອີງໃສ່ກຳລັງແຮງຂອງຕົນເປັນຕົ້ນຕໍ. ດັ່ງນັ້ນສາມາດລະດົມກຳລັງໃຈ, ຈັດຕັ້ງໃຫ້ທົ່ວປວງຊົນຕີສັດຕູດ້ວຍກຳລັງແຮງຂອງທັງຊາດ, ພ້ອມທັງຍາດແຍງການສະໜັບສະໜູນດ້ວຍລະດັບສູງສຸດຈາກປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ. ດ້ວຍວິໄສທັດຍຸດທະສາດ, ພັກກອມູນິດຫວຽດນາມ ໄດ້ກຳນົດວ່າ ຕ້ອງຕີຖືກໃສ່ກະດູກສັນຫຼັງຂອງຍຸດທະສາດ ນາວາ ໂດຍຜ່ານການເປັນເຈົ້າການເປີດບັນດາບັ້ນຮົບໃນທົ່ວສະໜາມຮົບອິນໂດຈີນ, ເຮັດໃຫ້ກຳລັງສັດຕູຖືກກະແຈກກະຈາຍ, ຈັດວາງກອງກຳລັງເຄື່ອນທີ່ຍຸດທະສາດໄປທົ່ວສະໜາມຮົບ, ບັງຄັບໃຫ້ຝະລັ່ງຕ້ອງຍອມສູ້ຮົບຕັດສິນຄວາມເປັນຕາຍຢູ່ດ້ຽນບຽນຝູ. ທ່ານຮອງສາດສະດາຈານ, ດອກເຕີ ຫງວຽນຈ້ອງຟຸກ ສັງກັດສະຖາບັນການເມືອງ-ການປົກຄອງແຫ່ງຊາດໂຮ່ຈິມິນ ຖືວ່າ :
“ບົດບາດນຳພາຂອງ ພັກກອມູນິດຫວຽດນາມ ແລະ ປະທານໂຮ່ຈິມິນ ແມ່ນໄດ້ສະແດງໃຫ້ເຫັນແຈ້ງຢູ່ບ່ອນເຮັດໃຫ້ກຳລັງສັດຕູຖືກກະແຈກກະຈາຍ. ເມື່ອພວກລ່າເມືອງຂຶ້ນຝະລັ່ງເຕົ້າໂຮມກຳລັງເຄື່ອນທີ່ຢູ່ເຂດທົງພຽງພາກເໜືອນັ້ນ, ກຳລັງຕໍ່ຕ້ານໄດ້ເຮັດໃຫ້ກຳລັງສັດຕູຖືກກະແຈກກະຈາຍໄປຫຼາຍທິດອື່ນຄື: ເຂດທາງທິດຕາເວັນຕົກສ່ຽງເໜືອ, ເຂກພາດເໜືອ ແລະ ພາກໃຕ້ຂອງລາວ...ນີ້ແມ່ນລັດຖະນະໂຍບາຍທີ່ສຳຄັນຂອງພັກກອມມູນິດຫວຽດ ນາມ ແລະ ປະທານໂຮ່ຈິມິນ ”
ໄຊຊະນະຂອງກຳລັງແຮງມະຫາສາມັກຄີແຫ່ງຊາດຫວຽດນາມ
ໜຶ່ງໃນບັນດາປັດໄຈທີ່ມີຄວາມໝາຍຕັດສິນໄຊຊະນະຂອງບັ້ນຮົບດ້ຽນບຽນຝູນັ້ນ, ກໍແມ່ນການເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທັງຊາດ. ໃນໄລຍະດຳເນີນບັ້ນຮົບ, ມີປະຊາຊົນເຖິງ 62.000 ຄົນ, ໃນນັ້ນມີຊາວໜຸ່ມຕະລຸມບອນໄດ້ເຂົ້າຮ່ວມການບູລະນະສ້ອມແປງທ່າເຮືອ, ຂົວ, ທາງຄົມມະນາຄົມນັບຮ້ອຍກິໂລແມດ; ແລະ ໄດ້ຂົນສົ່ງສະບຽງອາຫານກວ່າ 25.000 ໂຕນ ພ້ອມກັບອາວຸດຍຸດທະພັນ, ລູກປືນນັບພັນໂຕນໄປຍັງສະໜາມຮົບ. ທ່ານ Pierre Bonny ທະຫານຜ່ານເສິກຂອງຝະລັ່ງ, ຜູ້ໄດ້ເຂົ້າຮ່ວມບັ້ນຮົບດ້ຽນບຽນຝູ ເລົ່າຄືນສູ່ຟັງວ່າ :
“ ເມື່ອຂ້າພະເຈົ້າຖືກຈັບຕົວເປັນສະເລີຍເສິກ, ຂ້າພະເຈົ້າໄດ້ເຫັນປະຈັກຕາບັນດາຂະບວນລົດຖີບແລ່ນຕິດຕໍ່ກັນຢ່າງບໍ່ຂາດສາຍ ເພື່ອຂົນເຄື່ອງຂອງໄປຍັງດ້ຽນບຽນຝູ, ຈາກເຂົ້າສານ, ສາລີ ຕະຫຼອດຮອດອາວຸດປະເພດເບົາ. ບັນດາຜູ້ຂັບລົດຖີບເຫຼົ່ານັ້ນ ບໍ່ນັ່ງຖີບລົດ, ຫາກວາງເຄື່ອງຂອງເທິງລົດ ແລະ ຍູ້ລົດຂຶ້ນຄ້ອຍ. ນັ້ນແມ່ນຍັງບໍ່ທັນເລົ່າເຖິງບັນດາຜູ້ຫາບເຄື່ອງລຳລຽງອີກດ້ວຍ. ຍ້ອນແນວນັ້ນ, ພົນເອກຫວໍງວຽນຢາບຈຶ່ງສາມາດລ້ຽງດູກຳລັງທະຫານກວ່າ 30.000 ຄົນຢູ່ດ້ຽນບຽນຝູ ແລະຍາດເອົາໄຊຊະນະໄດ້. ດ້ຽນບຽນຝູແມ່ນ ໄຊຊະນະຂອງທົ່ວທັງຊາດຫວຽດນາມ, ປະຊາຊົນທຸກໆຄົນກໍລ້ວນແຕ່ປະກອບສ່ວນ, ຫາກບໍ່ສະເພາະແຕ່ກອງທັບເທົ່ານັ້ນ”
ສາດສະດາຈານ ເຫືອເຫຼີຍຜີງ ນັກຊ່ຽວຊານຄົ້ນຄ້ວາກ່ຽວກັບຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ສັງກັດສະຖາບັນວິທະຍາສາດສັງຄົມຈີນຖືວ່າ:
“ ປະຊາຊົນຫວຽດນາມ, ຊາດຫວຽດນາມແມ່ນຊາດໜຶ່ງທີ່ດຸໝັ້ນຂະຫຍັນພຽນ, ມີຄວາມານະອົດທົນ ແລະ ອົງອາດກ້າແກ່ນ, ເຂົາເຈົ້າບໍ່ຍອມປະລາໄຊຕໍ່ໜ້າບໍ່ວ່າສະພາບການຫຍຸ້ງຍາກຄືແນວໃດ. ຂ້າພະເຈົ້າຄິດວ່າ ນ້ຳໃຈອົງອາດກ້າແກ່ນ, ບໍ່ຍອມຈຳນົນຂອງຊາດຫວຽດນາມ ແລະ ເຫດຜົນພື້ນຖານພາໄປເຖິງໄຊຊະນະດ້ຽນບຽນຝູ ”
ເຕົ້າໂຮມສິລະປະຍຸດສົງຄາມປະຊາຊົນຫວຽດນາມ.
ຈຸດຍອດສູງທາງດ້ານສິລະປະຍຸດການທະຫານຫວຽດນາມໃນໄຊຊະນະດ້ຽນບຽນຝູ ແມ່ນຖືກສະແດງອອກຜ່ານ 3 ຂົງເຂດການຊີ້ນຳ, ຍຸດທະສາດການທະຫານ, ສິລະປະຍຸດການຮົບ ແລະ ຍຸດທະວິທີ. ຈາກທິດນຳການຮົບ “ຕີໄວ, ເອົາໄຊຊະນະໄວ” ໃນເບື້ອຕົ້ນ, ຄະນະພັກ ແລະ ກອງບັນຊາບັ້ນຮົບໄດ້ຕັດສິນປ່ຽນມາເປັນ “ຕີໜັກແໜ້ນ, ກ້າວໜັກແໜ້ນ ” , ເລື່ອນເວລາດຳເນີນການບຸກໂຈມຕີເພື່ອສືບຕໍ່ຈັດວາງກຳລັງຄືນໃໝ່. ການປ່ຽນແປງນີ້ ໄດ້ສະແດງໃຫ້ເຫັນການຕັດສິນຢ່າງຖືກຕ້ອງ, ມີຫົວຄິດປະດິດສ້າງຂອງພັກກອມູນິດຫວຽດນາມ ແລະ ປະທານໂຮ່ຈິມິນ ຊຶ່ງຊີ້ນຳໂດຍກົງແມ່ນຄະນະພັກ ແລະ ກອງບັນຊາບັ້ນຮົບ. ທ່ານ Pierre Bonny ທະຫານຜ່ານເສິກຂອງຝະລັ່ງ, ຜູ້ໄດ້ເຂົ້າຮ່ວມບັ້ນຮົບດ້ຽນບຽນຝູ ໃຫ້ຮູ້ອີກວ່າ :
“ ບັນດາຜູ້ບັນຊາການທະຫານຝະລັ່ງ ໄດ້ມີຄວາມຜິດພາດຢ່າງໜັກ, ນັ້ນແມ່ນຕີລາຄາຢ່າງບໍ່ຖືກຕ້ອງກ່ຽວກັບຄວາມສາມາດລຳລຽງຂອງເຮືອບິນ. ບັນດາເຮືອບິນຂອງຝະລັ່ງຈຳຕ້ອງລົງຈອດໂດຍໄວ ຍ້ອນຖືກລະບົບປືນໃຫຍ່ປ້ອງກັນອາກາດຂອງຫວຽດມິນປິດລ້ອມ, ດັ່ງນັ້ນການລຳລຽງຂົນສົ່ງບໍ່ອາດແກ່ຍາວໄດ້, ກອງທັບຝະລັ່ງໃນບັນດາທີ່ໝັ້ນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເບື້ອງໜຶ່ງແມ່ນຄວາມອົງອາດກ້າຫານຂອງທະຫານຫວຽດນາມ, ສ່ວນເບື້ອງໜຶ່ງແມ່ນຄວາມຜິດພາດໃນການບັນຊາຂອງບັນດານາຍທະຫານຝະລັ່ງ, ດັ່ງນັ້ນ ໄຊຊະນະຢູ່ດ້ຽນບຽນຝູແມ່ນເລື່ອງຕ້ອງເປັນໄປ ”
ນາຍພົນ Christian de Castries ແລະ ກອງບັນຊາກຸ່ມທີ່ໝັ້ນຂອງຝະລັ່ງ
ຖືກຈັບຕົວ |
ວັນທີ 7/5/1954, ກຳລັງທະຫານຫວຽດນາມໄດ້ບຸກເຂົ້າກອງບັນຊາການທະຫານຂອງຝະລັ່ງ, ຈັບຕົວນາຍພົນ Christian de Castries ແລະ ກອງບັນຊາກຸ່ມທີ່ໝັ້ນຂອງຝະລັ່ງ, ອັນໄດ້ຢຸດຕິໄລຍະ 9 ປີແຫ່ງການຕໍ່ຕ້ານຍາວນານຕ້ານພວກລ່າເມືອງຂຶ້ນຝະລັ່ງ. ພົນໂທ Anatoli Khiupenen, ຫົວໜ້າຄະນະຜູ້ຊ່ຽວຊານທະຫານໂຊຫວຽດຢູ່ຫວຽດນາມໃນຊຸມປີຕໍ່ຕ້ານໆຈັກກະພັດອາເມລິກາ ຕີລາຄາວ່າ :
“ ເມື່ອເວົ້າເຖິງຫວຽດນາມ, ແນ່ນອນວ່າແມ່ນຕ້ອງເວົ້າເຖິງໄຊຊະນະດ້ຽນບຽນຝູ ເມື່ອວັນທີ 7/5/1954, ຂະນະທີ່ກອງທັບຝະລັ່ງໄດ້ອອກຍອມຈຳນົນຢ່າງບໍ່ມີເງື່ອນໄຂ. ອາດຈະເວົ້າໄດ້ວ່າ: ນີ້ແມ່ນໄຊຊະນະທີ່ສະຫງ່າງາມຂອງການດຳເນີນສົງຄາມກອງຫຼອນດ້ວຍຍຸດໂທບາຍ, ຍຸດທະວິທີ, ຍຸດທະສາດທີ່ປິຊາສາມາດຂອງກອງທັບຫວຽດນາມໂດຍພາຍໃຕ້ການຊີ້ນຳນຳພາຂອງ ປະທານໂຮ່ຈິມິນ ແລະ ຜູ້ບັນຊາການໃຫຍ່ການກະຫານ ພົນເອກຫວໍງວຽນຢາບ ”
60 ປີໄດ້ຜ່ານພົ້ນໄປ, ແຕ່ ໄຊຊະນະດ້ຽນບຽນຝູຂອງກອງທັບ ແລະ ປະຊາຊົນຫວຽດນາມຍັງຄົງແມ່ນໄຊຊະນະພຽງແຕ່ໜຶ່ງບໍ່ມີສອງໃນປະຫວັດ ສາດການທະຫານຂອງໂລກ. ໄຊຊະນະດ້ຽນບຽນຝູແມ່ນປະກົດການຂອງກຳລັງແຮງທົ່ວປວງຊົນທັງຊາດ, ເຕົ້າໂຮມເຈດຈຳນົງ, ຄຸນທາດ ແລະ ສະຕິປັນຍາຂອງທັງຊາດຫວຽດນາມ.