ວັນທີ 1/1/2012 ແມ່ນຂີດໝາຍແຫ່ງວັນຄົບຮອບ 1 ທົດສະວັດເຕັມ ຂອງການນຳໃຊ້ສະກຸນເງິນເອີໂຣ. ກົງກັນຂ້າມ ກັບບັນຍາກາດເບີກບານມ່ວນຊື່ນໃນການຂ່ຳນັບຮັບຕ້ອນກ່ອນນີ້ 10 ປີ, ເອີລົບໄດ້ລະນຶກວັນສະກຸນເງິນເອີໂຣດຽວລວມຄົບຮອບ 10 ປີໃນບັນດາຍາກາດເສົ້າໝອງ, ດ້ວຍຄວາມວິຕົກ ກັງວົນຂະນະທີ່ວິກິດການໜີ້ສິນຂອງລັດພວມນາບຂູ່ຕໍ່ການຄົງຕົວຂອງສະກຸນເງິນ ເອີໂຣ.
ວັນທີ 1/1/2012 ແມ່ນຂີດໝາຍແຫ່ງວັນຄົບຮອບ 1 ທົດສະວັດເຕັມຂອງການນຳໃຊ້ສະກຸນເງິນເອີໂຣ
ພາບ: Http//:24k.vn
ໃນຕົວຈິງ, ສະກຸນເງິນເອີໂຣໄດ້ຖືກນຳໃຊ້ໃນຕະຫຼາດການເງິນນັບແຕ່ປີ 1999 ແລ້ວ, ແຕ່ຮອດວັນທີ 1/1/2002, ເງິນເຈັ້ຍເອີໂຣ ແລະເງິນຫຼຽນຈຶ່ງໄດ້ຖືກນຳໃຊ້ຢ່າງເປັນທາງການຢູ່ 12 ປະເທດໃນພາກພື້ນໃຊ້ສະກູນເງິນເອີໂຣລວມໃນໄລຍະນັ້ນ. ຮອດກາງປີ 2011, ເງິນເຈັ້ຍ 14,2 ຕື້ໃບ ແລະເງິນຫຼຽນ 95,6 ຕື້ຫຼຽນ ດ້ວຍຍອດມູນຄ່າ 870 ຕື້ເອີໂຣໄດ້ຖືກນຳໃຊ້ຢູ່ 17 ປະເທດຂຶ້ນກັບພາກພື້ນໃຊ້ສະກຸນເງິນເອີໂຣລວມ ຫລື eurozone ດ້ວຍຈຳນວນປະຊາກອນ 332 ລ້ານຄົນ. ສະກຸນເງິນເອີໂຣໄດ້ຮັບການສ້າງຂຶ້ນເພື່ອແນໃສ່ຈຸດປະສົງສ້າງການຈໍລະຈອນທີ່ສະດວກສະບາຍ ໃນພາກພື້ນເອີລົບເອກະພາບ ແລະມີມູນຄ່າເປັນປົກກະຕິ. ກ່ອນເກີດວິກິດການດ້ານການເງິນເມື່ອປີ 2008, ເງິນເອີໂຣຍັງຖືກຖືວ່າ ແມ່ນຜົນສຳເລັດອັນຈົບງາມຂອງເອີລົບ. ເງິນເອີໂຣໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດເອີລົບ, ສ່ວນຜູ້ບໍລິໂພກ, ອຸປະໂພກກໍໄດ້ຊື້ສິນຄ້າດ້ວຍລາຄາເປັນປົກກະຕິ. ໃນໄລຍະເວລາຫຼາຍປີ, ທະນາຄານສູນກາງເອີລົບ ຫລື ECB ໄດ້ປະສົບຜົນສຳເລັດ ໃນຂະນະທີ່ໄດ້ຮັກສາລະດັບໄຟເງິນເຟີ້ໃນພາກພື້ນຢູ່ໃນລະດັບ 2%/ປີ. ເງິນເອີໂຣແມ່ນໜື່ງໃນຈຳນວນເງິນຕາໃຫ່ຍໃນໂລກ ແລະສ້າງອິດທີ່ພົນຊື່ສຽງດີພໍສົມຄວນໃຫ້ແກ່ເອີລົບ ໃນບັນດາການເຈລະຈາຕໍ່ລອງເສດຖະກິດໂລກ. ຍີ່ງໄປກ່ວານັ້ນ, ເງິນເອີໂຣຍັງແມ່ນສັນຍາລັກທີ່ເປັນຮູບປະທຳໃຫ້ແກ່ຄວາມເປັນເອກະພາບກັນໃນພາກພື້ນ. ແຕ່ເຖິງແນວນັ້ນກໍຕາມ, ກ່ອນຈຸດເວລາສະເຫຼີມສະຫຼອງວັນກຳເນີດ ຂອງສະກຸນເງິນເອີໂຣຄົບຮອບ 10 ປີ, ໜັງສືພິມຫຼາຍສະບັບໄດ້ເຕື້ອງເຖິງການຊຸດໂຊມຂອງສະກູນເງິນ ເອີໂຣ ພ້ອມກັບບັນດາຜົນຮ້າຍອັນໜັກໜ່ວງຂອງມັນ. ປະຊາຊົນອີຢູແມ່ນຜູ້ໄດ້ຮັບຜົນສະທ້ອນ ຍ້ອນລາຄາສິນຄ້າປີ້ນຂັ້ນໃດ, ອັດຕາສ່ວນໄພວ່າງງານສູງ, ຊີວິດສັງຄົມກໍຖືກຜົນສະທ້ອນ, ລະດັບຄ່າຄອງຊີບຖືກຫລຸດລົງ ຍ້ອນວິກິດການໜີ້ສິນຂອງລັດ ໄດ້ຂະຫຍາຍອອກກ້ວາງຈາກພາກພື້ນໃຊ້ສະກຸນເງິນ ເອີໂຣ. ສາຍເຫດທຳອິດແມ່ນເລີ່ມມາຈາກທ່າໄດ້ປຽບຂອງເລື່ອງເອີລົບຮັກສາໄດ້ອັດຕາດອກເບັ້ຍຕ່ຳ ໄດ້ສົ່ງເສີມບັນດາລັດ ແລະປະຊາຊົນໃນພາກພື້ນໃຊ້ສະກຸນເງິນເອິໂຣກູ້ຢືມ ໄດ້ໃຊ້ຈ່າຍເກີນຄວາມສາມາດຂອງຕົນ. ໃນຂະນະນັ້ນ, ສະຫະພາບເອີລົບພັດຂາດທິດທາງຊີ້ນຳດ້ານການເມືອງ ໃຫ້ແກ່ບັນດາປະເທດສະມາຊິກ ແລະບໍ່ມີການກຳນົດແນະນຳງົບປະມານລວມໃດໆ. ແລະໄດ້ເກີດຜົນຮ້າຍເຊັ່ນ: ພາຍຫລັງເກຼກ, ແມ່ນໄອແລນ ແລະຮອດປອດຕູຍການຕ້ອງຂໍຄວາມຊ່ວຍເຫຼືອຈາກສາກົນ ເພື່ອຊຳລະບັນດາບ້ວງເງິນໜີ້ສິນທີ່ຮອດກຳນົດເວລາຊຳລະ. ຮອດປີ 2011, ວິກິດການໜີ້ສິນຂອງລັດໄດ້ຂະຫຍາຍອອກສູ່ທົ່ວພາກພື້ນໃຊ້ສະກຸນເງິນເອີໂຣ ໃນຂະນະທີ່ ອີຕາລີ ແລະແອດສະປາຍ ຕົກເຂົ້າສູ່ສະພາບທີ່ຮ້າຍແຮງ. ຢູ່ຕາມຕົວເມືອງຕ່າງໆຂອງເອີລົບ, ໄດ້ເກີດບັນດາການແຫ່ຂະບວນປະທ້ວງ, ນັດຢຸດງານ ເພື່ອຄັດຄ້ານສະພາບໄພວ່າງງານ, ຫລຸດຜ່ອນງົບປະມານ ແລະວິກິດການໄດ້ເຮັດໃຫ້ລັດຖະບານຫຼາຍປະເທດຖືກເຫຼົ້ມເຫຼວຄື: ໄພລາອອກຈາກຕຳແໜ່ງຂອງນາຍົກລັດຖະມົນຕີເກຼກ George Papandreou, ນາຍົກລັດຖະມົນຕີອີຕາລີ Silvio Berlusconi. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີໄອແລນ Brian Cowen ແລະທ່ານນາຍົກລັດຖະມົນຕີແອດສະປາຍ Jose Luis Zapatero….ກໍຕ້ອງລາອອກຈາກຕ່ຳແໜ່ງ. ວິກິດການໜີ້ສິນຂອງລັດກໍໄດ້ກໍ່ຄວາມແບ່ງແຍກພາຍໃນສະຫະພາບເອີລົບ ກ່ຽວກັບວິທີແກ້ໄຂໜີ້ສິນ ກໍຄືເລື່ອງພິຈາລະນາສົນທິສັນຍາເອີລົບ Lisbon ຄືນໃໝ່. ສະຫະພາບ ເອີລົບ ຕ້ອງຈັດບັນດາກອງປະຊຸມສຸດຍອດ ເພື່ອກູ້ຊ່ວຍສະກຸນເງິນເອີໂຣ, ບັນດາແຜນການຮັດເຂັມຄັດໄດ້ຖືກຍົກອອກມາຢ່າງລຽນຕິດ, ແຕ່ມາຮອດປະຈຸບັນ, ຕະຫຼາດການເງິນສາກົນ ແລະຫາງສຽງ ຍັງຂາດຄວາມເຊື່ອໝັ້ນຕໍ່ສະກູນເງິນເອີໂຣ. ພາຍຫລັງຖືກສ້າງຂຶ້ນມາເປັນເວລາ 10 ປີ, ປະຈຸບັນ, ເງິນເອີໂຣໄດ້ກາຍເປັນສັນຍາລັກຂອງວິກິດການໜີ້ສິນຂອງລັດ ແລະການຊຸດໂຊມດ້ານເສດຖະກິດ. ຢູ່ຫລາຍປະເທດເອີລົບ, ການສະໜັບສະໜູນຕໍ່ເງິນເອີໂຣໄດ້ຖືກຫລຸດລົງ. ຕາມການຢັ່ງຫາງສຽງ ໂດຍສະຖາບັນ Ipsos ປະຕິບັດເມື່ອເດືອນ 11/2011, ມີປະຊາຊົນຝະລັ່ງເຖິງ 45% ຖືວ່າ ເງິນເອີໂຣນຳມາເຊີ່ງໝາກຜົນບໍ່ດີ ໃຫ້ແກ່ການຮັບມືກັບວິກິດການ. ປະຊາຊົນເຢັຍລະມັນ 85% ຖືວ່າ ເງິນເອີໂຣໄດ້ຍູ້ລາຄາເພີ່ມຂຶ້ນສູງ. ສ່ວນໃນການຢັ່ງຫາສຽງຫວ່າງແລ້ວນີ້ຢູ່ແອດສະປາຍ, ປະຊາຊົນປະເທດນີ້ 70% ຖືວ່າ ເງິນເອີໂຣບໍ່ໄດ້ນຳມາເຊີ່ງຜົນປະໂຫຍດໃດໆ.
ວິກິດການໜີ້ສິນຂອງລັດພວມນາບຂູ່ການຄົງຕົວຂອງສະກຸນເງິນເອີໂຣລວມ
ພາບ: Http//:dvt.vn
ອາດເວົ້າໄດ້ວ່າ, ບໍ່ມີຈຸດເວລາໃດທີ່ຊະຕາກຳຂອງສະກູນເງິນເອີໂຣພັດບໍ່ແນ່ນອນຄືປະຈຸບັນ ແລະອີຢູພວມຕ້ອງຕອບແທນໃຫ້ແກ່ບົດຮຽນກ່ຽວກັບການຄວບຄຸມການຂາດດຸນງົບປະມານ.
ດ່ວານຈູງ