(VOVWORLD) - ອຳນາດການປົກຄອງຂອງປະເທດ ແອັດສະປາຍ ໄດ້ອອກຄຳຂາດໃຫ້ Catalonia, ກັກຂັງຫົວໜ້າຂອງອົງການຮຽກຮ້ອງເອກະລາດເຂດ Catalonia, ນຳໃຊ້ “ຝາມືເຫຼັກ” ເພື່ອສະກັດກັ້ນຂະບວນການແຍກຕົວອອກ… ບັນດາການຜັນແປທັງໝົດນີ້ຢູ່ ແອັດສະປາຍ ພວມຍູ້ຄວາມຂັດແຍ້ງກັນລະຫວ່າງອຳນາດການປົກຄອງສູນກາງ ກັບເຂດທວງເອົາສິດປົກຄອງດ້ວຍຕົນເອງ Catalonia ຂຶ້ນສູ່ລະດັບທີ່ອັນຕະລາຍໃໝ່, ທີ່ຍັງບໍ່ທັນມີທາງອອກເທື່ອ.
ຕຳຫຼວດ ແລະ ກະແສຄົນແຫ່ຂະບວນປະທ້ວງ
(ພາບ: AFP/TTXVN)
|
ເຖິງວ່າທຸກໆຄວາມມານະພະຍາຍາມເຈລະຈາພວມດຳເນີນກໍ່ຕາມ, ບໍ່ທັນພຽງພໍເທ່ືອເພື່ອແກ້ໄຂສະພາບປັບປຸງການແບ່ງແຍກ, ຄວາມບໍ່ລົງລອຍກັນໄດ້ເທື່ອ. ໃນຂະນະທີ່ອຳນາດການປົກຄອງ Catalonia ໄດ້ລົງນາມໃນເອກະສານຖະແຫຼງເອກະລາດ, ເຖິງວ່າໄດ້ໂຈະການປະກາດໃຊ້ເພື່ອຊອກຫາກາລະໂອກາດເຈລະຈາແລ້ວ, ແຕ່ ອຳນາດການປົກຄອງ Madrid ພັດບໍ່ປານີປານອມ, ຫາກຮຽກຮ້ອງຕ້ອງມີຄຳຕອບຢ່າງຈະແຈ້ງແມ່ນ “ມີ ຫຼື ບໍ່” ສຳລັບການຖະແຫຼງເອກະລາດ.
ຄຳຂາດຍົກເລີກສິດປົກຄອງດ້ວຍຕົນເອງ
ກຳນົດເວລາສຸດທ້າຍເຊິ່ງ Madrid ໄດ້ຍົກອອກມາໃຫ້ແກ່ Catalonia ແມ່ນໃນວັນທີ 19 ຕຸລາ, ການນຳຂອງເຂດນີ້ຕ້ອງມີຄຳຕອບຢ່າງຈະແຈ້ງໃຫ້ຄຳຖາມມີການຖະແຫຼງເອກະລາດ, ຕັດແຍກອອກຈາກແອັດສະປາຍຫຼືບໍ່. ຖ້າຄຳຕອບບໍ່ເໝາະສົມ, Catalonia ຈະຕ້ອງປະເຊີນໜ້າກັບຜົນຮ້າຍຢ່າງຮ້າຍແຮງ, ຕາມນັ້ນແລ້ວ, ແອັດສະປາຍ ຈະເລີ່ມປະຕິບັດຕາມມາດຕາ 155 ຂອງລັດຖະທຳນູນ, ອະນຸຍາດໃຫ້ Madrid ຈັດວາງສິດອຳນາດໂດຍກົງຕໍ່ເຂດປົກຄອງດ້ວຍຕົນເອງ Catalonia, ຈັດຕັ້ງການເລືອກຕັ້ງຢູ່ເຂດນີ້.
ວິກິດການແມ່ນເລີ່ມເກີດຂຶ້ນເມື່ອ Catalonia ຈັດຕັ້ງການລົງປະຊາມະຕິ ກ່ຽວກັບການແຍກອອກຈາກ ແອັດສະປາຍ ໃນວັນທີ 1 ຕຸລາ ຜ່ານມາ, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຈາກ Madrid. ໂດຍອີງໃສ່ໝາກຜົນຈາກການລົງປະຊາມະຕິໃນວັນທີ 1 ຕຸລາ, ໃນວາລະປະຊຸມລັດຖະສະພາ Catalonia ໃນວັນທີ 10 ຕຸລາ, ການນຳ Catalonia ໄດ້ເຊັນເອກະສານຖະແຫຼງແຍກຕົວອອກຈາກ ແອັດສະປາຍ, ແຕ່ໂຈະການປະກາດໃຊ້ໄວ້. ຕໍ່ໜ້າຖະແຫຼງການຂອງ Catalonia ນັ້ນ, ອຳນາດການປົກຄອງສູນກາງ ໄດ້ຮຽກຮ້ອງໃຫ້ການນຳເຂດນີ້ເປັນຫຼາຍເທື່ອວ່າຕ້ອງມີຄຳຕອບຢ່າງຈະແຈ້ງ, ວ່າ “ມີ ຂໍ້ຕົກລົງແຍກຕົວອອກ ຫຼື ບໍ່. ແຕ່ເຖິງຢ່າງໃດກໍ່ຕາມ, ແທນທີ່ຈະມີຄຳຕອບຢ່າງຈະແຈ້ງນັ້ນ, ການນຳ Catalonia ພຽງແຕ່ຮຽກຮ້ອງສະຫງວນເວລາ 2 ເດືອນໃຫ້ແກ່ການເຈລະຈາເທົ່ານັ້ນ, ພ້ອມທັງສະເໜີໃຫ້ Madrid ຢຸດຕິທຸກໆການປາບປາມຢູ່ Catalonia. ການປາບປາມເຊິ່ງການນຳ Catalonia ໄດ້ເຕື້ອງເຖິງນັ້ນແມ່ນເລື່ອງ ວັນທີ 16 ຕຸລາ, ສານສູງສຸດຂອງແອັດສະປາຍໄດ້ອອກຄຳສັ່ງຈຳຄຸກການນຳຂອງ 2 ອົງການຮຽກຮ້ອງທວງເອົາເອກະລາດໃຫຍ່ທີ່ສຸດຢູ່ເຂດ Catalonia ດ້ວຍສາຍເຫດທີ່ວ່າ ເພື່ອສືບສວນໂທດຍຸຍົງສົ່ງເສີມການກໍ່ຄວາມວຸນວາຍ. ສິ່ງດັ່ງກ່າວໄດ້ກໍ່ໃຫ້ເກີດການແຫ່ຂະບວນປະທ້ວງຂະໜາດໃຫຍ່ຫຼາຍຄັ້ງຢູ່ Catalonia ໃນ 2 - 3 ວັນມໍ່ໆມານີ້, ກໍ່ຄວາມຂາດສະຖຽນລະພາບຢ່າງຮ້າຍແຮງຢູ່ພາກພື້ນ.
ສາຍເຫດຂອງຄວາມຂັດແຍ້ງກັນ
ຫວນຄືນອະດິດຕະການ, ໃນສະພາບຕົວຈິງແລ້ວ, ຄວາມຂັດແຍ້ງກັນລະຫວ່າງອຳນາດການປົກຄອງສູນກາງ ແອດສະປາຍ ກັບ Catalonia ໄດ້ເກີດຂຶ້ນກ່ອນນີ້ກ່ວາ 3 ສະຕະວັດແລ້ວ, ເມື່ອເຈົ້າຊີວິດ Philip V ຂອງແອັດສະປາຍ ໄດ້ຢຶດຄອງ Barcelona ໃນປີ 1714. ປີ 1932, ບັນດາການນຳເຂດຖະແຫຼງສ້າງຕັ້ງ ສາທາລະນະລັດ Catalonia. ລັດຖະບານ ແອັດສະປາຍ ໄດ້ເຫັນດີໃຫ້ Catalonia ກາຍເປັນເຂດປົກຄອງດ້ວຍຕົນເອງ. Catalonia ໄດ້ເສຍສິດປົກຄອງດ້ວຍຕົນເອງໃນປີ 1939 ພາຍໃຕ້ການນຳພາໃໝ່ຂອງແອັດສະປາຍ ແລະ ການຕໍ່ສູ້ທວງເອົາເອກະລາດຄ່ອຍໆເກີດຂຶ້ນນັບແຕ່ນັ້ນຈົນຮອດປະຈຸບັນ. ປີ 2006, Catalonia ມີບາດກ້າວໃຫຍ່ເມື່ອເຈລະຈາກັບ Madrid ກ່ຽວກັບສິດພິເສດ, ຮຽກຮ້ອງໃຫ້ຮັບຮອງເຂດດິນແດນແຫ່ງນີ້ແມ່ນ “ປະເທດ”. ແຕ່ເຖິງຢ່າງໃດກໍ່ຕາມ, ປີ 2010, ສານລັດຖະທຳມະນູນ ແອັດສະປາຍ ໄດ້ອອກຄຳຕັດສິນຍົກເລີກຂໍ້ສະເໜີດັ່ງກ່າວ, ເຮັດໃຫ້ທັດສະນະທວງເອົາເອກະລາດຍິ່ງແຂງແຮງຂຶ້ນຕື່ມ.
ໂດຍແມ່ນເຂດຮັ່ງມີ ດ້ວຍລະດັບຫັນເປັນອຸດສາຫະກຳສູງສຸດຢູ່ແອັດສະປາຍ, ນອກນັ້ນຍັງມີບັນດາສະຖານທີ່ດຶງດູດແຂກທ່ອງທ່ຽວທີ່ໂດ່ງດັງ, ເຖິງວ່າກວມເອົາພຽງ 6% ຜືນແຜ່ນດິນ ແອັດສະປາຍ ແລະ 16% ຈຳນວນ ພົນລະເມືອງກໍ່ຕາມ, ແຕ່ Catalonia ພັດປະກອບສ່ວນເຖິງ 1/5 ຍອດຜະລິດຕະພັນພາຍໃນ (GDP). ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ Catalonia ກຳແໜ້ນສິດພິເສດຫຼາຍກ່ວາເມື່ອທຽບໃສ່ບັນດາເຂດອື່ນໆຢູ່ ແອັດສະປາຍ. ໃນສະພາບໜີ້ສາທາລະນະຢ່າງຮ້າຍແຮງຂອງເອີລົບ, ພ້ອມກັບບັນດາຄວາມຫຍຸ້ງຍາກຂອງພາກພື້ນ ໃນ 2 – 3 ປີມໍ່ມານີ້, ບັນດາທັດສະນະຮຽກຮ້ອງແຍກຕົວອອກນັບມື້ນັບແຮງກ່ວາເວລາໃດໝົດ. Catalonia ໄດ້ເວົ້າວ່າ ເຂົາເຈົ້າໄດ້ເສຍພາສີອັນໃຫຍ່ຫຼວງໃຫ້ອຳນາດການປົກຄອງ ແອັດສະປາຍ ແຕ່ໄດ້ຜົນຕອບແທນແມ່ນບໍ່ເໝາະສົມ.
ບັນດາສະມາຊິກລັດຖະສະພາໃນກອງປະຊຸມຂອງອົງການນິຕິບັນຍັດເຂດ Catalonia
(ພາບ: AFP/TTXVN)
|
ທາງລ້ຽວໃດສຳລັບ Catalonia?
ຕາມບັນດານັກໄຈ້ແຍກແລ້ວ, ເຖິງວ່າການຜັນແປໃນໄລຍະຈະມາເຖິງຈະຄືແນວໃດ, ຢູ່ເບື້ອງໜ້າ Catalonia ຍັງແມ່ນເສັ້ນທາງຍາວໄກ ແລະ ຫຍຸ້ງຍາກ. ຖ້າຕັດສິນແຍກຕົວອອກ, ໝາກຜົນຈາກການລົງປະຊາມະຕິ ຫຼື ບໍ່ວ່າການປ່ອນບັດເອກະລາດໃດໆຢູ່ ສະພາແຫ່ງຊາດ Catalonia ຈະບໍ່ໄດ້ຮັບການຮັບຮອງຈາກ ແອັດສະປາຍ ຢ່າງແນ່ນອນ. ສິ່ງດັ່ງກ່າວໄດ້ກໍ່ຄວາມຂາດສະຖຽນລະພາບ, ຄວາມວຸ້ນວາຍ ເມື່ອບັນດາການແຫ່ຂະບວນປະທ້ວງຂະໜາດໃຫຍ່ຈະເກີດຂຶ້ນ. ໃນສະພາບຕົວຈິງ, ຖະແຫຼງການເອກະລາດຍາກໄດ້ຈະເປັນໄປໄດ້ ຍ້ອນວ່າປະຊາຊົນ Catalonia ຫຼາຍຄົນໄດ້ຄັດຄ້ານການແຍກຕົວອອກ ຍ້ອນບໍ່ຢາກປ່ຽນສັນຊາດ. ບັນດາລັດຖະບານຕ່າງປະເທດ ແລະ ອົງການສາກົນອາດຈະບໍ່ຮັບຮູ້ຖະແຫຼງການເອກະລາດນີ້, ເຮັດໃຫ້ Catalonia ກາຍເປັນປະເທດຖືກຕົກຢູ່ໂດດດຽວຢູ່ ເອີລົບ. ຖ້າຫາກແຜນການແຍກຕົວອອກບໍ່ເກີດຂຶ້ນ, Catalonia ຍົກເລີກການລົງປະຊາມະຕິ, ອຳນາດການປົກຄອງສູນກາງອາດສາມາດປະນີປະນອມບາງມາດຕາ, ມອບໃຫ້ເຂົາເຈົ້າສິດປົກຄອງດ້ວຍຕົນເອງຫຼາຍກ່ວາ, ໃນນັ້ນ ມີຄວາມສາມາດວ່າ Catalonia ມີສິດຄວບຄຸມບັນດາບ້ວງພາສີທ້ອງຖິ່ນ. ສິ່ງດັ່ງກ່າວກໍ່ໄດ້ເກີດບັນດາຄວາມຂາດສະຖຽນລະພາບໃໝ່ ໃນຂະນະທີ່ມີຄວາມແຕກໂຕນກັນບໍ່ສະໝ່ຳສະເໝີລະຫວ່າງເຂດຕ່າງໆຂອງ ແອດສະປາຍ, ສ້າງປະຖົມປັດໄຈເຖິງການແບ່ງແຍກໃນສັງຄົມ.
ພາຍຫຼັງ 5 ສະຕະວັດ, Catalonia ຮ່ວມຄົງຕົວໃນ ແອດສະປາຍ, Catalonia ພວມກ້າວເດີນຢ່າງສ່ຽງໄພ ດ້ວຍການຖະແຫຼງເອກະລາດຂອງຕົນ. ການເຈລະຈາ, ການປະນິປະນອມເພື່ອຊອກຫາມາດຕະການທີ່ສາມາດຮັບຮູ້ໄດ້ລະຫວ່າງ 2 ຝ່າຍແມ່ນສິ່ງທີ່ຈຳເປັນໃນປະຈຸບັນ. ຍ້ອນວ່າ, ເຖິງວ່າຈະໄປຕາມທາງໃດ, ແຍກອອກ ຫຼື ບໍ່ກໍ່ລ້ວນແຕ່ເປັນຜົນຮ້າຍຢ້ອນຫຼັງຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ບັງຄັບໃຫ້ບັນດາຝ່າຍຕ້ອງຄິດໄລ່ຊັ່ງຊາຢ່າງລະອຽດທີ່ສຸດ.